ຄວາມຫຍຸ້ງຍາກໃນເຊື້ອວົງຂອງດາວິດ
ບົດ 62
ຄວາມຫຍຸ້ງຍາກໃນເຊື້ອວົງຂອງດາວິດ
ຫຼັງຈາກ ດາວິດເລີ່ມຕົ້ນປົກຄອງໃນນະຄອນເຢຣຶຊາເລມ ພະເຢໂຫວາໃຫ້ກອງທັບຂອງເພິ່ນຊະນະເໜືອສັດຕູຫຼາຍເທື່ອ. ພະເຢໂຫວາໄດ້ສັນຍາທີ່ຈະໃຫ້ແຜ່ນດິນການາອານແກ່ຊົນຊາດຍິດສະລາເອນ. ແລະບັດນີ້ດ້ວຍຄວາມຊ່ວຍເຫຼືອຂອງພະເຢໂຫວາ ແຜ່ນດິນທັງໝົດທີ່ໄດ້ສັນຍາໄວ້ໃນທີ່ສຸດກໍ່ຕົກມາເປັນຂອງພວກເຂົາ.
ດາວິດເປັນຜູ້ປົກຄອງທີ່ດີ. ທ່ານຮັກພະເຢໂຫວາ. ດັ່ງນັ້ນສິ່ງທຳອິດທີ່ເພິ່ນເຮັດຫຼັງຈາກຍຶດເອົານະຄອນເຢຣຶຊາເລມໄດ້ນັ້ນຄືນຳເອົາຫີບແຫ່ງຄຳສັນຍາໄມຕີຂອງພະເຢໂຫວາມາໄວ້ທີ່ນັ້ນ. ແລະເພິ່ນຕ້ອງການຈະສ້າງວິຫານຂຶ້ນເພື່ອຈະເອົາຫີບແຫ່ງຄຳສັນຍາມາໄວ້ທີ່ນັ້ນ.
ເມື່ອດາວິດມີອາຍຸຫຼາຍຂຶ້ນ ທ່ານໄດ້ເຮັດຜິດຮ້າຍແຮງ. ດາວິດຮູ້ວ່າການຍຶດເອົາຂອງທີ່ເປັນຂອງຄົນອື່ນນັ້ນເປັນການຜິດ. ແຕ່ວ່າເວລາແລງມື້ນຶ່ງ ເມື່ອຍ່າງຢູ່ເທິງຫຼັງຄາລາຊະວັງ ເພິ່ນມອງລົງໄປ ເຫັນຜູ້ຍິງຄົນນຶ່ງງາມຫຼາຍ. ນາງຊື່ບາດເຊບາແລະສາມີເປັນທະຫານຄົນນຶ່ງຂອງດາວິດຊື່ອຶລີ.
ດາວິດຕ້ອງການນາງບາດເຊບາຫຼາຍທີ່ສຸດເຖິງກັບໃຫ້ນຳຕົວນາງມາທີ່ວັງ. ຜົວຂອງນາງອອກໄປເຮັດການສູ້ຮົບ. ດາວິດໄດ້ຮ່ວມນອນກັບນາງແລະຕໍ່ມານາງຮູ້ຕົວວ່າຕົນພວມຈະມີລູກ. ດາວິດມີຄວາມກັງວົນຫຼາຍຈຶ່ງສັ່ງໂຢອາບແມ່ທັບຂອງທ່ານໃຫ້ສົ່ງອຶລີໄປສູ້ຮົບທີ່ແນວໜ້າເພື່ອເຂົາຈະຖືກຂ້າ. ເມື່ອອຶລີຕາຍແລ້ວ ດາວິດແຕ່ງດອງກັບບາດເຊບາ.
ພະເຢໂຫວາເຄືອງໃຈດາວິດຫຼາຍ. ດັ່ງນັ້ນພະອົງຈຶ່ງສົ່ງນາທານຜູ້ຮັບໃຊ້ຂອງພະອົງໄປບອກເຖິງຄວາມຜິດບາບຂອງທ່ານ. ເຈົ້າເຫັນນາທານພວມເວົ້າກັບດາວິດ. ດາວິດເສຍໃຈຫຼາຍໃນສິ່ງທີ່ທ່ານໄດ້ເຮັດ ແລະດ້ວຍເຫດນັ້ນພະເຢໂຫວາບໍ່ໄດ້ຂ້າເພິ່ນ. ແຕ່ພະເຢໂຫວາຕັດວ່າ: ‘ເພາະເຫດເຈົ້າໄດ້ເຮັດສິ່ງຊົ່ວເຫຼົ່ານີ້ ເຈົ້າຈະມີຄວາມລຳບາກຫຼາຍປະການໃນເຊື້ອວົງຂອງເຈົ້າ.’ ແລະດາວິດກໍ່ໄດ້ຮັບຄວາມລຳບາກເດືອດຮ້ອນອີ່ຫຼີ!
ທຳອິດບຸດຂອງບາດເຊບາຕາຍ. ຕໍ່ມາລາຊະບຸດຫົວປີຂອງດາວິດອາມນອນຈັດໃຫ້ຕາມາເຣນ້ອງສາວຂອງຕົນຢູ່ກັບຕົນແຕ່ລຳພັງແລ້ວຂົ່ມຂືນນາງ. ເລື່ອງນີ້ເຮັດໃຫ້ອາບຊາໂລມລາຊະບຸດຂອງດາວິດຄຽດເຄືອງໃຈຫຼາຍຈົນເຖິງຂ້າອາມນອນ. ຕໍ່ມາອາບຊາໂລມສາມາດເຮັດໃຫ້ປະຊາຊົນພໍໃຈຮັກແພງຕົນແລ້ວກໍ່ຕັ້ງຕົວເອງເປັນກະສັດ. ໃນທີ່ສຸດ ດາວິດເອົາຊະນະໃນການສູ້ຮົບກັບອາບຊາໂລມຜູ້ຊຶ່ງຖືກຂ້າ. ແມ່ນແລ້ວ ດາວິດໄດ້ຮັບຄວາມຫຍຸ້ງຍາກມາກຫຼາຍ.
ໃນລະຫວ່າງເຫດການທັງໝົດນີ້ ບາດເຊບາໃຫ້ກຳເນີດບຸດຊາຍຄົນນຶ່ງຊື່ຊາໂລໂມນ. ເມື່ອດາວິດເຖົ້າແລ້ວແລະເຈັບປ່ວຍລົງ ອາໂດເນຍລາຊະບຸດຂອງເພິ່ນກໍ່ພະຍາຍາມຕັ້ງຕົວເອງເປັນກະສັດ. ດັ່ງນັ້ນດາວິດຈຶ່ງໃຊ້ປະໂລຫິດຈາດອກເທນ້ຳມັນລົງເທິງຫົວຂອງຊາໂລໂມນເພື່ອສະແດງໃຫ້ເຫັນວ່າຊາໂລໂມນຈະໄດ້ເປັນກະສັດ. ຕໍ່ມາບໍ່ດົນດາວິດກໍ່ຕາຍເມື່ອມີອາຍຸ 70 ປີ. ທ່ານໄດ້ປົກຄອງເປັນເວລາ 40 ປີ ແຕ່ບັດນີ້ຊາໂລໂມນເປັນກະສັດແຫ່ງຊາດຍິດສະລາເອນ.
2 ຊາເມິອນ 11:1-27; 12:1-18; 1 ກະສັດ 1:1-48.