ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໂຍນາແລະປາໃຫຍ່

ໂຍນາແລະປາໃຫຍ່

ບົດ 70

ໂຍນາ​ແລະ​ປາ​ໃຫຍ່

ເບິ່ງ​ຊາຍ​ຄົນ​ນັ້ນ​ໃນ​ນ້ຳ​ແດ່. ເຂົາ​ພວມ​ໄດ້​ຮັບ​ຄວາມ​ລຳບາກ​ຫຼາຍ ແມ່ນ​ບໍ? ປາ​ຕົວ​ນັ້ນ​ພວມ​ຈະ​ກືນ​ເຂົາ! ເຈົ້າ​ຮູ້​ບໍ​ວ່າ​ຜູ້​ຊາຍ​ຄົນ​ນີ້​ຄື​ຜູ້​ໃດ? ເຂົາ​ຊື່​ໂຍນາ. ໃຫ້​ເຮົາ​ພິຈາລະນາ​ເບິ່ງ​ວ່າ​ເຂົາ​ໄດ້​ຕົກ​ເຂົ້າ​ສູ່​ການ​ອັນຕະລາຍ​ນີ້​ໂດຍ​ວິທີ​ໃດ.

ໂຍນາ​ເປັນ​ຜູ້​ທຳນວາຍ​ຂອງ​ພະ​ເຢໂຫວາ. ຫຼັງ​ຈາກ​ທີ່​ຜູ້​ທຳນວາຍ​ເອລີເຊ​ຕາຍ​ບໍ່​ດົນ​ພະ​ເຢໂຫວາ​ສັ່ງ​ໂຍນາ​ວ່າ: ‘ຈົ່ງ​ໄປ​ນີນີເວ​ເມືອງ​ໃຫຍ່. ຄວາມ​ຊົ່ວ​ຮ້າຍ​ຂອງ​ປະຊາຊົນ​ທີ່​ນັ້ນ​ມີ​ມາກ​ມາຍ. ແລະ​ເຮົາ​ຕ້ອງການ​ໃຫ້​ເຈົ້າ​ໄປ​ບອກ​ເຂົາ​ເຖິງ​ເລື່ອງ​ນີ້.’

ແຕ່​ໂຍນາ​ບໍ່​ຢາກ​ໄປ. ດັ່ງ​ນັ້ນ​ທ່ານ​ຈຶ່ງ​ຂຶ້ນ​ເຮືອ​ລຳ​ນຶ່ງ​ຊຶ່ງ​ຈະ​ໄປ​ໃນ​ທິດ​ກົງ​ກັນ​ຂ້າມ​ຈາກ​ນີນີເວ. ພະ​ເຢໂຫວາ​ບໍ່​ຍິນດີ​ກັບ​ໂຍນາ​ເພາະ​ເຂົາ​ຫຼົບ​ໜີ​ຢ່າງ​ນັ້ນ. ດັ່ງ​ນັ້ນ​ພະອົງ​ບັນດານ​ໃຫ້​ເກີດ​ລົມ​ພາຍຸ​ໃຫຍ່. ລົມ​ພາຍຸ​ນັ້ນ​ແຮງ​ກ້າ​ຫຼາຍ​ຈົນ​ເຖິງ​ກັບ​ເຮືອ​ນັ້ນ​ຢູ່​ໃນ​ອັນຕະລາຍ​ຈະ​ຈົມ. ພວກ​ລູກ​ເຮືອ​ກໍ່​ມີ​ຄວາມ​ຢ້ານ​ຫຼາຍ ແລະ​ພວກ​ເຂົາ​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ພະ​ຂອງ​ຕົນ.

ໃນ​ທີ່​ສຸດ​ໂຍນາ​ບອກ​ພວກ​ເຂົາ​ວ່າ: ‘ຂ້າພະເຈົ້າ​ນະມັດສະການ​ພະ​ເຢໂຫວາ ພະເຈົ້າ​ຜູ້​ໄດ້​ສ້າງ​ຟ້າ​ສະຫວັນ​ແລະ​ແຜ່ນດິນ​ໂລກ. ແລະ​ຂ້າພະເຈົ້າ​ພວມ​ຫຼົບ​ໜີ​ຈາກ​ການ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ສັ່ງ​ໃຫ້​ຂ້າພະເຈົ້າ​ເຮັດ​ນັ້ນ.’ ດັ່ງ​ນັ້ນ​ພວກ​ລູກ​ເຮືອ​ຈຶ່ງ​ຖາມ​ວ່າ: ‘ພວກ​ເຮົາ​ຄວນ​ຈະ​ເຮັດ​ຢ່າງ​ໃດ​ແກ່​ທ່ານ​ເພື່ອ​ໃຫ້​ລົມ​ພາຍຸ​ສະຫງົບ​ລົງ?’

ໂຍນາ​ບອກ​ວ່າ: ‘ຈົ່ງ​ໂຍນ​ຂ້າພະເຈົ້າ​ລົງ​ໃນ​ນ້ຳ​ທະເລ​ເຖີດ ແລະ​ນ້ຳ​ທະເລ​ກໍ່​ຈະ​ສະຫງົບ​ອີກ.’ ພວກ​ລູກ​ເຮືອ​ບໍ່​ຢາກ​ເຮັດ​ດັ່ງ​ນັ້ນ ແຕ່​ລົມ​ພາຍຸ​ຍິ່ງ​ຮ້າຍແຮງ​ຂຶ້ນ​ທຸກ​ທີ ໃນ​ທີ່​ສຸດ​ພວກ​ເຂົາ​ຈຶ່ງ​ຈັບ​ໂຍນາ​ຖິ້ມ​ລົງ​ໃນ​ທະເລ. ລົມ​ພາຍຸ​ກໍ່​ຢຸດ​ທັນທີ ແລະ​ນ້ຳ​ທະເລ​ກໍ່​ສະຫງົບ​ອີກ.

ຂະນະ​ທີ່​ໂຍນາ​ຈົມ​ລົງ​ໃນ​ນ້ຳ ປາ​ໃຫຍ່​ຕົວ​ນຶ່ງ​ກໍ່​ມາ​ກືນ​ເຂົາ. ແຕ່​ເຂົາ​ບໍ່​ໄດ້​ຕາຍ. ເຂົາ​ຢູ່​ໃນ​ທ້ອງ​ປາ​ນັ້ນ​ເປັນ​ເວລາ​ສາມ​ມື້​ສາມ​ຄືນ. ໂຍນາ​ເສຍໃຈ​ຫຼາຍ​ທີ່​ເຂົາ​ບໍ່​ໄດ້​ເຊື່ອ​ຟັງ​ພະ​ເຢໂຫວາ​ທີ່​ໃຫ້​ໄປ​ເມືອງ​ນີນີເວ. ດັ່ງ​ນັ້ນ​ເຈົ້າ​ຮູ້​ບໍ​ວ່າ​ເຂົາ​ໄດ້​ເຮັດ​ຢ່າງ​ໃດ?

ໂຍນາ​ອະທິດຖານ​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ພະ​ເຢໂຫວາ. ຄັນ​ແລ້ວ​ພະອົງ​ບັນດານ​ໃຫ້​ປາ​ນັ້ນ​ຮາກ​ໂຍນາ​ອອກ​ເທິງ​ດິນ​ແຫ້ງ. ຫຼັງ​ຈາກ​ນັ້ນ​ໂຍນາ​ກໍ່​ໄປ​ທີ່​ເມືອງ​ນີນີເວ. ເລື່ອງ​ນີ້​ສອນ​ວ່າ​ການ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ກ່າວ​ນັ້ນ​ສຳຄັນ​ອີ່ຫຼີ​ບໍ່​ແມ່ນ​ບໍ?

ປະຫວັດ​ໂຍນາ​ໃນ​ຄຳພີ​ໄບເບິນ.