ຊາໂລໂມນສ້າງວິຫານ
ບົດ 64
ຊາໂລໂມນສ້າງວິຫານ
ກ່ອນກະສັດດາວິດຕາຍ ທ່ານມອບແຜນຜັງຈາກພະເຈົ້າໄວ້ກັບຊາໂລໂມນ ເພື່ອສ້າງວິຫານຂອງພະເຢໂຫວາ. ໃນປີທີສີ່ແຫ່ງການປົກຄອງຂອງທ່ານ ຊາໂລໂມນເລີ່ມຕົ້ນສ້າງວິຫານແລະການສ້າງໃຊ້ເວລາເຈັດປີເຄິ່ງຈຶ່ງສຳເລັດ. ມີຫຼາຍສິບພັນຄົນມີສ່ວນສ້າງວິຫານນັ້ນ ແລະການສ້າງນີ້ຕ້ອງໃຊ້ເງິນຈຳນວນຫຼວງຫຼາຍ. ທັງນີ້ກໍ່ເພາະວ່າໃຊ້ຄຳແລະເງິນໃນການສ້າງນີ້ຢ່າງມາກຫຼາຍ.
ວິຫານມີຫ້ອງສຳຄັນສອງຫ້ອງ ເຊັ່ນດຽວກັນກັບກະໂຈມຫຼືຈຳໜັກອາໄສ. ແຕ່ຂະໜາດຫ້ອງເຫຼົ່ານີ້ໃຫຍ່ກວ່າສອງເທົ່າຂອງຫ້ອງໃນກະໂຈມ. ຊາໂລໂມນໄດ້ສັ່ງໃຫ້ເອົາຫີບແຫ່ງຄຳສັນຍາໃສ່ໄວ້ໃນຫ້ອງຊັ້ນໃນແຫ່ງວິຫານ ແລະສ່ວນຂອງໃຊ້ອື່ນໆນັ້ນທີ່ເຄີຍເກັບໄວ້ໃນກະໂຈມກໍ່ໄດ້ມ້ຽນໄວ້ໃນອີກຫ້ອງນຶ່ງ.
ເມື່ອສ້າງວິຫານສຳເລັດແລ້ວ ຈຶ່ງມີການສະຫຼອງໃຫຍ່. ຊາໂລໂມນຄູ້ເຂົ່າລົງຕໍ່ໜ້າວິຫານແລະອະທິດຖານ ດັງທີ່ເຈົ້າເຫັນໃນຮູບ. ຊາໂລໂມນກ່າວແກ່ພະເຢໂຫວາວ່າ: ‘ແມ່ນວ່າຟ້າທັງສິ້ນກໍ່ບໍ່ກວ້າງພໍທີ່ຈະຮັບພະອົງໄດ້ ເຊັ່ນນັ້ນແລ້ວວິຫານຫຼັງນີ້ກໍ່ນ້ອຍໂພດອີ່ຫຼີທີ່ຈະຮັບພະອົງໄດ້. ແຕ່ໂອ້ພະເຈົ້າຂອງຂ້າພະເຈົ້າ ຂໍເຊີນສະດັບຟັງຜູ້ຄົນຂອງພະອົງເມື່ອພວກເຂົາອະທິດຖານມາທາງສະຖານທີ່ນີ້.’
ເມື່ອຊາໂລໂມນອະທິດຖານຈົບແລ້ວ ໄຟລົງມາຈາກສະຫວັນ. ໄຟໄດ້ເຜົາສັດທີ່ເອົາມາຖວາຍບູຊານັ້ນ. ແລະແສງອັນກ້າຈາກພະເຢໂຫວາສ່ອງທົ່ວວິຫານ. ເລື່ອງນີ້ສະແດງໃຫ້ເຫັນວ່າພະເຢໂຫວາສະດັບຟັງ ແລະທີ່ວ່າພະອົງພໍໃຈຍິນດີກັບວິຫານແລະການອະທິດຖານຂອງຊາໂລໂມນ. ແທນທີ່ຈະໃຊ້ກະໂຈມຕໍ່ໄປບັດນີ້ວິຫານຈຶ່ງກາຍເປັນສະຖານທີ່ຜູ້ຄົນຈະມານະມັດສະການ.
ຊາໂລໂມນປົກຄອງໃນວິທີທາງອັນສະຫຼາດເປັນເວລາດົນນານ ແລະຜູ້ຄົນກໍ່ມີຄວາມສຸກ. ແຕ່ຊາໂລໂມນແຕ່ງດອງກັບຍິງຈາກປະເທດອື່ນໆຫຼາຍຄົນຜູ້ທີ່ບໍ່ນະມັດສະການພະເຢໂຫວາ. ເຈົ້າເຫັນຜູ້ຍິງຄົນນຶ່ງພວມນະມັດສະການຕໍ່ໜ້າຮູບພະນັ້ນບໍ? ໃນທີ່ສຸດເມຍທັງຫຼາຍຂອງທ່ານກໍ່ຊັກຊວນຊາໂລໂມນໄປນະມັດສະການພະເຈົ້າອື່ນໆດ້ວຍ. ເຈົ້າຮູ້ບໍວ່າມີຫຍັງເກີດຂຶ້ນເມື່ອຊາໂລໂມນເຮັດຢ່າງນີ້? ທ່ານບໍ່ໄດ້ປະຕິບັດກັບຜູ້ຄົນດ້ວຍຄວາມເມດຕາຕໍ່ໄປ. ທ່ານກາຍເປັນຄົນໂຫດຮ້າຍ ແລະຜູ້ຄົນກໍ່ບໍ່ມີຄວາມສຸກອີກເລີຍ.
ດ້ວຍເຫດນີ້ພະເຢໂຫວາຈຶ່ງມີຄວາມໂກດເຄືອງຕໍ່ຊາໂລໂມນ ແລະພະອົງຕັດແກ່ທ່ານວ່າ: ‘ເຮົາຈະຍຶດເອົາລາຊະອານາຈັກຈາກເຈົ້າແລະຈະຍົກໃຫ້ແກ່ຊາຍອີກຄົນນຶ່ງ. ເຮົາຈະບໍ່ກະທຳການນີ້ໃນຊ່ວງຊີວິດຂອງເຈົ້າ ແຕ່ຈະເກີດຂຶ້ນໃນລະຫວ່າງການປົກຄອງຂອງບຸດຊາຍຂອງເຈົ້າ. ແຕ່ເຮົາຈະບໍ່ຍຶດເອົາຜູ້ຄົນທັງໝົດໄປຈາກລາຊະອານາຈັກແຫ່ງບຸດຊາຍຂອງເຈົ້າ.’ ໃຫ້ເຮົາເບິ່ງວ່າເຫດການນີ້ເກີດຂຶ້ນຢ່າງໃດ.
1 ຂ່າວຄາວ 28:9-21; 29:1-9; 1 ກະສັດ 5:1-18; 2 ຂ່າວຄາວ 6:12-42; 7:1-5; 1 ກະສັດ 11:9-13.