ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພາກຜະໜວກ

ມີກາເອນອັກຄະທູດສະຫວັນແມ່ນໃຜ?

ມີກາເອນອັກຄະທູດສະຫວັນແມ່ນໃຜ?

ໃນຄຳພີໄບເບິນມີການກ່າວເຖິງກາຍວິນຍານທີ່ຊື່ວ່າມີກາເອນບໍ່ເທົ່າໃດຄັ້ງ. ແຕ່ເມື່ອມີການກ່າວເຖິງ ກໍເປັນຕອນທີ່ພະອົງພວມປະຕິບັດໜ້າທີ່ຢູ່. ໃນພະທຳດານຽນ ມີກາເອນສູ້ຮົບກັບທູດສະຫວັນຊົ່ວ; ໃນຈົດໝາຍຂອງຢູເດ ມີກາເອນໂຕ້ຖຽງກັບຊາຕານ; ແລະໃນພະທຳຄຳປາກົດ ເພິ່ນເຮັດເສິກກັບພະຍາມານແລະຜີປີສາດຂອງມັນ. ໂດຍການສະໜັບສະຫນູນການປົກຄອງຂອງພະເຢໂຫວາແລະຕໍ່ສູ້ກັບພວກສັດຕູຂອງພະອົງ ມີກາເອນປະຕິບັດສົມກັບຊື່ເພິ່ນ ເຊິ່ງມີຄວາມໝາຍວ່າ “ໃຜຈະເປັນຄືພະເຈົ້າ?” ແຕ່ມີກາເອນແມ່ນໃຜ?

ບາງຄັ້ງ ຄົນຜູ້ໜຶ່ງອາດມີຊື່ຫຼາຍກວ່າຊື່ໜຶ່ງ. ຕົວຢ່າງເຊັ່ນ ຢາໂຄບບັນພະບຸລຸດຕົ້ນຕະກູນຍັງມີອີກຊື່ໜຶ່ງວ່າອິດສະລາແອນ ແລະອັກຄະສາວົກເປໂຕຍັງມີອີກຊື່ໜຶ່ງວ່າຊີໂມນ. (ຕົ້ນເດີມ 49:1, 2; ມັດທາຍ 10:2) ເຊັ່ນດຽວກັນ ຄຳພີໄບເບິນຊີ້ບອກວ່າມີກາເອນເປັນອີກຊື່ໜຶ່ງຂອງພະເຍຊູຄລິດ ທັງກ່ອນແລະຫຼັງທີ່ພະອົງມີຊີວິດຢູ່ແຜ່ນດິນໂລກ. ຂໍໃຫ້ພິຈາລະນາເຫດຜົນຕາມຫຼັກພະຄຳພີໃນການສະຫລຸບແບບນັ້ນ.

ອັກຄະທູດສະຫວັນ. ພະຄຳຂອງພະເຈົ້າກ່າວເຖິງມີກາເອນວ່າເປັນ “ອັກຄະທູດສະຫວັນ.” (ຢູເດ 9, ລ.ມ.) ຄຳນີ້ໝາຍເຖິງ “ຜູ້ເປັນຫົວໜ້າທູດສະຫວັນ.” ຄຳວ່າ “ອັກຄະທູດສະຫວັນ” ທີ່ໃຊ້ໃນຄຳພີໄບເບິນໝາຍເຖິງທູດສະຫວັນພຽງອົງດຽວເທົ່ານັ້ນ ບໍ່ເຄີຍມີການໃຊ້ຄຳນີ້ໃນຮູບຄຳແບບທີ່ໝາຍເຖິງທູດສະຫວັນຫຼາຍອົງ. ເລື່ອງນີ້ຊີ້ບອກວ່າມີອັກຄະທູດສະຫວັນພຽງອົງດຽວເທົ່ານັ້ນ. ນອກຈາກນີ້ ມີການລວມເອົາພະເຍຊູເຂົ້າກັບຕຳແໜ່ງອັກຄະທູດສະຫວັນ. 1 ເທຊະໂລນີກ 4:16 ກ່າວເຖິງພະເຍຊູຄລິດພະອົງເຈົ້າຜູ້ທີ່ຄືນມາຈາກຕາຍວ່າ “ເພາະວ່າພະອົງເຈົ້າເອງຈະສະເດັດລົງມາຈາກຟ້າສະຫວັນດ້ວຍຮ້ອງຄຳສັ່ງອັນດັງ ດ້ວຍສຽງປາກແຫ່ງທູດສະຫວັນຜູ້ໃຫຍ່ [“ອັກຄະທູດສະຫວັນ,” ລ.ມ.].” ດ້ວຍເຫດນີ້ ຈຶ່ງມີການພັນລະນາເຖິງສຽງຂອງພະເຍຊູວ່າເປັນສຽງຂອງອັກຄະທູດສະຫວັນ. ດັ່ງນັ້ນ ພະຄຳພີຂໍ້ນີ້ຊີ້ບອກວ່າ ພະເຍຊູເອງເປັນອັກຄະທູດສະຫວັນມີກາເອນ.

ຜູ້ນຳກອງທັບ. ຄຳພີໄບເບິນກ່າວວ່າ “ອົງມີກາເອນກັບພວກທູດແຫ່ງຕົນ ໄດ້ເລວເສິກຕໍ່ສູ້ມັງກອນນັ້ນ . . . ກັບພວກທູດແຫ່ງຕົນ.” (ຄຳປາກົດ 12:7) ດ້ວຍເຫດນີ້ ມີກາເອນຈຶ່ງເປັນຜູ້ນຳກອງທັບທູດສະຫວັນທີ່ສັດຊື່. ພະທຳຄຳປາກົດຍັງພັນລະນາເຖິງພະເຍຊູໃນຖານະເປັນຜູ້ນຳກອງທັບທູດສະຫວັນທີ່ສັດຊື່. (ຄຳປາກົດ 19:14-16) ແລະອັກຄະສາວົກໂປໂລກ່າວສະເພາະເຖິງ “ພະອົງເຈົ້າເຍຊູ” ແລະ “ຝູງທູດສະຫວັນອົງມີລິດເດດຂອງພະອົງ.” (2 ເທຊະໂລນີກ 1:7) ດັ່ງນັ້ນ ຄຳພີໄບເບິນກ່າວເຖິງທັງມີກາເອນກັບ “ຝູງທູດສະຫວັນຂອງພະອົງ” ແລະພະເຍຊູກັບ “ຝູງທູດສະຫວັນຂອງພະອົງ.” (ມັດທາຍ 13:41; 16:27; 24:31; 1 ເປໂຕ 3:22) ເນື່ອງຈາກບໍ່ມີບ່ອນໃດໃນພະຄຳຂອງພະເຈົ້າທີ່ບອກວ່າມີກອງທັບທູດສະຫວັນທີ່ສັດຊື່ສອງກອງທັບຢູ່ໃນສະຫວັນ ກອງທັບໜຶ່ງນຳໜ້າໂດຍມີກາເອນແລະອີກກອງທັບໜຶ່ງນຳໜ້າໂດຍພະເຍຊູ ຈຶ່ງນັບວ່າມີເຫດຜົນທີ່ຈະລົງຄວາມເຫັນວ່າທີ່ຈິງແລ້ວ ມີກາເອນກໍຄືພະເຍຊູຄລິດໃນບົດບາດຂອງພະອົງໃນສະຫວັນ. *

^ ຂໍ້ 1 ສຳລັບຂໍ້ມູນເພີ່ມເຕີມທີ່ສະແດງວ່າມີການໃຊ້ຊື່ມີກາເອນກັບລູກຊາຍຂອງພະເຈົ້ານັ້ນມີຢູ່ໃນປຶ້ມການຢັ່ງເຫັນເຂົ້າໃຈພະຄຳພີ ຫົວທີ 2 ໜ້າ 393-394 ຈັດພິມໂດຍພະຍານພະເຢໂຫວາ.