ຊາອຶເລ—ກະສັດທຳອິດຂອງຍິດສະລາເອນ
ບົດ 56
ຊາອຶເລ—ກະສັດທຳອິດຂອງຍິດສະລາເອນ
ຈົ່ງເບິ່ງຊາເມິອນພວມເທນ້ຳມັນລົງເທິງຫົວຂອງຊາຍຄົນນີ້. ພວກເຂົາເຄີຍໃຊ້ວິທີນີ້ເພື່ອສະແດງວ່າເຂົາເປັນບຸກຄົນຊຶ່ງໄດ້ຖືກເລືອກໃຫ້ເປັນກະສັດ. ພະເຢໂຫວາບອກໃຫ້ຊາເມິອນເທນ້ຳມັນລົງເທິງຫົວຂອງຊາອຶເລ. ນີ້ຄືນ້ຳມັນພິເສດມີກິ່ນຫອມແທ້ໆ.
ຊາອຶເລບໍ່ໄດ້ຄິດວ່າຕົນເປັນຄົນດີພໍທີ່ຈະເປັນກະສັດ. ລາວບອກກັບຊາເມິອນວ່າ: ‘ຂ້າພະເຈົ້າຢູ່ໃນກະກູນຂອງເບນຍາມີນ ເປັນກະກູນນຶ່ງທີ່ນ້ອຍທີ່ສຸດໃນຍິດສະລາເອນ ເຫດໃດທ່ານຈຶ່ງບອກວ່າຂ້າພະເຈົ້າຈະເປັນກະສັດ?’ ພະເຢໂຫວາພໍໃຈໃນຊາອຶເລເພາະວ່າລາວບໍ່ໄດ້ເຮັດທ່າຖືຕົວວ່າເປັນໃຫຍ່ແລະສຳຄັນ. ດ້ວຍເຫດນັ້ນພະອົງຈຶ່ງເລືອກລາວໃຫ້ເປັນກະສັດ.
ແຕ່ຊາອຶເລບໍ່ໄດ້ເປັນຄົນຍາກຈົນຫຼືບໍ່ເປັນຄົນເລັກນ້ອຍ. ລາວມາຈາກຄອບຄົວທີ່ຮັ່ງມີ ແລະເປັນຄົນມີຮູບຮ່າງສູງໜ້າຕາຫຼໍ່ຫຼາຍ. ລາວສູງກວ່າຄົນອື່ນໆໃນຊາດຍິດສະລາເອນປະມານນຶ່ງຟຸດ! ຊາອຶເລສາມາດແລ່ນໄວອີ່ຫຼີ ແລະເປັນຄົນແຂງແຮງຫຼາຍດ້ວຍ. ຜູ້ຄົນມີຄວາມດີໃຈທີ່ພະເຢໂຫວາໄດ້ເລືອກຊາອຶເລເປັນກະສັດ. ພວກເຂົາທຸກຄົນສົ່ງສຽງໂຫ່ຮ້ອງວ່າ: ‘ຂໍໃຫ້ກະສັດມີຊີວິດຍືນຍາວເຖີດ!’
ພວກສັດຕູຂອງຊາດຍິດສະລາເອນມີກຳລັງແຂງແຮງຕາມເຄີຍ. ເຂົາຍັງຄົງກໍ່ໃຫ້ຊົນຍິດສະລາເອນໄດ້ຮັບຄວາມລຳບາກບໍ່ແມ່ນໜ້ອຍ. ບໍ່ດົນຫຼັງຈາກຊາອຶເລຖືກແຕ່ງຕັ້ງເປັນກະສັດ ຊົນຊາດອາມໂມນຍົກທັບມາຕໍ່ສູ້ພວກເຂົາ. ແຕ່ຊາອຶເລກໍ່ໄດ້ລວບລວມກອງທັບໃຫຍ່ ແລະລາວມີໄຊຊະນະເໜືອຊາດອາມໂມນ. ທັງນີ້ເປັນເຫດເຮັດໃຫ້ຜູ້ຄົນດີໃຈທີ່ຊາອຶເລເປັນກະສັດ.
ຂະນະທີ່ຫຼາຍປີຜ່ານໄປ ຊາອຶເລນຳຊາດຍິດສະລາເອນໃຫ້ມີໄຊຊະນະເໜືອພວກສັດຕູຫຼາຍເທື່ອ. ຊາອຶເລມີບຸດຊາຍທີ່ກ້າຫານຄົນນຶ່ງດ້ວຍຊື່ໂຍນາທານ. ແລະໂຍນາທານຊ່ວຍຊົນຍິດສະລາເອນມີໄຊຊະນະຫຼາຍໃນການສູ້ຮົບຫຼາຍຄັ້ງ. ຊາດຟີລີດຕີນຍັງເປັນສັດຕູທີ່ຮ້າຍແຮງທີ່ສຸດຂອງຊາດຍິດສະລາເອນຢູ່. ມື້ນຶ່ງຊາດຟີລີດຕີນເປັນຫຼາຍໆພັນຄົນຍົກທັບມາຕໍ່ສູ້ຊາດຍິດສະລາເອນ.
ຊາເມິອນບອກໃຫ້ຊາອຶເລລໍຖ້າຈົນກວ່າເພິ່ນມາເຖິງແລ້ວຈຶ່ງຖວາຍເຄື່ອງບູຊາ ຫຼືຂອງຖວາຍແດ່ພະເຢໂຫວາ. ແຕ່ຊາເມິອນຊັກຊ້າໃນການມາເຖິງ. ຊາອຶເລຢ້ານວ່າຊາດຟີລີດຕີນຈະລົງມືຕໍ່ສູ້ ດັ່ງນັ້ນລາວຈຶ່ງຖວາຍເຄື່ອງບູຊາກ່ອນດ້ວຍຕົນເອງ. ໃນທີ່ສຸດເມື່ອຊາເມິອນມາເຖິງເພິ່ນຈຶ່ງບອກຊາອຶເລວ່າລາວເປັນຄົນບໍ່ເຊື່ອຟັງ. ຊາເມິອນກ່າວດັ່ງນີ້: ‘ພະເຢໂຫວາຈະເລືອກອີກຜູ້ນຶ່ງເປັນກະສັດເໜືອຍິດສະລາເອນ.’
ຕໍ່ມາຊາອຶເລບໍ່ເຊື່ອຟັງອີກ. ດັ່ງນັ້ນຊາເມິອນຈຶ່ງບອກລາວວ່າ: ‘ການເຊື່ອຟັງພະເຢໂຫວາກໍ່ດີກວ່າການເອົາແກະຢ່າງດີທີ່ສຸດມາຖວາຍແດ່ພະອົງ. ເພາະທ່ານບໍ່ໄດ້ເຊື່ອຟັງພະເຢໂຫວາ ພະເຢໂຫວາຈະບໍ່ໃຫ້ທ່ານເປັນກະສັດແຫ່ງຍິດສະລາເອນຕໍ່ໄປ.’
ເຮົາສາມາດຮຽນບົດຮຽນທີ່ດີຈາກເລື່ອງນີ້ໄດ້. ເລື່ອງນີ້ສະແດງໃຫ້ເຮົາເຫັນວ່າການເຊື່ອຟັງພະເຢໂຫວາສະເໝີນັ້ນມີຄວາມສຳຄັນພຽງໃດ. ນອກນີ້ຍັງສະແດງໃຫ້ເຫັນວ່າຄົນທີ່ເຄີຍເປັນຄົນດີຢ່າງຊາອຶເລ ສາມາດປ່ຽນແລະເປັນບໍ່ດີໄດ້. ເຮົາບໍ່ປາຖະໜາຈະກາຍເປັນຄົນບໍ່ດີຈັກເທື່ອເລີຍ ແມ່ນບໍ?
1 ຊາເມິອນ ບົດ 9 ເຖິງ 11; 13:5-14; 14:47-52; 15:1-35; 2 ຊາເມິອນ 1:23.