ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເດັກນ້ອຍຊາຍສອງຄົນກັບຄືນມີຊີວິດອີກ

ເດັກນ້ອຍຊາຍສອງຄົນກັບຄືນມີຊີວິດອີກ

ບົດ 68

ເດັກ​ນ້ອຍ​ຊາຍ​ສອງ​ຄົນ​ກັບ​ຄືນ​ມີ​ຊີວິດ​ອີກ

ຖ້າ​ເຈົ້າ​ຕາຍ ແມ່​ຂອງ​ເຈົ້າ​ຈະ​ຮູ້ສຶກ​ຢ່າງ​ໃດ​ຖ້າ​ເຈົ້າ​ກັບ​ຄືນ​ມີ​ຊີວິດ? ນາງ​ຄົງ​ຈະ​ມີ​ຄວາມ​ດີໃຈ​ຢ່າງ​ເຫຼືອ​ລົ້ນ! ແຕ່​ຄົນ​ທີ່​ຕາຍ​ແລ້ວ​ຈະ​ສາມາດ​ກັບ​ຄືນ​ມີ​ຊີວິດ​ອີກ​ໄດ້​ບໍ? ເລື່ອງ​ຢ່າງ​ນີ້​ເຄີຍ​ເກີດ​ຂຶ້ນ​ບໍ?

ຈົ່ງ​ເບິ່ງ​ຊາຍ​ທີ່​ຢູ່​ໃນ​ຮູບ​ນີ້ ແລະ​ຜູ້​ຍິງ​ກັບ​ເດັກ​ນ້ອຍ​ຜູ້​ຊາຍ. ຊາຍ​ຄົນ​ນີ້​ຄື​ຜູ້​ທຳນວາຍ​ເອລີ. ຍິງ​ຄື​ແມ່​ໝ້າຍ​ຄົນ​ນຶ່ງ​ອາໄສ​ຢູ່​ໃນ​ເມືອງ​ຊາເຣບຕາ ແລະ​ເດັກ​ນ້ອຍ​ເປັນ​ລູກ​ຊາຍ​ຂອງ​ນາງ. ມື້​ນຶ່ງ​ເດັກ​ຊາຍ​ເລີ່ມ​ບໍ່​ສະບາຍ. ອາການ​ປ່ວຍ​ຂອງ​ເດັກ​ກໍ່​ໜັກ​ຂຶ້ນ​ທຸກ​ທີ​ຈົນ​ໃນ​ທີ່​ສຸດ​ເດັກ​ຕາຍ. ຕໍ່​ຈາກ​ນັ້ນ​ເອລີ​ບອກ​ກັບ​ຜູ້​ຍິງ​ນັ້ນ​ວ່າ: ‘ຈົ່ງ​ເອົາ​ເດັກ​ຊາຍ​ໃຫ້​ເຮົາ.’

ເອລີ​ກໍ່​ເອົາ​ເດັກ​ຊາຍ​ທີ່​ຕາຍ​ນັ້ນ​ຂຶ້ນ​ໄປ​ຫ້ອງ​ຊັ້ນ​ເທິງ​ແລະ​ວາງ​ເທິງ​ຕຽງ. ຫຼັງ​ຈາກ​ນັ້ນ​ທ່ານ​ອະທິດຖານ​ວ່າ: ‘ໂອ້​ພະ​ເຢໂຫວາ ຂໍ​ໂຜດ​ກະທຳ​ໃຫ້​ເດັກ​ຄົນ​ນີ້​ຄືນ​ມາ​ມີ​ຊີວິດ​ອີກ​ເຖີດ.’ ແລະ​ເດັກ​ຊາຍ​ນັ້ນ​ກໍ່​ເລີ່ມ​ຫາຍ​ໃຈ! ດັ່ງ​ນັ້ນ​ເອລີ​ກໍ່​ຈຶ່ງ​ນຳ​ເຂົາ​ລົງ​ມາ​ຍັງ​ຫ້ອງ​ລຸ່ມ​ແລະ​ກ່າວ​ແກ່​ຍິງ​ນັ້ນ​ວ່າ: ‘ຈົ່ງ​ເບິ່ງ ລູກ​ຊາຍ​ຂອງ​ເຈົ້າ​ມີ​ຊີວິດ​ຢູ່!’ ນີ້​ເປັນ​ເຫດ​ທີ່​ເຮັດ​ໃຫ້​ແມ່​ມີ​ຄວາມ​ດີອົກດີໃຈ​ເຫຼືອ​ລົ້ນ.

ຍັງ​ມີ​ຜູ້​ທຳນວາຍ​ສຳຄັນ​ອີກ​ຄົນ​ນຶ່ງ​ຂອງ​ພະ​ເຢໂຫວາ​ຊື່​ວ່າ​ເອລີເຊ. ທ່ານ​ເປັນ​ຜູ້​ຊ່ວຍ​ຂອງ​ເອລີ. ແຕ່​ໃນ​ເວລາ​ຕໍ່​ມາ​ພະ​ເຢໂຫວາ​ກໍ່​ໃຊ້​ເອລີເຊ​ເຮັດ​ການ​ອັດສະຈັນ​ຕ່າງໆກັນ​ດ້ວຍ. ມື້​ນຶ່ງ​ເອລີເຊ​ໄປ​ເມືອງ​ຊຶເນມ ທີ່​ນັ້ນ​ມີ​ຜູ້​ຍິງ​ຄົນ​ນຶ່ງ​ໄດ້​ສະແດງ​ຄວາມ​ເມດຕາ​ແກ່​ທ່ານ​ຫຼາຍ. ຕໍ່​ມາ​ຜູ້​ຍິງ​ຄົນ​ນີ້​ມີ​ລູກ​ຊາຍ.

ຫຼັງ​ຈາກ​ເດັກ​ຊາຍ​ເຕີບໂຕ​ຂຶ້ນ ເຊົ້າ​ມື້​ນຶ່ງ ເດັກ​ຊາຍ​ອອກ​ໄປ​ຫາ​ພໍ່​ຜູ້​ທີ່​ພວມ​ເຮັດ​ງານ​ຢູ່​ທົ່ງ​ນາ. ໃນ​ທັນໃດ​ນັ້ນ​ເດັກ​ຊາຍ​ຮ້ອງ​ອອກ​ມາ​ວ່າ: ‘ຂ້ອຍ​ເຈັບ​ຫົວ​ຫຼາຍ!’ ຫຼັງ​ຈາກ​ນຳ​ເຂົາ​ກັບ​ບ້ານ​ແລ້ວ ເດັກ​ນັ້ນ​ກໍ່​ຕາຍ. ແມ່​ຂອງ​ເດັກ​ຮູ້ສຶກ​ເສົ້າ​ໂສກ​ຫຼາຍ! ນາງ​ຈຶ່ງ​ໄປ​ຕາມ​ເອລີເຊ​ທັນທີ.

ເມື່ອ​ເອລີເຊ​ມາ​ເຖິງ ທ່ານ​ເຂົ້າ​ໄປ​ໃນ​ຫ້ອງ​ຊຶ່ງ​ເດັກ​ນ້ອຍ​ທີ່​ຕາຍ​ແລ້ວ​ນັ້ນ​ຢູ່. ທ່ານ​ອະທິດຖານ​ຕໍ່​ພະ​ເຢໂຫວາ ແລະ​ນອນ​ລົງ​ເທິງ​ຮ່າງ​ກາຍ. ບໍ່​ດົນ​ຕົວ​ຂອງ​ເດັກ​ກໍ່​ອຸ່ນ​ຄືນ​ມາ ແລະ​ເດັກ​ໄດ້​ຈາມ​ເຈັດ​ເທື່ອ. ເມື່ອ​ແມ່​ເຂົ້າ​ໄປ​ໃນ​ຫ້ອງ​ກໍ່​ເຫັນ​ວ່າ​ລູກ​ຊາຍ​ນ້ອຍ​ມີ​ຊີວິດ​ຢູ່​ນາງ​ຮູ້ສຶກ​ຍິນດີ​ອີ່ຫຼີ!

ມີ​ຄົນ​ມາກ​ຫຼາຍ​ທີ່​ຕາຍ​ໄປ​ແລ້ວ. ຊຶ່ງ​ເຮັດ​ໃຫ້​ຄອບຄົວ​ແລະ​ເພື່ອນ​ໂສກ​ເສົ້າ​ຫຼາຍ. ພວກ​ເຮົາ​ບໍ່​ມີ​ອຳນາດ​ທີ່​ຈະ​ປຸກ​ຄົນ​ຕາຍ​ໃຫ້​ຄືນ​ມາ​ໄດ້. ແຕ່​ພະ​ເຢໂຫວາ​ມີ​ອຳນາດ​ເຮັດ​ໄດ້. ຕອນ​ຫຼັງ​ເຮົາ​ຈະ​ຮຽນ​ຮູ້​ເຖິງ​ວິທີ​ທີ່​ພະອົງ​ຈະ​ນຳ​ເອົາ​ຫຼາຍໆລ້ານ​ຄົນ​ກັບ​ຄືນ​ມາ​ມີ​ຊີວິດ​ອີກ.

1 ກະສັດ 17:​8-24; 2 ກະສັດ 4:​8-37.