ເດັກຫນຸ່ມສີ່ຄົນທີ່ນະຄອນບາບີໂລນ
ບົດ 75
ເດັກຫນຸ່ມສີ່ຄົນທີ່ນະຄອນບາບີໂລນ
ກະສັດເນບຶກາດເນດຊາເຣກວາດເອົາພວກຍິດສະລາເອນຜູ້ໄດ້ຮັບການສຶກສາຢ່າງດີທີ່ສຸດທັງໝົດໄປບາບີໂລນ. ພາຍຫຼັງກະສັດກໍ່ຄັດເລືອກເອົາພວກຊາຍຫນຸ່ມຮູບງາມແລະໜ້າຕາສະຫຼາດຄົມຄາຍທີ່ສຸດຈາກທ່າມກາງພວກເຂົາ. ເດັກຫນຸ່ມສີ່ຄົນທີ່ເຈົ້າເຫັນຢູ່ທີ່ນີ້ກໍ່ຢູ່ໃນຈຳພວກນັ້ນ. ຜູ້ນຶ່ງຄືດານຽນ ອີກສາມຄົນນັ້ນຊາວບາບີໂລນໃຫ້ຊື່ວ່າຊາດຣາກ ເມຊາກ ແລະອາເບດເນໂຄ.
ເນບຶກາດເນດຊາເຣວາງແຜນທີ່ຈະອົບຮົມຊາຍຫນຸ່ມເຫຼົ່ານີ້ໃຫ້ຮັບໃຊ້ໃນລາຊະວັງຂອງທ່ານ. ຫຼັງຈາກການຝຶກອົບຮົມສາມປີທ່ານຈະເລືອກເອົາສະເພາະຄົນສະຫຼາດທີ່ສຸດໃຫ້ຊ່ວຍທ່ານໃນການແກ້ໄຂບັນຫາຕ່າງໆ. ກະສັດປະສົງໃຫ້ຊາຍຫນຸ່ມເຫຼົ່ານີ້ມີສຸຂະພາບດີແລະແຂງແຮງຂະນະທີ່ພວກເຂົາຮັບການຝຶກຫັດ. ດັ່ງນັ້ນກະສັດຈຶ່ງສັ່ງໃຫ້ຜູ້ຮັບໃຊ້ຂອງທ່ານໃຫ້ຈັດອາຫານຢ່າງດີແລະເຫຼົ້າອະງຸ່ນໃຫ້ຊາຍຫນຸ່ມທຸກຄົນຄືກັນກັບທີ່ທ່ານແລະຄອບຄົວຂອງທ່ານໄດ້ຮັບ.
ເບິ່ງດານຽນຊາຍຫນຸ່ມຄົນນັ້ນເດີ. ເຈົ້າຮູ້ບໍວ່າເຂົາບອກຫຍັງກັບອາດເປນາດຫົວໜ້າຜູ້ຮັບໃຊ້ຂອງເນບຶກາດເນດຊາເຣ? ດານຽນບອກທ່ານວ່າເຂົາບໍ່ຕ້ອງການຈະກິນອາຫານຢ່າງດີຈາກໂຕ໊ະຂອງກະສັດ ເລື່ອງນີ້ເຮັດໃຫ້ອາດເປນາດໜັກໃຈ. ທ່ານກ່າວວ່າ: ‘ກະສັດໄດ້ກຳນົດສິ່ງທີ່ເຈົ້າຈະກິນແລະດື່ມ ແລະຖ້າສຸຂະພາບຂອງເຈົ້າບໍ່ດີເທົ່າກັບຊາຍຫນຸ່ມຄົນອື່ນໆ ທ່ານອາດຈະຂ້າເຮົາ.’
ດັ່ງນັ້ນດານຽນຈຶ່ງໄປຫາຜູ້ປົກຄອງຜູ້ທີ່ອາດເປນາດມອບໜ້າທີ່ໃຫ້ດູແລຕົນແລະສະຫາຍສາມຄົນ. ເຂົາບອກວ່າ: ‘ຂໍທົດລອງເບິ່ງພວກເຮົາລະຫວ່າງ 10 ວັນ. ຂໍຈັດໃຫ້ແຕ່ຜັກແລະນ້ຳໃຫ້ພວກເຮົາກິນແລະດື່ມ. ແລ້ວເອົາພວກເຮົາໄປທຽບກັບຊາຍຫນຸ່ມອື່ນໆຊຶ່ງກິນອາຫານຂອງກະສັດ ແລະຂໍເບິ່ງວ່າໃຜຈະມີຮູບຮ່າງໜ້າຕາດີກວ່າກັນ.’
ຜູ້ປົກຄອງເຫັນດີເຮັດຕາມຂໍ້ສະເໜີ. ເມື່ອຄົບກຳນົດ 10 ວັນ ປາກົດວ່າດານຽນແລະສະຫາຍສາມຄົນມີສຸຂະພາບໜ້າຕາດີກວ່າຊາຍຫນຸ່ມອື່ນໆ. ດັ່ງນັ້ນຜູ້ປົກຄອງຈຶ່ງອະນຸຍາດໃຫ້ເຂົາກິນຜັກຕໍ່ໄປ ແທນອາຫານທີ່ກະສັດຈັດໃຫ້.
ເມື່ອຄົບກຳນົດສາມປີແລ້ວ ຊາຍຫນຸ່ມທຸກຄົນຖືກພາເຂົ້າໄປເຝົ້າເນບຶກາດເນດຊາເຣ. ຫຼັງຈາກໄດ້ສົນທະນາກັບພວກເຂົາທຸກຄົນ ກະສັດເຫັນວ່າດານຽນແລະສະຫາຍສາມຄົນຂອງເຂົາເປັນຜູ້ສະຫຼາດທີ່ສຸດ. ກະສັດຈຶ່ງໃຫ້ພວກເຂົາຢູ່ຊ່ວຍທ່ານໃນລາຊະວັງ. ເມື່ອໃດກໍ່ຕາມ ທີ່ກະສັດຊັກຖາມດານຽນ ຊາດຣາກ ເມຊາກແລະອາເບດເນໂຄເຖິງຂໍ້ສົງໄສຫຼືບັນຫາຫຍຸ້ງຍາກຕ່າງໆກໍ່ປາກົດວ່າພວກເຂົາຮູ້ດີກວ່າພວກໝໍທວາຍຫຼືໝໍມໍຂອງທ່ານຕັ້ງ 10 ເທື່ອ.