ກະສັດອົງທຳອິດຂອງຍິດສະລາເອນຈົນເຖິງການເປັນຊະເລີຍໃນບາບີໂລນ
ພາກ 4
ກະສັດອົງທຳອິດຂອງຍິດສະລາເອນຈົນເຖິງການເປັນຊະເລີຍໃນບາບີໂລນ
ຊາອຶເລໄດ້ຮັບການແຕ່ງຕັ້ງເປັນກະສັດອົງທຳອິດຂອງຊາດຍິດສະລາເອນ. ແຕ່ຕອນຫຼັງພະເຢໂຫວາທອດຖິ້ມຊາອຶເລເສຍ ແລະໄດ້ເລືອກເອົາດາວິດໃຫ້ເປັນກະສັດແທນເຂົາ. ເຮົາຈະໄດ້ຮຽນຮູ້ຫຼາຍສິ່ງກ່ຽວກັບດາວິດ. ເມື່ອຍັງເປັນເດັກຫນຸ່ມເພິ່ນໄດ້ຕໍ່ສູ້ກັບໂຄລີອາດ. ຕໍ່ມາເພິ່ນໄດ້ປົບໜີໄປຈາກກະສັດຊາອຶເລຜູ້ມີໃຈອິດສາ. ໃນຕອນນັ້ນອາບີຄາລີຍິງທີ່ມີຮູບຮ່າງງາມຍັບຢັ້ງເພິ່ນຈາກການເຮັດສິ່ງທີ່ບໍ່ສະຫຼາດ.
ຕໍ່ໄປເຮົາຈະໄດ້ຮຽນຮູ້ຫຼາຍຢ່າງກ່ຽວກັບຊາໂລໂມນບຸດຊາຍຂອງດາວິດ ຜູ້ສືບຕຳແໜ່ງເປັນກະສັດແຫ່ງຊາດຍິດສະລາເອນແທນດາວິດ. ກະສັດສາມອົງທຳອິດຂອງຊາດຍິດສະລາເອນແຕ່ລະອົງໄດ້ປົກຄອງ 40 ປີ. ຫຼັງຈາກການຕາຍຂອງຊາໂລໂມນ ປະເທດຍິດສະລາເອນໄດ້ຖືກແບ່ງແຍກອອກເປັນສອງອານາຈັກ ຄືອານາຈັກຝ່າຍເໜືອແລະອານາຈັກຝ່າຍໃຕ້.
ອານາຈັກຝ່າຍເໜືອ 10 ກະກູນດຳລົງຢູ່ໄດ້ 257 ປີ ກ່ອນທີ່ຖືກຊົນຊາດອາຊີລີໄດ້ມາທຳລາຍ. ຄັນຕໍ່ມາອີກ 133 ປີອານາຈັກຝ່າຍໃຕ້ສອງກະກູນກໍ່ໄດ້ຖືກທຳລາຍຄືກັນ. ເທື່ອນີ້ຊົນຍິດສະລາເອນໄດ້ຖືກຈັບເປັນຊະເລີຍໄປຍັງບາບີໂລນ. ດັ່ງນັ້ນປະຫວັດສາດທີ່ມີການກ່າວເຖິງໃນພາກສີ່ນີ້ລວມເວລາທັງໝົດ 510 ປີ ຊຶ່ງລະຫວ່າງເວລານີ້ມີເຫດການໜ້າຕື່ນເຕັ້ນຫຼາຍຢ່າງຜ່ານໄປຕໍ່ສາຍຕາຂອງເຮົາ.