ຂະນະທີ່ເດີນທາງໄປເມືອງດາມາເຊ
ບົດ 108
ຂະນະທີ່ເດີນທາງໄປເມືອງດາມາເຊ
ເຈົ້າຮູ້ບໍ ວ່າຜູ້ທີ່ນອນຢູ່ເທິງພື້ນດິນນັ້ນແມ່ນໃຜ? ຜູ້ນັ້ນຄືໂຊໂລ. ເຈົ້າຄົງຈື່ໄດ້ວ່າເຂົາຄືຜູ້ນັ້ນແຫຼະທີ່ເຝົ້າເສື້ອຊັ້ນນອກໃຫ້ພວກຄົນທີ່ຄວ່າງກ້ອນຫີນໃສ່ເອຕຽນ. ເບິ່ງແສງສະຫວ່າງອັນກ້ານັ້ນເດີ! ມີຫຍັງພວມເກີດຂຶ້ນ?
ຫຼັງຈາກທີ່ເອຕຽນຖືກຂ້າ ໂຊໂລນຳໜ້າໃນການຊອກຫາຈັບຕົວສາວົກຂອງພະເຍຊູເພື່ອທຳຮ້າຍເຂົາ. ໂຊໂລເຂົ້າໄປຕາມບ້ານແລະຈັບຄວ້າເອົາຕົວເຂົາອອກມາແລ້ວເອົາເຂົາໄປຂັງຄຸກ. ສາວົກຫຼາຍຄົນກໍ່ໜີໄປເມືອງອື່ນໆແລ້ວເລີ່ມປະກາດ “ຂ່າວດີ” ທີ່ນັ້ນ. ແຕ່ໂຊໂລກໍ່ໄປຍັງເມືອງອື່ນອີກເພື່ອຊອກຫາສາວົກຂອງພະເຍຊູ. ຕອນນີ້ໂຊໂລພວມເດີນທາງຈະໄປເມືອງດາມາເຊ. ແຕ່ຂະນະທີ່ຢູ່ກາງທາງ ມີສິ່ງທີ່ໜ້າງຶດງໍ້ເກີດຂຶ້ນດັ່ງນີ້:
ມີແສງສະຫວ່າງສ່ອງມາຈາກຟ້າໂດຍກະທັນຫັນລ້ອມຮອບໂຊໂລໄວ້. ເຂົາຈຶ່ງລົ້ມລົງເຖິງພື້ນດິນ ດັ່ງເຮົາເຫັນຢູ່ທີ່ນີ້. ແລ້ວມີສຽງຕັດວ່າ: ‘ໂຊໂລ ໂຊໂລເອີຍ! ເປັນຫຍັງເຈົ້າເຮັດຮ້າຍເຮົາ?’ ພວກທີ່ມາກັບໂຊໂລເຫັນແສງສະຫວ່າງແລະໄດ້ຍິນສຽງເວົ້າ ແຕ່ເຂົາບໍ່ເຂົ້າໃຈຄຳເວົ້ານັ້ນ.
ໂຊໂລທູນຖາມວ່າ: ‘ທ່ານເຈົ້າຂ້າ ທ່ານເປັນຜູ້ໃດ?’
ສຽງນັ້ນຕັດວ່າ: ‘ເຮົາຄືເຍຊູ ຜູ້ຊຶ່ງເຈົ້າເຮັດຮ້າຍນັ້ນ.’ ພະເຍຊູຕັດດັ່ງນີ້ເພາະວ່າເມື່ອໂຊໂລເຮັດຮ້າຍຕໍ່ພວກສາວົກຂອງພະເຍຊູ ພະເຍຊູຮູ້ສຶກຄືກັບພະອົງເອງຖືກທຳຮ້າຍ.
ຂະນະນີ້ໂຊໂລຖາມວ່າ: ‘ພະອົງເຈົ້າຂ້າ ຂ້າພະເຈົ້າຈະເຮັດປະການໃດ?’
ພະເຍຊູຕັດວ່າ: ‘ຈົ່ງລຸກຂຶ້ນແລະເຂົ້າໄປໃນເມືອງດາມາເຊ ທີ່ນັ້ນຈະມີຄົນບອກເຈົ້າວ່າເຈົ້າຈຳຕ້ອງເຮັດປະການໃດ.’ ຄັນໂຊໂລລຸກຂຶ້ນແລະມືນຕາ ເຂົາບໍ່ສາມາດເຫັນສິ່ງໃດອີກເລີຍ. ເຂົາຕາບອດ! ພວກທີ່ໄປດ້ວຍຈຶ່ງຈູງມືພາເພິ່ນເຂົ້າໄປໃນເມືອງດາມາເຊ.
ຕອນນີ້ພະເຍຊູບອກສາວົກຄົນນຶ່ງຂອງພະອົງໃນເມືອງດາມາເຊວ່າ: ‘ອານາເນຍເອີຍ ຈົ່ງລຸກຂຶ້ນ. ໄປຖະໜົນທີ່ເອີ້ນວ່າຖະໜົນຊື່ ໄປທີ່ເຮືອນຂອງຢູດາແລ້ວຖາມຫາຊາຍຄົນນຶ່ງຊື່ໂຊໂລ. ເຮົາໄດ້ເລືອກເຂົາໄວ້ໃຫ້ເປັນຜູ້ຮັບໃຊ້ພິເສດຂອງເຮົາ.’
ອານາເນຍເຊື່ອຟັງ. ເມື່ອເຂົາພົບກັບໂຊໂລ ເຂົາວາງມືເທິງເພິ່ນແລະກ່າວວ່າ: ‘ອົງພະຜູ້ເປັນເຈົ້າໄດ້ສົ່ງຂ້າພະເຈົ້າມາເພື່ອທ່ານຈະໄດ້ເຫັນຮຸ່ງອີກແລະຈະໄດ້ເຕັມໄປດ້ວຍພະວິນຍານບໍລິສຸດ!’ ໃນທັນໃດນັ້ນມີບາງຢ່າງຊຶ່ງຄ້າຍກັບເກດຕົກຈາກຕາໂຊໂລ ແລະເຂົາຈຶ່ງສາມາດເຫັນໄດ້ອີກ.
ໂຊໂລຖືກໃຊ້ດ້ວຍວິທີໜ້າພິດສະຫວົງໃຫ້ປະກາດແກ່ຊົນຫຼາຍຊາດ. ເພິ່ນກາຍມາເປັນທີ່ຮູ້ຈັກກັນວ່າອັກຄະສາວົກໂປໂລ ຜູ້ທີ່ເຮົາຈະໄດ້ຮຽນຮູ້ອີກຫຼາຍສິ່ງເຖິງເພິ່ນ. ແຕ່ທຳອິດໃຫ້ເຮົາເບິ່ງວ່າພະເຈົ້າສົ່ງເປໂຕໄປເຮັດສິ່ງໃດ.
ກິດຈະການ 8:1-4; 9:1-20; 22:6-16; 26:8-20.