ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພະເຈົ້າຊ່ວຍກະສັດເອເຊເກຍເຊ

ພະເຈົ້າຊ່ວຍກະສັດເອເຊເກຍເຊ

ບົດ 72

ພະເຈົ້າ​ຊ່ວຍ​ກະສັດ​ເອເຊເກຍເຊ

ເຈົ້າ​ຮູ້​ບໍ​ວ່າ​ເປັນ​ຫຍັງ​ຊາຍ​ຄົນ​ນີ້​ພວມ​ອະທິດຖານ​ເຖິງ​ພະ​ເຢໂຫວາ? ເປັນ​ຫຍັງ​ເພິ່ນ​ຈຶ່ງ​ເອົາ​ຈົດໝາຍ​ເຫຼົ່າ​ນີ້​ມາ​ວາງ​ທີ່​ໜ້າ​ແທ່ນ​ບູຊາ​ຂອງ​ພະ​ເຢໂຫວາ? ຊາຍ​ຄົນ​ນີ້​ຄື​ເອເຊເກຍເຊ. ເພິ່ນ​ຄື​ກະສັດ​ແຫ່ງ​ຍິດສະລາເອນ​ສອງ​ກະກູນ​ທາງ​ພາກ​ໃຕ້. ແລະ​ເພິ່ນ​ຕົກ​ຢູ່​ໃນ​ສະພາບ​ທີ່​ລຳບາກ​ຫຼາຍ. ເປັນ​ຫຍັງ?

ເພາະ​ວ່າ​ກອງທັບ​ຊາດ​ອາຊີລີ​ໄດ້​ທຳລາຍ​ສິບ​ກະກູນ​ທາງ​ພາກ​ເໜືອ​ແລ້ວ. ພະ​ເຢໂຫວາ​ໃຫ້​ເຫດການ​ເຊັ່ນ​ນີ້​ເກີດ​ຂຶ້ນ​ເພາະ​ວ່າ​ຜູ້​ຄົນ​ເຫຼົ່າ​ນັ້ນ​ຊົ່ວ​ຫຼາຍ. ແລະ​ຕອນ​ນີ້​ກອງທັບ​ອາຊີລີ​ຍົກ​ມາ​ເພື່ອ​ຕໍ່​ສູ້​ລາຊະອານາຈັກ​ສອງ​ກະກູນ.

ກະສັດ​ແຫ່ງ​ອາຊີລີ​ຫາ​ກໍ່​ສົ່ງ​ຈົດໝາຍ​ເຖິງ​ກະສັດ​ເອເຊເກຍເຊ. ນີ້​ຄື​ຈົດໝາຍ​ທີ່​ເອເຊເກຍເຊ​ວາງ​ລົງ​ທີ່​ນີ້​ຕໍ່​ໜ້າ​ພະ​ເຢໂຫວາ. ຈົດໝາຍ​ເຫຼົ່າ​ນີ້​ຫຍໍ້​ຫຍັນ​ພະ​ເຢໂຫວາ ແລະ​ບອກ​ເອເຊເກຍເຊ​ໃຫ້​ຍອມ​ຈຳນົນ​ສາ. ເພາະ​ເຫດ​ນີ້​ເອງ​ເອເຊເກຍເຊ​ຈຶ່ງ​ອະທິດຖານ: ‘ໂອ້​ພະ​ເຢໂຫວາ ຂໍ​ຊ່ວຍ​ພວກ​ຂ້າພະເຈົ້າ​ໃຫ້​ພົ້ນ​ຈາກ​ກະສັດ​ອາຊີລີ​ເຖີດ. ແລ້ວ​ຊາດ​ທັງ​ໝົດ​ຈະ​ໄດ້​ຮູ້​ວ່າ​ພະອົງ​ຜູ້​ດຽວ​ເປັນ​ພະເຈົ້າ.’ ພະ​ເຢໂຫວາ​ຈະ​ຟັງ​ເອເຊເກຍເຊ​ບໍ?

ເອເຊເກຍເຊ​ເປັນ​ກະສັດ​ທີ່​ດີ. ເພິ່ນ​ບໍ່​ຄື​ພວກ​ກະສັດ​ຊົ່ວ​ຂອງ​ສິບ​ກະກູນ​ແຫ່ງ​ລາຊະອານາຈັກ​ຍິດສະລາເອນ​ຫຼື​ຄື​ກະສັດ​ອາກາເຊ​ພໍ່​ທີ່​ຊົ່ວ​ຂອງ​ເພິ່ນ. ເອເຊເກຍເຊ​ເຄີຍ​ເອົາໃຈໃສ່​ເຊື່ອ​ຟັງ​ກົດໝາຍ​ຂອງ​ພະ​ເຢໂຫວາ​ທັງ​ໝົດ. ດັ່ງ​ນັ້ນ ຫຼັງ​ຈາກ​ເອເຊເກຍເຊ​ຈົບ​ການ​ອະທິດຖານ ຜູ້​ທຳນວາຍ​ເອຊາອີ​ສົ່ງ​ຂ່າວ​ນີ້​ຈາກ​ພະ​ເຢໂຫວາ​ມາ​ຍັງ​ເພິ່ນ​ວ່າ: ‘ກະສັດ​ອາຊີລີ​ຈະ​ບໍ່​ເຂົ້າ​ມາ​ໃນ​ນະຄອນ​ເຢຣຶຊາເລມ. ທະຫານ​ຂອງ​ເຂົາ​ຈະ​ບໍ່​ມີ​ຈັກ​ຄົນ​ເຂົ້າ​ມາ​ໃກ້. ພວກ​ເຂົາ​ຈະ​ບໍ່​ຍິງ​ລູກທະນູ​ໃສ່​ນະຄອນ​ແມ່ນ​ແຕ່​ລູກ​ດຽວ.’

ຈົ່ງ​ເບິ່ງ​ທີ່​ຮູບ​ໜ້າ​ນີ້. ເຈົ້າ​ຮູ້​ບໍ​ວ່າ​ທະຫານ​ທີ່​ຕາຍ​ເຫຼົ່າ​ນີ້​ແມ່ນ​ໃຜ? ເຂົາ​ຄື​ພວກ​ທະຫານ​ຊາດ​ອາຊີລີ. ພະ​ເຢໂຫວາ​ສົ່ງ​ທູດ​ສະຫວັນ​ຂອງ​ພະອົງ​ມາ ແລະ​ໃນ​ຄືນ​ດຽວ​ທູດ​ສະຫວັນ​ຂ້າ​ທະຫານ​ອາຊີລີ 185,000 ຄົນ. ດັ່ງ​ນັ້ນ​ກະສັດ​ອາຊີລີ​ຈຶ່ງ​ຍອມ​ແພ້​ແລ້ວ​ເມືອ​ບ້ານ.

ລາຊະອານາຈັກ​ສອງ​ກະກູນ​ຈຶ່ງ​ປອດໄພ​ແລະ​ຜູ້​ຄົນ​ມີ​ຄວາມ​ສະຫງົບ​ສຸກ​ຢູ່​ຊົ່ວ​ຂະນະ​ນຶ່ງ. ແຕ່​ຫຼັງ​ຈາກ​ເອເຊເກຍເຊ​ຕາຍ ມານາເຊ​ບຸດ​ຊາຍ​ຂອງ​ເພິ່ນ​ກໍ່​ເປັນ​ກະສັດ. ມານາເຊ​ແລະ​ອາໂມນ​ບຸດ​ຂອງ​ທ່ານ​ຊຶ່ງ​ມາ​ທີ​ຫຼັງ​ທັງ​ສອງ​ເປັນ​ກະສັດ​ທີ່​ຊົ່ວ​ຫຼາຍ. ດັ່ງ​ນັ້ນ​ແຜ່ນດິນ​ຈຶ່ງ​ເຕັມ​ໄປ​ດ້ວຍ​ອາດຊະຍາກຳ​ແລະ​ຄວາມ​ຮຸນແຮງ​ອີກ. ເມື່ອ​ກະສັດ​ອາໂມນ​ຖືກ​ລອບ​ຂ້າ​ໂດຍ​ຜູ້​ຮັບໃຊ້​ຂອງ​ທ່ານ ໂຢເຊຍເຊ​ບຸດ​ຊາຍ​ຂອງ​ທ່ານ​ໄດ້​ຖືກ​ແຕ່ງ​ຕັ້ງ​ເປັນ​ກະສັດ​ແຫ່ງ​ລາຊະອານາຈັກ​ສອງ​ກະກູນ.

2 ກະສັດ 18:​1-36; 19:​1-37; 21:​1-25.