ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊາໂລໂມນກະສັດທີ່ສະຫຼາດສຸຂຸມ

ຊາໂລໂມນກະສັດທີ່ສະຫຼາດສຸຂຸມ

ບົດ 63

ຊາໂລໂມນ​ກະສັດ​ທີ່​ສະຫຼາດ​ສຸຂຸມ

ຊາໂລໂມນ​ເປັນ​ຊາຍ​ຫນຸ່ມ​ເມື່ອ​ທ່ານ​ຖືກ​ແຕ່ງ​ຕັ້ງ​ເປັນ​ກະສັດ. ທ່ານ​ຮັກ​ພະ​ເຢໂຫວາ​ແລະ​ປະຕິບັດ​ຕາມ​ຄຳ​ແນະນຳ​ທີ່​ດີ​ຊຶ່ງ​ດາວິດ​ລາຊະບິດາ​ໃຫ້​ແກ່​ທ່ານ. ພະ​ເຢໂຫວາ​ພໍ​ໃຈ​ກັບ​ຊາໂລໂມນ ດັ່ງ​ນັ້ນ​ຄືນ​ນຶ່ງ​ພະອົງ​ຕັດ​ແກ່​ທ່ານ​ໃນ​ຝັນ​ວ່າ: ‘ຊາໂລໂມນ​ເອີຍ ເຈົ້າ​ຢາກ​ໃຫ້​ເຮົາ​ໂຜດ​ປະທານ​ສິ່ງ​ໃດ​ແກ່​ເຈົ້າ?’

ຊາໂລໂມນ​ທູນ​ວ່າ: ‘ໂອ້​ພະ​ເຢໂຫວາ ພະເຈົ້າ​ຂອງ​ຂ້າພະເຈົ້າ ຂ້າພະເຈົ້າ​ຍັງ​ເປັນ​ຄົນ​ຫນຸ່ມ​ນ້ອຍ​ແລະ​ບໍ່​ຮູ້​ວ່າ​ຈະ​ເຮັດ​ການ​ປົກຄອງ​ຢ່າງ​ໃດ. ດັ່ງ​ນັ້ນ​ຂໍ​ພະອົງ​ໂຜດ​ປະທານ​ສະຕິ​ປັນຍາ​ແກ່​ຂ້າພະເຈົ້າ ເພື່ອ​ວ່າ​ຈະ​ໄດ້​ປົກຄອງ​ປະຊາຊົນ​ຂອງ​ພະອົງ​ຢ່າງ​ຖືກ​ຕ້ອງ’.

ພະ​ເຢໂຫວາ​ພໍ​ໃຈ​ສິ່ງ​ທີ່​ຊາໂລໂມນ​ໄດ້​ທູນ​ຂໍ​ນັ້ນ. ດັ່ງ​ນັ້ນ​ພະອົງ​ຕັດ​ວ່າ: ‘ເພາະ​ເຈົ້າ​ໄດ້​ຂໍ​ໃຫ້​ມີ​ສະຕິ​ປັນຍາ​ແລະ​ບໍ່​ໄດ້​ຂໍ​ໃຫ້​ມີ​ຊີວິດ​ຍືນ​ຍາວ​ຫຼື​ຄວາມ​ຮັ່ງມີ ເຮົາ​ຈະ​ໃຫ້​ເຈົ້າ​ມີ​ສະຕິ​ປັນຍາ​ຫຼາຍ​ກວ່າ​ຄົນ​ໃດໆທີ່​ເຄີຍ​ມີ​ຊີວິດ​ມາ​ກ່ອນ. ແຕ່​ຈະ​ໃຫ້​ສິ່ງ​ທີ່​ເຈົ້າ​ບໍ່​ໄດ້​ຂໍ​ອີກ​ດ້ວຍ ຄື​ຄວາມ​ຮັ່ງມີ​ແລະ​ສະຫງ່າ​ລາສີ.’

ຕໍ່​ມາ​ບໍ່​ດົນ​ຜູ້​ຍິງ​ສອງ​ຄົນ​ເຂົ້າ​ມາ​ເຝົ້າ​ຊາໂລໂມນ​ດ້ວຍ​ບັນຫາ​ຊຶ່ງ​ແກ້ໄຂ​ຍາກ. ຄົນ​ນຶ່ງ​ວ່າ: ‘ຍິງ​ຄົນ​ນີ້​ແລະ​ຂ້າພະເຈົ້າ​ຢູ່​ໃນ​ເຮືອນ​ດຽວ​ກັນ ຂ້າພະເຈົ້າ​ໄດ້​ໃຫ້​ກຳເນີດ​ລູກ​ຊາຍ​ຄົນ​ນຶ່ງ ແລະ​ສອງ​ມື້​ຕໍ່​ມາ​ເຂົາ​ກໍ່​ຄອດ​ລູກ​ຊາຍ​ອ່ອນ​ດ້ວຍ. ຄັນ​ແລ້ວ​ຄືນ​ນຶ່ງ​ເດັກ​ອ່ອນ​ເຂົາ​ຕາຍ. ແຕ່​ຂະນະ​ທີ່​ຂ້ອຍ​ນອນ​ຫຼັບ ເຂົາ​ໄດ້​ເອົາ​ລູກ​ຂອງ​ເຂົາ​ທີ່​ຕາຍ​ມາ​ໄວ້​ຂ້າງ​ຂ້ອຍ​ແລະ​ເອົາ​ລູກ​ນ້ອຍ​ຂອງ​ຂ້ອຍ​ໄປ. ເມື່ອ​ຂ້ອຍ​ຕື່ນ​ຂຶ້ນ​ແລະ​ໄດ້​ເບິ່ງ​ລູກ​ທີ່​ຕາຍ​ແລ້ວ​ນັ້ນ ຂ້ອຍ​ເຫັນ​ວ່າ​ບໍ່​ແມ່ນ​ລູກ​ຂອງ​ຂ້ອຍ.’

ຍິງ​ອີກ​ຄົນ​ນຶ່ງ​ກ່າວ​ວ່າ: ‘ບໍ່​ແມ່ນ! ເດັກ​ອ່ອນ​ທີ່​ມີ​ຊີວິດ​ຢູ່​ເປັນ​ລູກ​ຂອງ​ຂ້ອຍ ເດັກ​ອ່ອນ​ທີ່​ຕາຍ​ນັ້ນ​ເປັນ​ຂອງ​ນາງ!’ ຜູ້​ຍິງ​ຄົນ​ທຳອິດ​ຕອບ​ວ່າ: ‘ບໍ່​ແມ່ນ! ເດັກ​ນ້ອຍ​ທີ່​ຕາຍ​ນັ້ນ​ເປັນ​ຂອງ​ເຈົ້າ ແລະ​ຄົນ​ທີ່​ມີ​ຊີວິດ​ຢູ່​ນັ້ນ​ເປັນ​ລູກ​ຂອງ​ຂ້ອຍ!’ ຍິງ​ທັງ​ສອງ​ຖຽງ​ກັນ​ຢ່າງ​ນີ້. ຊາໂລໂມນ​ຈະ​ເຮັດ​ຢ່າງ​ໃດ​ດີ?

ທ່ານ​ຈຶ່ງ​ສັ່ງ​ໃຫ້​ເອົາ​ດາບ​ມາ​ດວງ​ນຶ່ງ ແລະ​ເມື່ອ​ເອົາ​ດາບ​ມາ​ແລ້ວ ທ່ານ​ສັ່ງ​ວ່າ: ‘ຈົ່ງ​ຜ່າ​ເດັກ​ອ່ອນ​ທີ່​ມີ​ຊີວິດ​ນັ້ນ​ເປັນ​ສອງ​ທ່ອນ​ເຖີດ ແລະ​ຈົ່ງ​ເອົາ​ໃຫ້​ພວກ​ເຂົາ​ຄົນ​ລະ​ເຄິ່ງ.’

ຍິງ​ທີ່​ເປັນ​ແມ່​ແທ້ໆນັ້ນ​ຮ້ອງ​ຂຶ້ນ​ວ່າ: ‘ຢ່າ​ເລີຍ ຂໍ​ຢ່າ​ຂ້າ​ເດັກ​ນັ້ນ. ຂໍ​ເອົາ​ເດັກ​ນັ້ນ​ໃຫ້​ເຂົາ​ເຖີດ!’ ແຕ່​ຜູ້​ຍິງ​ອີກ​ຄົນ​ນຶ່ງ​ເວົ້າ​ວ່າ: ‘ຢ່າ​ຍົກ​ໃຫ້​ເຮົາ​ຄົນ​ນຶ່ງ​ຄົນ​ໃດ​ເລີຍ; ແຕ່​ຂໍ​ໃຫ້​ຕັດ​ເດັກ​ນັ້ນ​ເປັນ​ສອງ​ທ່ອນ​ເຖີດ.’

ໃນ​ທີ່​ສຸດ​ຊາໂລໂມນ​ສັ່ງ​ວ່າ: ‘ຢ່າ​ຂ້າ​ເດັກ​ນັ້ນ! ຈົ່ງ​ເອົາ​ເດັກ​ຊາຍ​ນັ້ນ​ໃຫ້​ແກ່​ຜູ້​ຍິງ​ຄົນ​ທຳອິດ. ນາງ​ເປັນ​ແມ່​ແທ້.’ ຊາໂລໂມນ​ຮູ້​ເລື່ອງ​ນີ້​ເພາະ​ຜູ້​ທີ່​ເປັນ​ແມ່​ແທ້ໆຍ່ອມ​ຮັກ​ລູກ​ຫຼາຍ​ຈົນ​ເຖິງ​ກັບ​ຕ້ອງ​ຍອມ​ຍົກ​ເດັກ​ອ່ອນ​ນັ້ນ​ໃຫ້​ແກ່​ຍິງ​ອີກ​ຄົນ​ນຶ່ງ​ເພື່ອ​ລູກ​ນັ້ນ​ຈະ​ບໍ່​ຖືກ​ຂ້າ. ເມື່ອ​ຜູ້​ຄົນ​ໄດ້​ຍິນ​ເຖິງ​ວິທີ​ທີ່​ຊາໂລໂມນ​ໄດ້​ແກ້ໄຂ​ບັນຫາ​ນັ້ນ​ພວກ​ເຂົາ​ກໍ່​ດີໃຈ​ເພາະ​ມີ​ກະສັດ​ທີ່​ສະຫຼາດ​ສຸຂຸມ​ແບບ​ນັ້ນ.

ລະຫວ່າງ​ການ​ປົກຄອງ​ຂອງ​ຊາໂລໂມນ ພະເຈົ້າ​ອວຍ​ພອນ​ຜູ້​ຄົນ​ໂດຍ​ກະທຳ​ໃຫ້​ພື້ນ​ດິນ​ເກີດ​ຜົນ​ອຸດົມ​ສົມບູນ​ດ້ວຍ​ເຂົ້າ​ວີດ​ຫຼື​ເຂົ້າ​ສາລີ​ແລະ​ເຂົ້າ​ບາເລ ໝາກ​ອະງຸ່ນ​ແລະ​ໝາກ​ເດື່ອ​ແລະ​ອາຫານ​ອື່ນໆ. ຜູ້​ຄົນ​ນຸ່ງ​ຫົ່ມ​ເສື້ອ​ຜ້າ​ຢ່າງ​ດີ​ແລະ​ອາໄສ​ຢູ່​ໃນ​ເຮືອນ​ຢ່າງ​ດີ. ມີ​ສິ່ງ​ຂອງ​ດີໆທຸກ​ຢ່າງ​ເຫຼືອ​ເຟືອ​ສຳລັບ​ທຸກໆຄົນ.

1 ກະສັດ 3:​3-28; 4:​29-34.