ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດທີໜຶ່ງ

ອັນໃດຄືຄວາມຈິງກ່ຽວກັບພະເຈົ້າ?

ອັນໃດຄືຄວາມຈິງກ່ຽວກັບພະເຈົ້າ?
  •  ພະເຈົ້າສົນໃຈໃນໂຕເຮົາແທ້ໆບໍ?

  • ພະເຈົ້າເປັນແນວໃດ? ພະອົງມີຊື່ບໍ?

  • ເປັນໄປໄດ້ບໍທີ່ຈະເຂົ້າໃກ້ພະເຈົ້າ?

1, 2. ສ່ວນຫຼາຍແລ້ວເປັນຫຍັງການຕັ້ງຄຳຖາມຈຶ່ງເປັນສິ່ງທີ່ດີ?

ເຈົ້າເຄີຍສັງເກດວິທີທີ່ເດັກນ້ອຍຕັ້ງຄຳຖາມບໍ? ທັນທີທັນໃດທີ່ຮຽນເວົ້າ ເດັກນ້ອຍຫຼາຍຄົນເລີ່ມຕົ້ນຕັ້ງຄຳຖາມ. ລາວເບິ່ງເຈົ້າດ້ວຍດວງຕາທີ່ຢາກຮູ້ ແລະຕັ້ງຄຳຖາມຕ່າງໆເຊັ່ນ ເປັນຫຍັງທ້ອງຟ້າຈຶ່ງເປັນສີຟ້າ? ເປັນຫຍັງດາວຈຶ່ງມີແສງ? ເປັນຫຍັງນົກຈຶ່ງຮ້ອງໄດ້? ເຈົ້າອາດພະຍາຍາມບອກຄຳຕອບແລ້ວ ແຕ່ມັນກໍບໍ່ງ່າຍສະເໝີໄປ. ແມ່ນແຕ່ໃຫ້ຄຳຕອບດີທີ່ສຸດແລ້ວເດັກນ້ອຍອາດຖາມຕໍ່ອີກວ່າ ເປັນຫຍັງ?

2 ບໍ່ແມ່ນມີແຕ່ເດັກນ້ອຍເທົ່ານັ້ນທີ່ຕັ້ງຄຳຖາມ. ເມື່ອເຮົາໃຫຍ່ຂຶ້ນເຮົາກໍຍັງຖາມຢູ່ເລື້ອຍໆ. ເຮົາຖາມເພື່ອໃຫ້ຮູ້ທາງໄປ ຖາມເພື່ອໃຫ້ຮູ້ວ່າມີອັນຕະລາຍອັນໃດທີ່ຕ້ອງລະວັງ ຫຼືຖາມຍ້ອນຄວາມຢາກຮູ້ຢາກເຫັນຂອງເຮົາເອງ. ແຕ່ເບິ່ງຄືວ່າຫຼາຍຄົນເຊົາຕັ້ງຄຳຖາມ ໂດຍສະເພາະແລ້ວແມ່ນຄຳຖາມທີ່ສຳຄັນທີ່ສຸດ. ໃນທີ່ສຸດເຂົາເຈົ້າກໍເຊົາຊອກຫາຄຳຕອບ.

3. ເປັນຫຍັງຫຼາຍຄົນຈຶ່ງໝົດຄວາມພະຍາຍາມທີ່ຈະຊອກຫາຄຳຕອບສຳລັບຄຳຖາມທີ່ສຳຄັນທີ່ສຸດ?

3 ຂໍໃຫ້ຄຶດເຖິງຄຳຖາມທີ່ຢູ່ໜ້າປົກຂອງປຶ້ມນີ້ ທີ່ຍົກຂຶ້ນມາໃນພາກສະເໜີ ຫຼື ທີ່ຢູ່ຕອນຕົ້ນຂອງບົດນີ້. ນີ້ເປັນຄຳຖາມບາງຂໍ້ທີ່ສຳຄັນທີ່ສຸດທີ່ເຮົາຖາມໄດ້. ແນວໃດກໍຕາມ ຫຼາຍຄົນໝົດຄວາມພະຍາຍາມທີ່ຈະຊອກຫາຄຳຕອບ. ເພາະເຫດໃດ? ຄຳພີໄບເບິນມີຄຳຕອບບໍ? ຫຼາຍຄົນຮູ້ສຶກວ່າຄຳຕອບໃນຄຳພີໄບເບິນເຂົ້າໃຈຍາກໂພດ. ຄົນອື່ນໆພັດຢ້ານວ່າການຕັ້ງຄຳຖາມອາດເຮັດໃຫ້ເຂົາເຈົ້າຂາຍໜ້າ ແລະບາງຄົນຕັດສິນໃຈວ່າ ດີທີ່ສຸດແມ່ນໃຫ້ພວກຫົວໜ້າສາສະໜາຫຼືພວກອາຈານເປັນຜູ້ຕອບ. ສ່ວນເຈົ້າເດ ຄຶດແນວໃດ?

4, 5. ເຮົາອາດຕັ້ງຄຳຖາມອັນໃດແດ່ທີ່ສຳຄັນທີ່ສຸດກ່ຽວກັບຊີວິດ ແລະເປັນຫຍັງເຮົາຈຶ່ງຄວນຊອກຫາຄຳຕອບ?

4 ອາດເປັນໄປໄດ້ທີ່ເຈົ້າຢາກຮູ້ຄຳຕອບຕ່າງໆທີ່ສຳຄັນເຊິ່ງກ່ຽວຂ້ອງກັບຊີວິດ. ແນ່ນອນບາງຄັ້ງເຮົາຄຶດສົງໄສວ່າ ‘ອັນໃດແມ່ນຈຸດມຸ່ງໝາຍຂອງຊີວິດ? ຊີວິດມີແຕ່ເທົ່ານີ້ບໍ? ພະເຈົ້າເປັນແນວໃດແທ້ໆ?’ ມັນມີເຫດຜົນທີ່ຈະຖາມແບບນີ້ ແລະມັນກໍສຳຄັນທີ່ຈະບໍ່ເຊົາຊອກຫາຈົນກວ່າຈະພົບຄຳຕອບທີ່ເປັນຕາພໍໃຈແລະເຊື່ອຖືໄດ້. ພະເຍຊູຄລິດ ອາຈານຜູ້ມີຊື່ສຽງກ່າວວ່າ “ຈົ່ງຂໍແລະເຂົາຈະປະທານໃຫ້ແກ່ທ່ານ ຈົ່ງຊອກຫາແລະທ່ານຈະພົບ ຈົ່ງເຄາະແລະເຂົາຈະໄຂໃຫ້ທ່ານ.”—ມັດທາຍ 7:7.

5 ຖ້າເຈົ້າ “ຊອກຫາ” ຕໍ່ໆໄປເພື່ອຈະໄດ້ຄຳຕອບສຳລັບຄຳຖາມທີ່ສຳຄັນໆ ເຈົ້າຈະພົບວ່າການຊອກຫາແບບນັ້ນຈະໄດ້ຮັບຜົນຕອບແທນທີ່ຄຸ້ມຄ່າ. (ສຸພາສິດ 2:1-5) ບໍ່ວ່າຄົນອື່ນອາດເຄີຍບອກເຈົ້າແນວໃດ ທີ່ຈິງມັນມີ ຄຳຕອບແລະເຮົາສາມາດ ພົບຄຳຕອບນັ້ນໄດ້ໃນຄຳພີໄບເບິນ. ຄຳຕອບເຫຼົ່ານັ້ນນອກຈາກຈະເຂົ້າໃຈງ່າຍແລ້ວກໍຍັງເຮັດໃຫ້ມີຄວາມຫວັງແລະຄວາມຍິນດີ. ພ້ອມນີ້ຄຳຕອບນັ້ນຍັງສາມາດຊ່ວຍເຮົາໃຫ້ມີຊີວິດທີ່ອີ່ມໃຈພໍໃຈແມ່ນແຕ່ໃນຕອນນີ້. ທຳອິດ ຂໍໃຫ້ເຮົາພິຈາລະນາຄຳຖາມທີ່ຂ້ອງຄາໃຈຂອງຫຼາຍຄົນ.

ພະເຈົ້າບໍ່ມີຄວາມຫ່ວງໃຍແລະຂາດຄວາມເຫັນອົກເຫັນໃຈບໍ?

6. ເປັນຫຍັງຫຼາຍຄົນຈຶ່ງຄິດວ່າພະເຈົ້າບໍ່ເປັນຫ່ວງຕໍ່ຄວາມທຸກຂອງມະນຸດ?

6 ຫຼາຍຄົນຄິດວ່າຄຳຕອບສຳລັບຄຳຖາມຂ້າງເທິງນີ້ ກໍຄືແມ່ນແລ້ວ. ເຂົາເຈົ້າໃຫ້ເຫດຜົນວ່າ ‘ຖ້າພະເຈົ້າເປັນຫ່ວງເຮົາ ໂລກຄົງຈະບໍ່ເປັນແບບນີ້ແມ່ນບໍ?’ ເມື່ອເບິ່ງໄປອ້ອມໆ ເຮົາເຫັນໂລກນີ້ມີແຕ່ສົງຄາມ ຄວາມກຽດຊັງ ແລະຄວາມໂສກເສົ້າ. ແລະເຮົາແຕ່ລະຄົນມັກເຈັບປ່ວຍ ທົນທຸກ ແລະສູນເສຍຜູ້ທີ່ເຮົາຮັກໃນຄວາມຕາຍ. ດັ່ງນັ້ນ ຫຼາຍຄົນຈຶ່ງເວົ້າວ່າ ‘ຖ້າພະເຈົ້າເປັນຫ່ວງພວກເຮົາແລະສົນໃຈບັນຫາຕ່າງໆຂອງພວກເຮົາ ພະອົງຈະປ້ອງກັນບໍ່ໃຫ້ສິ່ງເຫຼົ່ານີ້ເກີດຂຶ້ນບໍ່ແມ່ນບໍ?’

7. (ກ) ພວກອາຈານສອນສາສະໜາພາໃຫ້ຫຼາຍຄົນຄຶດວ່າພະເຈົ້າຂາດຄວາມເຫັນໃຈແນວໃດ? (ຂ) ກ່ຽວກັບການທົດລອງທີ່ອາດເກີດຂຶ້ນກັບເຮົາ ຄຳພີໄບເບິນສອນວ່າແນວໃດແທ້ໆ?

7 ຮ້າຍແຮງກວ່ານັ້ນ ບາງເທື່ອພວກອາຈານສອນສາສະໜາພາປະຊາຊົນໃຫ້ຄຶດວ່າພະເຈົ້າຂາດຄວາມເຫັນໃຈ. ເປັນເຊັ່ນນັ້ນໄດ້ແນວໃດ? ເມື່ອມີເຫດການທີ່ໂສກເສົ້າເກີດຂຶ້ນ ເຂົາເຈົ້າມັກເວົ້າວ່າພະເຈົ້າຢາກໃຫ້ເປັນແນວນັ້ນ. ທີ່ຈິງແລ້ວ ເຂົາເຈົ້າໂທດພະເຈົ້າສຳລັບເຫດການຮ້າຍແຮງທີ່ເກີດຂຶ້ນ. ນີ້ເປັນຄວາມຈິງກ່ຽວກັບພະເຈົ້າບໍ? ຄຳພີໄບເບິນສອນວ່າແນວໃດແທ້ໆ? ຢາໂກໂບ 1:13 ໃຫ້ຄຳຕອບວ່າ “ເມື່ອຜູ້ໜຶ່ງຜູ້ໃດຖືກການທົດລອງຢູ່ ຢ່າໃຫ້ເພິ່ນກ່າວວ່າ ‘ພະເຈົ້າທົດລອງຂ້າພະເຈົ້າ.’ ເຫດວ່າພະເຈົ້າຈະຖືກທົດລອງດ້ວຍຄວາມຊົ່ວບໍ່ໄດ້ ແລະພະອົງບໍ່ທົດລອງຜູ້ໃດສັກເທື່ອ.” ສະນັ້ນ ພະເຈົ້າບໍ່ແມ່ນ ຕົ້ນເຫດຂອງຄວາມຊົ່ວຮ້າຍທີ່ເຮົາເຫັນຢູ່ໃນໂລກອ້ອມໂຕເຮົາ. (ໂຢບ 34:10-12) ແມ່ນຢູ່ພະອົງຍອມໃຫ້ສິ່ງທີ່ບໍ່ດີເກີດຂຶ້ນ ແຕ່ການຍອມ ໃຫ້ສິ່ງໃດສິ່ງໜຶ່ງເກີດຂຶ້ນແຕກຕ່າງກັນຫຼາຍກັບການເປັນຕົ້ນເຫດ ທີ່ເຮັດໃຫ້ສິ່ງນັ້ນເກີດຂຶ້ນ.

8, 9. (ກ) ເຮົາຈະອະທິບາຍແນວໃດກ່ຽວກັບຄວາມແຕກຕ່າງລະຫວ່າງການຍອມໃຫ້ມີຄວາມຊົ່ວກັບການເປັນຕົ້ນເຫດຂອງຄວາມຊົ່ວ? (ຂ) ເປັນຫຍັງຈຶ່ງບໍ່ຍຸຕິທຳທີ່ເຮົາຈະໂທດການຕັດສິນໃຈຂອງພະເຈົ້າໃນການຍອມໃຫ້ມະນຸດຊາດດຳເນີນຕາມແນວທາງທີ່ເອົາແຕ່ໃຈຕົວເອງ?

8 ເພື່ອເປັນຕົວຢ່າງ ຂໍໃຫ້ຄິດເຖິງພໍ່ຜູ້ໜຶ່ງທີ່ສຸຂຸມຮອບຄອບແລະປ່ຽມລົ້ນດ້ວຍຄວາມຮັກ ມີລູກຊາຍທີ່ໃຫຍ່ແລ້ວແຕ່ຍັງອາໄສຢູ່ເຮືອນນຳພໍ່ແມ່. ເມື່ອລາວກາຍເປັນຄົນດື້ດ້ານແລະຕັດສິນໃຈທີ່ຈະອອກຈາກເຮືອນ ພໍ່ບໍ່ໄດ້ຫ້າມລາວໄວ້. ລາວໄດ້ດຳເນີນຊີວິດໃນແນວທາງທີ່ບໍ່ດີແລ້ວກໍປະສົບກັບບັນຫາ. ພໍ່ເປັນຕົ້ນເຫດ ທີ່ເຮັດໃຫ້ລູກຊາຍປະສົບກັບບັນຫາບໍ? ບໍ່ແມ່ນ. (ລືກາ 15:11-13) ຄ້າຍຄືກັນ ພະເຈົ້າບໍ່ໄດ້ຫ້າມເມື່ອມະນຸດເລືອກທີ່ຈະດຳເນີນໃນແນວທາງທີ່ບໍ່ດີ ແຕ່ພະອົງບໍ່ແມ່ນຕົ້ນເຫດ ທີ່ເຮັດໃຫ້ເກີດບັນຫາຕ່າງໆ. ແນ່ນອນ ມັນບໍ່ຍຸຕິທຳແທ້ໆທີ່ຈະໂທດພະເຈົ້າສຳລັບບັນຫາທັງໝົດຂອງມະນຸດຊາດ.

9 ພະເຈົ້າມີເຫດຜົນທີ່ດີໃນການຍອມໃຫ້ມະນຸດຊາດດຳເນີນຕາມແນວທາງທີ່ບໍ່ດີ. ໃນຖານະເປັນຜູ້ສ້າງທີ່ມີສະຕິປັນຍາແລະລິດເດດ ພະອົງບໍ່ຈຳເປັນຕ້ອງໃຫ້ເຫດຜົນແກ່ພວກເຮົາ ແຕ່ດ້ວຍຄວາມຮັກພະອົງພັດໄດ້ອະທິບາຍໃຫ້ຮູ້. ເຮົາຈະຮຽນຮູ້ຫຼາຍຂຶ້ນກ່ຽວກັບເຫດຜົນເຫຼົ່ານີ້ໃນບົດທີ 11. ແຕ່ຂໍໃຫ້ໝັ້ນໃຈວ່າພະເຈົ້າບໍ່ແມ່ນຕົ້ນເຫດຂອງບັນຫາຕ່າງໆທີ່ເຮົາປະສົບ. ກົງກັນຂ້າມ ພະອົງພັດໃຫ້ເຮົາມີຄວາມຫວັງທີ່ວ່າບັນຫາເຫຼົ່ານັ້ນຈະມີທາງແກ້ໄຂ!—ເອຊາອີ 33:2.

10. ເປັນຫຍັງເຮົາໝັ້ນໃຈໄດ້ວ່າພະເຈົ້າຈະແກ້ໄຂຜົນກະທົບທັງໝົດຈາກຄວາມຊົ່ວຮ້າຍ?

10 ນອກຈາກນັ້ນ ພະເຈົ້າກໍບໍລິສຸດ. (ເອຊາອີ 6:3) ນີ້ໝາຍຄວາມວ່າພະອົງຜຸດຜ່ອງແລະສະອາດ. ເນື່ອງຈາກພະອົງບໍ່ມີຄວາມຊົ່ວຮ້າຍແມ່ນແຕ່ໜ້ອຍດຽວ. ສະນັ້ນເຮົາຈຶ່ງສາມາດໄວ້ວາງໃຈພະອົງໄດ້ຢ່າງເຕັມທີ. ເຮົາບໍ່ສາມາດໄວ້ວາງໃຈແບບນີ້ໃນມະນຸດເພາະບາງຄັ້ງມະນຸດກາຍເປັນຄົນສໍ້ໂກງ. ແມ່ນແຕ່ຜູ້ທີ່ມີອຳນາດເຊິ່ງເປັນຄົນສັດຊື່ທີ່ສຸດຫຼາຍຄັ້ງກໍບໍ່ສາມາດທີ່ຈະແກ້ໄຂຄວາມເສຍຫາຍທີ່ຄົນບໍ່ດີກໍ່ຂຶ້ນ. ແຕ່ພະເຈົ້າມີລິດເດດຮອບດ້ານ. ພະອົງເຮັດໄດ້ແລະຈະແກ້ໄຂຜົນກະທົບທັງໝົດທີ່ຄົນບໍ່ດີໄດ້ກໍ່ຂຶ້ນກັບມະນຸດຊາດ. ເມື່ອພະເຈົ້າລົງມືປະຕິບັດ ພະອົງຈະເຮັດໃຫ້ຄວາມຊົ່ວທັງໝົດຈົບສິ້ນໄປຕະຫຼອດການ!—ຄຳເພງ 37:9-11.

ພະເຈົ້າຮູ້ສຶກແນວໃດຕໍ່ຄວາມບໍ່ຍຸຕິທຳທີ່ເຮົາປະສົບ?

11. (ກ) ພະເຈົ້າຮູ້ສຶກແນວໃດຕໍ່ຄວາມບໍ່ຍຸຕິທຳ? (ຂ) ພະເຈົ້າຮູ້ສຶກແນວໃດກ່ຽວກັບຄວາມທຸກຂອງເຈົ້າ?

11 ໃນຕອນນີ້ ພະເຈົ້າຮູ້ສຶກແນວໃດຕໍ່ສິ່ງທີ່ພວມເກີດຂຶ້ນໃນໂລກແລະໃນຊີວິດຂອງເຈົ້າ? ກ່ອນອື່ນໝົດ ຄຳພີໄບເບິນສອນວ່າພະເຈົ້າ “ຮັກຄວາມສັດຊື່.” (ຄຳເພງ 37:28) ນີ້ກໍສະແດງວ່າພະອົງເປັນຫ່ວງແທ້ໆກ່ຽວກັບສິ່ງທີ່ຖືກແລະຜິດ. ພະອົງກຽດຊັງຄວາມບໍ່ຍຸຕິທຳທຸກຮູບແບບ. ຄຳພີໄບເບິນບອກວ່າພະເຈົ້າ “ມີຄວາມທຸກໃຈ” ເມື່ອແຜ່ນດິນໂລກໃນອະດີດເຕັມໄປດ້ວຍຄວາມຊົ່ວຮ້າຍ. (ຕົ້ນເດີມ 6:5, 6) ພະເຈົ້າບໍ່ໄດ້ປ່ຽນແປງ. (ມາລາກີ 3:6) ພະເຈົ້າຍັງໜ່າຍແໜງບໍ່ຢາກເຫັນຄວາມທຸກທີ່ພວມເກີດຂຶ້ນທົ່ວໂລກແລະບໍ່ຢາກເຫັນຜູ້ຄົນທົນທຸກ. ຄຳພີໄບເບິນບອກວ່າ “ພະອົງເປັນຫ່ວງພວກທ່ານ.”—1 ເປໂຕ 5:7, ທ.ປ.

ຄຳພີໄບເບິນສອນວ່າ ພະເຢໂຫວາແມ່ນຜູ້ສ້າງເອກະພົບທີ່ປ່ຽມລົ້ນດ້ວຍຄວາມຮັກ

12, 13. (ກ) ເປັນຫຍັງເຮົາຈຶ່ງມີຄຸນລັກສະນະທີ່ດີເຊັ່ນຄວາມຮັກ ແລະຄວາມຮັກກະທົບໃສ່ທັດສະນະຂອງເຮົາຕໍ່ໂລກນີ້ຄືແນວໃດ? (ຂ) ເປັນຫຍັງເຮົາຈຶ່ງໝັ້ນໃຈໄດ້ວ່າພະເຈົ້າຈະເຮັດແນວໃດແນວໜຶ່ງຢ່າງແນ່ນອນຕໍ່ກັບບັນຫາຕ່າງໆຂອງໂລກນີ້?

12 ເຮົາສາມາດໝັ້ນໃຈໄດ້ແນວໃດວ່າພະເຈົ້າໜ່າຍແໜງບໍ່ຢາກເຫັນຄວາມທຸກ? ມີຂໍ້ພິສູດອີກຢ່າງໜຶ່ງ. ຄຳພີໄບເບິນສອນວ່າມະນຸດຖືກສ້າງຕາມຮູບແບບຂອງພະເຈົ້າ. (ຕົ້ນເດີມ 1:26) ດ້ວຍເຫດນີ້ເຮົາຈຶ່ງມີຄຸນລັກສະນະທີ່ດີຍ້ອນພະເຈົ້າມີຄຸນລັກສະນະທີ່ດີ. ຕົວຢ່າງ ເມື່ອເຫັນຜູ້ບໍລິສຸດຕ້ອງທົນທຸກ ມັນລົບກວນໃຈເຈົ້າບໍ? ຖ້າເຈົ້າເປັນຫ່ວງແບບນັ້ນໃນເລື່ອງຄວາມບໍ່ຍຸຕິທຳ ກໍຂໍໃຫ້ໝັ້ນໃຈໄດ້ວ່າພະເຈົ້າມີຄວາມຮູ້ສຶກຕໍ່ເລື່ອງນັ້ນຫຼາຍກວ່າເຈົ້າອີກ.

13 ສິ່ງດີທີ່ສຸດຢ່າງໜຶ່ງໃນຕົວຂອງມະນຸດແມ່ນຄວາມສາມາດທີ່ຈະສະແດງຄວາມຮັກ. ການສະແດງຄວາມຮັກກໍສະທ້ອນເຖິງພະເຈົ້າເຊັ່ນກັນ. ຄຳພີໄບເບິນສອນວ່າ “ພະເຈົ້າເປັນຄວາມຮັກ.” (1 ໂຢຮັນ 4:8) ເຮົາມີຄວາມຮັກກໍເພາະພະເຈົ້າມີຄວາມຮັກ. ຄວາມຮັກຈະກະຕຸ້ນເຮົາໃຫ້ລົງມືກຳຈັດຄວາມທຸກແລະຄວາມບໍ່ຍຸຕິທຳທີ່ເຮົາພົບເຫັນຢູ່ໃນໂລກໃຫ້ໝົດສິ້ນໄປບໍ່ແມ່ນບໍ? ຖ້າເຈົ້າມີຄວາມສາມາດທີ່ຈະເຮັດເຊັ່ນນັ້ນ ເຈົ້າຈະເຮັດບໍ? ແນ່ນອນວ່າເຈົ້າຈະເຮັດ! ເຮົາສາມາດໝັ້ນໃຈໄດ້ວ່າພະເຈົ້າຈະກຳຈັດຄວາມທຸກແລະຄວາມບໍ່ຍຸຕິທຳໃຫ້ໝົດສິ້ນໄປ. ຄຳສັນຍາຕ່າງໆທີ່ກ່າວໄວ້ໃນພາກສະເໜີຂອງປຶ້ມນີ້ບໍ່ໄດ້ເປັນພຽງແຕ່ຄວາມຝັນຫຼືຄວາມຫວັງລົມໆແລ້ງໆເທົ່ານັ້ນ. ຄຳສັນຍາຕ່າງໆຂອງພະເຈົ້າຈະຕ້ອງເປັນຈິງຢ່າງແນ່ນອນ! ເພື່ອຈະມີຄວາມເຊື່ອໃນຄຳສັນຍານັ້ນ ເຮົາຈຳເປັນຕ້ອງຮຽນຮູ້ຫຼາຍຂຶ້ນກ່ຽວກັບພະເຈົ້າຜູ້ທີ່ໃຫ້ຄຳສັນຍາເຫຼົ່ານັ້ນ.

ພະເຈົ້າຢາກໃຫ້ເຮົາຮູ້ຈັກວ່າພະອົງແມ່ນໃຜ

ຖ້າຢາກໃຫ້ຜູ້ໃດຜູ້ໜຶ່ງຮູ້ຈັກເຈົ້າ ເຈົ້າຈະບອກຊື່ຂອງເຈົ້າບໍ່ແມ່ນບໍ? ພະເຈົ້າເປີດເຜີຍຊື່ຂອງພະອົງໄວ້ໃນຄຳພີໄບເບິນ

14. ພະເຈົ້າມີຊື່ວ່າແນວໃດ ແລະເປັນຫຍັງເຮົາຄວນໃຊ້ຊື່ນີ້?

14 ຖ້າເຮົາຢາກໃຫ້ຜູ້ໃດຜູ້ໜຶ່ງຮູ້ຈັກເຮົາ ເຮົາຈະເຮັດແນວໃດ? ເຮົາຈະບອກຊື່ໃຫ້ຜູ້ນັ້ນຮູ້ຈັກບໍ່ແມ່ນບໍ? ພະເຈົ້າມີຊື່ບໍ? ຫຼາຍສາສະໜາຕອບວ່າຊື່ຂອງພະເຈົ້າແມ່ນ “ພະເຈົ້າ” ຫຼື “ພະອົງເຈົ້າ” ແຕ່ວ່າຄຳເອີ້ນເຫຼົ່ານັ້ນບໍ່ແມ່ນຊື່ສະເພາະ. ຄຳເຫຼົ່ານີ້ເປັນພຽງຄຳທີ່ບອກຕຳແໜ່ງ ແບບດຽວກັບຄຳວ່າ “ກະສັດ” ແລະ “ປະທານປະເທດ.” ຄຳພີໄບເບິນສອນວ່າພະເຈົ້າມີຫຼາຍຕຳແໜ່ງ. ຄຳວ່າ “ພະເຈົ້າ” ແລະ “ພະອົງເຈົ້າ” ກໍລວມຢູ່ໃນຕຳແໜ່ງເຫຼົ່ານັ້ນ. ແນວໃດກໍຕາມ ຄຳພີໄບເບິນຍັງສອນວ່າພະເຈົ້າມີຊື່ສະເພາະວ່າ ເຢໂຫວາ. ຄຳເພງ 83:18 ບອກວ່າ “ພະເຈົ້າຜູ້ມີນາມຊື່ວ່າພະເຢໂຫວາ ອົງດຽວເປັນພະເຈົ້າອົງສູງສຸດເທິງແຜ່ນດິນທັງສິ້ນ.” ຖ້າຄຳພີໄບເບິນສະບັບແປທີ່ເຈົ້າໃຊ້ບໍ່ມີຊື່ນີ້ ເຈົ້າອາດຈະຄົ້ນຄວ້າເບິ່ງເພື່ອຮູ້ເຫດຜົນເພີ່ມເຕີມໃນພາກຜະໜວກໜ້າ 195-197 ຂອງປຶ້ມນີ້. ຄວາມຈິງກໍຄືວ່າຊື່ຂອງພະເຈົ້າປາກົດຫຼາຍພັນເທື່ອໃນສະບັບທີ່ເກົ່າແກ່ຂອງຄຳພີໄບເບິນ. ດັ່ງນັ້ນ ພະເຢໂຫວາຈຶ່ງຢາກໃຫ້ເຮົາຮູ້ຈັກຊື່ຂອງພະອົງແລະໃຊ້ຊື່ນັ້ນ. ອາດເວົ້າໄດ້ວ່າ ພະອົງໃຊ້ຄຳພີໄບເບິນເພື່ອແນະນຳຕົວເອງກັບເຮົາ.

15. ຊື່ເຢໂຫວາມີຄວາມໝາຍວ່າແນວໃດ?

15 ພະເຈົ້າຕັ້ງຊື່ທີ່ມີຄວາມໝາຍອັນເລິກເຊິ່ງໃຫ້ກັບຕົນເອງ. ຊື່ເຢໂຫວາໝາຍຄວາມວ່າ ພະອົງສາມາດເຮັດໃຫ້ຈຸດປະສົງອັນໃດກໍຕາມຂອງພະອົງສຳເລັດເປັນຈິງ ແລະສາມາດດຳເນີນການຈົນບັນລຸຜົນສຳເລັດຕາມທີ່ຕັ້ງໃຈໄວ້. * ຊື່ຂອງພະເຈົ້າບໍ່ມີສິ່ງໃດທຽບໄດ້ແທ້ໆ. ຊື່ນີ້ເປັນຂອງພະອົງພຽງແຕ່ຜູ້ດຽວ. ໃນຫຼາຍໆດ້ານ ບໍ່ມີໃຜທຽບກັບພະເຢໂຫວາໄດ້. ເປັນເຊັ່ນນັ້ນໄດ້ແນວໃດ?

16, 17. ຈາກຕຳແໜ່ງຕໍ່ໄປນີ້ ເຮົາອາດຮຽນຮູ້ຫຍັງແດ່ກ່ຽວກັບພະເຢໂຫວາ (ກ) “ຜູ້ມີລິດເດດອັນໃຫຍ່ທີ່ສຸດ”? (ຂ) “ພະມະຫາກະສັດແຫ່ງນິລັນດອນ”? (ຄ) “ຜູ້ທີ່ໄດ້ນິລະມິດສ້າງ”?

16 ເຮົາໄດ້ເຫັນແລ້ວວ່າຄຳເພງ 83:18 ກ່າວເຖິງພະເຢໂຫວາວ່າເປັນ “ອົງດຽວເປັນພະເຈົ້າອົງສູງສຸດ.” ໃນທຳນອງດຽວກັນ ມີການກ່າວເຖິງພະເຢໂຫວາຜູ້ດຽວເທົ່ານັ້ນໃນຖານະເປັນ “ຜູ້ມີລິດເດດອັນໃຫຍ່ທີ່ສຸດ.” ຄຳປາກົດ 15:3 ກ່າວວ່າ “ໂອ້ພະອົງ [“ພະເຢໂຫວາ,” ລ.ມ.] ເຈົ້າຂ້າ ຜູ້ເປັນພະເຈົ້າຜູ້ມີລິດເດດອັນໃຫຍ່ທີ່ສຸດ ກິດຈະການຂອງພະອົງເປັນໃຫຍ່ໜ້າອັດສະຈັນໃຈນັກ. ໂອ້ພະອົງຜູ້ເປັນພະມະຫາກະສັດແຫ່ງປະເທດທັງປວງ [“ພະມະຫາກະສັດແຫ່ງນິລັນດອນ,” ລ.ມ.] ທາງທັງຫຼາຍຂອງພະອົງເປັນທາງຊອບທຳແລະທ່ຽງແທ້.” ຕຳແໜ່ງ “ຜູ້ມີລິດເດດອັນໃຫຍ່ທີ່ສຸດ” ສອນເຮົາວ່າພະເຢໂຫວາເປັນຜູ້ມີລິດເດດສູງສຸດ. ລິດເດດຂອງພະອົງບໍ່ມີຜູ້ໃດທຽບໄດ້ ມັນເປັນລິດເດດສູງສຸດ. ໃນອີກແງ່ໜຶ່ງຕຳແໜ່ງ “ພະມະຫາກະສັດແຫ່ງນິລັນດອນ” ເຕືອນເຮົາໃຫ້ສຳນຶກວ່າບໍ່ມີຜູ້ໃດທຽບພະເຢໂຫວາໄດ້. ພະອົງຜູ້ດຽວເທົ່ານັ້ນທີ່ເປັນຢູ່ຕະຫຼອດການ. ຄຳເພງ 90:2 (ທ.ປ.) ກ່າວວ່າ “ພະອົງເປັນພະເຈົ້າອົງເປັນຢູ່ຊົ່ວນິລັນການ.” ແນວຄິດແບບນີ້ກໍ່ໃຫ້ເກີດຄວາມຮູ້ສຶກເກງຂາມບໍ່ແມ່ນບໍ?

17 ນອກຈາກນີ້ ບໍ່ມີໃຜທຽບພະເຢໂຫວາໄດ້ໃນຄວາມໝາຍທີ່ວ່າພະອົງຜູ້ດຽວເປັນຜູ້ສ້າງ. ຄຳປາກົດ 4:11 ອ່ານວ່າ “ພະອົງເຈົ້າ [“ພະເຢໂຫວາ,” ລ.ມ.] . . . ພະເຈົ້າຂອງຂ້າພະເຈົ້າທັງຫຼາຍ ພະອົງເປັນຜູ້ສົມຄວນຈະຮັບລັດສະໝີ ແລະຍົດສັກ ແລະລິດເດດ ເພາະວ່າພະອົງເປັນຜູ້ທີ່ໄດ້ນິລະມິດສ້າງສັບພະທຸກສິ່ງ ແລະສັບພະທຸກສິ່ງເປັນຢູ່ ແລະຕ້ອງນິລະມິດສ້າງແລ້ວດ້ວຍນໍ້າໃຈຂອງພະອົງ.” ທຸກສິ່ງທຸກຢ່າງທີ່ເຮົາຄິດພໍ້ ນັບຕັ້ງແຕ່ກາຍວິນຍານທີ່ຢູ່ໃນສະຫວັນເຊິ່ງເຮົາບໍ່ສາມາດເຫັນໄດ້ ດວງດາວຕ່າງໆທີ່ເດຍລະດາດໃນທ້ອງຟ້າຕອນກາງຄືນ ໝາກໄມ້ທີ່ຢູ່ຕົ້ນ ຕະຫຼອດຮອດປາທີ່ລອຍຢູ່ໃນມະຫາສະຫມຸດແລະແມ່ນໍ້າ ທຸກສິ່ງນີ້ດຳລົງຢູ່ໄດ້ກໍຍ້ອນພະເຢໂຫວາເປັນຜູ້ສ້າງ!

ເຮົາສາມາດເຂົ້າໃກ້ພະເຢໂຫວາໄດ້ບໍ?

18. ເປັນຫຍັງບາງຄົນຈຶ່ງຮູ້ສຶກວ່າບໍ່ມີວັນເຂົ້າໃກ້ພະເຈົ້າໄດ້ ແຕ່ຄຳພີໄບເບິນສອນວ່າແນວໃດ?

18 ການອ່ານກ່ຽວກັບຄຸນລັກສະນະທີ່ເປັນຕາເກງຂາມຂອງພະເຢໂຫວາເຮັດໃຫ້ບາງຄົນຮູ້ສຶກຢ້ານໜ້ອຍໜຶ່ງ. ເຂົາເຈົ້າຢ້ານວ່າພະເຈົ້າສູງສົ່ງຈົນວ່າເຂົາເຈົ້າເອງບໍ່ສາມາດໃກ້ຊິດກັບພະອົງໄດ້ຈັກເທື່ອແລະເຂົາເຈົ້າກໍຄົງບໍ່ມີຄວາມໝາຍຫຍັງເລີຍຕໍ່ພະເຈົ້າຜູ້ສູງສົ່ງແບບນີ້. ແຕ່ວ່າຄວາມຄຶດແບບນີ້ຖືກຕ້ອງບໍ? ຄຳພີໄບເບິນບໍ່ໄດ້ສອນແນວນັ້ນ. ຄຳພີໄບເບິນກ່າວເຖິງພະເຢໂຫວາວ່າ ‘ພະອົງບໍ່ຢູ່ໄກຈາກເຮົາທັງຫຼາຍທຸກຄົນ.’ (ກິດຈະການ 17:27) ຄຳພີໄບເບິນຍັງເຊີນຊວນເຮົາໃຫ້ “ຫຍັບເຂົ້າມາໃກ້ພະເຈົ້າແລະພະອົງຈະຫຍັບເຂົ້າມາໃກ້ທ່ານທັງຫຼາຍ.”—ຢາໂກໂບ 4:8.

19. (ກ) ເຮົາຈະເລີ່ມເຂົ້າໃກ້ພະເຈົ້າໄດ້ແນວໃດ ແລະເຮົາຈະໄດ້ປະໂຫຍດຫຍັງ? (ຂ) ຄຸນລັກສະນະອັນໃດຂອງພະເຈົ້າທີ່ຖືກໃຈເຈົ້າຫຼາຍທີ່ສຸດ?

19 ເຮົາຈະຫຍັບເຂົ້າມາໃກ້ພະເຈົ້າໄດ້ແນວໃດ? ທຳອິດ ເຮົາຄວນສືບຕໍ່ເຮັດໃນສິ່ງທີ່ເຮົາພວມເຮັດຢູ່ຕອນນີ້ ເຊິ່ງກໍຄືການຮຽນຮູ້ກ່ຽວກັບພະເຈົ້າ. ພະເຍຊູກ່າວວ່າ “ອັນນີ້ເປັນຊີວິດອັນຕະຫຼອດໄປເປັນນິດ ຄືວ່າໃຫ້ເຂົາຮູ້ຈັກພະເຈົ້າອົງດຽວທ່ຽງແທ້ແລະພະເຍຊູຄລິດທີ່ພະເຈົ້າໃຊ້ມາ.” (ໂຢຮັນ 17:3) ແມ່ນແລ້ວ ຄຳພີໄບເບິນສອນວ່າການຮຽນຮູ້ກ່ຽວກັບພະເຢໂຫວາແລະພະເຍຊູຈະນຳໄປສູ່ “ຊີວິດອັນຕະຫຼອດໄປເປັນນິດ”! ດັ່ງທີ່ໄດ້ກ່າວມາແລ້ວ “ພະເຈົ້າເປັນຄວາມຮັກ.” (1 ໂຢຮັນ 4:16) ພະເຢໂຫວາຍັງມີອີກຫຼາຍຄຸນລັກສະນະທີ່ດີເລີດແລະເປັນຕາໜ້າຈັບໃຈ. ຕົວຢ່າງ ຄຳພີໄບເບິນກ່າວເຖິງພະເຢໂຫວາວ່າເປັນ “ພະເຈົ້າຜູ້ໂຜດອີ່ດູ ໂຜດພະຄຸນ ຜູ້ຊ້ານານຈະຄຽດແລະປະກອບດ້ວຍຄວາມດີແລະຄວາມຈິງ.” (ອົບພະຍົບ 34:6) “ພະອົງມີໃຈພ້ອມຈະຍົກຜິດ.” (ຄຳເພງ 86:5) ພະເຈົ້າອົດທົນດົນນານ. (2 ເປໂຕ 3:9) ພະອົງຈົງຮັກພັກດີ. (ຄຳປາກົດ 15:4, ລ.ມ.) ເມື່ອເຮົາອ່ານຄຳພີໄບເບິນຫຼາຍຂຶ້ນ ເຮົາກໍຈະເຫັນວິທີທີ່ພະເຢໂຫວາສະແດງວ່າພະອົງມີຄຸນລັກສະນະເຫຼົ່ານີ້ແລະຍັງມີຄຸນລັກສະນະອື່ນໆອີກຫຼາຍຢ່າງທີ່ເປັນຕາໜ້າຈັບໃຈ.

20-22. (ກ) ການທີ່ເຮົາບໍ່ສາມາດເບິ່ງເຫັນພະເຈົ້າໄດ້ເປັນອຸປະສັກຂັດຂວາງເຮົາໄວ້ຈາກການເຂົ້າໃກ້ພະອົງບໍ? ຈົ່ງອະທິບາຍ (ຂ) ບາງຄົນທີ່ຫວັງດີອາດບອກໃຫ້ເຈົ້າເຮັດຫຍັງ ແຕ່ເຈົ້າຄວນເຮັດແນວໃດ?

20 ແມ່ນຢູ່ ເຮົາບໍ່ສາມາດເຫັນພະເຈົ້າໄດ້ເພາະວ່າພະອົງເປັນກາຍວິນຍານທີ່ເບິ່ງເຫັນບໍ່ໄດ້. (ໂຢຮັນ 1:18; 4:24; 1 ຕີໂມເຕ 1:17) ເຖິງຢ່າງນັ້ນກໍຕາມ ການຮຽນຮູ້ກ່ຽວກັບພະອົງໂດຍທາງຄຳພີໄບເບິນເຮັດໃຫ້ເຮົາສາມາດຮູ້ຈັກພະອົງໃນຖານະເປັນບຸກຄົນທີ່ມີຢູ່ຈິງ. ດັ່ງທີ່ຜູ້ແຕ່ງຄຳເພງກ່າວໄວ້ ເຮົາສາມາດ “ເຫັນຄວາມງາມຂອງພະເຢໂຫວາ.” (ຄຳເພງ 27:4; ໂລມ 1:20) ແຮ່ງເຮົາຮຽນຮູ້ກ່ຽວກັບພະເຢໂຫວາຫຼາຍເທົ່າໃດ ພະອົງແຮ່ງຈະເປັນຈິງຫຼາຍຂຶ້ນສຳລັບເຮົາ ແລະແຮ່ງມີເຫດຜົນຫຼາຍຂຶ້ນທີ່ເຮົາຈະຮັກພະອົງແລະຮູ້ສຶກໃກ້ຊິດກັບພະອົງ.

ຄວາມຮັກຂອງພໍ່ທີ່ດີທີ່ ມີຕໍ່ລູກຍ່ອມສະທ້ອນເຖິງຄວາມຮັກອັນຍິ່ງໃຫຍ່ເຊິ່ງພໍ່ຂອງພວກເຮົາທີ່ຢູ່ທາງພາກສະຫວັນຮູ້ສຶກຕໍ່ເຮົາ

21 ເຮົາຈະເຂົ້າໃຈເຫດຜົນທີ່ຄຳພີໄບເບິນສອນເຮົາໃຫ້ຄຶດເຖິງພະເຢໂຫວາໃນຖານະເປັນພໍ່. (ມັດທາຍ 6:9) ພະອົງບໍ່ພຽງແຕ່ໃຫ້ເຮົາມີຊີວິດເທົ່ານັ້ນ ແຕ່ຍັງຢາກໃຫ້ເຮົາມີຊີວິດທີ່ດີທີ່ສຸດເທົ່າທີ່ຈະເປັນໄປໄດ້ ເຊັ່ນດຽວກັບພໍ່ຜູ້ມີຄວາມຮັກທຸກຄົນຢາກໃຫ້ລູກຂອງຕົນເອງມີຊີວິດທີ່ດີ. (ຄຳເພງ 36:9) ຄຳພີໄບເບິນຍັງສອນອີກວ່າມະນຸດສາມາດເປັນມິດສະຫາຍຂອງພະເຢໂຫວາໄດ້. (ຢາໂກໂບ 2:23) ຄຶດເບິ່ງດູ ເຮົາສາມາດເປັນມິດສະຫາຍກັບຜູ້ທີ່ສ້າງເອກະພົບ!

22 ໃນຂະນະທີ່ເຈົ້າຮຽນຮູ້ຈາກຄຳພີໄບເບິນຫຼາຍຂຶ້ນ ເຈົ້າອາດພົບວ່າບາງຄົນທີ່ຫວັງດີຈະບອກໃຫ້ເຈົ້າເຊົາສຶກສາ. ເຂົາເຈົ້າອາດກັງວົນວ່າເຈົ້າຈະປ່ຽນສາສະໜາ. ແນວໃດກໍຕາມ ຢ່າຍອມໃຫ້ຜູ້ໃດມາກັ້ນເຈົ້າໄວ້ຈາກການສ້າງມິດຕະພາບທີ່ດີທີ່ສຸດທີ່ເຈົ້າຈະສ້າງໄດ້.

23, 24. (ກ) ເປັນຫຍັງເຈົ້າຄວນຖາມຕໍ່ໆໄປກ່ຽວກັບສິ່ງທີ່ພວມຮຽນຮູ້? (ຂ) ບົດຕໍ່ໄປຈະເວົ້າກ່ຽວກັບເລື່ອງຫຍັງ?

23 ແນ່ນອນວ່າໃນຕອນທຳອິດເຈົ້າອາດບໍ່ເຂົ້າໃຈໃນບາງເລື່ອງ. ຕ້ອງມີຄວາມຖ່ອມໃຈເພື່ອຈະຂໍຄວາມຊ່ວຍເຫຼືອ ແຕ່ວ່າບໍ່ຄວນອົດທີ່ຈະຖາມຄຳຖາມຍ້ອນວ່າຮູ້ສຶກອາຍ. ພະເຍຊູກ່າວວ່າການມີຄວາມຖ່ອມໃຈຄືເດັກນ້ອຍໆເປັນເລື່ອງໜ້າຊົມເຊີຍ. (ມັດທາຍ 18:2-4) ດັ່ງທີ່ເຮົາຮູ້ ເດັກນ້ອຍມັກຖາມ. ພະເຈົ້າຢາກໃຫ້ເຈົ້າພົບຄຳຕອບຕ່າງໆ. ຄຳພີໄບເບິນຍ້ອງຍໍບາງຄົນທີ່ຫ້າວຫັນໃນການຮຽນຮູ້ກ່ຽວກັບພະເຈົ້າ. ເຂົາເຈົ້າຄົ້ນເບິ່ງໃນຄຳພີໄບເບິນຢ່າງຖີ່ຖ້ວນເພື່ອຈະໝັ້ນໃຈວ່າສິ່ງທີ່ພວມຮຽນຮູ້ນັ້ນເປັນຄວາມຈິງ.—ກິດຈະການ 17:11.

24 ວິທີດີທີ່ສຸດໃນການຮຽນຮູ້ກ່ຽວກັບພະເຢໂຫວາແມ່ນການສຶກສາຄຳພີໄບເບິນ. ຄຳພີໄບເບິນແຕກຕ່າງຈາກໜັງສືອື່ນ. ຕ່າງແນວໃດ? ບົດຕໍ່ໄປຈະເວົ້າກ່ຽວກັບເລື່ອງນີ້.

^ ຂໍ້ 15 ຍັງມີຂໍ້ມູນເພີ່ມເຕີມກ່ຽວກັບຄວາມໝາຍແລະການຜັນສຽງຊື່ຂອງພະເຈົ້າໃນພາກຜະໜວກໜ້າ 195-197.