ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພະເຍຊູມີຊີວິດຢູ່

ພະເຍຊູມີຊີວິດຢູ່

ບົດ 102

ພະ​ເຍຊູ​ມີ​ຊີວິດ​ຢູ່

ເຈົ້າ​ຮູ້​ບໍ​ວ່າ​ຜູ້​ຍິງ​ແລະ​ຜູ້​ຊາຍ​ສອງ​ຄົນ​ນັ້ນ​ແມ່ນ​ໃຜ? ຜູ້​ຍິງ​ຄົນ​ນີ້​ຄື​ມາລີ ມັກດາລາ ເພື່ອນ​ຂອງ​ພະ​ເຍຊູ. ແລະ​ຊາຍ​ສອງ​ຄົນ​ທີ່​ນຸ່ງ​ຫົ່ມ​ເສື້ອ​ຜ້າ​ຂາວ​ນັ້ນ​ຄື​ທູດ​ສະຫວັນ. ຫ້ອງ​ນ້ອຍໆທີ່​ມາລີ​ມອງ​ເບິ່ງ​ເຂົ້າ​ໄປ​ນີ້​ແມ່ນ​ບ່ອນ​ທີ່​ເອົາ​ສົບ​ຂອງ​ພະ​ເຍຊູ​ໃສ່​ໄວ້​ຫຼັງ​ຈາກ​ພະອົງ​ສິ້ນ​ຊີວິດ. ເຂົາ​ເອີ້ນ​ວ່າ​ອຸມົງ​ຝັງ​ສົບ. ແຕ່​ບັດ​ນີ້​ສົບ​ນັ້ນ​ຫາຍ​ໄປ! ໃຜ​ເອົາ​ສົບ​ນັ້ນ​ໄປ? ໃຫ້​ເຮົາ​ອ່ານ​ເບິ່ງ.

ຫຼັງ​ຈາກ​ພະ​ເຍຊູ​ສິ້ນ​ຊີວິດ ພວກ​ປະໂລຫິດ​ເວົ້າ​ກັບ​ພີລາດ​ວ່າ: ‘ເມື່ອ​ພະ​ເຍຊູ​ຍັງ​ມີ​ຊີວິດ​ຢູ່​ເຂົາ​ບອກ​ວ່າ ເຂົາ​ຈະ​ຖືກ​ປຸກ​ຂຶ້ນ​ມາ​ຈາກ​ຕາຍ​ຫຼັງ​ຈາກ​ສາມ​ມື້. ສະນັ້ນ​ຂໍ​ສັ່ງ​ໃຫ້​ມີ​ການ​ເຝົ້າ​ອຸມົງ. ແລ້ວ​ພວກ​ສາວົກ​ຂອງ​ເຂົາ​ຈະ​ມາ​ລັກ​ເອົາ​ສົບ​ໄປ​ບໍ່​ໄດ້ ແລະ​ຈະ​ບອກ​ບໍ່​ໄດ້​ວ່າ​ເຂົາ​ຖືກ​ປຸກ​ໃຫ້​ເປັນ​ຂຶ້ນ​ຈາກ​ຕາຍ!’ ພີລາດ​ຈຶ່ງ​ສົ່ງ​ທະຫານ​ໄປ​ເຝົ້າ​ອຸມົງ.

ແຕ່​ຕອນ​ເຊົ້າ​ມືດ​ຂອງ​ມື້​ທີ​ສາມ​ຫຼັງ​ຈາກ​ພະ​ເຍຊູ​ສິ້ນ​ຊີວິດ ທັນໃດ​ນັ້ນ​ທູດ​ສະຫວັນ​ອົງ​ນຶ່ງ​ຂອງ​ພະ​ເຢໂຫວາ​ມາ. ທ່ານ​ກິ້ງ​ຫີນ​ອອກ​ຈາກ​ປາກ​ອຸມົງ. ພວກ​ທະຫານ​ຮູ້ສຶກ​ຢ້ານ​ຈົນ⁠ຕົວ​ແຂງ. ໃນ​ທີ່​ສຸດ​ເມື່ອ​ພວກ​ເຂົາ​ມອງ​ເຂົ້າ​ໄປ​ໃນ​ອຸມົງ​ສົບ​ກໍ່​ຫາຍ​ໄປ​ແລ້ວ! ທະຫານ​ບາງ​ຄົນ​ເຂົ້າ​ໄປ​ໃນ​ເມືອງ​ແລະ​ແຈ້ງ​ໃຫ້​ພວກ​ປະໂລຫິດ​ຮູ້. ເຈົ້າ​ຮູ້​ບໍ​ວ່າ​ປະໂລຫິດ​ຊົ່ວ​ເຫຼົ່າ​ນີ້​ເຮັດ​ຢ່າງ​ໃດ? ເຂົາ​ເອົາ​ເງິນ​ຈ້າງ​ພວກ​ທະຫານ​ໃຫ້​ເວົ້າ​ຕົວະ. ພວກ​ປະໂລຫິດ​ບອກ​ທະຫານ​ຍາມ​ດັ່ງ​ນີ້: ‘ຈົ່ງ​ບອກ​ວ່າ​ພວກ​ສາວົກ​ຂອງ​ເຂົາ​ມາ​ລັກ​ເອົາ​ສົບ​ໄປ​ໃນ​ເວລາ​ກາງຄືນ ຂະນະ​ທີ່​ພວກ​ເຮົາ​ນອນ​ຫຼັບ​ຢູ່.’

ໃນ​ລະຫວ່າງ​ນັ້ນ​ພວກ​ຜູ້​ຍິງ​ບາງ​ຄົນ​ຊຶ່ງ​ເປັນ​ສະຫາຍ​ຂອງ​ພະ​ເຍຊູ​ມາ​ຢ້ຽມ​ທີ່​ອຸມົງ. ພວກ​ເຂົາ​ປະຫຼາດ​ໃຈ​ແທ້ໆທີ່​ເຫັນ​ອຸມົງ​ນັ້ນ​ວ່າງ​ເປົ່າ! ທັນໃດ​ນັ້ນ​ທູດ​ສະຫວັນ​ສອງ​ອົງ​ນຸ່ງ​ຫົ່ມ​ເສື້ອ​ຜ້າ​ຂາວ​ເຫຼື້ອມ​ມາ​ປາກົດ​ຕົວ. ທູດ​ສະຫວັນ​ຖາມ​ວ່າ: ‘ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຊອກ​ຫາ​ພະ​ເຍຊູ​ທີ່​ນີ້? ພະອົງ​ຖືກ​ປຸກ​ໃຫ້​ເປັນ​ຂຶ້ນ​ມາ​ຈາກ​ຕາຍ​ແລ້ວ. ຈົ່ງ​ຮີບ​ໄປ​ບອກ​ພວກ​ສາວົກ​ຂອງ​ພະອົງ​ເຖີດ.’ ພວກ​ຜູ້​ຍິງ​ກໍ່​ພາ​ກັນ​ແລ່ນ​ໄປ​ຢ່າງ​ໄວ! ແຕ່​ຂະນະ​ຕາມ​ທາງ​ນັ້ນ​ມີ​ຊາຍ​ຄົນ​ນຶ່ງ​ເອີ້ນ​ໃຫ້​ເຂົາ​ຢຸດ. ເຈົ້າ​ຮູ້​ບໍ​ວ່າ​ຊາຍ​ຄົນ​ນັ້ນ​ຄື​ຜູ້​ໃດ? ຄື​ພະ​ເຍຊູ! ພະອົງ​ຕັດ​ວ່າ: ‘ຈົ່ງ​ໄປ​ບອກ​ສາວົກ​ຂອງ​ເຮົາ.’

ເມື່ອ​ພວກ​ຜູ້​ຍິງ​ບອກ​ເຫຼົ່າ​ສາວົກ​ວ່າ​ພະ​ເຍຊູ​ມີ​ຊີວິດ​ຢູ່​ແລະ​ພວກ​ຕົນ​ໄດ້​ເຫັນ​ພະອົງ​ແລ້ວ ພວກ​ສາວົກ​ເຫັນ​ວ່າ​ເລື່ອງ​ນີ້​ເຊື່ອ​ໄດ້​ຍາກ. ເປໂຕ​ກັບ​ໂຍຮັນ​ຈຶ່ງ​ແລ່ນ​ໄປ​ທີ່​ອຸມົງ​ເພື່ອ​ຈະ​ເຫັນ​ດ້ວຍ​ຕົນ​ເອງ ແຕ່​ອຸມົງ​ວ່າງ​ເປົ່າ​ອີ່ຫຼີ! ເມື່ອ​ເປໂຕ​ແລະ​ໂຍຮັນ​ອອກ​ໄປ​ແລ້ວ ມາລີ​ມັກດາລາ​ຍັງ​ຄ້າງ​ຢູ່​ທີ່​ນັ້ນ. ຕອນ​ນັ້ນ​ເອງ​ນາງ​ຈຶ່ງ​ມອງ​ເບິ່ງ​ຂ້າງ​ໃນ​ອຸມົງ​ແລະ​ກໍ່​ເຫັນ​ທູດ​ສະຫວັນ​ສອງ​ອົງ.

ເຈົ້າ​ຮູ້​ບໍ​ວ່າ​ມີ​ສິ່ງ​ໃດ​ໄດ້​ເກີດ​ຂຶ້ນ​ກັບ​ສົບ​ຂອງ​ພະ​ເຍຊູ? ພະເຈົ້າ​ບັນດານ​ໃຫ້​ສົບ​ນັ້ນ​ຫາຍ​ສາບ​ສູນ​ໄປ. ພະເຈົ້າ​ບໍ່​ໄດ້​ປຸກ​ພະ​ເຍຊູ​ເປັນ​ຂຶ້ນ​ມາ​ໃຫ້​ມີ​ຊີວິດ​ອີກ​ໃນ​ຮ່າງ​ກາຍ​ເນື້ອ​ໜັງ​ຊຶ່ງ​ພະອົງ​ຕາຍ​ໄປ​ນັ້ນ. ແຕ່​ພະເຈົ້າ​ໄດ້​ໃຫ້​ຮ່າງ​ກາຍ​ໃໝ່ ຄື​ກາຍ​ວິນຍານ​ແກ່​ພະ​ເຍຊູ ຢ່າງ​ທີ່​ທູດ​ສະຫວັນ​ມີ​ໃນ​ພາກ​ສະຫວັນ. ແຕ່​ເພື່ອ​ສະແດງ​ໃຫ້​ສາວົກ​ຂອງ​ພະອົງ​ເຫັນ​ວ່າ​ພະອົງ​ມີ​ຊີວິດ​ຢູ່ ພະ​ເຍຊູ​ຈຶ່ງ​ແປງ​ກາຍ​ຊຶ່ງ​ຄົນ​ເຮົາ​ເຫັນ​ໄດ້ ດັ່ງ​ທີ່​ພວກ​ເຮົາ​ຈະ​ຮຽນ​ຮູ້​ກັນ.

ມັດທາຍ 27:​62-66; 28:​1-15; ລຶກາ 24:​1-12; ໂຍຮັນ 20:​1-12.