ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ດາວິດແລະໂຄລີອາດ

ດາວິດແລະໂຄລີອາດ

ບົດ 58

ດາວິດ​ແລະ​ໂຄລີອາດ

ຊົນຊາດ​ຟີລີດຕີນ​ຍົກ​ທັບ​ມາ​ຕໍ່​ສູ້​ຊົນ​ຍິດສະລາເອນ​ອີກ. ຂະນະ​ນີ້​ພວກ​ອ້າຍ​ຂອງ​ດາວິດ​ສາມ​ຄົນ​ຢູ່​ໃນ​ກອງທັບ​ຂອງ​ຊາອຶເລ. ມື້​ນຶ່ງ​ອີຊາຍ​ບອກ​ດາວິດ​ວ່າ: ‘ຈົ່ງ​ເອົາ​ເຂົ້າ​ກັບ​ເຂົ້າຈີ່​ໄປ​ສົ່ງ​ໃຫ້​ພວກ​ອ້າຍ​ຂອງ​ເຈົ້າ. ຈົ່ງ​ສືບ​ຖາມ​ເບິ່ງ​ວ່າ​ເຂົາ​ເປັນ​ຢ່າງ​ໃດ?’

ເມື່ອ​ດາວິດ​ມາ​ເຖິງ​ຄ້າຍ​ກອງທັບ​ເພິ່ນ​ຈຶ່ງ​ແລ່ນ​ໄປ​ບ່ອນ​ແນວ​ໜ້າ​ຊອກ​ຫາ​ພວກ​ອ້າຍ​ຂອງ​ຕົນ. ໂຄລີອາດ​ຊາວ​ຟີລີດຕີນ​ຮູບ​ຮ່າງ​ສູງ​ຂະໜາດ​ຍັກ​ອອກ​ມາ​ເວົ້າ​ເຍາະ​ເຍີ້ຍ​ຊົນ​ຍິດສະລາເອນ. ເຂົາ​ເຮັດ​ຢ່າງ​ນີ້​ທຸກ​ເຊົ້າ​ແລະ​ທຸກ​ແລງ​ເປັນ​ເວລາ 40 ມື້. ເຂົາ​ຮ້ອງ​ສຽງ​ດັງ​ວ່າ: ‘ຈົ່ງ​ເລືອກ​ເອົາ​ຜູ້​ນຶ່ງ​ຂອງ​ພວກ​ເຈົ້າ​ມາ​ຕໍ່​ສູ້​ກັບ​ເຮົາ. ຖ້າ​ເຂົາ​ຊະນະ​ແລະ​ຂ້າ​ເຮົາ ພວກ​ເຮົາ​ຈະ​ຍອມ​ເປັນ​ທາດ​ຂອງ​ພວກ​ເຈົ້າ. ແຕ່​ຖ້າ​ເຮົາ​ຊະນະ​ແລະ​ຂ້າ​ເຂົາ ພວກ​ເຈົ້າ​ຈະ​ຕ້ອງ​ເປັນ​ທາດ​ຂອງ​ເຮົາ. ເຮົາ​ທ້າ​ໃຫ້​ພວກ​ເຈົ້າ​ເລືອກ​ເອົາ​ຄົນ​ນຶ່ງ​ມາ​ຕໍ່​ສູ້​ກັບ​ເຮົາ.’

ດາວິດ​ຖາມ​ພວກ​ທະຫານ​ບາງ​ຄົນ​ວ່າ: ‘ຜູ້​ທີ່​ຈະ​ຂ້າ​ຟີລີດຕີນ​ຄົນ​ນີ້​ແລະ​ຊ່ວຍ​ກູ້​ຊາດ​ຍິດສະລາເອນ​ຈາກ​ຄວາມ​ອັບອາຍ​ນີ້​ຈະ​ໄດ້​ສິ່ງ​ໃດ?’

ທະຫານ​ຄົນ​ນຶ່ງ​ຕອບ​ວ່າ: ‘ຊາອຶເລ​ຈະ​ໃຫ້​ຊັບ​ສົມບັດ​ຫຼາກ​ຫຼາຍ​ແກ່​ຜູ້​ນັ້ນ ແລະ​ລາວ​ຈະ​ຍົກ​ທິດາ​ຂອງ​ລາວ​ໃຫ້​ເປັນ​ເມຍ​ເພິ່ນ.’

ແຕ່​ຊົນ​ຍິດສະລາເອນ​ທັງ​ໝົດ​ຢ້ານ​ໂຄລີອາດ​ເພາະ​ວ່າ​ເຂົາ​ເປັນ​ຄົນ​ຮູບ​ຮ່າງ​ໃຫຍ່​ຫຼາຍ. ສູງ​ກວ່າ 9 ຟຸດ (ປະມານ 3 ແມດ) ແລະ​ເຂົາ​ມີ​ທະຫານ​ຜູ້​ນຶ່ງ​ຖື​ໂລ້​ໃຫ້​ເຂົາ.

ທະຫານ​ບາງ​ຄົນ​ໄປ​ທູນ​ຊາອຶເລ​ວ່າ ດາວິດ​ຢາກ​ຕໍ່​ສູ້​ກັບ​ໂຄລີອາດ. ແຕ່​ຊາອຶເລ​ບອກ​ດາວິດ​ວ່າ: ‘ເຈົ້າ​ຈະ​ບໍ່​ສາມາດ​ຕໍ່​ສູ້​ຟີລີດຕີນ​ຄົນ​ນີ້​ໄດ້. ເຈົ້າ​ເປັນ​ພຽງ​ແຕ່​ເດັກ​ຫນຸ່ມ ສ່ວນ​ເຂົາ​ເຄີຍ​ເປັນ​ທະຫານ​ມາ​ແລ້ວ​ຕະຫຼອດ​ຊີວິດ​ຂອງ​ເຂົາ.’ ດາວິດ​ຕອບ​ວ່າ: ‘ຂ້າພະເຈົ້າ​ໄດ້​ຂ້າ​ໝີ​ແລະ​ຂ້າ​ສິງ​ທີ່​ໄດ້​ຄາບ​ເອົາ​ແກະ​ຂອງ​ພໍ່​ຂ້າພະເຈົ້າ​ໄປ. ແລະ​ຄົນ​ຟີລີດຕີນ​ຄົນ​ນີ້​ກໍ່​ຈະ​ຖືກ​ຂ້າ​ຢ່າງ​ສັດ​ພວກ​ນັ້ນ. ພະ​ເຢໂຫວາ​ຈະ​ຊ່ວຍ​ຂ້າພະເຈົ້າ.’ ດັ່ງ​ນັ້ນ​ຊາອຶເລ​ຈຶ່ງ​ກ່າວ​ວ່າ: ‘ຈົ່ງ​ໄປ​ເຖີດ ແລະ​ຂໍ​ໃຫ້​ພະ​ເຢໂຫວາ​ສະຖິດ​ຢູ່​ກັບ​ເຈົ້າ.’

ດາວິດ​ລົງ​ໄປ​ທີ່​ຫ້ວຍ​ແລ້ວ​ເກັບ​ເອົາ​ກ້ອນ​ຫີນ​ຫ້າ​ກ້ອນ​ທີ່​ລະອຽດ​ດີ​ແລະ​ເກັບ​ໃສ່​ໃນ​ຖົງ​ຍ່າມ​ຕົນ. ຄັນ​ແລ້ວ​ກໍ່​ເອົາ​ທວງ​ຫຼື​ສະລິງ​ຂອງ​ຕົນ​ອອກ​ໄປ​ພົບ​ຊາຍ​ຂະໜາດ​ຍັກ​ຄົນ​ນັ້ນ. ເມື່ອ​ໂຄລີອາດ​ເຫັນ​ດາວິດ ເຂົາ​ແທບ​ບໍ່​ເຊື່ອ​ຕາ​ຕົວ​ເອງ. ເຂົາ​ຄິດ​ວ່າ​ຈະ​ເປັນ​ການ​ງ່າຍ​ຫຼາຍ​ທີ່​ຈະ​ຂ້າ​ດາວິດ.

ໂຄລີອາດ​ເວົ້າ​ວ່າ: ‘ຈົ່ງ​ມາ​ຫາ​ເຮົາ​ແລະ​ເຮົາ​ຈະ​ເອົາ​ຕົວ​ຂອງ​ເຈົ້າ​ໃຫ້​ຝູງ​ນົກ​ແລະ​ຝູງ​ສັດ​ກິນ.’ ແຕ່​ດາວິດ​ເວົ້າ​ວ່າ: ‘ເຈົ້າ​ມາ​ຫາ​ເຮົາ​ດ້ວຍ​ດາບ ດ້ວຍ​ຫອກ​ຍາວ​ແລະ​ຫອກ​ສັ້ນ ແຕ່​ເຮົາ​ມາ​ຫາ​ເຈົ້າ​ດ້ວຍ​ພະ​ນາມ​ຂອງ​ພະ​ເຢໂຫວາ. ມື້​ນີ້​ພະ​ເຢໂຫວາ​ຈະ​ມອບ​ເຈົ້າ​ໄວ້​ໃນ​ມື​ຂອງ​ເຮົາ​ແລະ​ເຮົາ​ຈະ​ຂ້າ​ເຈົ້າ.’

ແລ້ວ​ດາວິດ​ກໍ່​ແລ່ນ​ເຂົ້າ​ໄປ​ຫາ​ໂຄລີອາດ. ເຂົາ​ເອົາ​ຫີນ​ກ້ອນ​ນຶ່ງ​ອອກ​ຈາກ​ຖົງ​ຍ່າມ​ແລະ​ໃສ່​ເຂົ້າ​ໃນ​ທວງ​ຫຼື​ສະລິງ​ແລ້ວ​ແກວ່ງ​ສະລິງ​ນັ້ນ​ສຸດ​ແຮງ. ກ້ອນ​ຫີນ​ກໍ່​ຊື່​ໄປ​ຖືກ​ຫົວ​ຂອງ​ໂຄລີອາດ ແລະ​ເຂົາ​ກໍ່​ລົ້ມ​ລົງ​ຕາຍ! ເມື່ອ​ຊາວ​ຟີລີດຕີນ​ເຫັນ​ຜູ້​ຊາຍ​ຍອດ​ນັກ​ຮົບ​ຂອງ​ຕົນ​ລົ້ມ​ຕາຍ ພວກ​ເຂົາ​ທຸກ​ຄົນ​ຫັນ​ກັບ​ແລ່ນ​ໜີ. ຊົນ​ຍິດສະລາເອນ​ພາ​ກັນ​ແລ່ນ​ໄລ່​ຕາມ​ແລະ​ມີ​ໄຊ​ຊະນະ​ໃນ​ການ​ສູ້​ຮົບ​ຄັ້ງ​ນັ້ນ.

1 ຊາເມິອນ 17:​1-54.