ເດັກນ້ອຍຍິງຄົນນຶ່ງຊ່ວຍບຸລຸດຜູ້ມີອຳນາດ
ບົດ 69
ເດັກນ້ອຍຍິງຄົນນຶ່ງຊ່ວຍບຸລຸດຜູ້ມີອຳນາດ
ເຈົ້າຮູ້ບໍວ່າເດັກນ້ອຍຍິງຄົນນີ້ພວມເວົ້າຫຍັງ? ລາວພວມເວົ້າກັບສຸພາບສະຕີເຖິງເລື່ອງເອລີເຊຜູ້ທຳນວາຍຂອງພະເຢໂຫວາ ແລະສິ່ງໜ້າພິດສະຫວົງຫຼາຍຢ່າງທີ່ພະເຢໂຫວາຊ່ວຍທ່ານເຮັດ. ສຸພາບສະຕີບໍ່ຮູ້ຈັກກ່ຽວກັບພະເຢໂຫວາເພາະວ່ານາງບໍ່ແມ່ນຊົນຍິດສະລາເອນ. ໃຫ້ເຮົາເບິ່ງວ່າເປັນຫຍັງເດັກນ້ອຍຍິງຄົນນີ້ຈຶ່ງຢູ່ໃນເຮືອນຂອງນາງ.
ສຸພາບສະຕີນັ້ນເປັນຄົນຊາດຊີລີ. ຜົວຂອງນາງຄືນາອາມານ ຫົວໜ້າກອງທັບຊາດຊີລີ. ພວກຊີລີໄດ້ຈັບເດັກນ້ອຍຍິງຊົນຍິດສະລາເອນຄົນນີ້ ແລະລາວຖືກນຳມາໃຫ້ເມຍຂອງນາອາມານເພື່ອເປັນຜູ້ຮັບໃຊ້ຂອງນາງ.
ນາອາມານປ່ວຍເປັນພະຍາດທີ່ເອີ້ນວ່າຂີ້ທູດ. ພະຍາດແນວນີ້ອາດເຮັດໃຫ້ເນື້ອໜັງຫລຸດອອກໄດ້. ເດັກນ້ອຍຍິງຄົນນີ້ຈຶ່ງບອກເມຍຂອງນາອາມານວ່າ: ‘ຂ້າພະເຈົ້າຢາກໃຫ້ນາຍຂອງຂ້າພະເຈົ້າໄປຫາຜູ້ທຳນວາຍຂອງພະເຢໂຫວາໃນປະເທດຍິດສະລາເອນ ຜູ້ທຳນວາຍຈະຊ່ວຍທ່ານໃຫ້ຫາຍດີຈາກພະຍາດຂີ້ທູດ.’ ຕໍ່ມາມີການເລົ່າເລື່ອງນີ້ໃຫ້ຜົວຂອງສຸພາບສະຕີຟັງ.
ນາອາມານຕ້ອງການຫຼາຍທີ່ສຸດທີ່ຈະຫາຍພະຍາດນັ້ນ; ດັ່ງນັ້ນທ່ານຕັດສິນໃຈໄປປະເທດຍິດສະລາເອນ. ເມື່ອໄປເຖິງ ທ່ານໄປເຮືອນຂອງເອລີເຊ. ເອລີເຊໃຫ້ຜູ້ຮັບໃຊ້ຂອງທ່ານໄປບອກນາອາມານໃຫ້ໄປອາບນ້ຳທີ່ແມ່ນ້ຳຢູລະເດນເຈັດເທື່ອ. ນີ້ເຮັດໃຫ້ນາອາມານຄຽດຮ້າຍຫຼາຍ ແລະທ່ານກ່າວວ່າ: ‘ແມ່ນ້ຳຢູ່ບ້ານກໍ່ດີກວ່າແມ່ນ້ຳທັງຫຼາຍຂອງຍິດສະລາເອນ!’ ຫຼັງຈາກເວົ້າຄວາມນີ້ແລ້ວ ນາອາມານກໍ່ໄປ.
ແຕ່ຄົນນຶ່ງໃນພວກຜູ້ຮັບໃຊ້ບອກທ່ານວ່າ: ‘ອາດຍາພໍ່ເອີຍ ຖ້າຜູ້ທຳນວາຍນັ້ນໄດ້ສັ່ງທ່ານໃຫ້ເຮັດການອັນໃຫຍ່ຢ່າງໃດຢ່າງນຶ່ງ ທ່ານຈະເຮັດບໍ່ແມ່ນບໍ? ນີ້ພຽງແຕ່ອາບນ້ຳຕາມເພິ່ນໄດ້ບອກ ເຫດໃດທ່ານຈຶ່ງບໍ່ເຮັດ.’ ນາອາມານຍອມຟັງຄວາມຂອງຜູ້ຮັບໃຊ້ຂອງຕົນແລ້ວໄປຈຸ່ມຕົວໃນແມ່ນ້ຳຢູລະເດນເຈັດເທື່ອ. ເມື່ອນາອາມານເຮັດເຊັ່ນນັ້ນແລ້ວ ເນື້ອໜັງຂອງທ່ານກໍ່ກັບຫນຸ່ມແໜ້ນແລະຫາຍດີເປັນປົກກະຕິ.
ນາອາມານມີຄວາມສຸກໃຈຫຼາຍ. ທ່ານກັບມາຫາເອລີເຊແລະບອກວ່າ: ‘ບັດນີ້ເຮົາຮູ້ແນ່ວ່າພະເຈົ້າໃນປະເທດຍິດສະລາເອນເປັນພະເຈົ້າທ່ຽງແທ້ອົງດຽວເທົ່ານັ້ນທົ່ວແຜ່ນດິນໂລກ. ດັ່ງນັ້ນຂໍເຊີນຮັບເອົາຂອງປະທານນີ້ຈາກຂ້າພະເຈົ້າເຖີດ.’ ແຕ່ເອລີເຊຕອບວ່າ: ‘ບໍ່ ຂ້າພະເຈົ້າຈະບໍ່ຮັບ.’ ເອລີເຊຮູ້ວ່າທີ່ຈະຮັບຂອງຂວັນຈະເປັນການຜິດສຳລັບທ່ານ ເພາະວ່າພະເຢໂຫວາຕ່າງຫາກເປັນຜູ້ຮັກສານາອາມານໃຫ້ຫາຍ. ແຕ່ເຄຫາຊີຜູ້ຮັບໃຊ້ຂອງເອລີເຊຢາກໄດ້ຂອງຂວັນສຳລັບເຂົາເອງ.
ສະນັ້ນເຄຫາຊີໄດ້ເຮັດດັ່ງນີ້. ຫຼັງຈາກນາອາມານໄປແລ້ວ ເຄຫາຊີແລ່ນໄປຈົນທັນເຂົາ. ເຄຫາຊີກ່າວວ່າ: ‘ເອລີເຊໃຊ້ຂ້າພະເຈົ້າມາບອກວ່າເຂົາຕ້ອງການຂອງຂວັນບາງຢ່າງສຳລັບເພື່ອນຜູ້ທີ່ຫາກໍ່ມາຢາມ.’ ແນ່ນອນ ນີ້ເປັນການຕົວະ. ແຕ່ນາອາມານບໍ່ຮູ້ວ່ານັ້ນເປັນການຕົວະ; ດັ່ງນັ້ນທ່ານໃຫ້ບາງຢ່າງແກ່ເຄຫາຊີ.
ເມື່ອເຄຫາຊີກັບມາບ້ານ ເອລີເຊຮູ້ສິ່ງທີ່ເຂົາໄດ້ເຮັດ. ພະເຢໂຫວາໄດ້ບອກທ່ານໃຫ້ຮູ້. ດັ່ງນັ້ນທ່ານຈຶ່ງກ່າວວ່າ: ‘ເພາະເຈົ້າໄດ້ເຮັດສິ່ງທີ່ຊົ່ວນີ້ ຂີ້ທູດຂອງນາອາມານຈະຕິດທີ່ຕົວເຈົ້າ.’ ແລະກໍ່ໄດ້ເປັນຢ່າງນັ້ນທັນທີ.
ເຮົາສາມາດຮຽນຮູ້ສິ່ງໃດຈາກເລື່ອງທັງໝົດນີ້? ທຳອິດ ເຮົາຄວນຈະເປັນເໝືອນກັບເດັກນ້ອຍຍິງຄົນນັ້ນແລະເວົ້າເຖິງພະເຢໂຫວາ. ການເຮັດດັ່ງນັ້ນສາມາດໃຫ້ເກີດປະໂຫຍດຫຼາຍ. ທີສອງ ເຮົາບໍ່ຄວນເປັນຄົນຈອງຫອງຢ່າງນາອາມານໃນຕອນທຳອິດ ແຕ່ເຮົາຄວນເຊື່ອຟັງຜູ້ຮັບໃຊ້ຂອງພະເຈົ້າ. ແລະທີສາມ ເຮົາບໍ່ຄວນຕົວະຢ່າງເຄຫາຊີ. ເຮົາສາມາດຮຽນຮູ້ຫຼາຍສິ່ງໄດ້ຈາກການອ່ານພະຄຳພີ ບໍ່ແມ່ນບໍ?