ພະເຈົ້າເລືອກດາວິດ
ບົດ 57
ພະເຈົ້າເລືອກດາວິດ
ເຈົ້າສາມາດເຫັນໄດ້ບໍວ່າມີສິ່ງໃດເກີດຂຶ້ນ? ເດັກຫນຸ່ມຄົນນີ້ໄດ້ຊ່ວຍຊີວິດລູກແກະນ້ອຍນີ້ໄວ້ຈາກໝີ. ໝີໄດ້ມາຄາບເອົາລູກແກະແລະຈະເອົາໄປກິນ. ແຕ່ເພິ່ນແລ່ນໄລ່ຕາມມັນແລະຊ່ວຍລູກແກະໃຫ້ພົ້ນຈາກປາກຂອງໝີ. ແລະເມື່ອໝີລຸກຂຶ້ນຕໍ່ສູ້ເພິ່ນກໍ່ຄວ້າເອົາຕົວໝີໄວ້ແລ້ວຟາດມັນລົງຕາຍ!
ອີກຄາວນຶ່ງເຂົາຊ່ວຍແກະຕົວນຶ່ງໃຫ້ພົ້ນຈາກສິງ. ເພິ່ນເປັນຊາຍຫນຸ່ມທີ່ມີຄວາມກ້າຫານແທ້ແມ່ນບໍ? ເຈົ້າຮູ້ບໍວ່າເຂົາຄືຜູ້ໃດ?
ຊາຍຫນຸ່ມຄົນນີ້ຄືດາວິດ. ເພິ່ນອາໄສໃນເມືອງເບດເລເຫມ. ປູ່ຂອງເຂົາຊື່ໂອເບດ ລູກຊາຍຂອງລຶດແລະໂບອາດ. ເຈົ້າຈື່ພວກເຂົາໄດ້ບໍ? ແລະພໍ່ຂອງດາວິດຊື່ອີຊາຍ. ດາວິດລ້ຽງຝູງແກະຂອງພໍ່. ດາວິດເກີດ 10 ປີພາຍຫຼັງທີ່ພະເຢໂຫວາຕັ້ງຊາອຶເລເປັນກະສັດ.
ເວລາມາເຖິງເມື່ອພະເຢໂຫວາຕັດແກ່ຊາເມິອນວ່າ: ‘ຈົ່ງເອົານ້ຳມັນພິເສດແລະໄປເຮືອນອີຊາຍໃນເບດເລເຫມ. ເຮົາໄດ້ເລືອກເອົາລູກຊາຍຄົນນຶ່ງຂອງລາວເພື່ອຈະຕັ້ງໃຫ້ເປັນກະສັດ.’ ເມື່ອຊາເມິອນເຫັນລູກກົກຂອງອີຊາຍຊື່ເອລີອາບ ເຂົາຈຶ່ງກ່າວກັບຕົວເອງວ່າ: ‘ຄົນນີ້ເປັນຄົນທີ່ພະເຢໂຫວາເລືອກແນ່ແທ້.’ ແຕ່ພະເຢໂຫວາບອກເຂົາວ່າ: ‘ຢ່າເບິ່ງຮູບຮ່າງໜ້າຕາງາມຫຼືຮ່າງສູງຂອງເຂົາ. ເຮົາບໍ່ໄດ້ເລືອກເຂົາໃຫ້ເປັນກະສັດ.’
ດັ່ງນັ້ນອີຊາຍຈຶ່ງເອີ້ນລູກຊາຍຄົນທີ່ຊື່ອາບີນາດາບແລ້ວພາມາຫາຊາເມິອນ. ແຕ່ຊາເມິອນກ່າວວ່າ: ‘ບໍ່ ພະເຢໂຫວາບໍ່ໄດ້ເລືອກຄົນນີ້ເຊັ່ນດຽວກັນ.’ ຖັດໄປ ອີຊາຍພາລູກຊາຍຊື່ຊາມມາເຂົ້າມາ. ຊາເມິອນເວົ້າວ່າ: ‘ບໍ່ ພະເຢໂຫວາບໍ່ເລືອກເຂົາ.’ ອີຊາຍໄດ້ພາລູກຊາຍເຈັດຄົນຂອງຕົນມາຫາຊາເມິອນ ແຕ່ພະເຢໂຫວາບໍ່ໄດ້ເລືອກເອົາຜູ້ໃດເລີຍ. ຊາເມິອນຖາມວ່າ: ‘ລູກຊາຍທັງໝົດຂອງທ່ານມີທໍ່ນີ້ບໍ?’
ອີຊາຍກ່າວວ່າ: ‘ຍັງມີອີກຜູ້ນ້ອຍສຸດ. ແຕ່ເພິ່ນພວມລ້ຽງແກະຢູ່ຂ້າງນອກ.’ ເມື່ອດາວິດຖືກນຳເຂົ້າມາ ຊາເມິອນເຫັນວ່າເຂົາເປັນຄົນຫນຸ່ມມີຮູບຮ່າງໜ້າຕາງາມດີ. ພະເຢໂຫວາຕັດວ່າ: ‘ຄົນນີ້ແຫຼະ ຈົ່ງເຈີມເຂົາດ້ວຍນ້ຳມັນເຖີດ.’ ແລະນີ້ຄືສິ່ງທີ່ຊາເມິອນເຮັດ. ເມື່ອເຖິງເວລາດາວິດກໍ່ຈະເປັນກະສັດແຫ່ງຊາດຍິດສະລາເອນ.
1 ຊາເມິອນ 17:34, 35; 16:1-13.