ຖືກປ່ອຍອອກຈາກຄຸກ
ບົດ 106
ຖືກປ່ອຍອອກຈາກຄຸກ
ເບິ່ງທູດສະຫວັນພວມເປີດປະຕູຄຸກທີ່ນີ້ເດີ. ຄົນທີ່ທູດສະຫວັນປ່ອຍນັ້ນຄືພວກອັກຄະສາວົກຂອງພະເຍຊູ. ໃຫ້ເຮົາຄົ້ນເບິ່ງວ່າເປັນຫຍັງເຂົາຈຶ່ງຖືກຂັງໃນຄຸກ.
ນັບວ່າເປັນເວລາອັນສັ້ນຕັ້ງແຕ່ມີການຫຼັ່ງພະວິນຍານບໍລິສຸດລົງມາເໜືອສາວົກຂອງພະເຍຊູ. ແລະນີ້ຄືສິ່ງທີ່ໄດ້ເກີດຂຶ້ນ: ເປໂຕແລະໂຍຮັນພວມເຂົ້າໄປໃນວິຫານບ່າຍມື້ນຶ່ງໃນນະຄອນເຢຣຶຊາເລມ. ທີ່ນັ້ນ ໃກ້ໆປະຕູມີຊາຍຄົນນຶ່ງຜູ້ເປັນເປ້ຍມາຕັ້ງແຕ່ເກີດ. ມີຄົນຫາມເຂົາມາທີ່ນີ້ທຸກວັນເພື່ອເຂົາຈະໄດ້ຂໍທານຈາກຜູ້ທີ່ເຂົ້າໄປໃນວິຫານ. ເມື່ອເຂົາເຫັນເປໂຕແລະໂຍຮັນ ເຂົາກໍ່ຂໍທານ. ພວກອັກຄະສາວົກຈະເຮັດຢ່າງໃດ?
ເຂົາຢຸດແລະຈ້ອງເບິ່ງຊາຍຜູ້ໜ້າສົງສານນັ້ນ. ເປໂຕກ່າວວ່າ: ‘ເຮົາບໍ່ມີເງິນ ແຕ່ເຮົາຈະໃຫ້ເຈົ້າສິ່ງທີ່ເຮົາມີຢູ່. ໃນນາມພະເຍຊູ ຈົ່ງລຸກຂຶ້ນແລະຍ່າງໄປເຖີດ!’ ແລ້ວເປໂຕກໍ່ຈັບມືຂວາຂອງຊາຍຄົນນັ້ນພະຍຸງຂຶ້ນ ເຂົາຈຶ່ງກະໂດດຂຶ້ນທັນທີແລ້ວຍ່າງໄປ. ເມື່ອຜູ້ຄົນເຫັນເຫດການນີ້ ພວກເຂົາກໍ່ຮູ້ສຶກງຶດງໍ້ແລະຍິນດີຍິ່ງໃນການອັດສະຈັນອັນໜ້າພິດສະຫວົງນີ້.
ເປໂຕກ່າວວ່າ: ‘ເຮົາໄດ້ເຮັດການອັດສະຈັນນີ້ໂດຍລິດອຳນາດຂອງພະເຈົ້າ ຜູ້ທີ່ໄດ້ປຸກພະເຍຊູໃຫ້ເປັນຂຶ້ນຈາກຕາຍ.’ ຂະນະທີ່ເປໂຕແລະໂຍຮັນພວມເວົ້າຢູ່ ພວກຫົວໜ້າສາສະໜາບາງຄົນກໍ່ມາເຖິງ. ພວກເຂົາຂັດເຄືອງເພາະເປໂຕແລະໂຍຮັນພວມບອກຜູ້ຄົນກ່ຽວກັບການເປັນຂຶ້ນມາຈາກຕາຍຂອງພະເຍຊູ. ດັ່ງນັ້ນພວກເຂົາຈຶ່ງຈັບເຂົາທັງສອງແລະຂັງເຂົາໄວ້ໃນຄຸກ.
ມື້ຕໍ່ມາພວກຫົວໜ້າສາສະໜາມີການປະຊຸມໃຫຍ່. ພວກເຂົານຳເປໂຕແລະໂຍຮັນພ້ອມກັບຊາຍທີ່ເຂົາປິ່ນປົວໃຫ້ຫາຍນັ້ນເຂົ້າມາ. ພວກຫົວໜ້າສາສະໜາຖາມວ່າ: ‘ທ່ານໄດ້ເຮັດການອັດສະຈັນນີ້ໂດຍອຳນາດຂອງຜູ້ໃດ?’
ເປໂຕບອກວ່າໂດຍລິດອຳນາດຂອງພະເຈົ້າ ຜູ້ປຸກພະເຍຊູໃຫ້ເປັນຂຶ້ນຈາກຕາຍ. ພວກປະໂລຫິດບໍ່ຮູ້ຈະເຮັດຢ່າງໃດ ເພາະພວກເຂົາປະຕິເສດບໍ່ໄດ້ທີ່ວ່າການອັດສະຈັນອັນໜ້າພິດສະຫວົງໄດ້ເກີດຂຶ້ນແທ້ໆ. ດັ່ງນັ້ນເຂົາຈຶ່ງເຕືອນພວກອັກຄະສາວົກບໍ່ໃຫ້ເວົ້າເຖິງພະເຍຊູອີກ ແລ້ວປ່ອຍເຂົາໄປ.
ຂະນະທີ່ວັນເວລາຜ່ານໄປພວກອັກຄະສາວົກກໍ່ປະກາດຕໍ່ໄປກ່ຽວກັບພະເຍຊູແລະປິ່ນປົວຄົນເຈັບປ່ວຍໃຫ້ຫາຍດີ. ຂ່າວກ່ຽວກັບການອັດສະຈັນເຫຼົ່ານີ້ແຜ່ອອກໄປ. ແມ່ນແຕ່ຝູງຊົນຈາກເມືອງອ້ອມແອ້ມນະຄອນເຢຣຶຊາເລມກໍ່ເອົາຄົນເຈັບປ່ວຍມາໃຫ້ພວກອັກຄະສາວົກປິ່ນປົວ. ເຫດນີ້ເອງທີ່ເຮັດໃຫ້ພວກຫົວໜ້າສາສະໜາອິດສາ ສະນັ້ນຈຶ່ງຈັບພວກອັກຄະສາວົກໄປຄຸມຂັງໄວ້ໃນຄຸກ. ແຕ່ເຂົາຢູ່ທີ່ນັ້ນບໍ່ດົນ.
ໃນເວລາກາງຄືນທູດສະຫວັນຂອງພະເຢໂຫວາເປີດປະຕູຄຸກ ຕາມທີ່ເຈົ້າເຫັນທີ່ນີ້. ທູດສະຫວັນບອກເຂົາວ່າ: ‘ຈົ່ງໄປຢືນໃນວິຫານແລະປະກາດໃຫ້ຜູ້ຄົນຕໍ່ໄປ.’ ເຊົ້າມື້ຕໍ່ມາ ພວກຫົວໜ້າສາສະໜາສົ່ງຄົນໄປນຳເອົາພວກອັກຄະສາວົກອອກມາ ແຕ່ປາກົດວ່າເຂົາຫາຍໄປ. ຕໍ່ມາຄົນຂອງພວກເຂົາໄດ້ເຫັນອັກຄະສາວົກພວມສັ່ງສອນໃນວິຫານແລະນຳຕົວເຂົາໄປທີ່ສານແຊນເຮດດຣິນ.
ພວກຫົວໜ້າສາສະໜາກ່າວວ່າ: ‘ເຮົາໄດ້ອອກຄຳສັ່ງເດັດຂາດແກ່ເຈົ້າບໍ່ໃຫ້ສອນກ່ຽວກັບພະເຍຊູຕໍ່ໄປ ແຕ່ເຈົ້າໄດ້ເຮັດໃຫ້ນະຄອນເຢຣຶຊາເລມເຕັມໄປດ້ວຍຄຳສັ່ງສອນຂອງພວກເຈົ້າ.’ ພວກອັກຄະສາວົກຕອບວ່າ: ‘ພວກຂ້າພະເຈົ້າຈຳຕ້ອງເຊື່ອຟັງພະເຈົ້າຖານະເປັນຜູ້ຄອບຄອງຍິ່ງກວ່າມະນຸດ.’ ດັ່ງນັ້ນເຂົາຈຶ່ງສັ່ງສອນເລື່ອງ ‘ຂ່າວດີ’ ຕໍ່ໄປ. ນັ້ນເປັນຕົວຢ່າງອັນດີງາມທີ່ເຮົາຄວນປະຕິບັດຕາມແມ່ນບໍ?