ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພາກຜະໜວກ

ອາຫານແລງຂອງພະອົງເຈົ້າ—ການສະຫລອງທີ່ຖວາຍກຽດແກ່ພະເຢໂຫວາ

ອາຫານແລງຂອງພະອົງເຈົ້າ—ການສະຫລອງທີ່ຖວາຍກຽດແກ່ພະເຢໂຫວາ

ຄລິດສະຕຽນໄດ້ຮັບຄຳສັ່ງໃຫ້ຈັດການປະຊຸມອະນຸສອນເພື່ອລະນຶກເຖິງການສິ້ນຊີວິດຂອງພະຄລິດ. ການສະຫຼອງນີ້ຍັງເອີ້ນວ່າ “ອາຫານແລງຂອງພະອົງເຈົ້າ.” (1 ໂກລິນໂທ 11:20, ລ.ມ.) ອັນໃດທີ່ຖືວ່າສຳຄັນຫຼາຍກ່ຽວກັບການສະຫຼອງນີ້? ຄວນຈັດພິທີການສະຫຼອງນີ້ເມື່ອໃດແລະໂດຍວິທີໃດ?

ພະເຍຊູຄລິດຕັ້ງການສະຫຼອງນີ້ໃນຄືນທີ່ມີການສະຫຼອງປັດສະຄາຂອງຊາວຢິວໃນປີ 33 ສ.ສ. ການສະຫຼອງປັດສະຄາຈັດຂຶ້ນພຽງແຕ່ປີລະເທື່ອໃນວັນທີ 14 ເດືອນນີຊານຂອງຊາວຢິວ. ເພື່ອຈະຄິດໄລ່ໄດ້ວ່າເປັນມື້ໃດ ເບິ່ງຄືວ່າພວກຢິວຄອຍຖ້າມື້ໃນລະດູໃບໄມ້ປົ່ງເຊິ່ງເປັນມື້ທີ່ກາງເວັນຍາວ 12 ຊົ່ວໂມງແລະກາງຄືນຍາວ 12 ຊົ່ວໂມງ. ເຄື່ອງໝາຍທີ່ຊີ້ບອກວ່າເດືອນນີຊານເລີ່ມຕົ້ນແລ້ວ ແມ່ນນັບຈາກເດືອນເພັງມື້ທຳອິດທີ່ຢູ່ໃກ້ຄຽງມື້ທີ່ມີກາງຄືນແລະກາງເວັນຍາວເທົ່າກັນ. ປັດສະຄາຈັດຂຶ້ນໃນອີກ 14 ມື້ຕໍ່ມາຫຼັງຈາກຕາເວັນຕົກດິນ.

ຫຼັງຈາກທີ່ພະເຍຊູສະຫຼອງປັດສະຄາກັບພວກອັກຄະສາວົກແລ້ວ ພະອົງສັ່ງໃຫ້ຢູດາອີດສະກາລີໂອດອອກໄປ ແລະຫຼັງຈາກນັ້ນກໍໄດ້ຕັ້ງການສະຫຼອງອາຫານແລງຂອງພະອົງເຈົ້າຂຶ້ນ. ອາຫານແລງນີ້ປ່ຽນແທນປັດສະຄາຂອງພວກຢິວແລະດ້ວຍເຫດນີ້ຈຶ່ງຄວນຈະມີການສະຫຼອງພຽງປີລະເທື່ອ.

ກິດຕິຄຸນຂອງມັດທາຍລາຍງານວ່າ “ເມື່ອພະເຍຊູໄດ້ຢຸບເອົາເຂົ້າຈີ່ແລະເມື່ອໄດ້ສັນລະເສີນແລ້ວ ພະອົງໄດ້ຫັກເຂົ້າຈີ່ນັ້ນແລະປະທານໃຫ້ແກ່ພວກລູກສິດແລະກ່າວວ່າ ‘ຈົ່ງຮັບເອົາກິນເຖີ້ນ. ອັນນີ້ເປັນ [“ໝາຍເຖິງ,” ລ.ມ.] ກາຍຂອງເຮົາ.’ ແລະເມື່ອໄດ້ກຳເອົາຈອກແລະໂມທະນາພະຄຸນແລ້ວ ພະອົງໄດ້ປະທານໃຫ້ແກ່ເຂົາກ່າວວ່າ ‘ຈົ່ງກິນແຕ່ຈອກນີ້ທຸກຄົນເຖີ້ນ ເພາະວ່າອັນນີ້ເປັນ [“ໝາຍເຖິງ,” ລ.ມ.] ເລືອດຂອງເຮົາ “ເລືອດຂອງຄຳສັນຍາໃໝ່” ເປັນທີ່ຖອກອອກສຳລັບຄົນຫຼາຍຄົນເພື່ອຈະຍົກບາບໂທດ.’”—ມັດທາຍ 26:26-28.

ບາງຄົນເຊື່ອວ່າພະເຍຊູປ່ຽນເຂົ້າຈີ່ໃຫ້ເປັນເນື້ອໜັງຂອງພະອົງແລະປ່ຽນເຫຼົ້າແວງໃຫ້ເປັນເລືອດຂອງພະອົງ. ແຕ່ຮ່າງກາຍທີ່ເປັນເນື້ອໜັງຂອງພະເຍຊູຍັງຢູ່ຄົບເມື່ອພະອົງສົ່ງເຂົ້າຈີ່ນີ້ໃຫ້ພວກສາວົກ. ພວກສາວົກຂອງພະເຍຊູກິນຊີ້ນຂອງພະອົງແລະດື່ມເລືອດຂອງພະອົງແທ້ໆບໍ? ບໍ່ແມ່ນ ເພາະນັ້ນຈະເປັນການກິນຊີ້ນຄົນແລະເປັນການລະເມີດກົດໝາຍຂອງພະເຈົ້າ. (ຕົ້ນເດີມ 9:3, 4; ພວກເລວີ 17:10) ຕາມທີ່ບັນທຶກໄວ້ໃນລືກາ 22:20 ພະເຍຊູກ່າວວ່າ “ຈອກນີ້ເປັນ [“ໝາຍເຖິງ,” ລ.ມ.] ຄຳສັນຍາໃໝ່ໃນເລືອດຂອງເຮົາທີ່ຖອກອອກສຳລັບທ່ານທັງຫຼາຍ.” ຈອກນີ້ກາຍເປັນ “ຄຳສັນຍາໃໝ່” ແທ້ໆບໍ? ຄົງຈະເປັນໄປບໍ່ໄດ້ ເພາະຄຳສັນຍາເປັນຂໍ້ຕົກລົງ ບໍ່ແມ່ນສິ່ງທີ່ຈັບຕ້ອງໄດ້.

ດັ່ງນັ້ນ ທັງເຂົ້າຈີ່ແລະເຫຼົ້າແວງເປັນພຽງແຕ່ສັນຍະລັກເທົ່ານັ້ນ. ເຂົ້າຈີ່ເປັນສັນຍະລັກເຖິງຮ່າງກາຍທີ່ສົມບູນແບບຂອງພະຄລິດ. ພະເຍຊູໃຊ້ເຂົ້າຈີ່ທີ່ເຫຼືອຈາກການກິນປັດສະຄາ. ເຂົ້າຈີ່ນີ້ເຮັດໂດຍບໍ່ໃສ່ເຊື້ອແປ້ງຟູຫຼືໃສ່ແປ້ງຟູ. (ອົບພະຍົບ 12:8) ຄຳພີໄບເບິນມັກເວົ້າເຖິງເຊື້ອແປ້ງຟູເພື່ອເປັນສັນຍະລັກຂອງບາບຫຼືຄວາມເສື່ອມເສຍ. ດ້ວຍເຫດນັ້ນ ເຂົ້າຈີ່ຈຶ່ງເປັນສັນຍະລັກເຖິງຮ່າງກາຍທີ່ສົມບູນແບບເຊິ່ງພະເຍຊູຖວາຍເປັນເຄື່ອງບູຊາ. ຮ່າງກາຍນັ້ນປາສະຈາກບາບ.—ມັດທາຍ 16:11, 12; 1 ໂກລິນໂທ 5:6, 7; 1 ເປໂຕ 2:22; 1 ໂຢຮັນ 2:1, 2.

ເຫຼົ້າແວງສີແດງເປັນສັນຍະລັກເຖິງເລືອດຂອງພະເຍຊູ. ເລືອດນັ້ນເຮັດໃຫ້ຄຳສັນຍາໃໝ່ມີຜົນບັງຄັບໃຊ້ຕາມກົດໝາຍ. ພະເຍຊູເວົ້າວ່າເລືອດຂອງພະອົງໄຫຼອອກ “ເພື່ອຈະຍົກບາບໂທດ.” ໂດຍວິທີນີ້ມະນຸດຈຶ່ງກາຍເປັນຄົນສະອາດປາສະຈາກບາບໃນສາຍຕາຂອງພະເຈົ້າແລະສາມາດເຂົ້າຮ່ວມໃນຄຳສັນຍາໃໝ່ກັບພະເຢໂຫວາ. (ເຫບເລີ 9:14; 10:16, 17) ຄຳສັນຍາຫຼືຂໍ້ຕົກລົງນີ້ ເຮັດໃຫ້ຄລິດສະຕຽນທີ່ສັດຊື່ຈຳນວນ 144.000 ຄົນມີໂອກາດໄດ້ໄປສະຫວັນ. ໃນສະຫວັນເຂົາເຈົ້າຈະຮັບໃຊ້ໃນຖານະເປັນກະສັດແລະປະໂລຫິດເພື່ອໃຫ້ພອນແກ່ມະນຸດທັງໝົດ.—ຕົ້ນເດີມ 22:18; ເຢເຣມີ 31:31-33; 1 ເປໂຕ 2:9; ຄຳປາກົດ 5:9, 10; 14:1-3.

ໃຜແດ່ຄວນກິນເຄື່ອງໝາຍທີ່ເປັນອະນຸສອນນີ້? ຕາມເຫດຜົນແລ້ວ ສະເພາະແຕ່ຜູ້ທີ່ຮ່ວມຢູ່ໃນຄຳສັນຍາໃໝ່ເຊິ່ງກໍຄືຜູ້ທີ່ມີຄວາມຫວັງຈະໄປສະຫວັນຈຶ່ງຄວນກິນເຂົ້າຈີ່ແລະເຫຼົ້າແວງ. ພະວິນຍານບໍລິສຸດຂອງພະເຈົ້າເຮັດໃຫ້ຄົນເຫຼົ່ານັ້ນໝັ້ນໃຈວ່າເຂົາເຈົ້າຖືກເລືອກໃຫ້ເປັນກະສັດຢູ່ທາງພາກສະຫວັນ. (ໂລມ 8:16) ເຂົາເຈົ້າຍັງຢູ່ໃນຄຳສັນຍາເລື່ອງລາຊະອານາຈັກກັບພະເຍຊູນຳອີກ.—ລືກາ 22:29.

ຊິວ່າແນວໃດສຳລັບຜູ້ທີ່ມີຄວາມຫວັງວ່າຈະມີຊີວິດຕະຫຼອດໄປໃນແຜ່ນດິນໂລກທີ່ເປັນອຸທິຍານ? ເຂົາເຈົ້າເຊື່ອຟັງຄຳສັ່ງຂອງພະເຍຊູແລະເຂົ້າຮ່ວມການສະຫຼອງອາຫານແລງຂອງພະອົງເຈົ້າ ແຕ່ເຂົາເຈົ້າເຂົ້າຮ່ວມໃນຖານະເປັນຜູ້ສັງເກດການທີ່ສະແດງຄວາມນັບຖື ບໍ່ແມ່ນມາເພື່ອກິນອາຫານຄາບນັ້ນ. ປີລະເທື່ອ ໃນທຸກໆວັນທີ 14 ເດືອນນີຊານຫຼັງຈາກຕາເວັນຕົກດິນ ພະຍານພະເຢໂຫວາຈະຈັດການສະຫຼອງອາຫານແລງຂອງພະອົງເຈົ້າ. ເຖິງແມ່ນວ່າມີພຽງບໍ່ເທົ່າໃດພັນຄົນຕະຫຼອດທົ່ວໂລກທີ່ສະແດງຕົວວ່າມີຄວາມຫວັງຈະໄປສະຫວັນກໍຕາມ ແຕ່ການສະຫຼອງນີ້ກໍສຳຄັນສຳລັບຄລິດສະຕຽນໝົດທຸກຄົນ. ນີ້ເປັນໂອກາດທີ່ທຸກຄົນສາມາດຄຶດຕຶກຕອງເຖິງຄວາມຮັກອັນດີເລີດທີ່ສຸດຂອງພະເຢໂຫວາພະເຈົ້າແລະຂອງພະເຍຊູຄລິດ.—ໂຢຮັນ 3:16.