ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຕີໂມເຕ—ຜູ້ຊ່ວຍຄົນໃໝ່ຂອງໂປໂລ

ຕີໂມເຕ—ຜູ້ຊ່ວຍຄົນໃໝ່ຂອງໂປໂລ

ບົດ 110

ຕີໂມເຕ—ຜູ້​ຊ່ວຍ​ຄົນ​ໃໝ່​ຂອງ​ໂປໂລ

ຊາຍ​ຫນຸ່ມ​ທີ່​ເຈົ້າ​ເຫັນ​ຢູ່​ທີ່​ນີ້​ກັບ​ອັກຄະສາວົກ​ໂປໂລ​ຄື​ຕີໂມເຕ. ຕີໂມເຕ​ອາໄສ​ຢູ່​ກັບ​ຄອບຄົວ​ຂອງ​ເຂົາ​ໃນ​ເມືອງ​ລີສະທາ. ແມ່​ເຂົາ​ຊື່​ເອິນິດ​ແລະ​ແມ່​ເຖົ້າ​ໂລອິດ.

ເທື່ອ​ນີ້​ເປັນ​ເທື່ອ​ທີ​ສາມ​ທີ່​ໂປໂລ​ໄດ້​ມາ​ຢາມ​ລີສະທາ. ກ່ອນ​ໜ້າ​ນີ້​ປະມານ​ປີ​ນຶ່ງ ໂປໂລ​ແລະ​ບານາບາ​ໄດ້​ເດີນ​ທາງ​ມາ​ປ່າວ​ປະກາດ​ທີ່​ນີ້. ແລະ​ບັດ​ນີ້​ໂປໂລ​ແລະ​ສີລາ​ເພື່ອນ​ຂອງ​ເພິ່ນ​ໄດ້​ກັບ​ມາ​ອີກ.

ເຈົ້າ​ຮູ້​ບໍ​ວ່າ​ໂປໂລ​ພວມ​ເວົ້າ​ຫຍັງ​ກັບ​ຕີໂມເຕ? ເພິ່ນ​ຖາມ​ວ່າ: ‘ເຈົ້າ​ພໍ​ໃຈ​ຈະ​ໄປ​ກັບ​ສີລາ​ແລະ​ເຮົາ​ບໍ? ເຈົ້າ​ຈະ​ຊ່ວຍ​ເຮົາ​ໄດ້​ໃນ​ການ​ປະກາດ​ແກ່​ຜູ້​ຄົນ​ໃນ​ດິນແດນ​ທີ່​ຢູ່​ຫ່າງ​ໄກ.’

ຕີໂມເຕ​ຕອບ​ວ່າ: ‘ຈ້າວ ຂ້າພະເຈົ້າ​ຍິນດີ​ໄປ.’ ດັ່ງ​ນັ້ນ​ບໍ່​ດົນ​ຫຼັງ​ຈາກ​ນັ້ນ​ຕີໂມເຕ​ກໍ່​ລາ​ຈາກ​ຄອບຄົວ​ຂອງ​ເຂົາ​ໄປ​ກັບ​ໂປໂລ​ແລະ​ສີລາ. ແຕ່​ວ່າ​ກ່ອນ​ທີ່​ເຮົາ​ຈະ​ຮຽນ​ຮູ້​ກ່ຽວ​ກັບ​ການ​ເດີນ​ທາງ​ຂອງ​ພວກ​ເຂົາ ໃຫ້​ເຮົາ​ສືບ​ເບິ່ງ​ກ່ຽວ​ກັບ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ແກ່​ໂປໂລ. ເປັນ​ໄລຍະ​ເວລາ​ປະມານ 17 ປີ​ຕັ້ງ​ແຕ່​ພະ​ເຍຊູ​ໄດ້​ປາກົດ​ແກ່​ເພິ່ນ​ລະຫວ່າງ​ທີ່​ເດີນ​ທາງ​ໄປ​ດາມາເຊ.

ເຈົ້າ​ຄົງ​ຈື່​ໄດ້​ວ່າ ໂປໂລ​ໄປ​ເມືອງ​ດາມາເຊ​ເພື່ອ​ຈະ​ເຮັດ​ຮ້າຍ​ແກ່​ເຫຼົ່າ​ສາວົກ​ຂອງ​ພະ​ເຍຊູ ແຕ່​ດຽວ​ນີ້​ເພິ່ນ​ເອງ​ເປັນ​ສາວົກ! ຕໍ່​ມາ​ສັດຕູ​ບາງ​ຄົນ​ວາງ​ແຜນ​ຈະ​ຂ້າ​ເພິ່ນ​ເພາະ​ບໍ່​ມັກ​ການ​ສັ່ງ​ສອນ​ຂອງ​ເພິ່ນ​ກ່ຽວ​ກັບ​ພະ​ເຍຊູ. ແຕ່​ພວກ​ສາວົກ​ຊ່ວຍ​ໂປໂລ​ໃຫ້​ຫຼົບ​ໜີ. ເຂົາ​ໃຫ້​ເພິ່ນ​ນັ່ງ​ໃນ​ກະບຸງ​ແລ້ວ​ຢ່ອນ​ເພິ່ນ​ລົງ​ນອກ​ກຳແພງ​ເມືອງ.

ຫຼັງ​ຈາກ​ນັ້ນ​ໂປໂລ​ໄປ​ປະກາດ​ທີ່​ເມືອງ​ອັນຕີອົກ. ທີ່​ເມືອງ​ນີ້​ເອງ​ພວກ​ສາວົກ​ຂອງ​ພະ​ເຍຊູ​ຖືກ​ເອີ້ນ​ວ່າ​ຄລິດສະຕຽນ​ເທື່ອ​ທຳອິດ. ຄັນ​ແລ້ວ​ໂປໂລ​ແລະ​ບານາບາ​ກໍ່​ຖືກ​ສົ່ງ​ຈາກ​ອັນຕີອົກ​ໄປ​ປະກາດ​ຕາມ​ປະເທດ​ທີ່​ຢູ່​ຫ່າງ​ໄກ. ເມືອງ​ນຶ່ງ​ທີ່​ເຂົາ​ຢ້ຽມ​ຄື​ເມືອງ​ລີສະທາ​ຊຶ່ງ​ເປັນ​ບ້ານ​ເກີດ​ຂອງ​ຕີໂມເຕ.

ບັດ​ນີ້​ປະມານ​ປີ​ນຶ່ງ​ຫຼັງ​ຈາກ​ການ​ເດີນ​ທາງ​ຮອບ​ທຳອິດ ໂປໂລ​ເດີນ​ທາງ​ກັບ​ໄປ​ເມືອງ​ລີສະທາ​ຮອບ​ທີ​ສອງ. ເມື່ອ​ຕີໂມເຕ​ອອກ​ເດີນ​ທາງ​ກັບ​ໂປໂລ​ແລະ​ສີລາ​ນັ້ນ ພວກ​ເຂົາ​ໄປ​ໃສ​ເຈົ້າ​ຮູ້​ບໍ? ເບິ່ງ​ແຜນ​ທີ່​ແດ່ ແລະ​ໃຫ້​ເຮົາ​ຮຽນ​ຮູ້​ສະຖານ​ທີ່​ຕ່າງໆບາງ​ບ່ອນ.

ຕອນ​ທຳອິດ​ພວກ​ເຂົາ​ໄປ​ອີໂກນີອຸມ​ເມືອງ​ທີ່​ຢູ່​ໃກ້ໆ ແລ້ວ​ໄປ​ເມືອງ​ທີ​ສອງ​ຊື່​ອັນຕີອົກ. ຫຼັງ​ຈາກ​ນັ້ນ​ເຂົາ​ເດີນ​ທາງ​ຂຶ້ນ​ໄປ​ເມືອງ​ໂທອາດ ແລ້ວ​ຂ້າມ​ໄປ​ທີ່​ເມືອງ​ຟີລິປີ ເທຊະໂລນີກ​ແລະ​ເບເລ. ເຈົ້າ​ເຫັນ​ເມືອງ​ອາແຖນ​ທີ່​ແຜນ​ທີ່​ບໍ? ໂປໂລ​ປະກາດ​ທີ່​ນັ້ນ. ຫຼັງ​ຈາກ​ນັ້ນ​ເຂົາ​ໃຊ້​ເວລາ​ປີ​ເຄິ່ງ​ປະກາດ​ໃນ​ເມືອງ​ໂກລິນໂທ. ໃນ​ທີ່​ສຸດ​ເຂົາ​ແວ່​ທີ່​ເມືອງ​ເອເຟດ​ເປັນ​ເວລາ​ອັນ​ສັ້ນ. ແລ້ວ​ເຂົາ​ກັບ​ມາ​ທາງ​ເຮືອ​ເຖິງ​ເມືອງ​ເຊຊາເຣ ແລະ​ເດີນ​ທາງ​ຂຶ້ນ​ໄປ​ອັນຕີອົກ​ຊຶ່ງ​ເປັນ​ເມືອງ​ທີ່​ໂປໂລ​ພັກ​ຢູ່.

ສະນັ້ນ​ຕີໂມເຕ​ຈຶ່ງ​ເດີນ​ທາງ​ຫຼາຍ​ຮ້ອຍ​ກິໂລແມັດ​ຊ່ວຍ​ໂປໂລ​ປະກາດ “ຂ່າວ​ດີ” ແລະ​ເລີ່ມ​ຕັ້ງ​ປະຊາຄົມ​ຄລິດສະຕຽນ​ຫຼາຍ​ແຫ່ງ. ເມື່ອ​ເຈົ້າ​ເຕີບໂຕ​ຂຶ້ນ ເຈົ້າ​ຈະ​ເປັນ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະເຈົ້າ​ຄື​ຕີໂມເຕ​ບໍ?

ກິດຈະການ 9:​19-30; 11:​19-26; ບົດ 13 ເຖິງ 17; 18:​1-22.