ພະເຈົ້າສັນຍາເລື່ອງອຸດທະຍານ
ບົດ 71
ພະເຈົ້າສັນຍາເລື່ອງອຸດທະຍານ
ນີ້ຄືພາບກ່ຽວກັບສວນອຸດທະຍານທີ່ພະເຈົ້າອາດໄດ້ສຳແດງໃຫ້ເອຊາອີຜູ້ທຳນວາຍຂອງພະອົງເຫັນ. ເອຊາອີມີຊີວິດຢູ່ບໍ່ດົນຫຼັງຈາກສະໄໝຂອງໂຍນາ.
ອຸດທະຍານໝາຍເຖິງ “ສວນ” ຫຼື “ສວນທຳມະຊາດ.” ຮູບນີ້ເຮັດໃຫ້ເຈົ້າຈື່ບາງຢ່າງທີ່ພວກເຮົາໄດ້ເຫັນແລ້ວໃນປຶ້ມເຫຼັ້ມນີ້ບໍ? ພາບນີ້ເບິ່ງແລ້ວຄ້າຍຄືກັນກັບສວນອັນສວຍງາມທີ່ພະເຢໂຫວາສ້າງໃຫ້ອາດາມແລະເອວາແມ່ນບໍ? ແຕ່ວ່າແຜ່ນດິນໂລກທັງໂລກຈະເປັນອຸດທະຍານບໍ?
ພະເຢໂຫວາບອກຜູ້ທຳນວາຍເອຊາອີໃຫ້ຂຽນເຖິງອຸດທະຍານໃໝ່ທີ່ຈະມີຂຶ້ນສຳລັບຜູ້ຄົນຂອງພະເຈົ້າ. ພະອົງຕັດວ່າ: ‘ໝາໃນແລະແກະຈະຢູ່ນຳກັນດ້ວຍຄວາມສະຫງົບສຸກ. ລູກງົວແລະລູກສິງຈະກິນອາຫານນຳກັນ. ແລະເດັກນ້ອຍຈະລ້ຽງສັດເຫຼົ່ານັ້ນ. ແມ່ນແຕ່ເດັກອ່ອນກໍ່ຈະບໍ່ໄດ້ຮັບອັນຕະລາຍຫາກເຂົາໄປຫຼິ້ນຢູ່ໃກ້ໆງູພິດ.’
ຫຼາຍຄົນຈະເວົ້າວ່າ: ‘ເລື່ອງນີ້ເປັນໄປບໍ່ໄດ້. ຄວາມຫຍຸ້ງຍາກເຄີຍມີສະເໝີເທິງແຜ່ນດິນໂລກ ແລະຈະມີຕໍ່ໆໄປ.’ ແຕ່ຈົ່ງນຶກເຖິງເລື່ອງນີ້: ພະເຈົ້າຈັດທີ່ຢູ່ແບບໃດໃຫ້ອາດາມແລະເອວາ?
ພະເຈົ້າໄດ້ໃຫ້ອາດາມແລະເອວາຢູ່ໃນອຸດທະຍານ. ເຫດຜົນທີ່ເຂົາໄດ້ສູນເສຍທີ່ຢູ່ອັນສວຍງາມຂອງເຂົາໄປ ທັງແກ່ເຖົ້າແລະຕາຍໄປກໍ່ເພາະວ່າເຂົາບໍ່ເຊື່ອຟັງພະເຈົ້າ. ພະເຈົ້າສັນຍາວ່າພະອົງຈະໃຫ້ສິ່ງທີ່ອາດາມແລະເອວາເຮັດໃຫ້ສູນເສຍໄປນັ້ນແກ່ຜູ້ຄົນທີ່ຮັກພະອົງ.
ໃນອຸດທະຍານໃໝ່ທີ່ຈະມີມານັ້ນ ຈະບໍ່ມີສິ່ງໃດເປັນອັນຕະລາຍຫຼືທຳລາຍ. ໃນທີ່ນັ້ນຈະມີຄວາມສະຫງົບສົມບູນ. ທຸກໆຄົນຈະມີສຸຂະພາບດີແລະມີຄວາມສຸກ. ສະພາບຈະເປັນຢ່າງທີ່ພະເຈົ້າປະສົງຈະໃຫ້ມີຕອນເລີ່ມຕົ້ນນັ້ນ. ແຕ່ເຮົາຈະຮຽນຮູ້ກັນໃນຕອນຫຼັງເຖິງວິທີທີ່ພະເຈົ້າຈະກະທຳໃຫ້ເປັນເຊັ່ນນີ້.
ເອຊາອີ 11:6-9; ຄຳປາກົດ 21:3; 4.