ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ດາວິດຖືກແຕ່ງຕັ້ງເປັນກະສັດ

ດາວິດຖືກແຕ່ງຕັ້ງເປັນກະສັດ

ບົດ 61

ດາວິດ​ຖືກ​ແຕ່ງ​ຕັ້ງ​ເປັນ​ກະສັດ

ຊາອຶເລ​ພະຍາຍາມ​ທີ່​ຈະ​ຈັບ​ກຸມ⁠ດາວິດ​ອີກ​ເທື່ອ​ນຶ່ງ. ທ່ານ​ນຳ​ທະຫານ​ທີ່​ສະກັນ​ທີ່​ສຸດ 3,000 ຄົນ​ໄປ​ຊອກ​ຫາ​ດາວິດ. ເມື່ອ​ດາວິດ​ຮູ້​ເຖິງ​ເລື່ອງ​ນີ້ ເພິ່ນ​ຈຶ່ງ​ສົ່ງ​ຄົນ​ສອດແນມ​ໄປ​ສືບ​ເບິ່ງ​ວ່າ​ຊາອຶເລ ແລະ​ຄົນ​ຂອງ​ທ່ານ​ຕັ້ງ​ຄ້າຍ​ພັກ​ແຮມ​ຄືນ​ຢູ່​ໃສ. ດາວິດ​ຖາມ​ຜູ້​ຕິດ​ຕາມ​ສອງ​ຄົນ​ຂອງ​ຕົນ​ວ່າ: ‘ໃຜ​ຈະ​ໄປ​ກັບ​ຂ້ອຍ​ທີ່​ຄ້າຍ​ຊາອຶເລ?’

ອາບີຊາຍ​ຕອບ​ວ່າ: ‘ຂ້ອຍ​ຈະ​ລົງ​ໄປ​ກັບ​ເຈົ້າ.’ ອາບີຊາຍ​ເປັນ​ບຸດ​ເອື້ອຍ⁠ຂອງ​ດາວິດ​ນາງ​ເຈຣຶຢາ. ຂະນະ​ທີ່​ຊາອຶເລ⁠ແລະ​ທະຫານ​ຂອງ​ທ່ານ​ພວມ​ນອນ​ຢູ່ ດາວິດ​ກັບ​ອາບີຊາຍ​ຈຶ່ງ​ຄ່ອຍໆເຂົ້າ​ໄປ​ໃນ​ຄ້າຍ. ເຂົາ​ຢິບ​ເອົາ​ຫອກ​ຂອງ​ຊາອຶເລ​ກັບ​ໝາກ​ເຕົ້າ​ນ້ຳ​ໄປ ຊຶ່ງ​ວາງ​ໄວ້​ຂ້າງໆຫົວ​ຂອງ​ຊາອຶເລ. ບໍ່​ມີ​ຜູ້​ໃດ​ເຫັນ​ຫຼື​ໄດ້​ຍິນ​ເພາະ​ວ່າ​ທຸກ​ຄົນ​ນອນ​ຫຼັບ​ສະນິດ.

ບັດ​ນີ້​ເບິ່ງ​ດາວິດ​ກັບ​ອາບີຊາຍ. ທັງ​ສອງ​ຄົນ​ໜີ​ພົ້ນ​ໄປ​ຢູ່​ເທິງ​ຍອດ​ເນີນ​ເຂົາ​ດ້ວຍ​ຄວາມ​ປອດໄພ. ດາວິດ​ຮ້ອງ​ສຽງ​ດັງ​ລົງ​ໄປ​ຫາ​ຫົວໜ້າ​ກອງທັບ​ຂອງ​ຍິດສະລາເອນ​ວ່າ: ‘ອາບເນ ເປັນ​ຫຍັງ​ທ່ານ​ຈຶ່ງ​ບໍ່​ປ້ອງກັນ​ກະສັດ​ຜູ້​ເປັນ​ເຈົ້ານາຍ​ຂອງ​ທ່ານ? ຈົ່ງ​ເບິ່ງ! ຫອກ​ແລະ​ໝາກ​ເຕົ້າ​ນ້ຳ​ຂອງ​ກະສັດ​ຢູ່​ໃສ?’

ຊາອຶເລ​ຕື່ນ​ຂຶ້ນ. ທ່ານ​ຈຳ​ສຽງ​ຂອງ​ດາວິດ​ໄດ້ ຈຶ່ງ​ຖາມ​ວ່າ: ‘ເຈົ້າ​ຄື​ດາວິດ​ແມ່ນ​ບໍ?’ ເຈົ້າ​ມອງ​ເຫັນ​ຊາອຶເລ​ກັບ​ອາບເນ​ຂ້າງ​ລຸ່ມ​ບໍ?

ດາວິດ​ທູນ​ຕອບ​ຊາອຶເລ​ວ່າ: ‘ແມ່ນ​ແລ້ວ​ກະສັດ​ຂອງ​ຂ້າພະເຈົ້າ.’ ແລ້ວ​ດາວິດ​ຖາມ​ວ່າ: ‘ເປັນ​ຫຍັງ​ທ່ານ​ຈຶ່ງ​ພະຍາຍາມ​ທີ່​ຈະ​ຈັບ​ຕົວ​ຂ້າພະເຈົ້າ? ຂ້າພະເຈົ້າ​ໄດ້​ເຮັດ​ສິ່ງ​ຊົ່ວ​ອັນ​ໃດ? ໂອ້​ກະສັດ ນີ້​ຄື​ຫອກ​ຂອງ​ທ່ານ. ຈົ່ງ​ສັ່ງ​ໃຫ້​ໃຜ​ຄົນ​ນຶ່ງ​ມາ​ຮັບ​ເອົາ​ເຖີດ.’

ຊາອຶເລ​ຍອມ​ຮັບ​ວ່າ: ‘ເຮົາ​ໄດ້​ເຮັດ​ຜິດ​ແລ້ວ ເຮົາ​ໄດ້​ເຮັດ​ສິ່ງ​ທີ່​ໂງ່.’ ຄັນ​ແລ້ວ​ດາວິດ​ກໍ່​ໄປ​ຈາກ​ທີ່​ນັ້ນ ສ່ວນ​ຊາອຶເລ​ກໍ່​ເມືອ​ບ້ານ. ແຕ່​ດາວິດ​ນຶກ​ໃນ​ໃຈ​ວ່າ: ‘ມື້​ນຶ່ງ​ຊາອຶເລ​ຄົງ​ຈະ​ຂ້າ​ຂ້ອຍ. ຂ້ອຍ​ຄວນ​ຈະ​ໜີ​ໄປ​ຢູ່​ປະເທດ​ຟີລີດຕີນ.’ ດາວິດ​ກໍ່​ໄດ້​ເຮັດ​ຢ່າງ​ນັ້ນ​ແທ້. ດາວິດ​ສາມາດ​ລໍ້​ລວງ​ຊາວ​ຟີລີດຕີນ​ແລະ​ເຮັດ​ໃຫ້​ເຂົາ​ເຊື່ອ​ວ່າ ບັດ​ນີ້​ເພິ່ນ​ຢູ່​ຝ່າຍ​ເຂົາ.

ຫຼັງ​ຈາກ​ນັ້ນ​ບໍ່​ດົນ​ຊາວ​ຟີລີດຕີນ​ຍົກ​ທັບ​ຂຶ້ນ​ໄປ​ຕໍ່​ສູ້​ຊາດ​ຍິດສະລາເອນ. ໃນ​ການ​ສູ້​ຮົບ​ນັ້ນ​ຊາອຶເລ​ແລະ​ໂຍນາທານ​ຖືກ​ຂ້າ​ຕາຍ. ເຫດການ​ນີ້​ເຮັດ​ໃຫ້​ດາວິດ​ເສົ້າໃຈ​ຫຼາຍ​ແລະ​ເພິ່ນ​ແຕ່ງ​ເພງ​ໄພເລາະ​ບົດ​ນຶ່ງ​ຂຶ້ນ​ຊຶ່ງ​ດາວິດ​ຮ້ອງ​ດັ່ງ​ນີ້: ‘ໂອ້​ໂຍນາທານ​ອ້າຍ​ຂອງ​ຂ້ອຍ​ເອີຍ ຂ້ອຍ​ເສົ້າ​ເສຍໃຈ​ສຳລັບ​ເຈົ້າ. ເຈົ້າ​ເປັນ​ທີ່​ຮັກ​ແພງ​ເຫຼືອ​ເກີນ​ແກ່​ຂ້ອຍ!’

ຫຼັງ​ຈາກ​ນີ້​ດາວິດ​ເມືອ​ປະເທດ​ຍິດສະລາເອນ​ໄປ​ທີ່​ເມືອງ​ເຫບໂລນ. ເກີດ​ມີ​ການ​ສູ້​ຮົບ​ຂຶ້ນ​ລະຫວ່າງ​ພວກ​ທີ່​ພໍ​ໃຈ​ເລືອກ​ອີດໂບເຊດ​ບຸດ​ຂອງ​ຊາອຶເລ​ເປັນ​ກະສັດ​ກັບ​ອີກ​ຝ່າຍ​ນຶ່ງ​ຕ້ອງການ​ໃຫ້​ດາວິດ​ເປັນ​ກະສັດ. ແຕ່​ໃນ​ທີ່​ສຸດ​ພວກ​ຂອງ​ດາວິດ​ຊະນະ. ດາວິດ​ມີ​ອາຍຸ 30 ປີ​ເມື່ອ​ຖືກ​ແຕ່ງ​ຕັ້ງ​ເປັນ​ກະສັດ. ເພິ່ນ​ປົກຄອງ​ໃນ​ເມືອງ​ເຫບໂລນ​ເຈັດ​ປີ​ເຄິ່ງ. ລາຊະບຸດ​ບາງ​ຄົນ​ທີ່​ເກີດ​ແຕ່​ເພິ່ນ​ທີ່​ນັ້ນ​ຊື່​ວ່າ​ອາມນອນ ອາບຊາໂລມ​ແລະ​ອາໂດເນຍ.

ເມື່ອ​ເຖິງ​ເວລາ​ດາວິດ​ແລະ​ຄົນ​ຂອງ​ເພິ່ນ​ກໍ່​ຂຶ້ນ​ໄປ​ຍຶດ​ເອົາ​ເມືອງ​ອັນ​ສວຍ​ງາມ​ເອີ້ນ​ວ່າ​ເມືອງ​ເຢຣຶຊາເລມ. ໂຢອາບ​ບຸດ​ຊາຍ​ອີກ​ຄົນ​ນຶ່ງ​ແຫ່ງ​ເຈຣຶຢາ​ເອື້ອຍ​ດາວິດ ເປັນ​ຜູ້​ນຳ​ໃນ​ການ​ສູ້​ຮົບ​ນັ້ນ. ດັ່ງ​ນັ້ນ​ດາວິດ​ຈຶ່ງ​ຕອບ​ແທນ​ໂຢອາບ​ໂດຍ​ຕັ້ງ​ເຂົາ​ຂຶ້ນ​ເປັນ​ຫົວໜ້າ​ໃນ​ກອງທັບ​ຂອງ​ເພິ່ນ. ບັດ​ນີ້​ດາວິດ​ເລີ່ມ​ປົກຄອງ​ທີ່​ເມືອງ​ເຢຣຶຊາເລມ.

1 ຊາເມິອນ 26:​1-25; 27:​1-7; 31:​1-6; 2 ຊາເມິອນ 1:26; 3:​1-21; 5:​1-10; 1 ຂ່າວຄາວ 11:​1-9.