ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຫດທີ່ດາວິດຕ້ອງໜີໄປ

ເຫດທີ່ດາວິດຕ້ອງໜີໄປ

ບົດ 59

ເຫດ​ທີ່​ດາວິດ​ຕ້ອງ​ໜີ​ໄປ

ຫຼັງ​ຈາກ​ດາວິດ​ຂ້າ​ໂຄລີອາດ ອາບເນ​ຫົວໜ້າ​ກອງທັບ​ຂອງ​ຊາດ​ຍິດສະລາເອນ​ຈຶ່ງ​ນຳ​ເພິ່ນ​ເຂົ້າ​ຫາ​ຊາອຶເລ. ຊາອຶເລ​ຮູ້ສຶກ​ພໍ​ໃຈ​ກັບ​ດາວິດ​ຫຼາຍ. ທ່ານ​ແຕ່ງ​ຕັ້ງ​ດາວິດ​ເປັນ​ແມ່ທັບ​ຄົນ​ນຶ່ງ​ໃນ​ກອງທັບ​ແລະ​ຮັບ​ດາວິດ​ມາ​ຢູ່​ໃນ​ສຳນັກ​ຂອງ​ກະສັດ.

ຕໍ່​ມາ​ເມື່ອ​ກອງທັບ​ກັບ​ມາ​ຈາກ​ການ​ຕໍ່​ສູ້​ກັບ​ຊາວ​ຟີລີດຕີນ ພວກ​ຜູ້​ຍິງ​ພາ​ກັນ​ຮ້ອງ​ເພງ​ວ່າ: ‘ຊາອຶເລ​ໄດ້​ຂ້າ​ເປັນ​ພັນໆ ແຕ່​ດາວິດ​ໄດ້​ຂ້າ​ເປັນ​ໝື່ນໆ.’ ທັງ​ນີ້​ເຮັດ​ໃຫ້​ຊາອຶເລ​ອິດສາ ເພາະ​ວ່າ​ດາວິດ​ໄດ້​ຮັບ​ກຽດ​ຫຼາຍ​ກວ່າ​ຊາອຶເລ. ແຕ່​ໂຍນາທານ​ບຸດ​ຊາຍ​ຂອງ​ຊາອຶເລ​ບໍ່​ອິດສາ. ທ່ານ​ຮັກ​ດາວິດ​ຫຼາຍ ແລະ​ດາວິດ​ກໍ່​ຮັກ​ໂຍນາທານ​ຄື​ກັນ. ດັ່ງ​ນັ້ນ​ເຂົາ​ທັງ​ສອງ​ເຮັດ​ສັນຍາ​ຕໍ່​ກັນ​ແລະ​ກັນ​ວ່າ​ຈະ​ເປັນ​ເພື່ອນ​ກັນ​ຕະຫຼອດ​ໄປ.

ດາວິດ​ເປັນ​ຄົນ​ດີດ​ພິນ​ໄດ້​ເກ່ງ​ຫຼາຍ ແລະ​ຊາອຶເລ​ກໍ່​ມັກ​ຟັງ​ດົນຕີ​ທີ່​ດາວິດ​ຫຼິ້ນ​ນັ້ນ. ແຕ່​ມື້​ນຶ່ງ​ຄວາມ​ອິດສາ​ຂອງ​ຊາອຶເລ​ເປັນ​ເຫດ​ໃຫ້​ທ່ານ⁠ເຮັດ​ສິ່ງ​ທີ່​ຊົ່ວ​ຫຼາຍ. ຂະນະ​ທີ່⁠ດາວິດ​ພວມ​ດີດ​ພິນ​ຢູ່ ຊາອຶເລ​ກໍ່​ຈັບ​ເອົາ​ຫອກ​ພຸ່ງ​ໄປ ໂດຍ​ກ່າວ​ວ່າ: ‘ຂ້າ​ຈະ​ປັກ​ດາວິດ​ໃຫ້​ຕິດ​ກັບ​ຝາ!’ ແຕ່​ດາວິດ​ຫຼົບ​ທັນ​ຈຶ່ງ​ບໍ່​ຖືກ​ຫອກ. ຕໍ່​ມາ​ຫອກ​ຂອງ​ຊາອຶເລ​ກໍ່​ບໍ່​ຖືກ​ດາວິດ​ອີກ. ດັ່ງ​ນັ້ນ​ດາວິດ​ຮູ້​ວ່າ​ບັດ​ນີ້​ເຂົາ​ຕ້ອງ​ລະວັງ​ຕົວ​ໃຫ້​ດີ.

ເຈົ້າ​ຈື່​ຄຳ​ສັນຍາ​ທີ່​ຊາອຶເລ​ໄດ້​ເຮັດ​ໄວ້​ບໍ? ຊາອຶເລ​ໄດ້​ກ່າວ​ວ່າ​ຈະ​ຍົກ​ທິດາ​ໃຫ້​ເປັນ​ເມຍ​ແກ່​ຜູ້​ທີ່​ຂ້າ​ໂຄລີອາດ​ໄດ້. ໃນ​ທີ່​ສຸດ​ຊາອຶເລ​ບອກ​ດາວິດ​ວ່າ ຈະ​ຍົກ​ມີກາເລ​ທິດາ​ຂອງ​ຕົນ​ໃຫ້​ເປັນ​ເມຍ​ດາວິດ ແຕ່​ກ່ອນ​ອື່ນ​ດາວິດ​ຕ້ອງ​ຂ້າ​ສັດຕູ​ຊາວ​ຟີລີດຕີນ 100 ຄົນ. ຈົ່ງ​ຄິດ​ເບິ່ງ! ແທ້​ຈິງ​ແລ້ວ​ຊາອຶເລ​ຫວັງ​ວ່າ​ຊາວ​ຟີລີດຕີນ​ຈະ​ຂ້າ​ດາວິດ. ແຕ່​ພວກ​ເຂົາ​ຂ້າ​ບໍ່​ໄດ້ ແລະ​ດັ່ງ​ນັ້ນ​ຊາອຶເລ​ຈຶ່ງ​ຍົກ​ທິດາ​ຂອງ​ຕົນ​ໃຫ້​ເປັນ​ເມຍ​ຂອງ​ດາວິດ.

ມື້​ນຶ່ງ​ຊາອຶເລ​ບອກ​ໂຍນາທານ​ແລະ​ຂ້າລາຊະການ​ວ່າ​ທ່ານ​ຢາກ​ຈະ​ຂ້າ​ດາວິດ. ແຕ່​ໂຍນາທານ​ທູນ​ລາຊະບິດາ​ວ່າ: ‘ໂປດ​ຢ່າ​ເຮັດ​ອັນຕະລາຍ​ແກ່​ດາວິດ. ເພິ່ນ​ບໍ່​ໄດ້​ເຮັດ​ສິ່ງ​ຜິດ​ຕໍ່​ພະອົງ​ເລີຍ. ກົງ​ກັນ​ຂ້າມ ທຸກ​ສິ່ງ​ທີ່​ດາວິດ​ໄດ້​ເຮັດ​ລ້ວນ​ເປັນ​ການ​ຊ່ວຍເຫຼືອ​ພະອົງ​ຢ່າງ​ໃຫຍ່​ຫຼວງ. ດາວິດ​ຍອມ​ສ່ຽງ​ຊີວິດ​ຂອງ​ຕົນ​ເມື່ອ​ໄດ້​ຂ້າ​ໂຄລີອາດ​ນັ້ນ ແລະ​ຄັນ​ທ່ານ​ເຫັນ​ແລ້ວ​ທ່ານ​ກໍ່​ມີ​ຄວາມ​ຍິນດີ.’

ຊາອຶເລ​ກໍ່​ຍອມ​ຟັງ​ລາຊະບຸດ​ຂອງ​ຕົນ ແລະ​ສັນຍາ​ວ່າ​ຈະ​ບໍ່​ເຮັດ​ອັນຕະລາຍ​ດາວິດ. ດາວິດ​ໄດ້​ຖືກ​ນຳ​ຕົວ​ກັບ​ເຂົ້າ​ມາ​ຮັບໃຊ້​ຊາອຶເລ​ຢູ່​ໃນ​ລາຊະສຳນັກ​ອີກ​ດັ່ງ​ໄດ້​ເຮັດ​ແຕ່​ກ່ອນ. ຢ່າງ​ໃດ​ກໍ່​ດີ ມື້​ນຶ່ງ​ຂະນະ​ທີ່​ດາວິດ​ພວມ​ຫຼິ້ນ​ດົນຕີ​ຢູ່ ຊາອຶເລ​ຊັດ​ຫອກ​ໄປ​ທີ່​ດາວິດ​ອີກ. ດາວິດ​ຫຼົບ​ທັນ ແລະ​ຫອກ​ຈຶ່ງ​ປັກ​ຖືກ​ຝາ. ນີ້​ເປັນ​ເທື່ອ​ທີ​ສາມ​ແລ້ວ! ດຽວ​ນີ້​ດາວິດ​ຮູ້​ວ່າ​ບັດ​ນີ້​ຕົນ​ຕ້ອງ​ໜີ​ໄປ!

ຄືນ​ນັ້ນ​ດາວິດ​ໄປ​ເຮືອນ​ຂອງ​ຕົນ. ແຕ່​ຊາອຶເລ​ສົ່ງ​ບາງ​ຄົນ​ໄປ​ຂ້າ​ດາວິດ. ມີກາເລ​ຮູ້​ອຸບາຍ​ລາຊະບິດາ​ຂອງ​ນາງ. ດັ່ງ​ນັ້ນ​ນາງ​ຈຶ່ງ​ບອກ​ຜົວ​ວ່າ: ‘ຖ້າ​ທ່ານ​ບໍ່​ໜີ​ໄປ​ຄືນ​ນີ້ ມື້​ອື່ນ​ທ່ານ​ຈະ​ຕາຍ.’ ຄືນ​ນັ້ນ​ມີກາເລ​ຊ່ວຍ​ດາວິດ​ຫຼົບ​ໜີ​ທາງ​ປ່ອງ​ຢ້ຽມ. ດາວິດ​ຕ້ອງ​ຫຼົບ​ລີ້​ຕົວ​ຕາມ​ທີ່​ຕ່າງໆເປັນ​ເວລາ​ເຈັດ​ປີ​ເພື່ອ​ວ່າ​ຊາອຶເລ​ຈະ​ບໍ່​ສາມາດ​ພົບ​ຕົວ​ໄດ້.

1 ຊາເມິອນ 18:​1-30; 19:​1-18.