ຂຶ້ນເທິງເກາະເພາະເຮືອແຕກ
ບົດ 112
ຂຶ້ນເທິງເກາະເພາະເຮືອແຕກ
ເບິ່ງເດີ ເຮືອລຳນັ້ນຕົກຢູ່ໃນຄວາມເດືອດຮ້ອນ! ມັນພວມແຕກເປັນຫຼາຍໆຊິ້ນ! ເຈົ້າເຫັນຄົນຊຶ່ງກະໂດດລົງນ້ຳບໍ? ບາງຄົນກໍ່ລອຍໄປເຖິງຝັ່ງແລ້ວ. ໂປໂລຢູ່ທີ່ນັ້ນແມ່ນບໍ? ໃຫ້ເຮົາອ່ານເບິ່ງວ່າມີຫຍັງໄດ້ເກີດຂຶ້ນແກ່ທ່ານ.
ເຈົ້າຄົງຈື່ໄດ້ວ່າໂປໂລຖືກກັກຂັງໃນຄຸກທີ່ເມືອງເຊຊາເຣເຖິງສອງປີ. ຄັນແລ້ວເພິ່ນແລະພວກນັກໂທດອື່ນໆບາງຄົນຖືກຈັດໃຫ້ລົງເຮືອ ເພື່ອໄປຍັງນະຄອນໂລມ. ເມື່ອເຮືອຜ່ານໄປໃກ້ເກາະກະເລດກໍ່ຖືກລົມພາຍຸກ້າໜ້າຕົກໃຈພັດພວກເຂົາ. ລົມພັດແຮງກ້າແທ້ໆຈົນກະທັງຄົນຖືທ້າຍບັງຄັບເຮືອສູ້ບໍ່ໄດ້. ພວກເຂົາບໍ່ສາມາດເຫັນດວງອາທິດລະຫວ່າງກາງເວັນຫຼືດວງດາວໃນເວລາກາງຄືນ. ໃນທີ່ສຸດຫຼັງຈາກຫຼາຍມື້ຜ່ານໄປ ພວກທີ່ຢູ່ໃນເຮືອຕ່າງກໍ່ໝົດຫວັງທີ່ຈະລອດ.
ຄັນແລ້ວໂປໂລຢືນຂຶ້ນແລະກ່າວວ່າ: ‘ໃນພວກທ່ານຈະບໍ່ມີຜູ້ໃດເສຍຊີວິດ; ເຮືອເທົ່ານັ້ນຈະເສຍ. ເພາະວ່າມື້ຄືນນີ້ທູດສະຫວັນອົງນຶ່ງຂອງພະເຈົ້າມາຫາຂ້າພະເຈົ້າແລະບອກວ່າ: “ໂປໂລເອີຍ ຢ່າຢ້ານເລີຍ! ທ່ານຈະຕ້ອງຢືນຢູ່ຕໍ່ໜ້າເຊຊາຜູ້ປົກຄອງແຫ່ງນະຄອນໂລມ. ແລະພະເຈົ້າຈະຊ່ວຍຄົນທັງປວງຊຶ່ງຢູ່ໃນເຮືອໃບນຳເຈົ້າໃຫ້ລອດຊີວິດ.”
ປະມານທ່ຽງຄືນໃນມື້ທີ 14 ຫຼັງຈາກລົມພາຍຸເລີ່ມຕົ້ນ ພວກກະລາສີເຮືອສັງເກດເຫັນວ່ານ້ຳບໍ່ຄ່ອຍເລິກທໍ່ໃດ! ເພາະຄວາມຢ້ານທີ່ວ່າເຮືອຈະຊົນກະແທກໂງ່ນຫີນໃນເວລາຄ່ຳມືດ ພວກເຂົາຈຶ່ງທອດສະໝໍເຮືອລົງ. ເຊົ້າມື້ຕໍ່ມາພວກເຂົາເຫັນອ່າວແຫ່ງນຶ່ງ. ພວກເຂົາຕັດສິນໃຈທີ່ຈະພະຍາຍາມແລ່ນເຮືອຊື່ໄປເຖິງຫາດຊາຍນັ້ນ.
ເອົາລະ ເມື່ອພວກເຂົາແລ່ນເຂົ້າໃກ້ຈະເຖິງຝັ່ງ ເຮືອກະທົບຄຸງຫາດຊາຍແລະຕິດແໜ້ນ. ເຮືອຖືກຄື້ນຟອງນ້ຳທະເລຊັດເຂົ້າມາແລະເລີ່ມແຕກເປັນຫຼາຍໆຊິ້ນ. ນາຍທະຫານຜູ້ຄຸມສັ່ງວ່າ: ‘ທຸກຄົນທີ່ລອຍເປັນໃຫ້ໂຕນລົງ ແລະລອຍໄປເຖິງຝັ່ງກ່ອນ. ສ່ວນພວກທີ່ເຫຼືອໃຫ້ກະໂດດຕາມໄປແລະເກາະເສດໄມ້ທີ່ແຕກອອກຈາກເຮືອລອຍໄປ.’ ພວກເຂົາໄດ້ເຮັດຕາມ. ໂດຍວິທີນີ້ 276 ຄົນຊຶ່ງຢູ່ໃນເຮືອທຸກຄົນຈຶ່ງຂຶ້ນໄປຝັ່ງດ້ວຍຄວາມປອດໄພ ຕາມທີ່ທູດສະຫວັນໄດ້ສັນຍາໄວ້.
ເກາະນີ້ມີຊື່ວ່າມາເລເຕ. ຄົນຊາວເກາະນີ້ມີໃຈກະລຸນາຫຼາຍ. ພວກເຂົາໄດ້ຊ່ວຍເຫຼືອພວກເຫຼົ່ານັ້ນທີ່ມາຈາກເຮືອ. ເມື່ອດິນຟ້າອາກາດດີຂຶ້ນ ໂປໂລຖືກລົງເຮືອອີກລຳນຶ່ງແລ້ວກໍ່ຖືກນຳໄປຍັງນະຄອນໂລມ.