ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດທີສິບເກົ້າ

ຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າຕໍ່ໆໄປ

ຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າຕໍ່ໆໄປ
  • ການຮັກພະເຈົ້າໝາຍຄວາມວ່າແນວໃດ?

  • ເຮົາຈະຮັກສາຕົວໃຫ້ຢູ່ໃນຄວາມຮັກຂອງພະເຈົ້າໄດ້ແນວໃດ?

  • ພະເຢໂຫວາຈະໃຫ້ລາງວັນອັນໃດແກ່ ຜູ້ທີ່ຮັກສາຕົວໃຫ້ຢູ່ໃນຄວາມຮັກຂອງພະອົງ?

ເຈົ້າຈະເຮັດໃຫ້ພະເຢໂຫວາເປັນບ່ອນຄຸ້ມໄພຂອງເຈົ້າໃນສະໄໝທີ່ວຸ່ນວາຍນີ້ບໍ?

1, 2. ໃນທຸກມື້ນີ້ ເຮົາຈະພົບບ່ອນຄຸ້ມກັນທີ່ປອດໄພໄດ້ຢູ່ໃສ?

ຂໍໃຫ້ນຶກພາບວ່າເຈົ້າກຳລັງຍ່າງຢູ່ຫົນທາງໃນມື້ທີ່ມີພາຍຸຝົນ. ທ້ອງຟ້າມືດຄຶ້ມ ເລີ່ມມີຟ້າເຫຼື້ອມແລະມີສຽງຟ້າຮ້ອງ ຈາກນັ້ນກໍມີຝົນຕົກລົງມາຫ່າໃຫຍ່. ເຈົ້າຟ້າວແລ່ນໄປທາງໜ້າເພື່ອຊອກຫາບ່ອນຫຼົບ. ທັນໃດນັ້ນເຈົ້າກໍເຫັນສາລາຢູ່ແຄມທາງ. ສາລາຫຼັງນັ້ນເບິ່ງແໜ້ນໜາເປັນຕາເຂົ້າໄປຊົ້ນ. ເຈົ້າຄົງເຫັນວ່າບ່ອນຫຼົບຝົນນັ້ນມີຄ່າຫຼາຍແທ້!

2 ເຮົາກຳລັງມີຊີວິດຢູ່ໃນສະໄໝທີ່ມີພາຍຸຂອງຄວາມວຸ່ນວາຍ. ສະພາບການຂອງໂລກນັບມື້ນັບຮ້າຍແຮງ. ແຕ່ມີບ່ອນທີ່ປອດໄພເຊິ່ງສາມາດປ້ອງກັນເຮົາໃຫ້ພົ້ນຈາກຄວາມເສຍຫາຍຖາວອນ. ບ່ອນຄຸ້ມກັນນັ້ນແມ່ນຫຍັງ? ຂໍໃຫ້ສັງເກດສິ່ງທີ່ຄຳພີໄບເບິນສອນທີ່ວ່າ “ຂ້ອຍໄດ້ກ່າວເຖິງພະເຢໂຫວາວ່າ ‘ພະອົງເປັນຄວາມໄວ້ໃຈ [“ບ່ອນເພິ່ງ,” ລ.ມ.] ແລະເປັນປ້ອມຂອງຂ້ອຍ ພະອົງແມ່ນພະເຈົ້າຂອງຂ້ອຍ ຂ້ອຍຈະປົງໃຈໃນພະອົງ.’”—ຄຳເພງ 91:2.

3. ເຮົາຈະເຮັດໃຫ້ພະເຢໂຫວາເປັນບ່ອນຄຸ້ມໄພໄດ້ແນວໃດ?

3 ຄິດເບິ່ງດູ! ພະເຢໂຫວາ ຜູ້ສ້າງແລະຜູ້ມີສິດທິສູງສຸດໃນການປົກຄອງເອກະພົບສາມາດເປັນບ່ອນຄຸ້ມໄພທີ່ປົກປ້ອງເຮົາໄດ້. ພະອົງສາມາດຄຸ້ມຄອງເຮົາໃຫ້ປອດໄພເນື່ອງຈາກພະອົງມີລິດເດດຫຼາຍກວ່າຄົນໃດໆຫຼືສິ່ງໃດໆທີ່ອາດສ້າງຄວາມເສຍຫາຍແກ່ເຮົາ. ເຖິງແມ່ນວ່າເຮົາໄດ້ຮັບຄວາມເສຍຫາຍ ພະເຢໂຫວາກໍແກ້ໄຂຜົນກະທົບທີ່ຮ້າຍແຮງທັງໝົດນັ້ນໄດ້. ເຮົາຈະເຮັດໃຫ້ພະເຢໂຫວາເປັນບ່ອນຄຸ້ມໄພໄດ້ແນວໃດ? ເຮົາຕ້ອງໄວ້ວາງໃຈໃນພະອົງ. ນອກຈາກນັ້ນ ພະຄຳຂອງພະເຈົ້າກະຕຸ້ນເຮົາວ່າ “ຈົ່ງຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າ.” (ຢູເດ 21) ແມ່ນແລ້ວ ເຮົາຕ້ອງຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າແລະຮັກສາຄວາມຜູກພັນທີ່ປ່ຽມດ້ວຍຄວາມຮັກກັບພໍ່ຂອງເຮົາທີ່ຢູ່ໃນສະຫວັນ. ແລ້ວເຮົາກໍຈະໝັ້ນໃຈໄດ້ວ່າພະອົງເປັນບ່ອນຄຸ້ມໄພຂອງເຮົາ. ແຕ່ເຮົາຈະສ້າງຄວາມຜູກພັນແບບນັ້ນໄດ້ແນວໃດ?

ເຂົ້າໃຈແລະຕອບສະໜອງຄວາມຮັກຂອງພະເຈົ້າ

4, 5. ພະເຢໂຫວາໄດ້ສຳແດງຄວາມຮັກຕໍ່ເຮົາໂດຍວິທີໃດແດ່?

4 ເພື່ອຈະຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າ ເຮົາຕ້ອງເຂົ້າໃຈວິທີທີ່ພະເຢໂຫວາໄດ້ສະແດງຄວາມຮັກຕໍ່ເຮົາ. ຂໍໃຫ້ຄິດເຖິງຄຳສອນບາງເລື່ອງໃນຄຳພີໄບເບິນທີ່ເຈົ້າໄດ້ຮຽນຮູ້ໂດຍໃຊ້ປຶ້ມນີ້. ໃນຖານະເປັນຜູ້ສ້າງ ພະເຢໂຫວາໄດ້ມອບແຜ່ນດິນໂລກໃຫ້ເປັນບ້ານທີ່ເຮັດໃຫ້ເຮົາມີຄວາມມ່ວນຊື່ນ. ພະອົງໄດ້ເຮັດໃຫ້ແຜ່ນດິນໂລກອຸດົມດ້ວຍອາຫານແລະນໍ້າ ຊັບພະຍາກອນທຳມະຊາດ ຊີວິດສັດທີ່ໜ້າອອນຊອນ ແລະທິວທັດທຳມະຊາດທີ່ສວຍງາມ. ໃນຖານະເປັນຜູ້ປະພັນຄຳພີໄບເບິນ ພະເຈົ້າໄດ້ເປີດເຜີຍຊື່ແລະຄຸນລັກສະນະຕ່າງໆຂອງພະອົງໃຫ້ເຮົາຮູ້ຈັກ. ນອກຈາກນັ້ນ ພະຄຳຂອງພະອົງຍັງເປີດເຜີຍວ່າພະອົງໄດ້ສົ່ງພະເຍຊູຜູ້ເປັນລູກຊາຍທີ່ແພງຫຼາຍໃຫ້ມາແຜ່ນດິນໂລກ ຍອມໃຫ້ລູກຊາຍທຸກທໍລະມານແລະສິ້ນຊີວິດເພື່ອເຮົາ. (ໂຢຮັນ 3:16) ຂອງປະທານນັ້ນມີຄວາມໝາຍຕໍ່ເຮົາແນວໃດ? ຂອງປະທານນັ້ນໃຫ້ຄວາມຫວັງສຳລັບອະນາຄົດທີ່ດີເລີດ.

5 ຄວາມຫວັງຂອງເຮົາສຳລັບອະນາຄົດຍັງຂຶ້ນກັບອີກສິ່ງໜຶ່ງທີ່ພະເຈົ້າເຮັດ. ພະເຢໂຫວາໄດ້ສ້າງຕັ້ງລັດຖະບານທາງພາກສະຫວັນ ເຊິ່ງກໍຄືລາຊະອານາຈັກເມຊີ. ອີກບໍ່ດົນລາຊະອານາຈັກນີ້ຈະເຮັດໃຫ້ຄວາມທຸກລຳບາກທັງສິ້ນໝົດໄປແລະຈະເຮັດໃຫ້ແຜ່ນດິນໂລກກາຍເປັນອຸທິຍານ. ລອງຄິດເບິ່ງແມ! ເຮົາຈະຢູ່ທີ່ນັ້ນດ້ວຍຄວາມສະຫງົບແລະມີຄວາມສຸກຕະຫຼອດໄປ. (ຄຳເພງ 37:29) ໃນລະຫວ່າງນີ້ ພະເຈົ້າໄດ້ໃຫ້ການຊີ້ນຳແກ່ເຮົາໃນວິທີດຳເນີນຊີວິດຢ່າງດີທີ່ສຸດເທົ່າທີ່ເປັນໄປໄດ້ໃນຕອນນີ້. ພະອົງຍັງໃຫ້ຂອງປະທານອີກຢ່າງໜຶ່ງ ນັ້ນແມ່ນການອະທິດຖານ ເຊິ່ງເປັນວິທີທີ່ເຮົາສາມາດຕິດຕໍ່ກັບພະອົງໄດ້ທຸກເວລາ. ນີ້ເປັນພຽງບໍ່ເທົ່າໃດວິທີທີ່ພະເຢໂຫວາສະແດງຄວາມຮັກຕໍ່ມວນມະນຸດໂດຍທົ່ວໄປແລະຕໍ່ເຈົ້າເອງເປັນສ່ວນຕົວ.

6. ເຈົ້າເອງອາດຈະຕອບສະໜອງແນວໃດຕໍ່ຄວາມຮັກທີ່ພະເຢໂຫວາໄດ້ສະແດງຕໍ່ເຈົ້າ?

6 ຄຳຖາມສຳຄັນທີ່ເຮົາຄວນພິຈາລະນາຄື ເຮົາຈະຕອບສະໜອງຕໍ່ຄວາມຮັກຂອງພະເຢໂຫວາແນວໃດ? ຫຼາຍຄົນອາດເວົ້າວ່າ “ເຮົາຕ້ອງຮັກພະເຢໂຫວາເປັນການຕອບແທນ.” ເຈົ້າຮູ້ສຶກແນວນັ້ນບໍ? ພະເຍຊູບອກວ່າຂໍ້ສຳຄັນທີ່ສຸດໃນຂໍ້ຄຳສັ່ງທັງໝົດແມ່ນ “ເຈົ້າຈົ່ງຮັກພະເຢໂຫວາຜູ້ເປັນພະເຈົ້າຂອງເຈົ້າ ເຈົ້າຈົ່ງຮັກດ້ວຍສຸດໃຈແລະດ້ວຍສຸດຈິດແລະດ້ວຍສຸດຄວາມຄຶດຂອງເຈົ້າ.” (ມັດທາຍ 22:37) ແນ່ນອນວ່າເຈົ້າມີຫຼາຍເຫດຜົນທີ່ຈະຮັກພະເຢໂຫວາພະເຈົ້າ. ແຕ່ການທີ່ເຈົ້າຮູ້ສຶກ ຮັກພະເຢໂຫວານັ້ນພໍແລ້ວບໍທີ່ຈະບອກວ່າຮັກພະອົງດ້ວຍສຸດໃຈ ສຸດຈິດ ແລະສຸດຄວາມຄຶດ?

7. ການຮັກພະເຈົ້າເປັນພຽງຄວາມຮູ້ສຶກເທົ່ານັ້ນບໍ? ຈົ່ງອະທິບາຍ

7 ດັ່ງທີ່ຄຳພີໄບເບິນໄດ້ຊີ້ແຈງໄວ້ ຄວາມຮັກທີ່ເຮົາມີຕໍ່ພະເຈົ້າບໍ່ແມ່ນເປັນພຽງຄວາມຮູ້ສຶກເທົ່ານັ້ນ. ທີ່ຈິງ ເຖິງແມ່ນວ່າການມີຄວາມຮູ້ສຶກຮັກພະເຢໂຫວາຖືວ່າສຳຄັນ ແຕ່ຄວາມຮູ້ສຶກນີ້ກໍເປັນພຽງຈຸດເລີ່ມຕົ້ນຂອງການມີຄວາມຮັກແທ້ຕໍ່ພະອົງ. ແກ່ນໝາກແອັບເປິນຖືວ່າເປັນສິ່ງຈຳເປັນເພື່ອຈະເຕີບໃຫຍ່ເປັນຕົ້ນແອັບເປິນທີ່ເກີດດອກອອກໝາກ. ຖ້າເຈົ້າຢາກໄດ້ໝາກແອັບເປິນໜ່ວຍໜຶ່ງ ເຈົ້າຈະພໍໃຈບໍຖ້າມີຄົນຍື່ນແຕ່ແກ່ນມັນໃຫ້ເຈົ້າ? ແນ່ນອນວ່າບໍ່ພໍໃຈ! ຄ້າຍກັນ ການທີ່ເຮົາຮູ້ສຶກວ່າຮັກພະເຢໂຫວາພະເຈົ້າກໍເປັນພຽງການເລີ່ມຕົ້ນ. ຄຳພີໄບເບິນສອນວ່າ “ອັນນີ້ເປັນຄວາມຮັກແກ່ພະເຈົ້າ ຄືວ່າໃຫ້ເຮົາທັງຫຼາຍຖືຮັກສາຄຳສັ່ງທັງຫຼາຍແຫ່ງພະອົງ ແລະຄຳສັ່ງທັງຫຼາຍແຫ່ງພະອົງກໍບໍ່ຍາກ.” (1 ໂຢຮັນ 5:3) ເພື່ອຈະເປັນຄວາມຮັກແທ້ ຄວາມຮັກທີ່ເຮົາມີຕໍ່ພະເຈົ້າຕ້ອງເກີດຜົນທີ່ດີ. ຄວາມຮັກນັ້ນຕ້ອງສະແດງອອກໂດຍການກະທຳ.—ມັດທາຍ 7:16-20.

8, 9. ເຮົາຈະສະແດງຄວາມຮັກແລະຄວາມຮູ້ບຸນຄຸນຕໍ່ພະເຈົ້າໄດ້ແນວໃດ?

8 ເຮົາສະແດງຄວາມຮັກຕໍ່ພະເຈົ້າເມື່ອເຮົາປະຕິບັດຕາມຂໍ້ຄຳສັ່ງແລະນຳໃຊ້ຫຼັກການຕ່າງໆຂອງພະອົງ. ການເຮັດແບບນັ້ນບໍ່ຍາກເກີນໄປ. ແທນທີ່ຈະຍາກ ພະເຢໂຫວາອອກກົດໝາຍເພື່ອຊ່ວຍເຮົາໃຫ້ມີຊີວິດທີ່ດີ ມີຄວາມສຸກແລະມີຄວາມອີ່ມໃຈ. (ເອຊາອີ 48:17) ໂດຍການດຳເນີນຊີວິດຕາມການຊີ້ນຳຂອງພະເຢໂຫວາ ເຮົາສະແດງໃຫ້ພໍ່ທີ່ຢູ່ໃນສະຫວັນເຫັນວ່າເຮົາຮູ້ບຸນຄຸນຢ່າງແທ້ຈິງຕໍ່ທຸກສິ່ງທີ່ພະອົງເຮັດເພື່ອເຮົາ. ເປັນຕາເສຍດາຍ ໃນໂລກທຸກມື້ນີ້ມີໜ້ອຍຄົນເປັນແນວນັ້ນ. ເຮົາບໍ່ຢາກເປັນຄົນບໍ່ຮູ້ຈັກບຸນຄຸນຄືກັບບາງຄົນທີ່ຢູ່ໃນສະໄໝທີ່ພະເຍຊູຢູ່ແຜ່ນດິນໂລກ. ພະເຍຊູປິ່ນປົວຄົນຂີ້ທູດສິບຄົນ ແຕ່ວ່າມີພຽງຄົນດຽວ ທີ່ກັບມາຂອບໃຈ. (ລືກາ 17:12-17) ແນ່ນອນວ່າເຮົາຢາກເປັນຄືຄົນທີ່ຮູ້ບຸນຄຸນ ບໍ່ຢາກເປັນຄືເກົ້າຄົນນັ້ນ!

9 ເຮົາຕ້ອງປະຕິບັດຕາມຂໍ້ຄຳສັ່ງອັນໃດຂອງພະເຢໂຫວາ? ເຮົາໄດ້ສຶກສາໄປຫຼາຍຂໍ້ແລ້ວໃນປຶ້ມນີ້ ແຕ່ຂໍໃຫ້ທົບທວນບາງຂໍ້. ການປະຕິບັດຕາມຂໍ້ຄຳສັ່ງຂອງພະເຢໂຫວາຈະຊ່ວຍເຮົາໃຫ້ຮັກສາຕົວໄວ້ໃນຄວາມຮັກຂອງພະເຢໂຫວາຕໍ່ໄປ.

ຈົ່ງຫຍັບເຂົ້າໃກ້ພະເຢໂຫວາໃຫ້ຫຼາຍກວ່າເກົ່າ

10. ຂໍໃຫ້ອະທິບາຍເຫດຜົນທີ່ການຮັບເອົາຄວາມຮູ້ເລື່ອງພະເຢໂຫວາພະເຈົ້າຕໍ່ໆໄປເປັນສິ່ງສຳຄັນ.

10 ການຮຽນຮູ້ເລື່ອງພະເຢໂຫວາເປັນຂັ້ນຕອນສຳຄັນທີ່ຈະໃຫ້ເຮົາຫຍັບເຂົ້າໃກ້ພະອົງຫຼາຍກວ່າເກົ່າ. ການຫຍັບເຂົ້າໃກ້ພະເຢໂຫວາເປັນຂັ້ນຕອນທີ່ຄວນດຳເນີນແບບຕໍ່ເນື່ອງ. ຖ້າເຈົ້ານັ່ງຝີງໄຟຢູ່ນອກເຮືອນໃນຄືນທີ່ໜາວຫຼາຍ ເຈົ້າຈະປ່ອຍໃຫ້ໄຟຮ້ວຍລົງຈົນດັບໄປບໍ? ບໍ່. ເຈົ້າຈະຕື່ມຟືນເພື່ອໃຫ້ໄຟລຸກແລະຮ້ອນຢູ່ຕະຫຼອດ. ຊີວິດຂອງເຈົ້າຂຶ້ນຢູ່ກັບການເຮັດເຊັ່ນນັ້ນ! ຟືນເປັນເຊື້ອເພີງທີ່ເຮັດໃຫ້ໄຟລຸກເຊັ່ນໃດ “ຄວາມຮູ້ຈັກພະເຈົ້າ” ກໍເຮັດໃຫ້ຄວາມຮັກທີ່ເຮົາມີຕໍ່ພະເຢໂຫວາແຮງກ້າຂຶ້ນເຊັ່ນນັ້ນ.—ສຸພາສິດ 2:1-5.

ເຊັ່ນດຽວກັບໄຟຄວາມຮັກທີ່ເຈົ້າມີຕໍ່ພະເຢໂຫວາຕ້ອງໄດ້ຮັບເຊື້ອໄຟເພື່ອຈະລຸກຢູ່ຕະຫຼອດ

11. ຄຳສອນຂອງພະເຍຊູສົ່ງຜົນແນວໃດຕໍ່ພວກລູກສິດ?

11 ພະເຍຊູຢາກໃຫ້ພວກລູກສິດຮັກສາຄວາມຮັກທີ່ມີຕໍ່ພະເຢໂຫວາແລະຕໍ່ພະຄຳທີ່ປະກອບດ້ວຍຄວາມຈິງອັນລໍ້າຄ່າໃຫ້ຄົງຢູ່ແລະແຮງກ້າຕໍ່ໆໄປ. ຫຼັງການຄືນມາຈາກຕາຍ ພະເຍຊູໄດ້ສອນລູກສິດສອງຄົນກ່ຽວກັບຄຳພະຍາກອນບາງຂໍ້ໃນພະຄຳພີພາກພາສາເຫບເລີເຊິ່ງສຳເລັດເປັນຈິງໃນພະອົງ. ຜົນເປັນແນວໃດ? ເຂົາເຈົ້າທັງສອງໄດ້ເວົ້າໃນເວລາຕໍ່ມາວ່າ “ເມື່ອພະອົງໄດ້ປາກກັບຫມູ່ເຮົາໃນຫົນທາງ ແກ້ໄຂພະຄຳພີໃຫ້ຫມູ່ເຮົາຟັງ ໃຈຂອງເຮົາບໍ່ເຜົາຮ້ອນໃນຕົວເຮົາຫຼື?”—ລືກາ 24:32.

12, 13. (ກ) ທ່າມກາງມະນຸດສ່ວນຫຼາຍໃນທຸກມື້ນີ້ ຄວາມຮັກທີ່ມີຕໍ່ພະເຈົ້າແລະຕໍ່ຄຳພີໄບເບິນເປັນແນວໃດ? (ຂ) ເຮົາຈະປ້ອງກັນບໍ່ໃຫ້ຄວາມຮັກຂອງເຮົາເຢັນລົງໄດ້ແນວໃດ?

12 ເມື່ອເຈົ້າຫາກໍເລີ່ມຮຽນສິ່ງທີ່ຄຳພີໄບເບິນສອນແທ້ໆ ເຈົ້າສັງເກດບໍວ່າຫົວໃຈຂອງເຈົ້າເລີ່ມລຸກໄໝ້ດ້ວຍຄວາມຍິນດີ ຄວາມກະຕືລືລົ້ນ ແລະຄວາມຮັກຕໍ່ພະເຈົ້າ? ຕ້ອງເປັນແນວນັ້ນແທ້ໆ. ຫຼາຍຄົນກໍຮູ້ສຶກເຊັ່ນນັ້ນ. ສິ່ງທີ່ຍາກໃນຕອນນີ້ກໍຄືການຮັກສາຄວາມຮັກທີ່ແຮງກ້ານັ້ນໃຫ້ມີຢູ່ຕໍ່ໄປແລະຊ່ວຍໃຫ້ຄວາມຮັກນັ້ນເຕີບໃຫຍ່ຂຶ້ນ. ເຮົາບໍ່ຢາກຕິດຕາມແນວທາງຂອງໂລກໃນທຸກມື້ນີ້. ພະເຍຊູບອກລ່ວງໜ້າວ່າ “ຄວາມຮັກແຫ່ງຄົນຫຼາຍຄົນຈະເຢັນລົງໄປ.” (ມັດທາຍ 24:12) ເຈົ້າເອງຈະປ້ອງກັນແນວໃດເພື່ອບໍ່ໃຫ້ຄວາມຮັກທີ່ມີຕໍ່ພະເຢໂຫວາແລະຕໍ່ຄວາມຈິງໃນຄຳພີໄບເບິນເຢັນລົງ?

13 ຈົ່ງຮັບເອົາຄວາມຮູ້ກ່ຽວກັບພະເຢໂຫວາພະເຈົ້າແລະພະເຍຊູຄລິດຕໍ່ໆໄປ. (ໂຢຮັນ 17:3) ຄົ້ນຄຶດຫຼືໄຕ່ຕອງສິ່ງທີ່ໄດ້ຮຽນຮູ້ຈາກພະຄຳຂອງພະເຈົ້າ ພ້ອມນັ້ນໃຫ້ຖາມຕົວເອງວ່າ ‘ເລື່ອງນີ້ສອນຫຍັງຂ້ອຍກ່ຽວກັບພະເຢໂຫວາພະເຈົ້າ? ມີເຫດຜົນອັນໃດອີກທີ່ຈະເຮັດໃຫ້ຂ້ອຍຮັກພະອົງດ້ວຍສຸດໃຈ ສຸດຈິດ ແລະສຸດຄວາມຄຶດຂອງຂ້ອຍ?’ (1 ຕີໂມເຕ 4:15) ການຄົ້ນຄຶດແບບນີ້ຈະຊ່ວຍເຮົາໃຫ້ມີຄວາມຮັກທີ່ແຮງກ້າຕໍ່ພະເຢໂຫວາສະເໝີ.

14. ການອະທິດຖານຈະຊ່ວຍເຮົາໃຫ້ຮັກສາຄວາມຮັກທີ່ມີຕໍ່ພະເຢໂຫວາໄວ້ຕໍ່ໆໄປໄດ້ແນວໃດ?

14 ອີກວິທີໜຶ່ງທີ່ຈະຊ່ວຍໃຫ້ເຈົ້າມີຄວາມຮັກທີ່ແຮງກ້າຕໍ່ພະເຢໂຫວາສະເໝີຄືການອະທິດຖານເປັນປະຈຳ. (1 ເທຊະໂລນີກ 5:17) ໃນບົດທີ 17 ຂອງປຶ້ມນີ້ ເຮົາໄດ້ຮຽນຮູ້ວ່າການອະທິດຖານເປັນຂອງປະທານອັນລໍ້າຄ່າຈາກພະເຈົ້າ. ເຊັ່ນດຽວກັບສາຍສຳພັນຂອງມະນຸດຈະງອກງາມຂຶ້ນໄດ້ກໍຍ້ອນມີການເວົ້າລົມກັນເປັນປະຈຳໂດຍບໍ່ຈຳກັດ ສາຍສຳພັນທີ່ເຮົາມີຕໍ່ພະເຢໂຫວາກໍຈະແໜ້ນແຟ້ນແລະຄົງຢູ່ຕໍ່ໄປເມື່ອເຮົາອະທິດຖານເຖິງພະອົງເປັນປະຈຳ. ເປັນສິ່ງສຳຄັນທີ່ເຮົາຈະບໍ່ອະທິດຖານແບບພໍເປັນພິທີ ຄືເປັນຄຳເວົ້າທີ່ເວົ້າຊໍ້າຊາກຄືກັນທຸກມື້ໂດຍບໍ່ມີຄວາມຮູ້ສຶກຫຼືບໍ່ມີຄວາມໝາຍອັນໃດເລີຍ. ເຮົາຕ້ອງເວົ້າກັບພະເຢໂຫວາຄືກັບລູກເວົ້າກັບພໍ່ຜູ້ທີ່ຕົນຮັກ. ແນ່ນອນ ເຮົາຢາກເວົ້າກັບພະເຢໂຫວາດ້ວຍຄວາມນັບຖື ແຕ່ກໍເວົ້າແບບເປີດໃຈ ແບບຈິງໃຈ ແລະເວົ້າອອກມາຈາກຫົວໃຈ. (ຄຳເພງ 62:8) ແມ່ນແລ້ວ ການສຶກສາຄຳພີໄບເບິນເປັນສ່ວນຕົວແລະການອະທິດຖານດ້ວຍຄວາມຮູ້ສຶກຈາກໃຈເປັນສິ່ງສຳຄັນໃນການນະມັດສະການຂອງເຮົາ ແລະນັ້ນຈະຊ່ວຍເຮົາໃຫ້ຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າຕໍ່ໆໄປ.

ພົບຄວາມຍິນດີໃນການນະມັດສະການ

15, 16. ເປັນຫຍັງຈຶ່ງຖືກຕ້ອງທີ່ຈະຖືວ່າການປະກາດເລື່ອງລາຊະອານາຈັກເປັນສິດທິພິເສດແລະເປັນຊັບສົມບັດ?

15 ການສຶກສາສ່ວນຕົວແລະການອະທິດຖານເປັນວິທີນະມັດສະການທີ່ເຮົາອາດເຮັດເປັນສ່ວນຕົວ. ແຕ່ຕອນນີ້ຂໍໃຫ້ພິຈາລະນາການນະມັດສະການໃນແບບທີ່ເຮົາເຮັດຢ່າງເປີດເຜີຍ ຄືການເວົ້າກັບຄົນອື່ນເລື່ອງຄວາມເຊື່ອຂອງເຮົາ. ເຈົ້າໄດ້ແບ່ງປັນຄວາມຈິງໃນຄຳພີໄບເບິນໃຫ້ກັບຄົນອື່ນແລ້ວບໍ? ຖ້າໄດ້ເຮັດແລ້ວ ເຈົ້າກໍມີສິດທິພິເສດອັນດີເລີດ. (ລືກາ 1:74) ເມື່ອເຮົາແບ່ງປັນຄວາມຈິງທີ່ໄດ້ຮຽນຮູ້ກ່ຽວກັບພະເຢໂຫວາພະເຈົ້າ ເຮົາກຳລັງເຮັດໜ້າທີ່ມອບໝາຍທີ່ສຳຄັນທີ່ສຸດເຊິ່ງໄດ້ມອບໄວ້ແກ່ຄລິດສະຕຽນແທ້ທຸກຄົນ ນັ້ນຄືການປະກາດຂ່າວດີເລື່ອງລາຊະອານາຈັກຂອງພະເຈົ້າ.—ມັດທາຍ 24:14; 28:19, 20.

16 ອັກຄະສາວົກໂປໂລຖືວ່າວຽກຮັບໃຊ້ຂອງລາວເປັນສິ່ງທີ່ມີຄ່າ ໂດຍເອີ້ນວຽກນີ້ວ່າເປັນຊັບສົມບັດ. (2 ໂກລິນໂທ 4:7) ການເວົ້າກັບຄົນອື່ນເລື່ອງພະເຢໂຫວາພະເຈົ້າແລະຈຸດປະສົງຕ່າງໆຂອງພະອົງເປັນວຽກດີທີ່ສຸດທີ່ເຮົາສາມາດເຮັດໄດ້. ການເວົ້າແບບນີ້ເປັນການຮັບໃຊ້ນາຍຜູ້ທີ່ດີທີ່ສຸດແລະວຽກນີ້ໃຫ້ຜົນຕອບແທນດີກວ່າວຽກໃດໆ. ໂດຍການເຂົ້າຮ່ວມໃນວຽກນີ້ ເຈົ້າເອງກຳລັງຊ່ວຍຄົນທີ່ມີໃຈສັດຊື່ໃຫ້ຫຍັບເຂົ້າໃກ້ພໍ່ຂອງເຮົາທີ່ຢູ່ໃນສະຫວັນແລະໃຫ້ເຂົາເຈົ້າເລີ່ມຍ່າງຢູ່ໃນເສັ້ນທາງທີ່ນຳໄປສູ່ຊີວິດຕະຫຼອດໄປ! ມີວຽກໃດອີກບໍທີ່ເປັນຕາອີ່ມໃຈຫຼາຍກວ່ານີ້? ນອກຈາກນັ້ນ ການໃຫ້ຄຳພະຍານເລື່ອງພະເຢໂຫວາແລະພະຄຳຂອງພະອົງກໍເພີ່ມຄວາມເຊື່ອແລະຄວາມຮັກທີ່ເຈົ້າມີຕໍ່ພະອົງໃຫ້ໝັ້ນຄົງຫຼາຍຂຶ້ນ. ພະເຢໂຫວາຖືວ່າຄວາມພະຍາຍາມຂອງເຈົ້າມີຄ່າແທ້ໆ. (ເຫບເລີ 6:10) ການເຮັດວຽກດັ່ງກ່າວນີ້ຢ່າງຫ້າວຫັນຈະຊ່ວຍເຈົ້າໃຫ້ຮັກສາຕົວໄວ້ໃນຄວາມຮັກຂອງພະເຢໂຫວາຕໍ່ໆໄປ.—1 ໂກລິນໂທ 15:58.

17. ເປັນຫຍັງການປະກາດຂອງຄລິດສະຕຽນຈຶ່ງເປັນວຽກທີ່ຮີບດ່ວນ?

17 ເປັນສິ່ງສຳຄັນທີ່ຈະຈື່ຈຳໄວ້ວ່າວຽກການປະກາດເລື່ອງລາຊະອານາຈັກເປັນສິ່ງຮີບດ່ວນ. ຄຳພີໄບເບິນກ່າວວ່າ “ຈົ່ງປະກາດພະຄຳ ຈົ່ງປະກາດຢ່າງຮີບດ່ວນ.” (2 ຕີໂມເຕ 4:2, ລ.ມ.) ເປັນຫຍັງວຽກນີ້ຈຶ່ງຮີບດ່ວນຫຼາຍ? ພະຄຳຂອງພະເຈົ້າບອກເຮົາວ່າ “ວັນອັນໃຫຍ່ຂອງພະເຢໂຫວາມາໃກ້ແລ້ວ. ວັນນັ້ນຫຍັບມາໂດຍເຮວ.” (ໂຊໂຟນີ 1:14) ແມ່ນແລ້ວ ເວລາຈໍ້ເຂົ້າມາເລື້ອຍໆເມື່ອພະເຢໂຫວາຈະນຳເອົາລະບົບທັງສິ້ນໄປເຖິງຈຸດຈົບ. ຜູ້ຄົນຈະຕ້ອງໄດ້ຮັບການເຕືອນ! ເຂົາເຈົ້າຕ້ອງຮູ້ວ່າບັດນີ້ເປັນເວລາທີ່ຕ້ອງເລືອກພະເຢໂຫວາເປັນຜູ້ປົກຄອງອົງສູງສຸດ. ອະວະສານ “ຈະບໍ່ຊັກຊ້າ.”—ຫາບາກຸກ 2:3, ທ.ປ.

18. ເປັນຫຍັງເຮົາຈຶ່ງຄວນນະມັດສະການພະເຢໂຫວາຢ່າງເປີດເຜີຍຮ່ວມກັບຄລິດສະຕຽນແທ້?

18 ພະເຢໂຫວາຢາກໃຫ້ເຮົານະມັດສະການພະອົງຢ່າງເປີດເຜີຍຮ່ວມກັບຄລິດສະຕຽນແທ້. ດ້ວຍເຫດນັ້ນພະຄຳຂອງພະອົງຈຶ່ງກ່າວວ່າ “ພວກເຮົາຈົ່ງລະວັງຄຶດເຖິງກັນແລະກັນ ເພື່ອຈະໄດ້ເຕືອນໃຈກັນໃຫ້ປົງໃຈຮັກກັນແລະກັນແລະກະທຳການດີ ຢ່າໃຫ້ປະການຊຸມນຸມກັນນັ້ນເໝືອນດັ່ງຜູ້ລາງຄົນເຄີຍປະ ແຕ່ວ່າຈົ່ງເຕືອນສະຕິກັນແລະກັນ ແລະມາກກວ່ານັ້ນອີກເພາະທ່ານທັງຫຼາຍເຫັນວ່າວັນນັ້ນພວມຫຍັບເຂົ້າມາ.” (ເຫບເລີ 10:24, 25) ເມື່ອຊຸມນຸມກັບເພື່ອນຮ່ວມຄວາມເຊື່ອຢູ່ການປະຊຸມຄລິດສະຕຽນ ເຮົາມີໂອກາດອັນດີເລີດທີ່ຈະສັນລະເສີນແລະນະມັດສະການພະເຈົ້າທີ່ເຮົາຮັກ. ນອກຈາກນີ້ ການປະຊຸມຍັງເປັນໂອກາດທີ່ເຮົາຈະເສີມສ້າງແລະຫນູນໃຈກັນແລະກັນ.

19. ເຮົາຈະສ້າງຄວາມຮັກຄວາມຜູກພັນໃນປະຊາຄົມຄລິດສະຕຽນໃຫ້ແໜ້ນແຟ້ນຂຶ້ນໄດ້ແນວໃດ?

19 ໃນຂະນະທີ່ຄົບຫາກັບຄົນອື່ນໆທີ່ນະມັດສະການພະເຢໂຫວາ ເຮົາກຳລັງສ້າງຄວາມຮັກຄວາມຜູກພັນແລະມິດຕະພາບໃນປະຊາຄົມໃຫ້ແໜ້ນແຟ້ນຂຶ້ນ. ເປັນສິ່ງສຳຄັນທີ່ເຮົາຈະຊອກເບິ່ງຈຸດດີຂອງກັນແລະກັນ ຄືກັບທີ່ພະເຢໂຫວາຊອກເບິ່ງຈຸດດີໃນໂຕເຮົາ. ຢ່າຄາດໝາຍຄວາມສົມບູນພ້ອມຈາກເພື່ອນຮ່ວມຄວາມເຊື່ອ. ຂໍໃຫ້ຈື່ວ່າເຮົາແຕ່ລະຄົນພັດທະນາຄວາມເຊື່ອໃນລະດັບທີ່ຕ່າງກັນແລະເຮົາແຕ່ລະຄົນກໍຜິດພາດໄດ້. (ໂກໂລດ 3:13) ຈົ່ງພະຍາຍາມຄົບຫາເປັນເພື່ອນກັບຜູ້ທີ່ຮັກພະເຢໂຫວາຢ່າງແຮງກ້າ ແລ້ວເຮົາຈະພົບວ່າຕົວເອງກ້າວໜ້າທາງຝ່າຍວິນຍານ. ແມ່ນແລ້ວ ການນະມັດສະການພະເຢໂຫວາຮ່ວມກັບພີ່ນ້ອງຊາຍຍິງທີ່ມີຄວາມເຊື່ອແບບດຽວກັນຈະຊ່ວຍເຮົາໃຫ້ຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າ. ພະເຢໂຫວາຈະມອບລາງວັນອັນໃດໃຫ້ຜູ້ທີ່ນະມັດສະການພະອົງດ້ວຍຄວາມສັດຊື່ແລະຮັກສາຕົວໄວ້ໃນຄວາມຮັກຂອງພະອົງ?

ບາກບັ່ນພະຍາຍາມເພື່ອຈະໄດ້ “ຊີວິດອັນແທ້”[1 ຕີໂມເຕ 6:19]

20, 21. “ຊີວິດອັນແທ້” ແມ່ນຫຍັງ ແລະເປັນຫຍັງຈຶ່ງເປັນຄວາມຫວັງທີ່ດີເລີດ?

20 ພະເຢໂຫວາໃຫ້ຊີວິດເປັນລາງວັນສຳລັບຜູ້ຮັບໃຊ້ທີ່ສັດຊື່ຂອງພະອົງ ແຕ່ເປັນຊີວິດແບບໃດ? ຕອນນີ້ເຈົ້າມີຊີວິດແທ້ໆບໍ? ເຮົາສ່ວນຫຼາຍຈະຕອບວ່າແມ່ນ. ທີ່ຈິງ ເຮົາຫັນໃຈ ເຮົາກິນເຂົ້າແລະດື່ມນໍ້າ. ແນ່ນອນວ່າເຮົາມີຊີວິດຢູ່. ແລະຕອນທີ່ເຮົາມີຄວາມສຸກຫຼາຍໆເຮົາອາດເວົ້າວ່າ “ນີ້ແຫຼະຄືຊີວິດແທ້ໆ!” ແຕ່ຄຳພີໄບເບິນບອກໃນແງ່ໜຶ່ງທີ່ສຳຄັນ ຄືວ່າບໍ່ມີມະນຸດຄົນໃດໃນທຸກມື້ນີ້ມີຊີວິດແທ້ໆ.

ພະເຢໂຫວາຢາກໃຫ້ເຈົ້າໄດ້ຮັບ “ຊີວິດອັນແທ້.” ເຈົ້າຢາກໄດ້ບໍ?

21 ພະຄຳຂອງພະເຈົ້າກະຕຸ້ນເຕືອນເຮົາໃຫ້ “ກຳເອົາຖືຊີວິດອັນແທ້ນັ້ນ.” (1 ຕີໂມເຕ 6:19) ຖ້ອຍຄຳດັ່ງກ່າວຊີ້ບອກວ່າ “ຊີວິດອັນແທ້” ເປັນສິ່ງທີ່ເຮົາຫວັງວ່າຈະໄດ້ຮັບໃນອະນາຄົດ. ແມ່ນແລ້ວ ເມື່ອສົມບູນແບບເຮົາຈະມີຊີວິດໃນຄວາມໝາຍທີ່ຄົບຖ້ວນທີ່ສຸດຂອງຖ້ອຍຄຳນີ້ ເນື່ອງຈາກເຮົາຈະມີຊີວິດຢູ່ໃນແບບທີ່ພະເຈົ້າມຸ່ງໝາຍໄວ້ຕັ້ງແຕ່ຕອນທຳອິດ. ເມື່ອເຮົາມີຊີວິດຢູ່ແຜ່ນດິນໂລກທີ່ເປັນອຸທິຍານພ້ອມທັງມີສຸຂະພາບທີ່ແຂງແຮງ ມີຄວາມສະຫງົບ ແລະມີຄວາມສຸກ ໃນທີ່ສຸດເຮົາຈະມ່ວນຊື່ນກັບ “ຊີວິດອັນແທ້” ເຊິ່ງກໍຄືຊີວິດຕະຫຼອດໄປ. (1 ຕີໂມເຕ 6:12) ນີ້ເປັນຄວາມຫວັງທີ່ວິເສດບໍ່ແມ່ນບໍ?

22. ເຮົາຈະ “ກຳເອົາຖືຊີວິດອັນແທ້ນັ້ນ” ໄດ້ແນວໃດ?

22 ເຮົາຈະ “ກຳເອົາຖືຊີວິດອັນແທ້ນັ້ນ” ໄດ້ແນວໃດ? ຈາກຂໍ້ຄວາມໃນພະຄຳພີບົດດຽວກັນ ໂປໂລກະຕຸ້ນເຕືອນຄລິດສະຕຽນ “ໃຫ້ກະທຳການດີ” ແລະ “ເປັນຄົນມັ່ງມີໃນການດີທັງຫຼາຍ.” (1 ຕີໂມເຕ 6:18) ດັ່ງນັ້ນ ປາກົດແຈ້ງວ່າສ່ວນຫຼາຍແລ້ວເລື່ອງນີ້ຂຶ້ນຢູ່ກັບວິທີທີ່ເຮົານຳໃຊ້ຄວາມຈິງໃນຄຳພີໄບເບິນທີ່ເຮົາໄດ້ຮຽນຮູ້. ແຕ່ໂປໂລໝາຍຄວາມວ່າ ເຮົາໄດ້ “ຊີວິດອັນແທ້” ເປັນຄືຄ່າຈ້າງ ສຳລັບການເຮັດດີບໍ? ບໍ່ແມ່ນ ເພາະທີ່ຈິງແລ້ວຄວາມຫວັງອັນດີເລີດດັ່ງກ່າວຂຶ້ນຢູ່ກັບການທີ່ເຮົາໄດ້ຮັບ “ຄວາມກະລຸນາອັນບໍ່ຄວນໄດ້ຮັບ” ຈາກພະເຈົ້າ. (ໂລມ 5:15, ລ.ມ.) ຢ່າງໃດກໍຕາມ ພະເຢໂຫວາຍິນດີທີ່ຈະໃຫ້ລາງວັນແກ່ຜູ້ຮັບໃຊ້ທີ່ສັດຊື່ຂອງພະອົງ. ພະອົງຢາກໃຫ້ເຈົ້າມີ “ຊີວິດອັນແທ້.” ຊີວິດຕະຫຼອດໄປທີ່ມີຄວາມສຸກແລະສະຫງົບສຸກດັ່ງກ່າວນັ້ນລໍຖ້າຢູ່ທາງໜ້າຜູ້ທີ່ຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າຕໍ່ໆໄປ.

23. ເປັນຫຍັງການຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າຈຶ່ງເປັນເລື່ອງສຳຄັນ?

23 ເຮົາແຕ່ລະຄົນຄວນຖາມຕົວເອງວ່າ ‘ຂ້ອຍກຳລັງນະມັດສະການພະເຈົ້າໃນແບບທີ່ພະອົງກຳນົດໄວ້ໃນຄຳພີໄບເບິນບໍ?’ ຖ້າແຕ່ລະມື້ເຮົາແນ່ໃຈວ່າເຮົາກຳລັງນະມັດສະການພະເຈົ້າໃນແບບທີ່ກ່າວມາແລ້ວນັ້ນ ເຮົາກໍຢູ່ໃນເສັ້ນທາງທີ່ຖືກຕ້ອງແລ້ວ. ເຮົາຈະໝັ້ນໃຈໄດ້ວ່າພະເຢໂຫວາເປັນບ່ອນຄຸ້ມໄພຂອງເຮົາ. ພະອົງຈະຄຸ້ມຄອງຜູ້ຮັບໃຊ້ທີ່ສັດຊື່ຂອງພະອົງໃຫ້ລອດຜ່ານສະໄໝສຸດທ້າຍທີ່ຫຍຸ້ງຍາກໃນລະບົບເກົ່ານີ້. ພະເຢໂຫວາຈະພາເຮົາເຂົ້າສູ່ລະບົບໃໝ່ທີ່ຮຸ່ງເຮືອງເຊິ່ງຕອນນີ້ໃກ້ເຂົ້າມາແລ້ວ. ເມື່ອເຮົາມີຊີວິດຢູ່ໃນຕອນນັ້ນເຮົາຈະຕື່ນເຕັ້ນແທ້ໆ! ແລະເຮົາຈະຮູ້ສຶກຍິນດີແທ້ໆທີ່ໄດ້ເລືອກຢ່າງຖືກຕ້ອງໃນສະໄໝສຸດທ້າຍນີ້! ຖ້າເຈົ້າເລືອກແບບນັ້ນຕັ້ງແຕ່ຕອນນີ້ ເຈົ້າກໍຈະມີ “ຊີວິດອັນແທ້” ເຊິ່ງເປັນຊີວິດແບບທີ່ພະເຢໂຫວາພະເຈົ້າມຸ່ງໝາຍໄວ້ໃຫ້ຢູ່ຕະຫຼອດການ!