ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ລາຊະອານາຈັກຖືກແບ່ງແຍກ

ລາຊະອານາຈັກຖືກແບ່ງແຍກ

ບົດ 65

ລາຊະອານາຈັກ​ຖືກ​ແບ່ງ​ແຍກ

ເຈົ້າ​ຮູ້​ບໍ​ວ່າ​ເປັນ​ຫຍັງ​ຊາຍ​ຄົນ​ນີ້​ຈີກ​ເສື້ອ​ຄຸມ​ຂອງ​ເຂົາ​ເປັນ​ຫຼາຍ​ຊິ້ນ? ພະ​ເຢໂຫວາ​ບອກ​ເຂົາ​ໃຫ້​ເຮັດ​ດັ່ງ​ນັ້ນ. ຊາຍ​ຄົນ​ນີ້​ຄື​ອາເກຍ​ເປັນ​ຜູ້​ທຳນວາຍ​ຂອງ​ພະເຈົ້າ. ເຈົ້າ​ຮູ້​ບໍ​ວ່າ​ຜູ້​ທຳນວາຍ​ມີ​ໜ້າທີ່​ເຮັດ​ຫຍັງ? ເຂົາ​ເປັນ​ບຸກຄົນ​ທີ່​ພະເຈົ້າ​ບອກ​ໃຫ້​ຮູ້​ລ່ວງ​ໜ້າ​ເຖິງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ.

ໃນ​ຮູບ​ນີ້​ອາເກຍ​ພວມ​ເວົ້າ​ກັບ​ເຢໂຣໂບອາມ. ເຢໂຣໂບອາມ​ເປັນ​ຊາຍ​ຄົນ​ນຶ່ງ​ທີ່​ກະສັດ​ຊາໂລໂມນ​ມອບ​ໜ້າທີ່​ໃຫ້​ເປັນ​ຜູ້​ດູ​ແລ​ງານ​ກໍ່​ສ້າງ​ບາງ​ຢ່າງ​ຂອງ​ທ່ານ. ເມື່ອ​ອາເກຍ​ພົບ​ເຢໂຣໂບອາມ​ທີ່​ນີ້​ຢູ່​ກາງ​ຖະໜົນ ເຂົາ​ໄດ້​ເຮັດ​ສິ່ງ​ປະຫຼາດ​ຢ່າງ​ນຶ່ງ. ເຂົາ​ແກ້​ເສື້ອ​ຊັ້ນ​ນອກ​ອັນ​ໃໝ່​ອອກ​ຊຶ່ງ​ພວມ​ນຸ່ງ​ຫົ່ມ​ຢູ່​ແລະ​ຈີກ​ມັນ​ເປັນ 12 ຊິ້ນ. ເຂົາ​ບອກ​ເຢໂຣໂບອາມ​ວ່າ: ‘ຈົ່ງ​ເອົາ 10 ຊິ້ນ​ເປັນ​ຂອງ​ເຈົ້າ​ເຖີດ.’ ເຈົ້າ​ຮູ້​ບໍ​ວ່າ​ເປັນ​ຫຍັງ​ອາເກຍ​ມອບ​ຜ້າ 10 ຊິ້ນ​ນັ້ນ​ໃຫ້​ແກ່​ເຢໂຣໂບອາມ?

ອາເກຍ​ອະທິບາຍ​ວ່າ​ພະ​ເຢໂຫວາ​ຈະ​ເອົາ​ລາຊະອານາຈັກ​ໄປ​ຈາກ​ຊາໂລໂມນ. ເຂົາ​ກ່າວ​ວ່າ​ພະ​ເຢໂຫວາ​ຈະ​ຍົກ 10 ກະກູນ​ໃຫ້​ເຢໂຣໂບອາມ. ນີ້​ໝາຍ​ຄວາມ​ວ່າ​ຈະ​ເຫຼືອ​ແຕ່ 2 ກະກູນ​ເທົ່າ​ນັ້ນ​ທີ່​ໂຣໂບອາມ​ລູກ​ຊາຍ​ຂອງ​ຊາໂລໂມນ​ຈະ​ປົກຄອງ.

ເມື່ອ​ຊາໂລໂມນ​ຮູ້​ເລື່ອງ​ທີ່​ອາເກຍ​ໄດ້​ບອກ​ແກ່​ເຢໂຣໂບອາມ ທ່ານ​ຈຶ່ງ​ມີ​ຄວາມ​ໂມໂຫ​ຢ່າງ​ຮ້າຍແຮງ. ຈຶ່ງ​ພະຍາຍາມ​ທີ່​ຈະ​ຂ້າ​ເຢໂຣໂບອາມ. ແຕ່​ເຢໂຣໂບອາມ​ໄດ້​ປົບ​ໜີ​ໄປ​ຢູ່​ອີຢີບ. ຫຼັງ​ຈາກ​ນັ້ນ​ບໍ່​ດົນ​ຊາໂລໂມນ​ກໍ່​ຕາຍ ຊາໂລໂມນ​ເປັນ​ກະສັດ​ສຳລັບ 40 ປີ. ແຕ່​ບັດ​ນີ້​ລູກ​ຊາຍ​ຂອງ​ທ່ານ​ໂຣໂບອາມ​ຖືກ​ແຕ່ງ​ຕັ້ງ​ເປັນ​ກະສັດ. ເຢໂຣໂບອາມ​ທີ່​ຢູ່​ອີຢີບ​ໄດ້​ຍິນ​ວ່າ​ຊາໂລໂມນ​ຕາຍ​ໄປ​ແລ້ວ ດັ່ງ​ນັ້ນ​ເຂົາ​ຈຶ່ງ​ກັບ​ຄືນ​ມາ​ຢູ່​ຍິດສະລາເອນ.

ໂຣໂບອາມ​ເປັນ​ກະສັດ​ທີ່​ບໍ່​ດີ. ທ່ານ​ເປັນ​ຜູ້​ຫ້ຽມ​ໂຫດ​ກວ່າ​ຊາໂລໂມນ​ພໍ່​ຂອງ​ທ່ານ​ເຄີຍ​ເປັນ. ເຢໂຣໂບອາມ​ກັບ​ຄົນ​ສຳຄັນ​ອື່ນໆບາງ​ຄົນ​ພາ​ກັນ​ເຂົ້າ​ໄປ​ຫາ​ກະສັດ​ໂຣໂບອາມ​ແລະ​ຂໍ​ໃຫ້​ທ່ານ​ເຮັດ​ດີ​ກວ່າ​ຕໍ່​ປະຊາຊົນ. ແຕ່​ໂຣໂບອາມ​ບໍ່​ຟັງ. ທີ່​ຈິງ​ແລ້ວ ທ່ານ​ກາຍ​ເປັນ​ຄົນ​ໂຫດ​ຮ້າຍ​ຍິ່ງ​ກວ່າ​ແຕ່​ກ່ອນ. ດັ່ງ​ນັ້ນ​ຜູ້​ຄົນ​ຈຶ່ງ​ຕັ້ງ​ເຢໂຣໂບອາມ​ເປັນ​ກະສັດ​ປົກຄອງ​ເໜືອ 10 ກະກູນ ແຕ່ ເບນຍາມີນ​ແລະ​ຢູດາ​ທັງ 2 ກະກູນ​ຍັງ​ຍອມ​ຮັບ​ໂຣໂບອາມ​ເປັນ​ກະສັດ​ເໜືອ​ພວກ​ເຂົາ​ຕໍ່​ໄປ.

ເຢໂຣໂບອາມ​ບໍ່​ຢາກ​ໃຫ້​ຜູ້​ຄົນ​ຂອງ​ເຂົາ​ໄປ​ເຢຣຶຊາເລມ​ເພື່ອ​ນະມັດສະການ​ທີ່​ວິຫານ​ຂອງ​ພະ​ເຢໂຫວາ. ດັ່ງ​ນັ້ນ​ເຂົາ​ຈຶ່ງ​ເຮັດ​ຮູບ​ງົວ​ຄຳ​ຂຶ້ນ​ສອງ​ຮູບ​ແລະ​ສັ່ງ​ໃຫ້​ຜູ້​ຄົນ​ແຫ່ງ​ອານາຈັກ 10 ກະກູນ​ນະມັດສະການ​ຮູບ​ເຫຼົ່າ​ນັ້ນ. ບໍ່​ດົນ​ແຜ່ນດິນ​ກໍ່​ເຕັມ​ໄປ​ດ້ວຍ​ຄວາມ​ຮຸນແຮງ​ແລະ​ອາດຊະຍາກຳ.

ໃນ​ອານາຈັກ​ແຫ່ງ​ສອງ​ກະກູນ​ມີ​ຄວາມ​ຫຍຸ້ງຍາກ​ຄື​ກັນ. ຍັງ​ບໍ່​ເຖິງ 5 ປີ​ຫຼັງ​ຈາກ​ໂຣໂບອາມ​ຖືກ​ຕັ້ງ​ເປັນ​ກະສັດ ກະສັດ​ແຫ່ງ​ອີຢີບ​ມາ​ຕໍ່​ສູ້​ເຢຣຶຊາເລມ. ທ່ານ​ໄດ້​ເອົາ​ຊັບ​ສົມບັດ​ມີ​ຄ່າ​ຫຼາຍ​ຢ່າງ​ໄປ​ຈາກ​ວິຫານ​ຂອງ​ພະ​ເຢໂຫວາ. ດັ່ງ​ນັ້ນ​ວິຫານ​ຄົງ​ຢູ່​ໃນ​ສະພາບ​ເດີມ​ເຊັ່ນ​ສະໄໝ​ທີ່​ຖືກ​ສ້າງ​ຂຶ້ນ​ເປັນ​ເວລາ​ສັ້ນໆເທົ່າ​ນັ້ນ.

1 ກະສັດ 11:​26-43; 12:​1-33; 14:​21-31.