ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ລໍຖ້າຢູ່ໃນນະຄອນເຢຣຶຊາເລມ

ລໍຖ້າຢູ່ໃນນະຄອນເຢຣຶຊາເລມ

ບົດ 105

ລໍ​ຖ້າ​ຢູ່​ໃນ​ນະຄອນ​ເຢຣຶຊາເລມ

ຄົນ​ໃນ​ຮູບ​ນີ້​ແມ່ນ​ສາວົກ​ຂອງ​ພະ​ເຍຊູ. ເຂົາ​ໄດ້​ເຊື່ອ​ຟັງ​ພະ​ເຍຊູ​ແລະ​ໄດ້​ຄອຍ​ຢູ່​ໃນ​ນະຄອນ​ເຢຣຶຊາເລມ. ແລະ​ຂະນະ​ທີ່​ທຸກ​ຄົນ​ລໍ​ຄອຍ​ຢູ່​ດ້ວຍ​ກັນ​ນັ້ນ ມີ​ສຽງ​ດັງ​ສະໜັ່ນ​ກ້ອງ​ໄປ​ທົ່ວ​ເຮືອນ. ສຽງ​ນັ້ນ​ຄ້າຍ​ກັບ​ສຽງ​ລົມ​ພາຍຸ​ກ້າ​ພັດ​ແຮງ. ຄັນ​ແລ້ວ​ກໍ່​ມີ​ແປວ​ໄຟ​ຄື​ລີ້ນ​ເລີ່ມ​ປາກົດ​ເທິງ​ຫົວ​ຂອງ​ພວກ​ສາວົກ​ແຕ່​ລະ​ຄົນ. ເຈົ້າ​ເຫັນ​ແປວ​ໄຟ​ຢູ່​ເທິງ​ຫົວ​ຂອງ​ພວກ​ເຂົາ​ແຕ່​ລະ​ຄົນ​ບໍ? ທັງ​ໝົດ​ນີ້​ມີ​ຄວາມ​ໝາຍ​ອັນ​ໃດ?

ນັ້ນ​ເປັນ​ການ​ອັດສະຈັນ! ພະ​ເຍຊູ​ສະເດັດ​ກັບ​ໄປ​ຢູ່​ກັບ​ພະ​ບິດາ​ຂອງ​ພະອົງ​ໃນ​ສະຫວັນ​ແລະ​ຫຼັ່ງ​ພະ​ວິນຍານ​ບໍລິສຸດ​ຂອງ​ພະເຈົ້າ​ລົງ​ເໜືອ​ພວກ​ສາວົກ​ຂອງ​ພະອົງ. ພະ​ວິນຍານ​ນີ້​ກະຕຸ້ນ​ເຂົາ​ໃຫ້​ເຮັດ​ອັນ​ໃດ​ເຈົ້າ​ຮູ້​ບໍ? ພວກ​ເຂົາ​ທຸກ​ຄົນ​ເລີ່ມ​ເວົ້າ​ພາສາ​ຕ່າງໆກັນ.

ຄົນ​ຫຼາຍ​ຄົນ​ໃນ​ນະຄອນ​ເຢຣຶຊາເລມ​ໄດ້​ຍິນ​ສຽງ​ຄ້າຍ​ກັບ​ສຽງ​ລົມ​ພາຍຸ​ອັນ​ແຮງ​ກ້າ ແລະ​ເຂົາ​ຈຶ່ງ​ພາ​ກັນ​ມາ​ເບິ່ງ​ວ່າ​ມີ​ຫຍັງ​ເກີດ​ຂຶ້ນ. ບາງ​ຄົນ​ຈາກ​ປະເທດ​ອື່ນໆມາ​ທີ່​ນີ້​ເພື່ອ​ຮ່ວມ​ງານ​ສະຫຼອງ​ວັນ​ເພນເຕກອດ​ຂອງ​ຊົນ​ຍິດສະລາເອນ. ຜູ້​ທີ່​ເປັນ​ແຂກ​ເຫຼົ່າ​ນີ້​ປະສົບ​ສິ່ງ​ໜ້າ​ປະຫຼາດ​ອີ່ຫຼີ! ພວກ​ເຂົາ​ໄດ້​ຍິນ​ເຫຼົ່າ​ສາວົກ​ຂອງ​ພະ​ເຍຊູ​ເວົ້າ​ພາສາ​ຂອງ​ຕົນ​ເຖິງ​ສິ່ງ​ໜ້າ​ພິດສະຫວົງ​ຕ່າງໆທີ່​ພະເຈົ້າ​ໄດ້​ກະທຳ​ນັ້ນ.

ບັນດາ​ຜູ້​ເປັນ​ແຂກ​ມາ​ຢ້ຽມ​ກ່າວ​ວ່າ: ‘ຄົນ​ເຫຼົ່າ​ນີ້​ທັງ​ໝົດ​ມາ​ຈາກ​ຄາລິເລ ເຫດ​ໃດ​ເຂົາ​ຈຶ່ງ​ສາມາດ​ເວົ້າ​ພາສາ​ຕ່າງໆໄດ້​ທີ່​ເປັນ​ພາສາ​ຂອງ​ປະເທດ​ຕ່າງໆແຫ່ງ​ບ້ານ​ເກີດ​ຂອງ​ເຮົາ​ເອງ?’

ຕອນ​ນີ້​ເປໂຕ​ຢືນ​ຂຶ້ນ​ອະທິບາຍ​ໃຫ້​ເຂົາ​ຟັງ. ທ່ານ​ເປ່ງ​ສຽງ​ກ່າວ​ແກ່​ຜູ້​ຄົນ​ເຖິງ​ວິທີ​ທີ່​ພະ​ເຍຊູ​ຖືກ​ປະຫານ​ແລະ​ການ​ທີ່​ພະ​ເຢໂຫວາ​ໄດ້​ປຸກ​ພະອົງ​ໃຫ້​ເປັນ​ຂຶ້ນ​ມາ​ຈາກ​ຕາຍ. ເປໂຕ​ກ່າວ​ວ່າ: ‘ດຽວ​ນີ້​ພະ​ເຍຊູ​ຢູ່​ເບື້ອງ​ຂວາ​ມື​ຂອງ​ພະເຈົ້າ ແລະ​ພະອົງ​ໄດ້​ຫຼັ່ງ​ພະ​ວິນຍານ​ບໍລິສຸດ​ລົງ​ມາ​ຕາມ​ທີ່​ໄດ້​ສັນຍາ​ໄວ້. ດ້ວຍ​ເຫດ​ນີ້​ພວກ​ທ່ານ​ຈຶ່ງ​ໄດ້​ເຫັນ​ແລະ​ໄດ້​ຍິນ​ສິ່ງ​ໜ້າ​ອັດສະຈັນ​ເຫຼົ່າ​ນີ້.’

ເອົາ​ລະ ເມື່ອ​ເປໂຕ​ເວົ້າ​ເຖິງ​ສິ່ງ​ເຫຼົ່າ​ນີ້​ແລ້ວ ຄົນ​ຫຼາຍ​ຄົນ​ຮູ້ສຶກ​ເສຍໃຈ​ຢ່າງ​ຍິ່ງ​ເຖິງ​ການ​ທີ່​ໄດ້​ເຮັດ​ແກ່​ພະ​ເຍຊູ. ເຂົາ​ຖາມ​ວ່າ: ‘ພວກ​ເຮົາ​ຄວນ​ຈະ​ເຮັດ​ປະການ​ໃດ?’ ເປໂຕ​ບອກ​ເຂົາ​ວ່າ: ‘ທ່ານ​ທັງ​ຫຼາຍ​ຈຳເປັນ​ຕ້ອງ​ປ່ຽນ​ແນວ​ທາງ​ຊີວິດ​ຂອງ​ຕົນ​ແລະ​ຮັບ​ບັບເຕມາ.’ ດັ່ງ​ນັ້ນ​ໃນ​ວັນ​ນັ້ນ​ເອງ​ມີ​ປະມານ 3000 ຄົນ​ຮັບ​ບັບເຕມາ​ແລະ​ເຂົ້າ​ມາ​ເປັນ​ສາວົກ​ຂອງ​ພະ​ເຍຊູ.

ກິດຈະການ 2:​1-47.