ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດທີສິບຫ້າ

ການນະມັດສະການທີ່ພະເຈົ້າຍອມຮັບ

ການນະມັດສະການທີ່ພະເຈົ້າຍອມຮັບ
  • ພະເຈົ້າພໍໃຈໃນທຸກໆສາສະໜາບໍ?

  • ເຮົາຈະບອກໄດ້ແນວໃດວ່າສາສະໜາໃດເປັນສາສະໜາແທ້?

  • ໃນທຸກມື້ນີ້ໃຜເປັນຜູ້ນະມັດສະການແທ້ ຂອງພະເຈົ້າຢູ່ແຜ່ນດິນໂລກ?

1. ຖ້າເຮົານະມັດສະການພະເຈົ້າໃນວິທີທີ່ຖືກຕ້ອງ ເຮົາຈະໄດ້ຮັບປະໂຫຍດແນວໃດ?

ພະເຢໂຫວາພະເຈົ້າຫ່ວງໃຍເຮົາຢ່າງຍິ່ງແລະຢາກໃຫ້ເຮົາໄດ້ຮັບປະໂຫຍດຈາກການຊີ້ນຳທີ່ປ່ຽມດ້ວຍຄວາມຮັກຂອງພະອົງ. ຖ້າເຮົານະມັດສະການພະອົງໃນວິທີທີ່ຖືກຕ້ອງ ເຮົາຈະມີຄວາມສຸກແລະຈະບໍ່ປະສົບກັບບັນຫາຫຼາຍຢ່າງໃນຊີວິດ. ເຮົາຍັງຈະໄດ້ຮັບຄວາມພອນແລະຄວາມຊ່ວຍເຫຼືອຈາກພະອົງນຳອີກ. (ເອຊາອີ 48:17) ຢ່າງໃດກໍຕາມ ມີສາສະໜານັບເປັນຮ້ອຍໆສາສະໜາທີ່ອ້າງວ່າສອນຄວາມຈິງໃນເລື່ອງພະເຈົ້າ. ແຕ່ສາສະໜາເຫຼົ່ານັ້ນກໍມີຄຳສອນທີ່ຕ່າງກັນຫຼາຍໃນເລື່ອງທີ່ວ່າໃຜເປັນພະເຈົ້າ ແລະພະອົງຄາດໝາຍອັນໃດຈາກເຮົາ.

2. ເຮົາຈະຮູ້ວິທີທີ່ຖືກຕ້ອງໃນການນະມັດສະການພະເຢໂຫວາໄດ້ແນວໃດ ແລະຕົວຢ່າງອັນໃດທີ່ຊ່ວຍເຮົາໃຫ້ເຂົ້າໃຈເລື່ອງນີ້?

2 ເຈົ້າຈະຮູ້ວິທີທີ່ຖືກຕ້ອງໃນການນະມັດສະການພະເຢໂຫວາໄດ້ແນວໃດ? ເຈົ້າບໍ່ຈຳເປັນຕ້ອງສຶກສາແລ້ວສົມທຽບຄຳສອນຂອງທຸກສາສະໜາ. ເຈົ້າພຽງແຕ່ຕ້ອງຮຽນຮູ້ວ່າຄຳພີໄບເບິນສອນແນວໃດແທ້ໆ ກ່ຽວກັບການນະມັດສະການແທ້. ເພື່ອເປັນຕົວຢ່າງ ໃນຫຼາຍປະເທດມີບັນຫາເລື່ອງເງິນປອມ. ຖ້າເຈົ້າໄດ້ເຮັດວຽກກ່ຽວກັບການໄຈ້ແຍກເງິນປອມ ເຈົ້າຈະບອກໄດ້ແນວໃດວ່າເງິນໃບໃດແມ່ນເງິນປອມ? ໂດຍຈື່ຈຳເງິນປອມທຸກແບບບໍ? ບໍ່ແມ່ນ. ຄົງຈະດີກວ່າຖ້າເຈົ້າຈະໃຊ້ເວລາຮຽນຮູ້ກ່ຽວກັບເງິນແທ້. ຫຼັງຈາກທີ່ຮູ້ແລ້ວວ່າເງິນແທ້ເປັນແບບໃດ ເຈົ້າກໍຈະຮູ້ຈັກໂລດວ່າເງິນໃບໃດເປັນເງິນປອມ. ຄ້າຍຄືກັນ ເມື່ອເຮົາຮຽນຮູ້ແລ້ວວ່າສາສະໜາແທ້ເປັນແນວໃດ ເຮົາກໍຈະຮູ້ໂລດວ່າສາສະໜາໃດເປັນສາສະໜາປອມ.

3. ຕາມທີ່ພະເຍຊູກ່າວໄວ້ ຖ້າເຮົາຢາກໄດ້ຮັບຄວາມພໍໃຈຈາກພະເຈົ້າ ເຮົາຕ້ອງເຮັດຫຍັງ?

3 ເປັນເລື່ອງສຳຄັນທີ່ເຮົາຈະນະມັດສະການພະເຢໂຫວາໃນວິທີທີ່ພະອົງຍອມຮັບ. ຫຼາຍຄົນເຊື່ອວ່າພະເຈົ້າພໍໃຈໃນທຸກໆສາສະໜາ ແຕ່ຄຳພີໄບເບິນບໍ່ໄດ້ສອນແນວນັ້ນ. ພຽງແຕ່ອ້າງວ່າເປັນຄລິດສະຕຽນນັ້ນຍັງບໍ່ພໍ. ພະເຍຊູກ່າວວ່າ “ຄົນທັງຫຼາຍທີ່ຈະເຂົ້າໄປໃນແຜ່ນດິນສະຫວັນບໍ່ແມ່ນໝົດຊູ່ຄົນທີ່ກ່າວແກ່ເຮົາວ່າ ‘ພະອົງເຈົ້າຂ້າ ພະອົງເຈົ້າຂ້າ’ ແຕ່ວ່າຜູ້ນັ້ນທີ່ກະທຳຕາມນໍ້າໃຈແຫ່ງພະບິດາຂອງເຮົາຜູ້ຢູ່ໃນສະຫວັນ.” ດັ່ງນັ້ນ ເພື່ອຈະໄດ້ຮັບຄວາມພໍໃຈຈາກພະເຈົ້າ ເຮົາຕ້ອງຮຽນຮູ້ວ່າພະອົງຮຽກຮ້ອງສິ່ງໃດຈາກເຮົາແລ້ວກໍປະຕິບັດຕາມຂໍ້ຮຽກຮ້ອງນັ້ນ. ພະເຍຊູເອີ້ນຜູ້ທີ່ບໍ່ເຮັດຕາມໃຈປະສົງຂອງພະເຈົ້າວ່າ “ຜູ້ກະທຳການຊົ່ວ.” (ມັດທາຍ 7:21-23, ລ.ມ.) ເຊັ່ນດຽວກັບເງິນປອມ ສາສະໜາປອມບໍ່ມີຄ່າຫຍັງເລີຍ. ຮ້າຍກວ່ານັ້ນອີກ ສາສະໜາປອມເປັນອັນຕະລາຍແທ້ໆ.

4. ຖ້ອຍຄຳຂອງພະເຍຊູເລື່ອງທາງສອງເສັ້ນໝາຍຄວາມວ່າແນວໃດ ແລະແຕ່ລະເສັ້ນນຳໄປສູ່ບ່ອນໃດ?

4 ພະເຢໂຫວາໃຫ້ທຸກຄົນທີ່ຢູ່ເທິງແຜ່ນດິນໂລກມີໂອກາດທີ່ຈະໄດ້ຮັບຊີວິດຕະຫຼອດໄປ. ແຕ່ເພື່ອຈະມີຊີວິດຕະຫຼອດໄປໃນອຸທິຍານ ເຮົາຕ້ອງນະມັດສະການພະເຈົ້າຢ່າງຖືກຕ້ອງແລະດຳເນີນຊີວິດໃນແນວທາງທີ່ພະອົງຍອມຮັບຕັ້ງແຕ່ຕອນນີ້. ເປັນຕາເສຍດາຍ ຫຼາຍຄົນບໍ່ຍອມເຮັດເຊັ່ນນັ້ນ. ດ້ວຍເຫດນີ້ພະເຍຊູຈຶ່ງກ່າວວ່າ “ຈົ່ງເຂົ້າໄປທາງປະຕູອັນຮອມ ເພາະວ່າປະຕູກໍກວ້າງແລະທາງກໍກວ້າງຂວາງທີ່ນຳໄປເຖິງຄວາມຈິບຫາຍ ແລະຜູ້ທີ່ເຂົ້າໄປທາງປະຕູນັ້ນກໍມີຫຼາຍຄົນ ເພາະວ່າປະຕູກໍຮອມແລະທາງກໍແຄບທີ່ນຳໄປເຖິງຊີວິດ ແລະຜູ້ທີ່ພົບທາງນັ້ນບໍ່ມີຫຼາຍຄົນ.” (ມັດທາຍ 7:13, 14) ສາສະໜາແທ້ນຳໄປສູ່ຊີວິດຕະຫຼອດໄປ ແຕ່ສາສະໜາປອມນຳໄປສູ່ຄວາມພິນາດ. ພະເຢໂຫວາບໍ່ຕ້ອງການໃຫ້ມະນຸດຄົນໃດຖືກທຳລາຍ ແລະດ້ວຍເຫດນີ້ພະອົງຈຶ່ງໄດ້ໃຫ້ໂອກາດຜູ້ຄົນໃນທຸກແຫ່ງທີ່ຈະຮຽນຮູ້ກ່ຽວກັບພະອົງ. (2 ເປໂຕ 3:9) ດັ່ງນັ້ນແລ້ວ ວິທີທີ່ເຮົານະມັດສະການພະເຈົ້າຈຶ່ງໝາຍເຖິງຊີວິດຫຼືບໍ່ກໍໝາຍເຖິງຄວາມຕາຍສຳລັບເຮົາ.

ວິທີທີ່ຈະກຳນົດວ່າເປັນສາສະໜາແທ້

5. ເຮົາຈະຮູ້ຈັກໄດ້ແນວໃດວ່າໃຜນັບຖືສາສະໜາແທ້?

5 ຈະພົບ ‘ທາງທີ່ນຳໄປເຖິງຊີວິດ’ ໄດ້ແນວໃດ? ພະເຍຊູກ່າວວ່າສາສະໜາແທ້ເຫັນໄດ້ແຈ້ງໃນຊີວິດຂອງຜູ້ທີ່ນັບຖືສາສະໜານັ້ນ. ພະອົງກ່າວວ່າ “ດ້ວຍໝາກຂອງເຂົາ ທ່ານທັງຫຼາຍຈະຮູ້ຈັກເຂົາ. . . . ຕົ້ນໄມ້ອັນດີເກີດໝາກອັນດີ.” (ມັດທາຍ 7:16, 17) ເວົ້າອີກແບບໜຶ່ງ ຈະຮູ້ຈັກຜູ້ທີ່ນັບຖືສາສະໜາແທ້ໂດຍສັງເກດຄວາມເຊື່ອແລະການປະພຶດຂອງເຂົາເຈົ້າ. ເຖິງວ່າເປັນຄົນບໍ່ສົມບູນແບບແລະເຮັດຜິດພາດ ແຕ່ຜູ້ນະມັດສະການແທ້ກໍເປັນກຸ່ມຄົນທີ່ພະຍາຍາມເຮັດຕາມໃຈປະສົງຂອງພະເຈົ້າ. ຂໍໃຫ້ພິຈາລະນາລັກສະນະເດັ່ນຫົກຢ່າງທີ່ຊີ້ເຖິງຜູ້ທີ່ນັບຖືສາສະໜາແທ້.

6, 7. ຜູ້ຮັບໃຊ້ພະເຈົ້າມີທັດສະນະແນວໃດຕໍ່ຄຳພີໄບເບິນ ແລະພະເຍຊູວາງຕົວຢ່າງໄວ້ແນວໃດ?

6 ຜູ້ນະມັດສະການແທ້ຂອງພະເຈົ້າເອົາຄຳສອນຂອງຄຳພີໄບເບິນເປັນຫຼັກໃນການສອນ. ຄຳພີໄບເບິນເອງກ່າວວ່າ “ພະຄຳພີໝົດສິ້ນເປັນດ້ວຍພະວິນຍານຂອງພະເຈົ້າ ແລະເປັນປະໂຫຍດສຳລັບສັ່ງສອນກໍດີ ສຳລັບໃຫ້ຮູ້ແຈ້ງກໍດີ ສຳລັບຕີສອນກໍດີ ສຳລັບແອບສອນໃນຄວາມຊອບທຳກໍດີ. ເພື່ອຄົນຂອງພະເຈົ້າຈະເຖິງທີ່ສຳເລັດແລະຊຳນານຈະກະທຳການດີທຸກຢ່າງ.” (2 ຕີໂມເຕ 3:16, 17) ອັກຄະສາວົກໂປໂລຂຽນເຖິງບັນດາເພື່ອນຄລິດສະຕຽນຂອງຕົນວ່າ “ເມື່ອທ່ານທັງຫຼາຍໄດ້ຮັບເອົາພະຄຳທີ່ໄດ້ຍິນແຕ່ພວກເຮົາ ທ່ານທັງຫຼາຍໄດ້ຮັບແຕ່ພະເຈົ້າ ບໍ່ໃຊ່ຖ້ອຍຄຳແຫ່ງມະນຸດ ແຕ່ວ່າເໝືອນເປັນອີ່ຫຼີພະຄຳແຫ່ງພະເຈົ້າ.” (1 ເທຊະໂລນີກ 2:13) ດັ່ງນັ້ນ ຄວາມເຊື່ອແລະການປະຕິບັດຂອງຜູ້ທີ່ນັບຖືສາສະໜາແທ້ຈຶ່ງບໍ່ໄດ້ມາຈາກຄວາມຄິດເຫັນຫຼືປະເພນີຂອງມະນຸດ ແຕ່ຫາກມາຈາກຄຳພີໄບເບິນພະຄຳຂອງພະເຈົ້າທີ່ຂຽນຂຶ້ນໂດຍການດົນໃຈ.

7 ພະເຍຊູຄລິດວາງຕົວຢ່າງທີ່ເໝາະສົມໂດຍນຳໃຊ້ພະຄຳຂອງພະເຈົ້າເປັນເນື້ອໃນຫຼັກໃນການສອນ. ໃນຄຳອະທິດຖານເຖິງພໍ່ທີ່ຢູ່ໃນສະຫວັນ ພະອົງກ່າວວ່າ “ພະຄຳຂອງພະເຈົ້າເປັນຄວາມຈິງ.” (ໂຢຮັນ 17:17) ພະເຍຊູເຊື່ອຖືພະຄຳຂອງພະເຈົ້າ ແລະທຸກສິ່ງທີ່ພະອົງສອນລ້ວນແຕ່ສອດຄ່ອງກັບພະຄຳພີ. ພະເຍຊູມັກເວົ້າວ່າ “ມີຄຳຂຽນໄວ້ວ່າ.” (ມັດທາຍ 4:4, 7, 10) ຕໍ່ຈາກນັ້ນ ພະເຍຊູຈຶ່ງຍົກຂໍ້ພະຄຳພີຂຶ້ນມາກ່າວ. ຄ້າຍກັນ ໃນທຸກມື້ນີ້ປະຊາຊົນຂອງພະເຈົ້າບໍ່ໄດ້ສອນຄວາມຄິດຂອງຕົນເອງ. ເຂົາເຈົ້າເຊື່ອວ່າຄຳພີໄບເບິນເປັນພະຄຳຂອງພະເຈົ້າ ແລະຈຶ່ງອີງໃສ່ສິ່ງທີ່ພະຄຳພີກ່າວໄວ້ເພື່ອເປັນພື້ນຖານອັນໜັກແໜ້ນໃນການສອນ.

8. ໃນການນະມັດສະການພະເຢໂຫວາມີອັນໃດກ່ຽວຂ້ອງຢູ່ນຳ?

8 ຜູ້ທີ່ນັບຖືສາສະໜາແທ້ນະມັດສະການພະເຢໂຫວາພຽງແຕ່ຜູ້ດຽວເທົ່ານັ້ນແລະປະກາດຊື່ຂອງພະອົງ. ພະເຍຊູປະກາດວ່າ “ເຈົ້າຈົ່ງນະມັດສະການຂາບໄຫວ້ພະເຢໂຫວາຜູ້ເປັນພະເຈົ້າຂອງເຈົ້າແລະຈົ່ງບົວລະບັດພະເຈົ້າອົງດຽວ.” (ມັດທາຍ 4:10) ດ້ວຍເຫດນັ້ນ ຜູ້ຮັບໃຊ້ຂອງພະເຈົ້າຈຶ່ງບໍ່ນະມັດສະການພະອື່ນເວັ້ນແຕ່ພະເຢໂຫວາອົງດຽວເທົ່ານັ້ນ. ການນະມັດສະການນີ້ລວມເຖິງການບອກໃຫ້ຄົນອື່ນຮູ້ວ່າພະເຈົ້າອົງທ່ຽງແທ້ມີຊື່ວ່າແນວໃດ ແລະບອກວ່າພະອົງເປັນພະເຈົ້າແບບໃດ. ຄຳເພງ 83:18 ກ່າວວ່າ “ພະເຈົ້າຜູ້ມີນາມຊື່ວ່າພະເຢໂຫວາ ອົງດຽວເປັນພະເຈົ້າອົງສູງສຸດເທິງແຜ່ນດິນທັງສິ້ນ.” ພະເຍຊູໄດ້ວາງຕົວຢ່າງໃນການຊ່ວຍຄົນອື່ນໃຫ້ຮູ້ຈັກພະເຈົ້າ ດັ່ງທີ່ພະອົງກ່າວໃນຄຳອະທິດຖານວ່າ “ຂ້າພະເຈົ້າໄດ້ກະທຳໃຫ້ນາມຊື່ຂອງພະເຈົ້າເປັນທີ່ຮູ້ຈັກແກ່ຄົນທັງຫຼາຍທີ່ພະເຈົ້າໄດ້ປະທານໃຫ້ແກ່ຂ້າພະເຈົ້າຈາກໂລກ.” (ໂຢຮັນ 17:6) ຄ້າຍກັນ ໃນທຸກມື້ນີ້ຜູ້ນະມັດສະການແທ້ສອນຄົນອື່ນກ່ຽວກັບຊື່ຂອງພະເຈົ້າ ກ່ຽວກັບຈຸດປະສົງແລະຄຸນລັກສະນະຕ່າງໆຂອງພະອົງ.

9, 10. ຄລິດສະຕຽນແທ້ສະແດງຄວາມຮັກຕໍ່ກັນແລະກັນໃນທາງໃດແດ່?

9 ປະຊາຊົນຂອງພະເຈົ້າສະແດງຄວາມຮັກແທ້ຕໍ່ກັນແບບບໍ່ເຫັນແກ່ຕົວ. ພະເຍຊູເວົ້າວ່າ “ຄົນທັງປວງຈະຮູ້ຈັກວ່າທ່ານທັງຫຼາຍເປັນລູກສິດຂອງເຮົາດ້ວຍການນີ້ ຄືວ່າຖ້າທ່ານທັງຫຼາຍມີຄວາມຮັກໃນທ່າມກາງພວກທ່ານ.” (ໂຢຮັນ 13:35) ຄລິດສະຕຽນຮຸ່ນທຳອິດມີຄວາມຮັກເຊັ່ນນັ້ນຕໍ່ກັນແລະກັນ. ຄວາມຮັກແບບພະເຈົ້າເອົາຊະນະສິ່ງກີດຂວາງທາງເຊື້ອຊາດ ສັງຄົມ ສັນຊາດ ແລະດຶງດູດຜູ້ຄົນເຂົ້າມາໂຮມກັນດ້ວຍເຄື່ອງຜູກພັນຂອງສັງຄົມພີ່ນ້ອງທີ່ແທ້ຈິງເຊິ່ງບໍ່ມີວັນທຳລາຍໄດ້. (ໂກໂລດ 3:14) ສະມາຊິກຂອງສາສະໜາປອມບໍ່ມີສັງຄົມພີ່ນ້ອງທີ່ປ່ຽມດ້ວຍຄວາມຮັກແບບນັ້ນ. ເຮົາຮູ້ໄດ້ແນວໃດ? ເຂົາເຈົ້າຂ້າຟັນກັນຍ້ອນຄວາມແຕກຕ່າງທາງສັນຊາດຫຼືເຜົ່າພັນ. ຄລິດສະຕຽນແທ້ບໍ່ຈັບອາວຸດຂ້າຟັນພີ່ນ້ອງຄລິດສະຕຽນຂອງຕົນຫຼືຄົນອື່ນໆ. ຄຳພີໄບເບິນກ່າວວ່າ “ດ້ວຍຂໍ້ນີ້ຈຶ່ງໄດ້ປາກົດແຈ້ງວ່າໃຜເປັນລູກແຫ່ງພະເຈົ້າແລະໃຜເປັນລູກຂອງພະຍາມານ ຄືວ່າຄົນທຸກຄົນທີ່ບໍ່ກະທຳຕາມຄວາມຊອບທຳກໍບໍ່ເປັນແຕ່ພະເຈົ້າ ແລະຜູ້ທີ່ບໍ່ຮັກພີ່ນ້ອງແຫ່ງຕົນກໍບໍ່ເປັນເໝືອນກັນ. . . . ໃຫ້ເຮົາທັງຫຼາຍຮັກກັນແລະກັນ. ບໍ່ໃຊ່ເໝືອນທ່ານກາອີນທີ່ໄດ້ມາແຕ່ຜູ້ຮ້າຍແລະໄດ້ຂ້ານ້ອງຊາຍແຫ່ງຕົນ.”—1 ໂຢຮັນ 3:10-12; 4:20, 21.

10 ແນ່ນອນ ຄວາມຮັກແທ້ບໍ່ໄດ້ໝາຍເຖິງການເວັ້ນຈາກການຂ້າຄົນອື່ນເທົ່ານັ້ນ. ຄລິດສະຕຽນແທ້ສະລະເວລາ ເຫື່ອແຮງ ແລະຊັບສິນຂອງຕົນແບບບໍ່ເຫັນແກ່ຕົວເພື່ອຊ່ວຍເຫຼືອແລະໃຫ້ກຳລັງໃຈເຊິ່ງກັນແລະກັນ. (ເຫບເລີ 10:24, 25) ເຂົາເຈົ້າຊ່ວຍເຫຼືອກັນໃນຍາມທີ່ມີຄວາມຂັດສົນຫຼາຍ ແລະເຂົາເຈົ້າປະຕິບັດຕໍ່ຄົນອື່ນຢ່າງສັດຊື່. ທີ່ຈິງແລ້ວ ເຂົາເຈົ້ານຳໃຊ້ຄຳແນະນຳຈາກຄຳພີໄບເບິນໃນການດຳເນີນຊີວິດທີ່ໃຫ້ “ກະທຳການດີແກ່ຄົນທັງປວງ.”—ຄາລາຊີ 6:10.

11. ເປັນຫຍັງຈຶ່ງສຳຄັນທີ່ຈະຍອມຮັບວ່າພະເຍຊູເປັນຜູ້ທີ່ພະເຈົ້າໃຊ້ມາເພື່ອຊ່ວຍເຮົາໃຫ້ລອດ?

11 ຄລິດສະຕຽນແທ້ຍອມຮັບວ່າພະເຍຊູຄລິດເປັນຜູ້ທີ່ພະເຈົ້າໃຊ້ມາເພື່ອຊ່ວຍເຮົາໃຫ້ລອດ. ຄຳພີໄບເບິນເວົ້າວ່າ “ການພົ້ນກໍບໍ່ມີດ້ວຍຜູ້ອື່ນ ເພາະວ່າບໍ່ມີນາມຊື່ອື່ນໃຕ້ຟ້າສະຫວັນອັນເປັນທີ່ໂຜດປະທານໃນທ່າມກາງຄົນທັງປວງເພື່ອຈະໃຫ້ເຮົາທັງຫຼາຍໄດ້ພົ້ນ.” (ກິດຈະການ 4:12) ດັ່ງທີ່ເຮົາໄດ້ຮຽນໃນບົດທີ 5 ພະເຍຊູໄດ້ມອບຊີວິດຂອງຕົນເພື່ອໄຖ່ເອົາມະນຸດທີ່ເຊື່ອຟັງ. (ມັດທາຍ 20:28) ອີກອັນໜຶ່ງ ພະເຍຊູເປັນກະສັດທີ່ພະເຈົ້າໄດ້ແຕ່ງຕັ້ງໃນລາຊະອານາຈັກທາງສະຫວັນເຊິ່ງຈະປົກຄອງທົ່ວແຜ່ນດິນໂລກ. ຖ້າເຮົາຢາກມີຊີວິດຕະຫຼອດໄປ ພະເຈົ້າຮຽກຮ້ອງໃຫ້ເຮົາເຊື່ອຟັງພະເຍຊູແລະນຳເອົາຄຳສອນຂອງພະອົງໄປໃຊ້. ດ້ວຍເຫດນີ້ຄຳພີໄບເບິນຈຶ່ງກ່າວວ່າ “ຜູ້ທີ່ເຊື່ອໃນພະບຸດນັ້ນກໍມີຊີວິດອັນຕະຫຼອດໄປເປັນນິດ ແຕ່ວ່າຜູ້ທີ່ບໍ່ເຊື່ອຟັງພະບຸດນັ້ນກໍຈະບໍ່ເຫັນຊີວິດ.”—ໂຢຮັນ 3:36.

12. ການບໍ່ເປັນສ່ວນຂອງໂລກໝາຍລວມເຖິງອັນໃດແດ່?

12 ຜູ້ນະມັດສະການແທ້ບໍ່ເປັນສ່ວນຂອງໂລກ. ເມື່ອຖືກພິຈາລະນາຄະດີຕໍ່ໜ້າພີລາດຜູ້ປົກຄອງຄົນໂລມ ພະເຍຊູກ່າວວ່າ “ແຜ່ນດິນ [“ລາຊະອານາຈັກ,” ລ.ມ.] ຂອງເຮົາບໍ່ເປັນແຕ່ໂລກນີ້.” (ໂຢຮັນ 18:36) ບໍ່ວ່າຢູ່ໃນປະເທດໃດກໍຕາມ ພວກລູກສິດແທ້ຂອງພະເຍຊູຍອມຢູ່ໃຕ້ອຳນາດການປົກຄອງຂອງລາຊະອານາຈັກຂອງພະອົງທາງສະຫວັນ ແລະດ້ວຍເຫດນີ້ເຂົາເຈົ້າຈຶ່ງຮັກສາຄວາມເປັນກາງຢ່າງເຄັ່ງຄັດໃນເລື່ອງການເມືອງຂອງໂລກ. ເຂົາເຈົ້າບໍ່ເຂົ້າຮ່ວມໃນຄວາມຂັດແຍ່ງທາງການເມືອງຂອງໂລກ. ພ້ອມກັນນັ້ນ ຜູ້ນະມັດສະການພະເຢໂຫວາບໍ່ເຂົ້າໄປຫຍຸ້ງກ່ຽວກັບການຕັດສິນໃຈຂອງຄົນອື່ນໃນເລື່ອງການເຂົ້າຮ່ວມກັບພັກການເມືອງ ການລົງສະໝັກເລືອກຕັ້ງ ຫຼືລົງຄະແນນໃນການເລືອກຕັ້ງ. ນອກຈາກຈະເປັນກາງໃນເລື່ອງການເມືອງແລ້ວ ຜູ້ນະມັດສະການແທ້ຂອງພະເຈົ້າຍັງນັບຖືກົດໝາຍບ້ານເມືອງນຳອີກ. ເພາະເຫດໃດ? ເພາະວ່າພະຄຳຂອງພະເຈົ້າສັ່ງວ່າ ໃຫ້ “ຍອມຢູ່ໃຕ້ບັງຄັບ” ລັດຖະບານທີ່ “ມີອຳນາດທາງເທິງເຂົາ.” (ໂລມ 13:1) ເມື່ອມີຄວາມບໍ່ສອດຄ່ອງກັນລະຫວ່າງສິ່ງທີ່ພະເຈົ້າຮຽກຮ້ອງແລະສິ່ງທີ່ລະບອບການເມືອງຮຽກຮ້ອງ ຜູ້ນະມັດສະການແທ້ຕິດຕາມຕົວຢ່າງຂອງພວກອັກຄະສາວົກທີ່ໄດ້ເວົ້າວ່າ “ພວກຂ້າພະເຈົ້າຈຳຕ້ອງຟັງພະເຈົ້າຫຼາຍກວ່າຟັງມະນຸດ.”—ກິດຈະການ 5:29; ມາລະໂກ 12:17.

13. ພວກລູກສິດແທ້ຂອງພະເຍຊູມີທັດສະນະແນວໃດຕໍ່ລາຊະອານາຈັກຂອງພະເຈົ້າ ແລະດ້ວຍເຫດນັ້ນເຂົາເຈົ້າຈຶ່ງເຮັດຫຍັງ?

13 ຜູ້ທີ່ເປັນລູກສິດແທ້ຂອງພະເຍຊູປະກາດວ່າລາຊະອານາຈັກຂອງພະເຈົ້າເປັນຄວາມຫວັງພຽງຢ່າງດຽວຂອງມະນຸດຊາດ. ພະເຍຊູບອກລ່ວງໜ້າວ່າ “ຄຳປະເສີດນີ້ແຫ່ງແຜ່ນດິນຂອງພະເຈົ້າ [“ຂ່າວດີເລື່ອງລາຊະອານາຈັກ,” ລ.ມ.] ຈະເປັນທີ່ເທສະໜາປ່າວປະກາດໄປທົ່ວແຜ່ນດິນໂລກ ເພື່ອຈະເປັນພິຍານແກ່ພວກຕ່າງປະເທດທັງປວງ ແລະເມື່ອນັ້ນທີ່ສຸດຈະມາເຖິງແລ້ວ.” (ມັດທາຍ 24:14) ແທນທີ່ຈະສະໜັບສະຫນູນປະຊາຊົນໃຫ້ໝາຍເພິ່ງຜູ້ປົກຄອງຂອງເຂົາເຈົ້າທີ່ເປັນມະນຸດເພື່ອແກ້ໄຂບັນຫາ ພວກລູກສິດແທ້ຂອງພະເຍຊູຄລິດປະກາດວ່າລາຊະອານາຈັກທາງພາກສະຫວັນຂອງພະເຈົ້າເປັນຄວາມຫວັງພຽງຢ່າງດຽວສຳລັບມະນຸດຊາດ. (ຄຳເພງ 146:3) ພະເຍຊູໄດ້ສອນເຮົາໃຫ້ອະທິດຖານຂໍລັດຖະບານນີ້ທີ່ສົມບູນພ້ອມ ເມື່ອພະອົງກ່າວວ່າ “ຂໍໃຫ້ແຜ່ນດິນຂອງພະອົງມາຕັ້ງຢູ່. ນໍ້າໃຈຂອງພະອົງສຳເລັດແລ້ວໃນສະຫວັນຢ່າງໃດ ຂໍໃຫ້ສຳເລັດທີ່ແຜ່ນດິນໂລກຢ່າງນັ້ນ.” (ມັດທາຍ 6:10) ພະຄຳຂອງພະເຈົ້າໄດ້ບອກລ່ວງໜ້າວ່າລາຊະອານາຈັກທາງພາກສະຫວັນນີ້ຈະເຮັດ “ໃຫ້ລາຊະອານາຈັກທັງປວງນີ້ [ລະບົບການປົກຄອງທີ່ມີໃນປັດຈຸບັນ] ຫັກແຕກຈິບຫາຍ ແຕ່ວ່າຕົວເອງຈະຕັ້ງຢູ່ສືບໆໄປເປັນນິດ.”—ດານຽນ 2:44.

14. ສາສະໜາໃດທີ່ເຈົ້າເຊື່ອວ່າເຮັດຕາມຂໍ້ຮຽກຮ້ອງຂອງການນະມັດສະການແທ້?

14 ໂດຍອີງໃສ່ສິ່ງທີ່ເຮົາຫາກໍພິຈາລະນາຂ້າງເທິງນີ້ ຂໍໃຫ້ຖາມໂຕເອງວ່າ ‘ສາສະໜາໃດທີ່ເອົາຄຳສອນຂອງຄຳພີໄບເບິນເປັນຫຼັກໃນການສອນທັງໝົດແລະປະກາດຊື່ຂອງພະເຢໂຫວາ? ແມ່ນກຸ່ມໃດທີ່ສະແດງຄວາມຮັກໃນແບບທີ່ພະເຈົ້າສອນ ສະແດງຄວາມເຊື່ອໃນພະເຍຊູ ບໍ່ເປັນສ່ວນຂອງໂລກ ແລະປະກາດວ່າລາຊະອານາຈັກຂອງພະເຈົ້າເປັນຄວາມຫວັງທີ່ແທ້ຈິງພຽງຢ່າງດຽວສຳລັບມະນຸດຊາດ? ໃນບັນດາກຸ່ມສາສະໜາທັງໝົດທີ່ຢູ່ແຜ່ນດິນໂລກ ແມ່ນສາສະໜາໃດທີ່ເຮັດຕາມທຸກຂໍ້ຮຽກຮ້ອງນີ້?’ ຄວາມຈິງຊີ້ໃຫ້ເຫັນຢ່າງຈະແຈ້ງວ່ານີ້ກໍຄືສາສະໜາພະຍານພະເຢໂຫວາ.—ເອຊາອີ 43:10-12.

ເຈົ້າເດຈະເຮັດຫຍັງ?

15. ນອກຈາກຈະເຊື່ອວ່າພະເຈົ້າມີຊີວິດຢູ່ ພະອົງໄດ້ຮຽກຮ້ອງອັນໃດອີກຈາກເຮົາ?

15 ເພື່ອຈະໄດ້ຮັບຄວາມພໍໃຈຈາກພະເຈົ້າ ການເຊື່ອໃນພະອົງພຽງຢ່າງດຽວຍັງບໍ່ພໍ. ທີ່ຈິງຄຳພີໄບເບິນເວົ້າວ່າແມ່ນແຕ່ພວກພູດຜີປີສາດກໍເຊື່ອວ່າມີພະເຈົ້າ. (ຢາໂກໂບ 2:19) ເຫັນໄດ້ຢ່າງຈະແຈ້ງວ່າພວກມັນບໍ່ໄດ້ເຮັດຕາມໃຈປະສົງຂອງພະເຈົ້າ ແລະພວກມັນຈຶ່ງບໍ່ໄດ້ຮັບຄວາມພໍໃຈຈາກພະອົງ. ເພື່ອຈະໄດ້ຮັບການຍອມຮັບຈາກພະເຈົ້າ ເຮົາບໍ່ພຽງແຕ່ຕ້ອງເຊື່ອວ່າພະອົງມີຊີວິດຢູ່ ແຕ່ເຮົາຍັງຕ້ອງເຮັດຕາມໃຈປະສົງຂອງພະອົງນຳອີກ. ເຮົາຕ້ອງແຍກໂຕອອກຈາກສາສະໜາປອມແລະຍອມຮັບເອົາການນະມັດສະການແທ້.

16. ຄວນເຮັດແນວໃດຖ້າເຮົາມີສ່ວນໃນສາສະໜາປອມ?

16 ອັກຄະສາວົກໂປໂລຊີ້ແຈງວ່າເຮົາຕ້ອງບໍ່ມີສ່ວນກ່ຽວຂ້ອງກັບການນະມັດສະການປອມ. ລາວຂຽນວ່າ “ພະອົງເຈົ້າ [“ພະເຢໂຫວາ,” ລ.ມ.] ບອກວ່າ ‘ທ່ານທັງຫຼາຍຈົ່ງອອກມາຈາກທ່າມກາງເຂົາແລະຈົ່ງຢູ່ຕ່າງຫາກ ແລະຢ່າບາຍສິ່ງຂອງອັນຖ່ອຍຮ້າຍ ແລະເຮົາຈະຮັບທ່ານທັງຫຼາຍໄວ້.’” (2 ໂກລິນໂທ 6:17; ເອຊາອີ 52:11) ດ້ວຍເຫດນີ້ ຄລິດສະຕຽນແທ້ຈຶ່ງຫຼີກໜີຈາກສິ່ງໃດກໍຕາມທີ່ກ່ຽວຂ້ອງກັບການນະມັດສະການປອມ.

17, 18. “ບາບີໂລນໃຫຍ່” ແມ່ນຫຍັງ ແລະເປັນຫຍັງການ “ອອກມາຈາກເມືອງນັ້ນ” ຈຶ່ງເປັນເລື່ອງຮີບດ່ວນ?

17 ຄຳພີໄບເບິນຊີ້ໃຫ້ເຫັນວ່າສາສະໜາປອມທຸກໆຮູບແບບລ້ວນແຕ່ເປັນສ່ວນຂອງ “ບາບີໂລນໃຫຍ່.” * (ຄຳປາກົດ 17:5) ຊື່ນີ້ເຮັດໃຫ້ເຮົານຶກເຖິງເມືອງບາບີໂລນບູຮານ ເຊິ່ງສາສະໜາປອມໄດ້ເລີ່ມຕົ້ນຂຶ້ນພາຍຫຼັງນໍ້າຖ້ວມໂລກໃນສະໄໝຂອງທ່ານໂນເອ. ຫຼັກຄຳສອນແລະຮູບແບບການປະຕິບັດຫຼາຍຢ່າງຂອງສາສະໜາປອມທີ່ຖືເປັນເລື່ອງທຳມະດາໃນປັດຈຸບັນນີ້ໄດ້ກຳເນີດມາດົນແລ້ວໃນປະເທດບາບີໂລນ. ຕົວຢ່າງ ຊາວບາບີໂລນນະມັດສະການຕີເອການຸພາບ ຫຼືພະເຈົ້າທີ່ປະກອບດ້ວຍສາມອົງ. ໃນທຸກມື້ນີ້ ຄຳສອນຫຼັກຂອງຫຼາຍສາສະໜາແມ່ນເລື່ອງຕີເອການຸພາບ. ແຕ່ຄຳພີໄບເບິນສອນຢ່າງຊັດເຈນວ່າພະເຈົ້າທ່ຽງແທ້ມີພຽງແຕ່ອົງດຽວ ນັ້ນຄືພະເຢໂຫວາ ແລະສອນວ່າພະເຍຊູເປັນລູກຊາຍຂອງພະອົງ. (ໂຢຮັນ 17:3) ນອກຈາກນີ້ ຊາວບາບີໂລນຍັງເຊື່ອວ່າມະນຸດມີວິນຍານທີ່ເປັນອະມະຕະເຊິ່ງຈະຍັງມີຊີວິດຢູ່ຕໍ່ໄປຫຼັງຈາກທີ່ຄົນເຮົາຕາຍແລ້ວ ແລະວິນຍານນີ້ອາດຖືກທໍລະມານໃນສະຖານທີ່ທໍລະມານ. ໃນທຸກມື້ນີ້ ສາສະໜາສ່ວນຫຼາຍກໍສອນແນວນັ້ນ.

18 ເນື່ອງຈາກການນະມັດສະການຂອງຊາວບາບີໂລນໄດ້ແຜ່ຂະຫຍາຍໄປທົ່ວແຜ່ນດິນໂລກ ຈຶ່ງອາດເວົ້າໄດ້ຢ່າງຖືກຕ້ອງວ່າບາບີໂລນໃຫຍ່ໃນສະໄໝປັດຈຸບັນແມ່ນສາສະໜາປອມທັງໝົດໃນໂລກນີ້. ພະເຈົ້າໄດ້ບອກລ່ວງໜ້າວ່າສາສະໜາປອມທັງໝົດໃນໂລກນີ້ຈະເຖິງຈຸດຈົບແບບກະທັນຫັນ. (ຄຳປາກົດ 18:8) ເຈົ້າເຫັນບໍວ່າເປັນຫຍັງຈຶ່ງສຳຄັນຢ່າງຍິ່ງທີ່ຈະແຍກຕົວອອກມາຈາກທຸກສິ່ງທີ່ກ່ຽວຂ້ອງກັບບາບີໂລນໃຫຍ່? ພະເຢໂຫວາພະເຈົ້າຢາກໃຫ້ເຈົ້າ “ອອກມາຈາກເມືອງນັ້ນ” ໂດຍໄວໃນຂະນະທີ່ຍັງມີເວລາເຫຼືອຢູ່.—ຄຳປາກົດ 18:4.

ເມື່ອຮັບໃຊ້ພະເຢໂຫວາຮ່ວມກັບປະຊາຊົນຂອງພະອົງເຈົ້າຈະໄດ້ຮັບຫຼາຍກວ່າທີ່ເຈົ້າອາດສູນເສຍໄປ

19. ໂດຍການຮັບໃຊ້ພະເຢໂຫວາ ເຈົ້າຈະໄດ້ຮັບຫຍັງແດ່?

19 ເມື່ອຕັດສິນໃຈວ່າຈະເຊົານັບຖືສາສະໜາປອມ ບາງຄົນອາດເຊົາຄົບຫາກັບເຈົ້າ. ແຕ່ການທີ່ຮັບໃຊ້ພະເຢໂຫວາຮ່ວມກັບປະຊາຊົນຂອງພະອົງ ເຈົ້າເອງຈະໄດ້ຮັບຫຼາຍກວ່າທີ່ອາດສູນເສຍໄປ. ເຊັ່ນດຽວກັບພວກສາວົກຮຸ່ນທຳອິດຂອງພະເຍຊູທີ່ໄດ້ປະຖິ້ມສິ່ງອື່ນໆເພື່ອຕິດຕາມພະອົງ ໃນທີ່ສຸດເຈົ້າເອງກໍຈະມີພີ່ນ້ອງຊາຍຍິງມາກມາຍທີ່ມີຄວາມເຊື່ອຄືກັນກັບເຈົ້າ. ເຈົ້າຈະກາຍເປັນສ່ວນໜຶ່ງຂອງຄອບຄົວໃຫຍ່ທົ່ວໂລກທີ່ປະກອບດ້ວຍຄລິດສະຕຽນແທ້ຫຼາຍລ້ານຄົນເຊິ່ງສະແດງຄວາມຮັກແທ້ຕໍ່ເຈົ້າ. ແລະເຈົ້າເອງຈະມີຄວາມຫວັງອັນດີເລີດກ່ຽວກັບຊີວິດຕະຫຼອດໄປ “ໃນໂລກພາຍໜ້າ.” (ມາລະໂກ 10:28-30) ບາງເທື່ອໃນມື້ໜຶ່ງ ຜູ້ທີ່ປະຖິ້ມເຈົ້າຍ້ອນຄວາມເຊື່ອຂອງເຈົ້າ ອາດສຶກສາສິ່ງທີ່ຄຳພີໄບເບິນສອນແລ້ວກໍເຂົ້າມາເປັນຜູ້ນະມັດສະການພະເຢໂຫວາກໍເປັນໄດ້.

20. ສຳລັບຜູ້ທີ່ນັບຖືສາສະໜາແທ້ ມີຄວາມຫວັງອັນໃດໃນອະນາຄົດ?

20 ຄຳພີໄບເບິນສອນວ່າອີກບໍ່ດົນພະເຈົ້າຈະເຮັດໃຫ້ລະບົບຊົ່ວນີ້ສິ້ນສຸດລົງແລະຈະນຳເອົາໂລກໃໝ່ທີ່ຊອບທຳເຊິ່ງຢູ່ພາຍໃຕ້ການປົກຄອງຂອງລາຊະອານາຈັກຂອງພະອົງເຂົ້າມາປ່ຽນແທນ. (2 ເປໂຕ 3:9, 13) ໂລກນັ້ນຈະຄັກແທ້ໆ! ໃນລະບົບໃໝ່ທີ່ຊອບທຳນັ້ນ ຈະມີພຽງແຕ່ສາສະໜາດຽວແລະຈະມີການນະມັດສະການແທ້ອັນດຽວ. ຖືວ່າເປັນແນວທາງທີ່ສຸຂຸມບໍ່ແມ່ນບໍທີ່ເຈົ້າເອງຈະລົງມືເຮັດສິ່ງທີ່ຈຳເປັນເພື່ອມາຄົບຫາກັບຜູ້ນະມັດສະການແທ້ນັບແຕ່ບັດນີ້?

^ ຂໍ້ 17 ສຳລັບຂໍ້ມູນເພີ່ມເຕີມທີ່ວ່າບາບີໂລນໃຫຍ່ເປັນພາບທີ່ສະແດງເຖິງສາສະໜາປອມທັງໝົດໃນໂລກນີ້ ຂໍໃຫ້ເບິ່ງພາກຜະໜວກໜ້າ 219-220.