ຊາຍຜູ້ບໍ່ຢ້ານກົວ
ບົດ 74
ຊາຍຜູ້ບໍ່ຢ້ານກົວ
ເບິ່ງຜູ້ຄົນຫົວຂວັນເຍາະເຍີ້ຍຊາຍຫນຸ່ມຄົນນີ້. ເຈົ້າຮູ້ວ່າເຂົາຄືຜູ້ໃດ? ຊາຍຜູ້ນີ້ຄືເຢເຣມີ. ເຂົາເປັນຜູ້ທຳນວາຍຄົນສຳຄັນຂອງພະເຈົ້າ.
ບໍ່ເຫິງຫຼັງຈາກກະສັດໂຢເຊຍເຊເລີ່ມຕົ້ນທຳລາຍຮູບພະທັງຫຼາຍອອກໄປຈາກແຜ່ນດິນ ພະເຢໂຫວາສັ່ງໃຫ້ເຢເຣມີເປັນຜູ້ທຳນວາຍ. ຢ່າງໃດກໍ່ດີ ເຢເຣມີຄິດວ່າເຂົາຍັງຫນຸ່ມນ້ອຍເກີນໄປທີ່ຈະເປັນຜູ້ທຳນວາຍ. ແຕ່ພະເຢໂຫວາບອກວ່າພະອົງຈະຊ່ວຍເຂົາ.
ເຢເຣມີບອກໃຫ້ຊົນຍິດສະລາເອນເລີກເຮັດສິ່ງທີ່ຊົ່ວ. ເຂົາກ່າວວ່າ: ‘ບັນດາພະທີ່ຊົນຊາດທັງຫຼາຍນະມັດສະການເປັນພະປອມ’ ແຕ່ຊົນຍິດສະລາເອນຈຳນວນຫຼາຍພໍໃຈນະມັດສະການຮູບພະຕ່າງໆແທນທີ່ຈະນະມັດສະການພະເຢໂຫວາຜູ້ເປັນພະເຈົ້າທ່ຽງແທ້. ເມື່ອເຢເຣມີບອກເຂົາວ່າພະເຢໂຫວາຈະລົງໂທດພວກເຂົາເພາະການຊົ່ວຂອງເຂົາ ພວກເຂົາກໍ່ຫົວຂວັນເຍາະເຍີ້ຍເຂົາ.
ຫຼາຍປີຜ່ານໄປ. ໂຢເຊຍເຊຕາຍ ແລະສາມເດືອນຕໍ່ມາເຢໂຫຢາກີມບຸດຂອງເພິ່ນກໍ່ຖືກແຕ່ງຕັ້ງເປັນກະສັດ. ເຢເຣມີຍັງບອກຜູ້ຄົນວ່າ: ‘ເຢຣຶຊາເລມຈະຖືກທຳລາຍຫາກພວກທ່ານບໍ່ປ່ຽນແນວທາງອັນຊົ່ວເສຍ.’ ພວກປະໂລຫິດຄວ້າຈັບຕົວເຢເຣມີແລະຮ້ອງສຽງດັງວ່າ: ‘ເຈົ້າຄວນຖືກຂ້າເພາະເວົ້າຄວາມເຫຼົ່ານີ້.’ ຄັນແລ້ວຈຶ່ງໄປບອກພວກເຈົ້ານາຍແຫ່ງຍິດສະລາເອນວ່າ: ‘ເຢເຣມີຄວນຈະຖືກຂ້າ ເພາະວ່າເຂົາກ່າວຕໍ່ສູ້ນະຄອນຂອງພວກເຮົາ.’
ເຢເຣມີຈະເຮັດແນວໃດໃນຂະນະນີ້? ເຂົາບໍ່ຢ້ານເລີຍ! ເຂົາບອກຄົນທັງປວງວ່າ: ‘ພະເຢໂຫວາໃຊ້ຂ້າພະເຈົ້າມາບອກຂໍ້ຄວາມເຫຼົ່ານີ້ແກ່ພວກທ່ານ. ຫາກທ່ານບໍ່ປ່ຽນແນວທາງດຳເນີນຊີວິດອັນຊົ່ວຊ້າຂອງທ່ານ ພະເຢໂຫວາຈະທຳລາຍນະຄອນເຢຣຶຊາເລມ. ແຕ່ຈົ່ງຮູ້ຈັກແນ່ໃນຂໍ້ນີ້ວ່າ: ຖ້າທ່ານຂ້າຂ້າພະເຈົ້າ ທ່ານຈະຂ້າຄົນທີ່ບໍ່ໄດ້ເຮັດຄວາມຜິດປະການໃດ.’
ພວກເຈົ້ານາຍປ່ອຍເຢເຣມີໃຫ້ມີຊີວິດຕໍ່ໄປ ແຕ່ຊົນຍິດສະລາເອນບໍ່ໄດ້ປ່ຽນແນວທາງອັນຊົ່ວຂອງເຂົາ. ຕໍ່ມາເນບຶກາດເນດຊາເຣ ກະສັດບາບີໂລນ ມາຕໍ່ສູ້ເຢຣຶຊາເລມ. ໃນທີ່ສຸດຊົນຍິດສະລາເອນຕົກເປັນທາດຂອງເນບຶກາດເນດຊາເຣ. ແລ້ວທ່ານກວາດເອົາຫຼາຍໆພັນຄົນໄປປະເທດບາບີໂລນ. ຈົ່ງຄິດເບິ່ງວ່າຖ້າມີຄົນແປກໜ້າມາເອົາຕົວເຈົ້າອອກຈາກບ້ານໄປຍັງປະເທດທີ່ບໍ່ເຄີຍຮູ້ຈັກກ່ອນ ເຈົ້າຈະຮູ້ສຶກຢ່າງໃດ!
ເຢເຣມີ 1:1-8; 10:1-5; 26:1-16; 2 ກະສັດ 24:1-17.