ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພາກຜະໜວກ

ເຮົາຄວນສະຫລອງບຸນຕ່າງໆບໍ?

ເຮົາຄວນສະຫລອງບຸນຕ່າງໆບໍ?

ວັນພັກເພື່ອສະຫຼອງເທສະການທາງສາສະໜາແລະເທສະການທາງໂລກທີ່ນິຍົມກັນໃນຫຼາຍສ່ວນຂອງໂລກໃນທຸກມື້ນີ້ບໍ່ໄດ້ມີຕົ້ນກຳເນີດມາຈາກຄຳພີໄບເບິນ. ຖ້າແນວນັ້ນ ການສະຫຼອງດັ່ງກ່າວເກີດຂຶ້ນມາໄດ້ແນວໃດ? ຖ້າເຈົ້າສາມາດຄົ້ນຄວ້າໃນຫ້ອງສະຫມຸດ ເຈົ້າຈະພົບວ່າເປັນຕາໜ້າສົນໃຈທີ່ຈະສັງເກດເຫັນວ່າໜັງສືອ້າງອີງເວົ້າແນວໃດກ່ຽວກັບບຸນຕ່າງໆທີ່ນິຍົມສະຫຼອງໃນທ້ອງຖິ່ນທີ່ເຈົ້າອາໄສຢູ່. ຂໍໃຫ້ພິຈາລະນາບາງຕົວຢ່າງ.

ບຸນອີສະເຕີ. ສາລານຸກົມບຣິແທນນິກາ ກ່າວວ່າ “ບໍ່ມີການຊີ້ບອກໃດໆກ່ຽວກັບການສະຫຼອງເທສະການອີສະເຕີໃນພາກພັນທະສັນຍາໃໝ່.” ອີສະເຕີເລີ່ມຕົ້ນແນວໃດ? ເທສະການນີ້ມີຕົ້ນຕໍມາຈາກການນະມັດສະການຂອງພວກນອກຮີດ. ເຖິງແມ່ນອ້າງກັນວ່າບຸນນີ້ເປັນການລະນຶກເຖິງການຄືນມາຈາກຕາຍຂອງພະເຍຊູ ແຕ່ທຳນຽມທີ່ກ່ຽວຂ້ອງກັບເທສະການອີສະເຕີບໍ່ໄດ້ເປັນແບບຄລິດສະຕຽນ. ຕົວຢ່າງ ສາລານຸກົມກາໂຕລິກ ເວົ້າກ່ຽວກັບ “ກະຕ່າຍອີສະເຕີ” ວ່າ “ກະຕ່າຍເປັນສັນຍະລັກຂອງພວກນອກຮີດແລະເຄີຍເປັນເຄື່ອງໝາຍສະແດງເຖິງຄວາມສາມາດໃນການຈະເລີນພັນຢູ່ສະເໝີ.”

ການສະຫຼອງປີໃໝ່. ວັນທີແລະທຳນຽມກ່ຽວກັບການສະຫຼອງປີໃໝ່ແຕກຕ່າງກັນໄປໃນແຕ່ລະປະເທດ. ກ່ຽວກັບຕົ້ນກຳເນີດຂອງການສະຫຼອງນີ້ ສາລານຸກົມເດິ ເວິລດ ບຸກ ກ່າວວ່າ “ໃນປີ 46 ສ.ສ. ຊີຊາຈູເລຍ ຜູ້ປົກຄອງຄົນໂລມເປັນຜູ້ກຳນົດໃຫ້ວັນທີ 1 ເດືອນມັງກອນເປັນມື້ປີໃໝ່. ຊາວໂລມໄດ້ອຸທິດວັນນີ້ໃຫ້ກັບຢານຸດສ ເທບພະເຈົ້າຂອງທາງເຂົ້າທາງອອກ ເທບພະເຈົ້າປະຕູ ແລະເທບພະເຈົ້າຂອງການເລີ່ມຕົ້ນຕ່າງໆ. ມີການຕັ້ງເດືອນມັງກອນ (January) ຕາມຊື່ຂອງພະເຈົ້າຢານຸດສຜູ້ເຊິ່ງມີສອງໜ້າ ໜ້າໜຶ່ງເບິ່ງໄປທາງໜ້າແລະອີກໜ້າໜຶ່ງເບິ່ງໄປທາງຫຼັງ.” ດັ່ງນັ້ນ ການສະຫຼອງປີໃໝ່ຈຶ່ງມີຈຸດເລີ່ມຕົ້ນມາຈາກປະເພນີທີ່ນອກຮີດ.

ວັນຮາໂລວີນ. ສາລານຸກົມອາເມລິການາ ກ່າວວ່າ “ລັກສະນະຂອງທຳນຽມທີ່ກ່ຽວຂ້ອງກັບວັນຮາໂລວີນອາດມີຕົ້ນຕໍມາຈາກພິທີຂອງພໍ່ມົດ [ນັກບວດຊົນເຜົ່າເຊນຕິກບູຮານ] ໃນໄລຍະກ່ອນຍຸກຄລິດສະຕຽນ. ຊາວເຊນຕິກມີເທສະການສະຫຼອງສຳລັບເທບພະເຈົ້າສຳຄັນສອງອົງ ຄືເທບພະເຈົ້າຂອງດວງຕາເວັນແລະເທບພະເຈົ້າຂອງຄວາມຕາຍ . . . ເຊິ່ງຈັດຂຶ້ນໃນວັນທີ 1 ຂອງເດືອນພະຈິກ ເຊິ່ງເປັນການເລີ່ມຕົ້ນປີໃໝ່ຂອງຊາວເຊນຕິກ. ການສະຫຼອງເທສະການທີ່ກ່ຽວຂ້ອງກັບຄົນຕາຍນີ້ຄ່ອຍໆຖືກລວມເຂົ້າໄວ້ໃນພິທີກຳຂອງຄລິດສະຕຽນ.”

ບຸນອື່ນໆ. ເປັນໄປບໍ່ໄດ້ທີ່ຈະພິຈາລະນາກ່ຽວກັບການສະຫຼອງບຸນທຸກແນວທີ່ຈັດກັນຕະຫຼອດທົ່ວໂລກ. ແຕ່ມື້ບຸນທີ່ຍົກຍ້ອງມະນຸດຫຼືອົງການຂອງມະນຸດເປັນສິ່ງທີ່ພະເຢໂຫວາບໍ່ຍອມຮັບ. (ເຢເຣມີ 17:5-7; ກິດຈະການ 10:25, 26) ຂໍໃຫ້ຈື່ໄວ້ເຊັ່ນກັນວ່າ ຕົ້ນກຳເນີດຂອງການສະຫຼອງບຸນທາງສາສະໜາຈະເປັນເຄື່ອງຕັດສິນວ່າການສະຫຼອງນັ້ນພະເຈົ້າພໍໃຈຫຼືບໍ່. (ເອຊາອີ 52:11; ຄຳປາກົດ 18:4) ຫຼັກການໃນຄຳພີໄບເບິນທີ່ກ່າວເຖິງໃນບົດທີ 16 ຂອງປຶ້ມນີ້ຈະຊ່ວຍເຈົ້າຕັດສິນວ່າພະເຈົ້າມີທັດສະນະແນວໃດຕໍ່ການເຂົ້າຮ່ວມບຸນຕ່າງໆທີ່ບໍ່ກ່ຽວຂ້ອງກັບສາສະໜາ.