ນະຄອນເຢຣຶຊາເລມຖືກທຳລາຍ
ບົດ 76
ນະຄອນເຢຣຶຊາເລມຖືກທຳລາຍ
ເປັນເວລາ 10 ກວ່າປີຕັ້ງແຕ່ກະສັດເນບຶກາດເນດຊາເຣນຳຊົນຍິດສະລາເອນຜູ້ທີ່ມີການສຶກສາດີທີ່ສຸດໄປນະຄອນບາບີໂລນ. ບັດນີ້ຈົ່ງເບິ່ງມີຫຍັງເກີດຂຶ້ນ! ເຢຣຶຊາເລມພວມຖືກເຜົາ. ແລະຊົນຍິດສະລາເອນຜູ້ທີ່ບໍ່ຖືກຂ້າຕາຍກໍ່ຖືກພາໄປເປັນຊະເລີຍທີ່ນະຄອນບາບີໂລນ.
ຢ່າລືມວ່າ ນີ້ຄືສິ່ງທີ່ຜູ້ທຳນວາຍຂອງພະເຢໂຫວາໄດ້ເຕືອນລ່ວງໜ້າວ່າຈະເກີດຂຶ້ນຖ້າຜູ້ຄົນບໍ່ປ່ຽນແນວທາງຊົ່ວຂອງເຂົາ. ແຕ່ຊົນຍິດສະລາເອນບໍ່ຍອມເຊື່ອຟັງພວກຜູ້ທຳນວາຍ. ເຂົາຍັງຄົງນະມັດສະການພະປອມຕ່າງໆຕໍ່ໄປແທນພະເຢໂຫວາ. ສົມຄວນແລ້ວທີ່ຜູ້ຄົນໄດ້ຖືກລົງໂທດ. ເຮົາຮູ້ເລື່ອງນີ້ເພາະເອເຊກຽນຜູ້ທຳນວາຍຂອງພະເຈົ້າບອກເຖິງສິ່ງຊົ່ວຕ່າງໆທີ່ຊົນຍິດສະລາເອນໄດ້ເຮັດນັ້ນ.
ເຈົ້າຮູ້ບໍວ່າເອເຊກຽນຄືໃຜ? ເຂົາເປັນຜູ້ນຶ່ງໃນພວກຊາຍຫນຸ່ມທີ່ກະສັດເນບຶກາດເນດຊາເຣນຳໄປບາບີໂລນ 10 ກວ່າປີກ່ອນການເຜົາທຳລາຍອັນໃຫຍ່ເກີດຂຶ້ນກັບເຢຣຶຊາເລມ. ດານຽນແລະສະຫາຍສາມຄົນຂອງເພິ່ນ ຊາດຣາກ ເມຊາກແລະອາເບດເນໂຄຖືກນຳໄປບາບີໂລນໃນຄາວດຽວກັນ.
ລະຫວ່າງທີ່ເອເຊກຽນຍັງຢູ່ບາບີໂລນນັ້ນ ພະເຢໂຫວາສະແດງໃຫ້ເຂົາເຫັນເຖິງສິ່ງທີ່ພວມເກີດຂຶ້ນນະວິຫານທີ່ເຢຣຶຊາເລມ. ພະເຢໂຫວາກະທຳເຊັ່ນນີ້ໂດຍການອັດສະຈັນ. ແທ້ຈິງແລ້ວເອເຊກຽນຍັງຢູ່ທີ່ບາບີໂລນ ແຕ່ພະເຢໂຫວາໄດ້ສຳແດງໃຫ້ເຂົາເຫັນທຸກສິ່ງທີ່ພວມເກີດຂຶ້ນນະວິຫານ. ແລະສິ່ງທີ່ເອເຊກຽນເຫັນນັ້ນກໍ່ໜ້າຕົກຕະລຶງ!
ພະເຢໂຫວາບອກເອເຊກຽນວ່າ: ‘ຈົ່ງເບິ່ງສິ່ງໜ້າກຽດໜ້າຊັງທີ່ຜູ້ຄົນພວມເຮັດທີ່ວິຫານນີ້ ຈົ່ງເບິ່ງທີ່ຝາກຳແພງຊຶ່ງເຕັມໄປດ້ວຍຮູບງູແລະສັດຕ່າງໆ. ແລະຈົ່ງເບິ່ງຊົນຍິດສະລາເອນພວມນະມັດສະການສັດເຫຼົ່ານັ້ນ!’ ເອເຊກຽນກໍ່ເຫັນສິ່ງເຫຼົ່ານີ້ແລະເຂົາໄດ້ບັນທຶກສິ່ງທີ່ບັງເກີດຂຶ້ນໄວ້.
ພະເຢໂຫວາຖາມເອເຊກຽນວ່າ: ‘ເຈົ້າເຫັນສິ່ງທີ່ພວກຜູ້ນຳແຫ່ງຍິດສະລາເອນເຮັດໃນທີ່ລັບລີ້ບໍ?’ ແມ່ນແລ້ວ ເຂົາເຫັນສິ່ງນີ້ດ້ວຍ. ມີພວກຜູ້ຊາຍ 70 ຄົນ ພວກເຂົາທັງໝົດນະມັດສະການພະປອມຕ່າງໆ. ເຂົາເວົ້າກັນວ່າ: ‘ພະເຢໂຫວາບໍ່ເຫັນພວກເຮົາ. ພະອົງໄດ້ໜີຈາກແຜ່ນດິນໄປແລ້ວ.’
ແລ້ວພະເຢໂຫວາສຳແດງໃຫ້ເອເຊກຽນເຫັນຜູ້ຍິງບາງຄົນຢູ່ທີ່ປະຕູດ້ານເໜືອແຫ່ງວິຫານ. ພວກເຂົານັ່ງນະມັດສະການພະທາມມຶເຊພະປອມຢູ່ທີ່ນັ້ນ. ແລະເບິ່ງຜູ້ຊາຍເຫຼົ່ານັ້ນຢູ່ທີ່ທາງເຂົ້າວິຫານຂອງພະເຢໂຫວາ! ມີປະມານ 25 ຄົນ. ເອເຊກຽນເຫັນພວກເຂົາ. ພວກເຂົາພວມໂນ້ມຕົວໄປທາງທິດຕາເວັນອອກນະມັດສະການດວງອາທິດ!
ພະເຢໂຫວາກ່າວວ່າ: ‘ຄົນເຫຼົ່ານີ້ບໍ່ນັບຖືເຮົາເລີຍ ພວກເຂົາບໍ່ພຽງແຕ່ເຮັດສິ່ງຊົ່ວເທົ່ານັ້ນແຕ່ມາເຮັດສິ່ງເຫຼົ່ານັ້ນທີ່ວິຫານຂອງເຮົາ!’ ພະເຢໂຫວາສັນຍາວ່າ: ‘ພວກເຂົາຈະຮູ້ເຖິງພະລັງແຫ່ງຄວາມຄຽດຂອງເຮົາ. ແລະເຮົາຈະບໍ່ສົງສານເຂົາເລີຍເມື່ອເຂົາຖືກທຳລາຍ.’
ຫຼັງຈາກທີ່ພະເຢໂຫວາສຳແດງໃຫ້ເອເຊກຽນເຫັນສິ່ງເຫຼົ່ານີ້ ປະມານພຽງແຕ່ສາມປີເທົ່ານັ້ນຊົນຍິດສະລາເອນໄດ້ກະບົດຕໍ່ກະສັດເນບຶກາດເນດຊາເຣ. ທ່ານຈຶ່ງຍົກກອງທັບໄປຕໍ່ສູ້ພວກເຂົາ. ຫຼັງຈາກປີເຄິ່ງຊາວບາບີໂລນກໍ່ພັງກຳແພງນະຄອນເຢຣຶຊາເລມແລະຈູດເມືອງຈົນຮາບເຖິງດິນ. ຜູ້ຄົນສ່ວນຫຼາຍຖືກຂ້າ ຫຼືຖືກນຳເອົາໄປເປັນຊະເລີຍທີ່ນະຄອນບາບີໂລນ.
ເປັນຫຍັງພະເຢໂຫວາຈຶ່ງຍອມໃຫ້ການທຳລາຍອັນໜ້າຢ້ານນີ້ເກີດຂຶ້ນແກ່ຊົນຍິດສະລາເອນ? ແມ່ນແລ້ວ ເພາະວ່າເຂົາບໍ່ຍອມຟັງພະເຢໂຫວາ ແລະບໍ່ເຊື່ອຟັງກົດໝາຍຂອງພະອົງ. ທັງນີ້ສະແດງໃຫ້ເຫັນວ່າເປັນສິ່ງສຳຄັນຫຼາຍປານໃດສຳລັບພວກເຮົາທີ່ຈະເຮັດຕາມສິ່ງທີ່ພະເຈົ້າບອກໄວ້ນັ້ນສະເໝີ.
ທຳອິດມີບາງຄົນໄດ້ຮັບອະນຸຍາດໃຫ້ຢູ່ໃນແຜ່ນດິນຍິດສະລາເອນ. ກະສັດເນບຶກາດເນດຊາເຣຕັ້ງເຄດາເລຍຊາວຍິວເປັນຜູ້ຄຸ້ມຄອງດູແລຄົນເຫຼົ່ານີ້. ແຕ່ແລ້ວຊົນຍິດສະລາເອນບາງຄົນຄາຕະກຳເຄດາເລຍ. ຕອນນີ້ຜູ້ຄົນຢ້ານວ່າຊາວບາບີໂລນຈະມາທຳລາຍພວກເຂົາໃຫ້ໝົດສ້ຽງເພາະເຫດສິ່ງຊົ່ວນີ້ໄດ້ເກີດຂຶ້ນ. ພວກເຂົາຈຶ່ງບັງຄັບເຢເຣມີໃຫ້ຫຼົບໜີໄປທີ່ອີຢີບກັບພວກເຂົາ.
ດ້ວຍເຫດນີ້ແຫຼະແຜ່ນດິນຍິດສະລາເອນຈຶ່ງຖືກປະລະໄວ້ບໍ່ມີຄົນອາໄສຢູ່ເລີຍ. ເປັນເວລາ 70 ປີບໍ່ມີຜູ້ໃດອາໄສຢູ່ໃນແຜ່ນດິນນັ້ນ. ແຜ່ນດິນທັງໝົດກໍ່ເປັນທີ່ວ່າງເປົ່າ. ແຕ່ພະເຢໂຫວາສັນຍາວ່າພະອົງຈະນຳເອົາຜູ້ຄົນຂອງພະອົງກັບຄືນສູ່ແຜ່ນດິນຫຼັງຈາກ 70 ປີ. ໃນລະຫວ່າງນັ້ນມີອັນໃດເກີດຂຶ້ນແກ່ຜູ້ຄົນຂອງພະເຈົ້າໃນບາບີໂລນ ແຜ່ນດິນຊຶ່ງພວກເຂົາຖືກນຳເອົາຕົວໄປນັ້ນ? ໃຫ້ເຮົາເບິ່ງນຳກັນຕໍ່ໄປ.
2 ກະສັດ 25:1-26; ເຢເຣມີ 29:10; ເອເຊກຽນ 1:1-3; 8:1-18.