ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຢຊາເບນ—ລາຊີນີຊົ່ວຮ້າຍ

ເຢຊາເບນ—ລາຊີນີຊົ່ວຮ້າຍ

ບົດ 66

ເຢຊາເບນ​—⁠ລາຊີນີ​ຊົ່ວ​ຮ້າຍ

ຫຼັງ​ຈາກ​ກະສັດ​ເຢໂຣໂບອາມ​ຕາຍ ກະສັດ​ແຕ່​ລະ​ອົງ​ຜູ້​ທີ່​ປົກຄອງ​ອານາຈັກ 10 ກະກູນ​ຂອງ​ທິດ​ເໜືອ​ແຫ່ງ​ຍິດສະລາເອນ​ກໍ່​ເຮັດ​ແຕ່​ຊົ່ວ. ກະສັດ​ອາກາບ​ເປັນ​ກະສັດ​ທີ່​ຊົ່ວ​ຮ້າຍ​ທີ່​ສຸດ​ໃນ​ທ່າມກາງ​ກະສັດ​ທັງ​ໝົດ. ເຈົ້າ​ຮູ້​ບໍ​ວ່າ​ເພາະ​ເຫດ​ໃດ? ເຫດຜົນ​ສຳຄັນ​ອັນ​ນຶ່ງ​ກໍ່​ຄື​ເຢຊາເບນ​ເມຍ​ຂອງ​ທ່ານ​ທີ່​ເປັນ​ລາຊີນີ​ຊົ່ວ​ຮ້າຍ.

ເຢຊາເບນ​ບໍ່​ແມ່ນ​ຍິງ​ຍິດສະລາເອນ. ນາງ​ເປັນ​ລູກ​ສາວ​ຂອງ​ກະສັດ​ຊີດົນ. ນາງ​ນະມັດສະການ​ພະ​ບາອານ​ພະ​ປອມ ແລະ​ນາງ​ຊັກ​ນຳ​ອາກາບ​ແລະ​ຊົນ​ຍິດສະລາເອນ​ຫຼາຍ​ຄົນ​ໃຫ້​ນະມັດສະການ​ພະ​ບາອານ​ດ້ວຍ. ເຢຊາເບນ​ກຽດ​ຊັງ​ພະ​ເຢໂຫວາ​ແລະ​ຂ້າ​ຜູ້​ທຳນວາຍ​ຂອງ​ພະອົງ​ຫຼາຍ​ຄົນ ຜູ້​ທຳນວາຍ​ບາງ​ຄົນ​ໄດ້​ໄປ​ລີ້​ຕົວ​ຢູ່​ໃນ​ຖ້ຳ​ເພື່ອ​ເຂົາ​ຈະ​ບໍ່​ຖືກ​ຂ້າ. ຖ້າ​ເຢຊາເບນ​ຕ້ອງການ​ສິ່ງ​ໃດ ນາງ​ຈະ​ຕ້ອງ​ເອົາ​ໃຫ້​ໄດ້​ແມ່ນ​ວ່າ​ຈະ​ຕ້ອງ​ຂ້າ​ເອົາ.

ມື້​ນຶ່ງ​ກະສັດ​ອາກາບ​ຮູ້ສຶກ​ເສົ້າ​ໂສກ​ຫຼາຍ. ດັ່ງ​ນັ້ນ​ເຢຊາເບນ​ຈຶ່ງ​ຖາມ​ທ່ານ​ວ່າ: ‘ເຫດ​ໃດ​ມື້​ນີ້​ພະອົງ​ຈຶ່ງ​ເສົ້າ​ໂສກ​ແທ້?’

ອາກາບ​ຕອບ​ວ່າ: ‘ເນື່ອງ​ຈາກ​ເລື່ອງ​ທີ່​ນາບອດ​ໄດ້​ເວົ້າ​ແກ່​ເຮົາ​ນັ້ນ. ເຮົາ​ຕ້ອງການ​ຊື້​ສວນ​ອະງຸ່ນ​ຂອງ​ເພິ່ນ. ແຕ່​ເພິ່ນ​ບອກ​ວ່າ​ເຮົາ​ຈະ​ຊື້​ສວນ​ນັ້ນ​ບໍ່​ໄດ້.’

ເຢຊາເບນ​ບອກ​ວ່າ: ‘ບໍ່​ຕ້ອງ​ເປັນ​ຫ່ວງ ຂ້າພະເຈົ້າ​ຈະ​ເອົາ​ສວນ​ນັ້ນ​ໃຫ້​ທ່ານ.’

ດັ່ງ​ນັ້ນ​ເຢຊາເບນ​ຂຽນ​ຈົດໝາຍ​ເຖິງ​ພວກ​ຜູ້​ເຖົ້າ​ແກ່​ກັບ​ພວກ​ອາດຍາ​ເຈົ້ານາຍ​ໃນ​ເມືອງ​ທີ່​ນາບອດ​ອາໄສ​ຢູ່. ນາງ​ບອກ​ເຂົາ​ວ່າ: ‘ຈົ່ງ​ຈັດ​ຫາ​ຄົນ​ຮ້າຍ​ຕັ້ງ​ຂໍ້​ກ່າວ​ຫາ​ວ່າ​ນາບອດ​ໄດ້​ສາບ​ແຊ່ງ​ພະເຈົ້າ​ແລະ​ກະສັດ ຈາກ​ນັ້ນ​ຈົ່ງ​ນຳ​ເພິ່ນ​ອອກ​ໄປ​ນອກ​ເມືອງ​ແລະ​ຍົກ​ໝາກ​ຫີນ​ຄວ່າງ​ເພິ່ນ​ໃຫ້​ຕາຍ.’

ທັນໃດ​ທີ່​ເຢຊາເບນ​ຮູ້​ວ່າ​ນາບອດ​ຕາຍ​ແລ້ວ ນາງ​ກ່າວ​ແກ່​ອາກາບ​ວ່າ: ‘ຈົ່ງ​ຮີບ​ໄປ​ແລະ​ເອົາ​ສວນ​ຂອງ​ເພິ່ນ​ເຖີດ.’ ເຈົ້າ​ເຫັນ​ດ້ວຍ​ບໍ​ວ່າ​ເຢຊາເບນ​ຄວນ​ຖືກ​ລົງໂທດ​ໃນ​ການ​ເຮັດ​ສິ່ງ​ທີ່​ຊົ່ວ​ຮ້າຍ​ເຊັ່ນ​ນີ້?

ດັ່ງ​ນັ້ນ ເມື່ອ​ເວລາ​ຜ່ານ​ໄປ ພະ​ເຢໂຫວາ​ສົ່ງ​ຊາຍ​ຄົນ​ນຶ່ງ​ຊື່​ເຢຫຶ​ໄປ​ລົງໂທດ​ນາງ. ເມື່ອ​ເຢຊາເບນ​ຮູ້​ວ່າ​ເຢຫຶ​ພວມ​ມາ ນາງ​ຈຶ່ງ​ແຕ້ມ​ຕາ​ແລະ​ແຕ່ງ​ຕົວ​ນາງ​ເອງ​ໃຫ້​ເບິ່ງ​ສວຍ​ງາມ. ແຕ່​ເມື່ອ​ເຢຫຶ​ມາ​ເຖິງ​ແລະ​ເຫັນ​ນາງ​ທີ່​ປ່ອງ​ຢ້ຽມ ທ່ານ​ຈຶ່ງ​ຮ້ອງ​ບອກ​ຄົນ​ທີ່​ຢູ່​ໃນ​ລາຊະວັງ​ວ່າ: ‘ຈົ່ງ​ຖິ້ມ​ນາງ​ລົງ​ມາ!’ ພວກ​ຜູ້​ຊາຍ​ກໍ່​ເຮັດ​ຕາມ ດັ່ງ​ທີ່​ເຈົ້າ​ເຫັນ​ໄດ້​ໃນ​ຮູບ​ນີ້. ພວກ​ເຂົາ​ຖິ້ມ​ນາງ​ລົງ​ໄປ ແລະ​ນາງ​ກໍ່​ຕາຍ. ນີ້​ຄື​ການ​ສິ້ນ​ສຸດ​ຂອງ​ລາຊີນີ​ເຢຊາເບນ​ຜູ້​ຊົ່ວ​ຮ້າຍ​ນັ້ນ.

1 ກະສັດ 16:​29-33; 18:​1-4; 21:​1-16; 2 ກະສັດ 9:​30-37.