ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເອຕຽນຖືກເຂົາເອົາຫີນຄວ່າງໃສ່

ເອຕຽນຖືກເຂົາເອົາຫີນຄວ່າງໃສ່

ບົດ 107

ເອຕຽນ​ຖືກ​ເຂົາ​ເອົາ​ຫີນ​ຄວ່າງ​ໃສ່

ຊາຍ​ທີ່​ພວມ​ຄູ້​ເຂົ່າ​ທີ່​ນີ້​ຄື​ເອຕຽນ. ເພິ່ນ​ເປັນ​ສາວົກ​ທີ່​ສັດ​ຊື່​ຂອງ​ພະ​ເຍຊູ. ແຕ່​ເບິ່ງ​ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ເພິ່ນ​ຂະນະ​ນີ້​ແດ່! ຄົນ​ເຫຼົ່າ​ນີ້​ພວມ​ຄວ່າງ​ຫີນ​ກ້ອນ​ໃຫຍ່​ໃສ່​ເພິ່ນ. ເປັນ​ຫຍັງ​ເຂົາ​ຈຶ່ງ​ຊັງ​ເອຕຽນ​ຫຼາຍ​ແທ້​ຈົນ​ເຖິງ​ເຂົາ​ເຮັດ​ສິ່ງ​ຮ້າຍກາດ​ແບບ​ນີ້? ໃຫ້​ເຮົາ​ເບິ່ງ​ຕໍ່​ໄປ.

ພະເຈົ້າ​ໄດ້​ຊ່ວຍ​ເອຕຽນ​ໃຫ້​ເຮັດ​ການ​ອັດສະຈັນ​ອັນ​ໜ້າ​ພິດສະຫວົງ​ຫຼາຍ​ຢ່າງ. ພວກ​ນີ້​ບໍ່​ມັກ​ການ​ເຮັດ​ຢ່າງ​ນີ້ ແລະ​ດັ່ງ​ນັ້ນ​ເຂົາ​ຈຶ່ງ​ໄດ້​ໂຕ້​ຖຽງ​ກັບ​ເພິ່ນ​ເຖິງ​ການ​ທີ່​ເພິ່ນ​ສັ່ງ​ສອນ​ຄວາມ​ຈິງ​ແກ່​ຜູ້​ຄົນ. ແຕ່​ພະເຈົ້າ​ປະທານ​ສະຕິ​ປັນຍາ​ໃຫ້​ເອຕຽນ ແລະ​ເອຕຽນ​ເຜີຍ​ໃຫ້​ເຫັນ​ວ່າ ພວກ​ເຫຼົ່າ​ນີ້​ສອນ​ເລື່ອງ​ບໍ່​ຈິງ​ຕ່າງໆເລື້ອຍ​ມາ. ເລື່ອງ​ນີ້​ເຮັດ​ໃຫ້​ພວກ​ເຂົາ​ເຄືອງ​ແຄ້ນ​ຂຶ້ນ​ອີກ. ດັ່ງ​ນັ້ນ​ເຂົາ​ຈຶ່ງ​ຄວ້າ​ເອົາ​ເອຕຽນ​ແລ້ວ​ເອີ້ນ​ຜູ້​ຄົນ​ເຂົ້າ​ມາ​ເພື່ອ​ໃຫ້​ຄຳ​ພະຍານ​ບໍ່​ຈິງ​ກ່ຽວ​ກັບ​ເພິ່ນ.

ມະຫາ​ປະໂລຫິດ​ຖາມ​ເອຕຽນ​ວ່າ: ‘ການ​ນີ້​ເປັນ​ສັນ​ນັ້ນ​ແທ້​ບໍ?’ ເອຕຽນ​ຕອບ​ໂດຍ​ໃຫ້​ຄຳ​ບັນລະຍາຍ​ຢ່າງ​ດີ​ຈາກ​ຄຳພີ​ໄບເບິນ. ຕອນ​ທ້າຍ​ຂອງ​ຄຳ​ບັນລະຍາຍ ເພິ່ນ​ບອກ​ວ່າ​ດົນ​ມາ​ແລ້ວ​ພວກ​ຄົນ​ຊົ່ວ​ໄດ້​ກຽດ​ຊັງ​ຜູ້​ພະຍາກອນ​ຂອງ​ພະ​ເຢໂຫວາ ແລ້ວ​ກ່າວ​ວ່າ: ‘ພວກ​ທ່ານ​ກໍ່​ຄື​ກັນ​ກັບ​ຄົນ​ເຫຼົ່າ​ນັ້ນ. ພວກ​ທ່ານ​ໄດ້​ຂ້າ​ພະ​ເຍຊູ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ ແລະ​ທ່ານ​ບໍ່​ໄດ້​ເຊື່ອ​ຟັງ​ກົດໝາຍ​ຂອງ​ພະເຈົ້າ.’

ເລື່ອງ​ນີ້​ເຮັດ​ໃຫ້​ຫົວໜ້າ​ສາສະໜາ​ເຫຼົ່າ​ນີ້​ຄຽດ​ແຄ້ນ​ຫຼາຍ! ເຂົາ​ຂົບ​ແຂ້ວ​ດ້ວຍ​ຄວາມ​ຂຸ່ນ​ເຄືອງ. ແລ້ວ​ເອຕຽນ​ເງີຍ​ໜ້າ​ຂຶ້ນ ແລະ​ກ່າວ​ວ່າ: ‘ຈົ່ງ​ເບິ່ງ​ເຮົາ​ເຫັນ​ພະ​ເຍຊູ​ຢືນ​ຢູ່​ທີ່​ເບື້ອງ​ຂວາ​ແຫ່ງ​ພະເຈົ້າ​ໃນ​ສະຫວັນ.’ ຕອນ​ນີ້ ຄົນ​ເຫຼົ່າ​ນີ້​ກໍ່​ເອົາ​ມື​ອັດ​ຫູ​ຂອງ​ເຂົາ​ແລະ​ຮີບ​ແລ່ນ​ເຂົ້າ​ໄປ​ໃສ່​ເອຕຽນ. ເຂົາ​ຄວ້າ​ຕົວ​ເພິ່ນ​ລາກ​ໄປ​ນອກ​ເມືອງ.

ທີ່​ນີ້​ເຂົາ​ຖອດ​ເສື້ອ​ຊັ້ນ​ນອກ​ອອກ​ຝາກ​ໄວ້​ກັບ​ຊາຍ​ຫນຸ່ມ​ຊື່​ວ່າ​ໂຊໂລ. ເຈົ້າ​ເຫັນ​ໂຊໂລ​ບໍ? ແລ້ວ​ມີ​ບາງ​ຄົນ​ໃນ​ພວກ​ເຂົາ​ເລີ່ມ​ຄວ່າງ​ກ້ອນ​ຫີນ​ໃສ່​ເອຕຽນ. ເພິ່ນ​ຄູ້​ເຂົ່າ​ລົງ ດັ່ງ​ທີ່​ເຈົ້າ​ເຫັນ​ແລະ​ເພິ່ນ​ອະທິດຖານ​ເຖິງ​ພະເຈົ້າ​ວ່າ: ‘ພະ​ເຢໂຫວາ​ເຈົ້າ​ຂ້າ ຂໍ​ຢ່າ​ລົງໂທດ​ພວກ​ເຂົາ​ເພາະ​ການ​ຊົ່ວ​ນີ້.’ ເພິ່ນ​ຮູ້​ວ່າ​ມີ​ບາງ​ຄົນ​ໃນ​ພວກ​ນັ້ນ​ຖືກ​ຫົວໜ້າ​ສາສະໜາ​ຫຼອກ​ລວງ. ຫຼັງ​ຈາກ​ນັ້ນ​ເອຕຽນ​ກໍ່​ຕາຍ.

ເມື່ອ​ມີ​ຄົນ​ໃດ​ຄົນ​ນຶ່ງ​ເຮັດ​ບໍ່​ດີ​ແກ່​ເຈົ້າ ເຈົ້າ​ຈະ​ພະຍາຍາມ​ແກ້ແຄ້ນ​ຕອບ​ເຂົາ​ບໍ ຫຼື​ວ່າ​ຂໍ​ໃຫ້​ພະເຈົ້າ​ລົງໂທດ​ເຂົາ? ເອຕຽນ​ແລະ​ພະ​ເຍຊູ​ບໍ່​ໄດ້​ເຮັດ​ແນວ​ນັ້ນ. ເພິ່ນ​ທັງ​ສອງ​ມີ​ໃຈ​ເມດຕາ​ແມ່ນ​ວ່າ​ກັບ​ຄົນ​ເຫຼົ່າ​ນັ້ນ​ທີ່​ບໍ່​ມີ​ຄວາມ​ເມດຕາ​ຕໍ່​ຕົນ. ຂໍ​ໃຫ້​ເຮົາ​ພະຍາຍາມ​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ເພິ່ນ​ທັງ​ສອງ​ເຖີດ.

ກິດຈະການ 6:​8-15; 7:​1-60.