ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດທີຫ້າ

ຄ່າໄຖ່—ຂອງຂວັນທີ່ມີຄຸນຄ່າຫລາຍທີ່ສຸດຈາກພະເຈົ້າ

ຄ່າໄຖ່—ຂອງຂວັນທີ່ມີຄຸນຄ່າຫລາຍທີ່ສຸດຈາກພະເຈົ້າ
  • ຄ່າໄຖ່ແມ່ນຫຍັງ?

  • ມີການຈັດຕຽມຄ່າໄຖ່ ໂດຍວິທີໃດ?

  • ຄ່າໄຖ່ໝາຍເຖິງຫຍັງ ແດ່ສຳລັບເຈົ້າ?

  • ເຈົ້າຈະສະແດງໃຫ້ເຫັນໂດຍວິທີໃດວ່າ ເຈົ້າຮູ້ສຶກຂອບໃຈສຳລັບຄ່າໄຖ່?

1, 2. (ກ) ຂອງຂວັນຈະມີຄ່າຫຼາຍທີ່ສຸດຕໍ່ເຮົາເປັນສ່ວນຕົວເມື່ອໃດ? (ຂ) ເປັນຫຍັງຈຶ່ງເວົ້າໄດ້ວ່າຄ່າໄຖ່ເປັນຂອງຂວັນທີ່ມີຄ່າຫຼາຍທີ່ສຸດທີ່ເຈົ້າຈະຮັບໄດ້?

ຂອງຂວັນທີ່ມີຄ່າຫຼາຍທີ່ສຸດທີ່ເຈົ້າເຄີຍໄດ້ຮັບແມ່ນຫຍັງ? ຂອງຂວັນທີ່ມີຄ່າບໍ່ຕ້ອງມີລາຄາສູງ. ທີ່ຈິງແລ້ວ ຄຸນຄ່າທີ່ແທ້ຈິງຂອງຂອງຂວັນບໍ່ໄດ້ວັດແທກດ້ວຍລາຄາ. ແທນທີ່ຈະເປັນແນວນັ້ນ ຂອງຂວັນອັນໜຶ່ງຈະມີຄ່າຫຼາຍຕໍ່ເຮົາກໍຕໍ່ເມື່ອຂອງຂວັນນັ້ນເຮັດໃຫ້ເຮົາມີຄວາມສຸກຫຼືສະໜອງຄວາມຈຳເປັນແທ້ໆໃນຊີວິດຂອງເຮົາ.

2 ໃນບັນດາຂອງຂວັນຫຼາຍຢ່າງທີ່ເຮົາຄາດຫວັງໄວ້ວ່າຈະໄດ້ຮັບ ມີຢ່າງດຽວທີ່ດີເລີດກວ່າຂອງຂວັນອື່ນໆ. ນັ້ນແມ່ນຂອງຂວັນທີ່ພະເຈົ້າມອບໃຫ້ແກ່ມະນຸດ. ພະເຢໂຫວາໃຫ້ຫຼາຍສິ່ງແກ່ເຮົາ ແຕ່ຂອງຂວັນທີ່ມີຄ່າຫຼາຍທີ່ສຸດທີ່ພະອົງໃຫ້ເຮົາ ນັ້ນແມ່ນຊີວິດຂອງພະເຍຊູຄລິດລູກຊາຍຂອງພະອົງທີ່ໄດ້ສະລະເພື່ອເປັນຄ່າໄຖ່ໃຫ້ເຮົາ. (ມັດທາຍ 20:28) ດັ່ງທີ່ຈະເຫັນໃນບົດນີ້ ຄ່າໄຖ່ແມ່ນຂອງຂວັນທີ່ມີຄ່າທີ່ສຸດເຊິ່ງເຈົ້າຈະຮັບໄດ້ ເພາະຄ່າໄຖ່ສາມາດນຳເອົາຄວາມສຸກຫຼາຍມາໃຫ້ແລະສະໜອງຄວາມຈຳເປັນທີ່ສຳຄັນທີ່ສຸດແກ່ເຈົ້າ. ທີ່ຈິງແລ້ວຄ່າໄຖ່ເປັນການສະແດງເຖິງຄວາມຮັກອັນຍິ່ງໃຫຍ່ທີ່ສຸດທີ່ພະເຢໂຫວາມີຕໍ່ເຈົ້າ.

ຄ່າໄຖ່ແມ່ນຫຍັງ?

3. ຄ່າໄຖ່ແມ່ນຫຍັງ ແລະເຮົາຕ້ອງເຂົ້າໃຈເລື່ອງໃດເພື່ອຈະຮູ້ວ່າຄ່າໄຖ່ນີ້ເປັນຂອງຂວັນທີ່ມີຄ່າຫຼາຍ?

3 ເວົ້າງ່າຍໆຄ່າໄຖ່ແມ່ນວິທີການຂອງພະເຢໂຫວາທີ່ຈະຊ່ວຍມະນຸດໃຫ້ຫລຸດພົ້ນອອກຈາກບາບແລະຄວາມຕາຍ. (ເອເຟດ 1:7) ເພື່ອຈະເຂົ້າໃຈຄວາມໝາຍຂອງຄຳສອນນີ້ໃນຄຳພີໄບເບິນ ເຮົາຕ້ອງຄິດຄືນກ່ຽວກັບສິ່ງທີ່ໄດ້ເກີດຂຶ້ນໃນສວນເອເດນ. ທຳອິດຖ້າເຮົາເຂົ້າໃຈວ່າອາດາມໄດ້ເຮັດຫຍັງສູນເສຍໄປຕອນທີ່ລາວເຮັດບາບ ເຮົາກໍຈະເຂົ້າໃຈເຫດຜົນທີ່ຄ່າໄຖ່ເປັນຂອງຂວັນທີ່ມີຄ່າຫຼາຍຕໍ່ເຮົາ.

4. ໃນກໍລະນີຂອງອາດາມ ຊີວິດມະນຸດທີ່ສົມບູນແບບໝາຍເຖິງຫຍັງ?

4 ເມື່ອພະເຢໂຫວາສ້າງອາດາມ ພະອົງໄດ້ມອບສິ່ງທີ່ມີຄ່າແທ້ໆໃຫ້ລາວ ນັ້ນແມ່ນຊີວິດມະນຸດທີ່ສົມບູນແບບ. ຂໍໃຫ້ຄິດເບິ່ງວ່າມັນໝາຍເຖິງຫຍັງສຳລັບອາດາມ. ຍ້ອນລາວຖືກສ້າງໃຫ້ມີຮ່າງກາຍແລະຈິດໃຈທີ່ສົມບູນແບບ ລາວຈະບໍ່ມີວັນເຈັບປ່ວຍ ເຖົ້າແກ່ ຫຼືຕາຍ. ໃນຖານະເປັນມະນຸດສົມບູນແບບ ລາວມີສາຍສຳພັນທີ່ພິເສດກັບພະເຢໂຫວາ. ຄຳພີໄບເບິນບອກວ່າອາດາມເປັນ “ລູກຂອງພະເຈົ້າ.” (ລືກາ 3:38) ດ້ວຍເຫດນີ້ ອາດາມຈຶ່ງມີສາຍສຳພັນທີ່ໃກ້ຊິດກັບພະເຢໂຫວາພະເຈົ້າຄືກັບລູກຊາຍມີຕໍ່ພໍ່ຜູ້ມີຄວາມຮັກ. ພະເຢໂຫວາເວົ້າກັບລູກຊາຍຂອງພະອົງທີ່ຢູ່ທາງແຜ່ນດິນໂລກ ມອບວຽກທີ່ເຮັດໃຫ້ລາວອີ່ມໃຈພໍໃຈ ແລະບອກສິ່ງທີ່ຄາດໝາຍຈາກລາວ.—ຕົ້ນເດີມ 1:28-30; 2:16, 17.

5. ຄຳພີໄບເບິນໝາຍຄວາມວ່າແນວໃດເມື່ອບອກວ່າອາດາມຖືກສ້າງ “ຕາມຮູບຂອງພະເຈົ້າ”?

5 ອາດາມຖືກສ້າງ “ຕາມຮູບຂອງພະເຈົ້າ.” (ຕົ້ນເດີມ 1:27) ເລື່ອງນີ້ບໍ່ໄດ້ໝາຍຄວາມວ່າອາດາມມີຮູບຮ່າງໜ້າຕາຄືກັບພະເຈົ້າ. ຕາມທີ່ເຮົາໄດ້ຮຽນໃນບົດທີ 1 ແລ້ວ ພະເຢໂຫວາເປັນກາຍວິນຍານທີ່ບໍ່ສາມາດເຫັນໄດ້. (ໂຢຮັນ 4:24) ດ້ວຍເຫດນີ້ ຮ່າງກາຍຂອງພະເຢໂຫວາຈຶ່ງບໍ່ມີເລືອດແລະເນື້ອໜັງ. ການຖືກສ້າງຂຶ້ນຕາມຮູບແບບຂອງພະເຈົ້າໝາຍຄວາມວ່າອາດາມຖືກສ້າງໃຫ້ມີຄຸນລັກສະນະແບບດຽວກັບທີ່ພະເຈົ້າມີເຊິ່ງມີຄວາມຮັກ ສະຕິປັນຍາ ຄວາມຍຸຕິທຳ ແລະອຳນາດ. ອາດາມຍັງຄືກັບພໍ່ໃນອີກແງ່ໜຶ່ງທີ່ສຳຄັນ ນັ້ນແມ່ນລາວມີເຈດຈຳນົງເສລີ. ດັ່ງນັ້ນອາດາມຈຶ່ງບໍ່ຄືກັບຫຸ່ນຍົນທີ່ເຮັດວຽກຕາມທີ່ມັນຖືກອອກແບບໃຫ້ເຮັດຫຼືເຮັດຕາມຄຳສັ່ງທີ່ກຳນົດໄວ້ໃຫ້ເຮັດຕາມເທົ່ານັ້ນ. ແທນທີ່ຈະເປັນແນວນັ້ນ ລາວສາມາດຕັດສິນໃຈເອົາເອງແລະຍັງສາມາດເລືອກຈະເຮັດໃນສິ່ງທີ່ຖືກຫຼືສິ່ງທີ່ຜິດ. ຖ້າລາວໄດ້ເລືອກເຊື່ອຟັງພະເຈົ້າ ລາວຈະໄດ້ມີຊີວິດຕະຫຼອດໄປເທິງແຜ່ນດິນໂລກທີ່ເປັນອຸທິຍານ.

6. ເມື່ອອາດາມບໍ່ເຊື່ອຟັງພະເຈົ້າ ລາວສູນເສຍຫຍັງ ແລະລູກຫຼານຂອງລາວໄດ້ຮັບຜົນກະທົບຄືແນວໃດ?

6 ເຫັນໄດ້ຈະແຈ້ງວ່າເມື່ອອາດາມບໍ່ເຊື່ອຟັງພະເຈົ້າແລະຖືກຕັດສິນລົງໂທດໃຫ້ຕາຍ ລາວຈຶ່ງສູນເສຍຢ່າງແສນສາຫັດ. ບາບເຮັດໃຫ້ລາວສູນເສຍຊີວິດມະນຸດສົມບູນແບບພ້ອມກັບຜົນປະໂຫຍດທຸກຢ່າງທີ່ມີໃນຊີວິດສົມບູນແບບ. (ຕົ້ນເດີມ 3:17-19) ເປັນຕາເສົ້າໃຈ ອາດາມບໍ່ພຽງແຕ່ເຮັດໃຫ້ຕົວເອງສູນເສຍຊີວິດທີ່ມີຄ່າເທົ່ານັ້ນ ແຕ່ຍັງເຮັດໃຫ້ລູກຫຼານທີ່ເກີດມາໃນອະນາຄົດສູນເສຍຊີວິດທີ່ມີຄ່ານີ້ໄປນຳ. ພະຄຳຂອງພະເຈົ້າບອກວ່າ “ຄວາມບາບໄດ້ເຂົ້າມາໃນໂລກເພາະຄົນຜູ້ດຽວ [ອາດາມ] ສັນໃດ ແລະຄວາມຕາຍເຂົ້າມາດ້ວຍຄວາມບາບນັ້ນ ແລະສັນນັ້ນຄວາມຕາຍໄດ້ມາຖືກຄົນທັງປວງ ເພາະເຂົາທຸກຄົນໄດ້ກະທຳການບາບແລ້ວ.” (ໂລມ 5:12) ທີ່ຈິງ ເຮົາທຸກຄົນສືບທອດບາບມາຈາກອາດາມ. ດັ່ງນັ້ນ ຄຳພີໄບເບິນຈຶ່ງກ່າວວ່າລາວໄດ້ “ຂາຍ” ຕົນເອງແລະລູກຫຼານໃຫ້ເປັນທາດຂອງບາບແລະຄວາມຕາຍ. (ໂລມ 7:14) ເນື່ອງຈາກອາດາມແລະເອວາຕັ້ງໃຈເລືອກບໍ່ເຊື່ອຟັງພະເຈົ້າ ດັ່ງນັ້ນທັງສອງຈຶ່ງບໍ່ມີຄວາມຫວັງຫຍັງເລີຍ. ແຕ່ຊິວ່າແນວໃດສຳລັບລູກຫຼານຂອງເຂົາເຈົ້າເຊິ່ງລວມເຖິງເຮົານຳ?

7, 8. ໂດຍພື້ນຖານແລ້ວຄ່າໄຖ່ໝາຍເຖິງສອງຢ່າງອັນໃດແດ່?

7 ພະເຢໂຫວາຊ່ວຍເຫຼືອມະນຸດໂດຍທາງຄ່າໄຖ່. ຄ່າໄຖ່ໝາຍເຖິງອັນໃດແດ່? ໂດຍພື້ນຖານແລ້ວແນວຄິດເລື່ອງຄ່າໄຖ່ໝາຍເຖິງສອງຢ່າງ. ຢ່າງທຳອິດ ຄ່າໄຖ່ແມ່ນເງິນທີ່ຈ່າຍໄປເພື່ອແລກກັບການປ່ອຍໂຕຫຼືເພື່ອຊື້ບາງສິ່ງກັບຄືນມາ. ຄ່າໄຖ່ນີ້ອາດທຽບໄດ້ກັບເງິນທີ່ຈ່າຍໄປເພື່ອແລກກັບການປ່ອຍໂຕສະເລີຍໃນສົງຄາມ. ຢ່າງທີສອງ ຄ່າໄຖ່ແມ່ນລາຄາທີ່ໃຊ້ແທນຫຼືຈ່າຍຄ່າເພື່ອສິ່ງໃດສິ່ງໜຶ່ງ. ຄ່າໄຖ່ນີ້ຄ້າຍກັບເປັນເງິນທີ່ຈ່າຍເພື່ອຊົດໃຊ້ຄ່າເສຍຫາຍທີ່ເກີດຈາກການບາດເຈັບ. ຕົວຢ່າງເຊັ່ນ ຖ້າຄົນຜູ້ໜຶ່ງເປັນຕົ້ນເຫດທີ່ເຮັດໃຫ້ເກີດອຸບັດເຫດ ລາວຕ້ອງຈ່າຍໃນຈຳນວນເງິນທີ່ທຽບເທົ່າກັບສິ່ງທີ່ເສຍຫາຍນັ້ນ.

8 ຈະເປັນໄປໄດ້ແນວໃດທີ່ຈະຊົດໃຊ້ຄວາມເສຍຫາຍອັນໃຫຍ່ຫຼວງທີ່ອາດາມເຮັດກັບເຮົາໝົດທຸກຄົນ ແລະປົດປ່ອຍເຮົາອອກຈາກການເປັນທາດຂອງບາບແລະຄວາມຕາຍ? ຂໍໃຫ້ເຮົາສຶກສາເລື່ອງຄ່າໄຖ່ທີ່ພະເຢໂຫວາໄດ້ຈັດຕຽມແລະຜົນປະໂຫຍດທີ່ເຈົ້າຈະໄດ້ຮັບ.

ວິທີທີ່ພະເຢໂຫວາຈັດຕຽມຄ່າໄຖ່

9. ຈຳເປັນຕ້ອງມີຄ່າໄຖ່ແບບໃດ?

9 ເນື່ອງຈາກຊີວິດມະນຸດສົມບູນແບບໄດ້ສູນເສຍໄປແລ້ວ ຈຶ່ງບໍ່ມີມະນຸດທີ່ບໍ່ສົມບູນແບບຄົນໃດສາມາດຊື້ຊີວິດມະນຸດທີ່ສົມບູນແບບຄືນມາໄດ້. (ຄຳເພງ 49:7, 8) ສິ່ງທີ່ຈຳເປັນກໍຄືຄ່າໄຖ່ທີ່ມີຄ່າທຽບເທົ່າກັບສິ່ງທີ່ສູນເສຍໄປ. ເລື່ອງນີ້ຈຶ່ງສອດຄ່ອງກັບຫຼັກການຄວາມຍຸຕິທຳອັນສົມບູນພ້ອມເຊິ່ງບັນທຶກໄວ້ໃນພະຄຳຂອງພະເຈົ້າທີ່ບອກວ່າ “ຊີວິດແທນຊີວິດ.” (ພະບັນຍັດ 19:21) ດັ່ງນັ້ນຈະເອົາສິ່ງໃດມາຊົດໃຊ້ມູນຄ່າຂອງຊີວິດມະນຸດສົມບູນແບບທີ່ອາດາມເຮັດໃຫ້ສູນເສຍໄປ? ຈຳເປັນຕ້ອງມີຊີວິດມະນຸດສົມບູນແບບຂອງອີກຄົນໜຶ່ງມາເປັນຄ່າໄຖ່ທີ່ມີຄ່າທຽບເທົ່າກັນ.—1 ຕີໂມເຕ 2:6.

10. ພະເຢໂຫວາຈັດຕຽມຄ່າໄຖ່ໂດຍວິທີໃດ?

10 ພະເຢໂຫວາຈັດຕຽມຄ່າໄຖ່ໂດຍວິທີໃດ? ພະອົງໄດ້ສົ່ງລູກຊາຍຜູ້ໜຶ່ງທີ່ເປັນກາຍວິນຍານເຊິ່ງສົມບູນແບບໃຫ້ມາແຜ່ນດິນໂລກ. ແນວໃດກໍຕາມ ພະເຢໂຫວາບໍ່ໄດ້ຮ່າວສົ່ງກາຍວິນຍານອົງໃດກໍໄດ້ລົງມາ. ພະອົງໄດ້ສົ່ງຜູ້ທີ່ພະອົງແພງທີ່ສຸດ ຜູ້ນັ້ນແມ່ນລູກຊາຍຜູ້ດຽວທີ່ພະອົງໄດ້ສ້າງໂດຍກົງ. (1 ໂຢຮັນ 4:9, 10) ລູກຜູ້ນີ້ໄດ້ອອກຈາກບ້ານທີ່ຢູ່ທາງພາກສະຫວັນດ້ວຍຄວາມເຕັມໃຈ. (ຟີລິບ 2:7) ດັ່ງທີ່ເຮົາໄດ້ຮຽນໃນບົດກ່ອນແລ້ວ ພະເຢໂຫວາໄດ້ເຮັດການອັດສະຈັນເມື່ອຍ້າຍຊີວິດລູກຊາຍຜູ້ນີ້ໃຫ້ມາຢູ່ໃນທ້ອງຂອງນາງມາລີ. ໂດຍທາງພະວິນຍານບໍລິສຸດຂອງພະເຈົ້າ ພະເຍຊູຈຶ່ງເກີດມາເປັນມະນຸດສົມບູນແບບແລະບໍ່ໄດ້ຢູ່ພາຍໃຕ້ການລົງໂທດຂອງບາບ.—ລືກາ 1:35.

ພະເຢໂຫວາມອບລູກຊາຍຜູ້ດຽວທີ່ພະອົງໄດ້ສ້າງໂດຍກົງໃຫ້ເປັນຄ່າໄຖ່ສຳລັບເຮົາ

11. ເປັນໄປໄດ້ແນວໃດທີ່ຄົນຜູ້ດຽວຈະເປັນຄ່າໄຖ່ສຳລັບຫຼາຍລ້ານຄົນ?

11 ທີ່ຈິງແລ້ວ ຄົນຜູ້ດຽວຈະເປັນຄ່າໄຖ່ສຳລັບຫຼາຍລ້ານຄົນໄດ້ແນວໃດ? ຄັນຊັ້ນ ຕອນທຳອິດມະນຸດຫຼາຍລ້ານຄົນກາຍເປັນຄົນບາບໄດ້ແນວໃດລະ? ຂໍໃຫ້ຈື່ໄວ້ວ່າຍ້ອນເຮັດບາບ ອາດາມຈຶ່ງເຮັດໃຫ້ຊີວິດມະນຸດສົມບູນແບບເຊິ່ງເປັນຊັບສົມບັດທີ່ມີຄ່າສູນເສຍໄປ. ດ້ວຍເຫດນີ້ລາວຈຶ່ງບໍ່ສາມາດຖ່າຍທອດຊີວິດສົມບູນແບບໃຫ້ລູກຫຼານຂອງຕົນ. ແທນທີ່ຈະເປັນແນວນັ້ນ ລາວພັດຖ່າຍທອດແຕ່ບາບແລະຄວາມຕາຍເທົ່ານັ້ນ. ພະເຍຊູຜູ້ທີ່ຄຳພີໄບເບິນເອີ້ນວ່າ “ອາດາມອົງທີ່ສຸດ” ມີຊີວິດມະນຸດທີ່ສົມບູນແບບ ແລະພະອົງບໍ່ເຄີຍເຮັດບາບ. (1 ໂກລິນໂທ 15:45) ໃນແງ່ໜຶ່ງ ພະເຍຊູເຂົ້າມາແທນບ່ອນອາດາມເພື່ອຊ່ວຍພວກເຮົາໃຫ້ລອດ. ໂດຍການສະລະຊີວິດມະນຸດສົມບູນແບບຂອງຕົນແລະຍັງເຊື່ອຟັງພະເຈົ້າໃນທຸກເລື່ອງ ພະເຍຊູໄດ້ຊົດໃຊ້ແທນບາບຂອງອາດາມ. ດ້ວຍເຫດນີ້ພະເຍຊູຈຶ່ງເຮັດໃຫ້ລູກຫຼານຂອງອາດາມມີຄວາມຫວັງ.—ໂລມ 5:19; 1 ໂກລິນໂທ 15:21, 22.

12. ການທົນທຸກທໍລະມານຂອງພະເຍຊູພິສູດເຖິງເລື່ອງໃດ?

12 ຄຳພີໄບເບິນໃຫ້ລາຍລະອຽດກ່ຽວກັບຄວາມທຸກທໍລະມານທີ່ພະເຍຊູປະສົບກ່ອນສິ້ນຊີວິດ. ພະອົງຖືກຂ້ຽນຕີແບບທາລຸນ ຖືກຕອກເທິງຫຼັກຢ່າງໂຫດຫ້ຽມ ແລະສິ້ນຊີວິດຢ່າງທໍລະມານຢູ່ເທິງເສົາທໍລະມານ. (ໂຢຮັນ 19:1, 16-18, 30; ພາກຜະໜວກໜ້າ 204-206) ເປັນຫຍັງພະເຍຊູຈຶ່ງຕ້ອງທົນທຸກທໍລະມານຫຼາຍປານນັ້ນ? ໃນບົດຕໍ່ໆໄປນີ້ ເຮົາຈະຮຽນຮູ້ວ່າຊາຕານໄດ້ຍົກຂໍ້ສົງໄສວ່າຈະບໍ່ມີມະນຸດຈັກຄົນທີ່ເປັນຜູ້ຮັບໃຊ້ຂອງພະເຢໂຫວາຈະຮັກສາຄວາມສັດຊື່ພາຍໃຕ້ການທົດລອງໄດ້. ໂດຍການອົດທົນຢ່າງສັດຊື່ ເຖິງແມ່ນວ່າຕ້ອງປະສົບກັບຄວາມທໍລະມານຢ່າງໜັກ ພະເຍຊູໃຫ້ຄຳຕອບທີ່ດີທີ່ສຸດເທົ່າທີ່ເປັນໄປໄດ້ຕໍ່ຂໍ້ທ້າທາຍຂອງຊາຕານ. ພະເຍຊູໄດ້ພິສູດວ່າມະນຸດສົມບູນແບບທີ່ມີເຈດຈຳນົງເສລີສາມາດຮັກສາຄວາມຊື່ສັດໝັ້ນຄົງຕໍ່ພະເຈົ້າບໍ່ວ່າພະຍາມານຈະເຮັດແນວໃດກໍຕາມ. ພະເຢໂຫວາຕ້ອງຮູ້ສຶກຍິນດີຫຼາຍແທ້ໆທີ່ລູກຊາຍສຸດທີ່ຮັກສັດຊື່ຕໍ່ພະອົງ!—ສຸພາສິດ 27:11.

13. ມີການຊຳລະຄ່າໄຖ່ໂດຍວິທີໃດ?

13 ມີການຊຳລະຄ່າໄຖ່ໂດຍວິທີໃດ? ໃນວັນທີ 14 ເດືອນນີຊານຂອງຊາວຢິວ ໃນປີ 33 ສ.ສ. ພະເຈົ້າຍອມໃຫ້ລູກຊາຍທີ່ເປັນມະນຸດສົມບູນແບບແລະບໍ່ມີບາບຖືກປະຫານຊີວິດ. ໂດຍວິທີນີ້ ພະເຍຊູຈຶ່ງສະລະຊີວິດມະນຸດສົມບູນແບບຂອງຕົນ “ເທື່ອດຽວສິ້ນສຸດ.” (ເຫບເລີ 10:10) ໃນມື້ທີສາມຫຼັງຈາກພະອົງສິ້ນຊີວິດ ພະເຢໂຫວາໄດ້ປຸກພະເຍຊູໃຫ້ຄືນມາມີຊີວິດໃນສະພາບທີ່ເປັນກາຍວິນຍານ. ໃນສະຫວັນ ພະເຍຊູໄດ້ມອບຄຸນຄ່າຊີວິດມະນຸດສົມບູນແບບທີ່ພະອົງໄດ້ສະລະເປັນຄ່າໄຖ່ນັ້ນໃຫ້ກັບພະເຈົ້າເພື່ອໄຖ່ຊີວິດລູກຫຼານຂອງອາດາມ. (ເຫບເລີ 9:24) ພະເຢໂຫວາຍອມຮັບຄຸນຄ່າຂອງການເສຍສະລະຊີວິດຂອງພະເຍຊູໃນຖານະເປັນຄ່າໄຖ່ເຊິ່ງເປັນສິ່ງຈຳເປັນເພື່ອຊ່ວຍມະນຸດໃຫ້ຫລຸດພົ້ນຈາກການເປັນທາດຂອງບາບແລະຄວາມຕາຍ.—ໂລມ 3:23, 24.

ສິ່ງທີ່ຄ່າໄຖ່ອາດຈະໝາຍເຖິງສຳລັບເຈົ້າ

14, 15. ເພື່ອຈະໄດ້ຮັບການ “ຍົກບາບຍົກຜິດຂອງເຮົາທັງຫຼາຍ” ເຮົາຕ້ອງເຮັດຫຍັງ?

14 ທັງໆທີ່ຢູ່ໃນສະພາບມີບາບ ເຮົາສາມາດໄດ້ຮັບຄວາມພອນຕ່າງໆທີ່ລໍ້າຄ່າເນື່ອງຈາກຄ່າໄຖ່ນັ້ນ. ຂໍໃຫ້ເຮົາມາເບິ່ງຜົນປະໂຫຍດຕ່າງໆທີ່ມີໃນປັດຈຸບັນແລະທີ່ຈະມີໃນອະນາຄົດຈາກຂອງຂວັນນີ້ທີ່ມີຄ່າຫຼາຍທີ່ສຸດເຊິ່ງມາຈາກພະເຈົ້າ.

15 ການໃຫ້ອະໄພບາບ. ເນື່ອງຈາກສືບທອດຄວາມບໍ່ສົມບູນແບບ ເຮົາຈຶ່ງຕ້ອງພະຍາຍາມແທ້ໆເພື່ອຈະເຮັດໃນສິ່ງທີ່ຖືກຕ້ອງ. ເຮົາທຸກຄົນຜິດພາດທັງໃນຄຳເວົ້າແລະການກະທຳ ແຕ່ໂດຍທາງຄ່າໄຖ່ຂອງພະເຍຊູ ເຮົາສາມາດໄດ້ຮັບການ “ຍົກບາບຍົກຜິດຂອງເຮົາທັງຫຼາຍ.” (ໂກໂລດ 1:13, 14) ແນວໃດກໍຕາມ ເພື່ອຈະໄດ້ຮັບການໃຫ້ອະໄພ ເຮົາຕ້ອງປະໃຈເກົ່າເອົາໃຈໃໝ່ແທ້ໆ. ນອກຈາກນີ້ ເຮົາຍັງຕ້ອງອ້ອນວອນຕໍ່ພະເຢໂຫວາດ້ວຍຄວາມຖ່ອມໃຈ ແລະຂໍອະໄພຈາກພະອົງໂດຍອາໄສຄວາມເຊື່ອທີ່ເຮົາມີໃນເຄື່ອງບູຊາທີ່ເປັນຄ່າໄຖ່ຂອງລູກຊາຍພະອົງ.—1 ໂຢຮັນ 1:8, 9.

16. ອັນໃດເຮັດໃຫ້ເຮົານະມັດສະການພະເຈົ້າໄດ້ດ້ວຍຄວາມຮູ້ສຶກທີ່ວ່າເຮົາມີຖານະທີ່ດີຕໍ່ພະອົງ ແລະນັ້ນຈະມີປະໂຫຍດແນວໃດ?

16 ຄວາມຮູ້ສຶກທີ່ວ່າເຮົາມີຖານະທີ່ດີຕໍ່ພະເຈົ້າ. ຄວາມຮູ້ສຶກຜິດອາດພາໄປສູ່ຄວາມສິ້ນຫວັງໄດ້ງ່າຍແລະເຮັດໃຫ້ຮູ້ສຶກວ່າຕົນເອງບໍ່ມີຄ່າ. ແນວໃດກໍຕາມ ຄ່າໄຖ່ເຮັດໃຫ້ການໃຫ້ອະໄພບາບເປັນເລື່ອງທີ່ເປັນໄປໄດ້ ດ້ວຍຄວາມກະລຸນາ ພະເຢໂຫວາຊ່ວຍເຮົາໃຫ້ນະມັດສະການພະອົງດ້ວຍຄວາມຮູ້ສຶກທີ່ວ່າເຮົາມີຖານະທີ່ດີຕໍ່ພະອົງທັງໆທີ່ບໍ່ສົມບູນແບບ. (ເຫບເລີ 9:13, 14) ການຮູ້ສຶກແບບນີ້ເຮັດໃຫ້ເຮົາມີຄວາມກ້າທີ່ຈະເວົ້າກັບພະເຢໂຫວາ. ດັ່ງນັ້ນເຮົາຈຶ່ງສາມາດອະທິດຖານເຖິງພະອົງໄດ້ຢ່າງສະບາຍໃຈ. (ເຫບເລີ 4:14-16) ການຮັກສາຖານະທີ່ດີເຊັ່ນນີ້ໄວ້ຊ່ວຍໃຫ້ເຮົາສະຫງົບໃຈ ສົ່ງເສີມການນັບຖືຕົນເອງແລະເຮັດໃຫ້ມີຄວາມສຸກ.

17. ຍ້ອນພະເຍຊູຕາຍແທນເຮົາ ຈຶ່ງເປັນໄປໄດ້ທີ່ຈະຮັບຄວາມພອນອັນໃດແດ່?

17 ຄວາມຫວັງເລື່ອງຊີວິດຕະຫຼອດໄປຢູ່ເທິງແຜ່ນດິນໂລກທີ່ເປັນອຸທິຍານ. ໂລມ 6:23 ບອກວ່າ “ຄ່າຈ້າງຂອງຄວາມບາບເປັນຄວາມຕາຍ.” ໃນຂໍ້ນັ້ນຍັງເວົ້າອີກວ່າ “ແຕ່ວ່າຂອງປະທານພະຄຸນແຫ່ງພະເຈົ້າເປັນຊີວິດອັນຕະຫຼອດໄປເປັນນິດ.” ໃນບົດທີ 3 ຂອງປຶ້ມນີ້ເຮົາໄດ້ຮຽນຮູ້ກ່ຽວກັບຄວາມພອນຕ່າງໆທີ່ຈະມີໃນອຸທິຍານເທິງແຜ່ນດິນໂລກທີ່ກຳລັງມາເຖິງ. (ຄຳປາກົດ 21:3, 4) ຄວາມພອນທັງໝົດນີ້ລວມເຖິງຊີວິດຕະຫຼອດໄປພ້ອມດ້ວຍສຸຂະພາບທີ່ສົມບູນແບບ ລ້ວນແຕ່ມີທາງເປັນໄປໄດ້ກໍຍ້ອນພະເຍຊູໄດ້ສິ້ນຊີວິດແທນພວກເຮົາ. ເພື່ອຈະໄດ້ຮັບຄວາມພອນເຫຼົ່ານີ້ ເຮົາຕ້ອງສະແດງວ່າເຮົາຂອບໃຈສຳລັບຂອງຂວັນທີ່ເປັນຄ່າໄຖ່ນີ້.

ເຈົ້າຈະສະແດງຄວາມ ຂອບໃຈໄດ້ແນວໃດ?

18. ເປັນຫຍັງເຮົາຈຶ່ງຄວນຂອບໃຈພະເຢໂຫວາສຳລັບການຈັດຕຽມຄ່າໄຖ່?

18 ເປັນຫຍັງເຮົາຄວນຂອບໃຈພະເຢໂຫວາແທ້ໆໃນເລື່ອງຄ່າໄຖ່? ທີ່ຈິງຂອງຂວັນຈະມີຄ່າເປັນພິເສດເມື່ອຜູ້ໃຫ້ໄດ້ສະລະເວລາ ໄດ້ອອກຄວາມພະຍາຍາມ ຫຼືໄດ້ຈ່າຍເງິນເພື່ອຈະໄດ້ຂອງຂວັນໃຫ້ເຮົາ. ເຮົາຮູ້ສຶກປະທັບໃຈເມື່ອເຫັນວ່າຂອງຂວັນນັ້ນເປັນການສະທ້ອນເຖິງຄວາມຮັກທີ່ແທ້ຈິງຂອງຜູ້ໃຫ້ທີ່ມີຕໍ່ເຮົາ. ຄ່າໄຖ່ເປັນຂອງຂວັນທີ່ມີຄ່າຫຼາຍທີ່ສຸດໃນຂອງຂວັນທັງໝົດເນື່ອງຈາກວ່າພະເຈົ້າໄດ້ເສຍສະລະຫຼາຍທີ່ສຸດເທົ່າທີ່ເຄີຍເຮັດມາເພື່ອຈັດຕຽມຄ່າໄຖ່ນີ້. ໂຢຮັນ 3:16 ບອກວ່າ “ພະເຈົ້າໄດ້ຮັກມະນຸດສະໂລກຫຼາຍປານນັ້ນຈົນໄດ້ປະທານໃຫ້ພະບຸດອົງດຽວຂອງພະອົງ.” ຄ່າໄຖ່ເປັນຫຼັກຖານອັນເດັ່ນທີ່ສຸດເຊິ່ງສະແດງເຖິງຄວາມຮັກຂອງພະເຢໂຫວາທີ່ມີຕໍ່ເຮົາ. ຄ່າໄຖ່ຍັງເປັນຫຼັກຖານທີ່ສະແດງເຖິງຄວາມຮັກຂອງພະເຍຊູນຳອີກ ເພາະພະອົງເຕັມໃຈມອບຊີວິດຂອງຕົນເອງເພື່ອພວກເຮົາ. (ໂຢຮັນ 15:13) ດ້ວຍເຫດນີ້ ຂອງຂວັນທີ່ເປັນຄ່າໄຖ່ນີ້ຄວນເຮັດໃຫ້ເຮົາໝັ້ນໃຈວ່າພະເຢໂຫວາແລະລູກຊາຍຂອງພະອົງຮັກເຮົາແຕ່ລະຄົນ.—ຄາລາຊີ 2:20.

ການຮຽນຮູ້ຫຼາຍຂຶ້ນກ່ຽວກັບພະເຢໂຫວາແມ່ນວິທີໜຶ່ງທີ່ສະແດງວ່າເຈົ້າຮູ້ສຶກຂອບໃຈສຳລັບຄ່າໄຖ່ເຊິ່ງເປັນຂອງຂວັນທີ່ມາຈາກພະອົງ

19, 20. ເຈົ້າຈະສະແດງໃຫ້ເຫັນໃນທາງໃດແດ່ວ່າຮູ້ສຶກຂອບໃຈສຳລັບຂອງຂວັນທີ່ເປັນຄ່າໄຖ່ເຊິ່ງມາຈາກພະເຈົ້າ?

19 ເມື່ອເປັນແນວນັ້ນເຈົ້າຈະສະແດງໃຫ້ເຫັນແນວໃດວ່າຮູ້ສຶກຂອບໃຈສຳລັບການຈັດຕຽມຄ່າໄຖ່ທີ່ເປັນຂອງຂວັນເຊິ່ງມາຈາກພະເຈົ້າ? ທຳອິດ ຈົ່ງຮຽນຮູ້ຫຼາຍຂຶ້ນກ່ຽວກັບພະເຢໂຫວາຜູ້ເສຍສະລະອົງຍິ່ງໃຫຍ່. (ໂຢຮັນ 17:3) ການສຶກສາຄຳພີໄບເບິນພ້ອມກັບປຶ້ມຄູ່ມືຫົວນີ້ຈະຊ່ວຍເຈົ້າໃຫ້ຮຽນຮູ້ຫຼາຍຂຶ້ນກ່ຽວກັບພະເຢໂຫວາ. ເມື່ອເຈົ້າມີຄວາມຮູ້ຫຼາຍຂຶ້ນກ່ຽວກັບພະເຢໂຫວາ ເຈົ້າກໍຈະຮັກພະອົງຫຼາຍຂຶ້ນ. ຜົນກໍຄືຄວາມຮັກນັ້ນຈະກະຕຸ້ນເຈົ້າໃຫ້ຢາກເຮັດໃນສິ່ງທີ່ພະອົງພໍໃຈ.—1 ໂຢຮັນ 5:3.

20 ຈົ່ງສະແດງຄວາມເຊື່ອໃນເຄື່ອງບູຊາໄຖ່ທີ່ພະເຍຊູຖວາຍເປັນຄ່າໄຖ່. ມີການກ່າວກ່ຽວກັບພະເຍຊູວ່າ “ຜູ້ທີ່ເຊື່ອໃນພະບຸດນັ້ນກໍມີຊີວິດອັນຕະຫຼອດໄປເປັນນິດ.” (ໂຢຮັນ 3:36) ເຮົາຈະສະແດງໃຫ້ເຫັນໄດ້ແນວໃດວ່າເຮົາມີຄວາມເຊື່ອໃນພະເຍຊູ? ຄວາມເຊື່ອດັ່ງກ່າວບໍ່ໄດ້ສະແດງອອກໂດຍທາງຄຳເວົ້າເທົ່ານັ້ນ. ຢາໂກໂບ 2:26 ບອກວ່າ “ຄວາມເຊື່ອທີ່ບໍ່ມີກິດຈະການກໍຕາຍແລ້ວ.” ແມ່ນແລ້ວ ຄວາມເຊື່ອທີ່ແທ້ຈິງພິສູດໄດ້ໂດຍ “ກິດຈະການ” ເຊິ່ງກໍຄືການກະທຳຂອງເຮົາ. ວິທີໜຶ່ງທີ່ຈະສະແດງວ່າເຮົາເຊື່ອໃນພະເຍຊູກໍຄືການພະຍາຍາມເຮັດສຸດຄວາມສາມາດເພື່ອຮຽນແບບພະອົງ ບໍ່ແມ່ນພຽງແຕ່ໃນສິ່ງທີ່ເຮົາເວົ້າເທົ່ານັ້ນ ແຕ່ໂດຍສິ່ງທີ່ເຮົາເຮັດນຳ.—ໂຢຮັນ 13:15.

21, 22. (ກ) ເປັນຫຍັງເຮົາຄວນເຂົ້າຮ່ວມການສະຫຼອງປະຈຳປີທີ່ເອີ້ນວ່າອາຫານແລງຂອງພະອົງເຈົ້າ?

21 ການເຂົ້າຮ່ວມການສະຫຼອງປະຈຳປີໃນອາຫານແລງຂອງພະອົງເຈົ້າ. ໃນຕອນແລງຂອງວັນທີ 14 ເດືອນ ນີຊານ ປີ 33 ສ.ສ. ພະເຍຊູໄດ້ຕັ້ງການສະຫຼອງຢ່າງໜຶ່ງຂຶ້ນເປັນພິເສດເຊິ່ງຄຳພີໄບເບິນເອີ້ນວ່າ “ອາຫານແລງຂອງພະອົງເຈົ້າ.” (1 ໂກລິນໂທ 11:20, ລ.ມ.; ມັດທາຍ 26:26-28) ຍັງມີການເອີ້ນການສະຫຼອງນີ້ວ່າວັນລະນຶກເຖິງການສິ້ນຊີວິດຂອງພະຄລິດ. ພະເຍຊູຕັ້ງການສະຫຼອງນີ້ຂຶ້ນເພື່ອຊ່ວຍພວກອັກຄະສາວົກລວມທັງທຸກຄົນທີ່ເຂົ້າມາເປັນຄລິດສະຕຽນແທ້ໃນພາຍຫຼັງໃຫ້ລະນຶກວ່າ ໂດຍທາງຄວາມຕາຍຂອງພະອົງໃນຖານະເປັນມະນຸດສົມບູນແບບ ພະອົງໄດ້ສະລະຊີວິດຕົນເອງເພື່ອເປັນຄ່າໄຖ່. ກ່ຽວກັບການສະຫຼອງນີ້ ພະເຍຊູສັ່ງວ່າ “ຈົ່ງກະທຳການນີ້ເປັນທີ່ລະນຶກຄຶດຮອດເຮົາ.” (ລືກາ 22:19) ການສະຫຼອງວັນລະນຶກນີ້ເຕືອນເຮົາໃຫ້ຄຶດເຖິງຄວາມຮັກອັນຍິ່ງໃຫຍ່ທັງຂອງພະເຢໂຫວາແລະພະເຍຊູທີ່ໄດ້ສະແດງອອກໂດຍທາງຄ່າໄຖ່ນັ້ນ. ເຮົາສາມາດສະແດງຄວາມຂອບໃຈສຳລັບຄ່າໄຖ່ໂດຍຮ່ວມການສະຫຼອງວັນລະນຶກເຖິງການສິ້ນຊີວິດຂອງພະເຍຊູທຸກໆປີ. *

22 ຄ່າໄຖ່ທີ່ພະເຢໂຫວາຈັດຕຽມນີ້ເປັນຂອງຂວັນທີ່ລໍ້າຄ່າແທ້ໆ. (2 ໂກລິນໂທ 9:14, 15) ຂອງຂວັນນີ້ເປັນປະໂຫຍດແມ່ນແຕ່ກັບຄົນທີ່ເສຍຊີວິດໄປແລ້ວ. ບົດທີ 6 ແລະບົດທີ 7 ຈະອະທິບາຍກ່ຽວກັບວິທີທີ່ເລື່ອງນີ້ເປັນໄປໄດ້.

^ ຂໍ້ 21 ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບຄວາມໝາຍຂອງອາຫານແລງຂອງພະອົງເຈົ້າ ຂໍໃຫ້ເບິ່ງພາກຜະໜວກໜ້າ 206-208.