ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ການປະສູດຂອງພະເຍຊູຈົນເຖິງການຕາຍຂອງພະອົງ

ການປະສູດຂອງພະເຍຊູຈົນເຖິງການຕາຍຂອງພະອົງ

ພາກ 6

ການ​ປະສູດ​ຂອງ​ພະ​ເຍຊູ​ຈົນ​ເຖິງ​ການ​ຕາຍ​ຂອງ​ພະອົງ

ທູດ​ສະຫວັນ​ຄາບລິເອນ​ຖືກ​ສົ່ງ​ໄປ​ຫາ​ສະຕີ​ສາວ​ຄົນ​ນຶ່ງ​ທີ່​ມີ​ຊື່ສຽງ​ດີ​ຊື່​ມາລີ. ທູດ​ສະຫວັນ​ໄດ້​ບອກ​ນາງ​ວ່າ​ນາງ​ຈະ​ມີ​ບຸດ​ຄົນ​ນຶ່ງ​ຜູ້​ຊຶ່ງ​ຈະ​ປົກຄອງ​ເປັນ​ກະສັດ​ຕະຫຼອດ​ໄປ​ເປັນ​ນິດ. ບຸດ​ນັ້ນ​ທີ່​ມີ​ຊື່​ວ່າ​ເຍຊູ ໄດ້​ມາ​ປະສູດ​ໃນ​ຄອກ​ສັດ​ແລະ​ຜູ້​ລ້ຽງ​ແກະ​ມາ​ຢ້ຽມ​ຢາມ​ກຸມານ​ທີ່​ນັ້ນ. ຕໍ່​ມາ​ຄົນ​ພວກ​ນຶ່ງ​ມາ​ຈາກ​ທິດ​ຕາເວັນ​ອອກ​ອາໄສ​ດາວ​ນຳ​ທາງ​ໄປ​ຫາ​ເດັກ​ຊາຍ​ນັ້ນ. ເຮົາ​ຈະ​ໄດ້​ຮຽນ​ຮູ້​ວ່າ​ແມ່ນ​ໃຜ​ທີ່​ເຮັດ​ໃຫ້​ພວກ​ເຂົາ​ເຫັນ​ດາວ​ດວງ​ນັ້ນ ແລະ​ຮູ້​ເຖິງ​ວິທີ​ທີ່​ພະ​ເຍຊູ​ໄດ້​ຮັບ​ການ​ປ້ອງກັນ​ໄວ້​ຈາກ​ຄວາມ​ພະຍາຍາມ​ທີ່​ຈະ​ຂ້າ​ພະອົງ​ເສຍ.

ຖັດ​ຈາກ​ນັ້ນ ເມື່ອ​ພະ​ເຍຊູ​ມີ​ອາຍຸ 12 ປີ​ເຮົາ​ຈະ​ເຫັນ​ວ່າ​ພະອົງ​ຢູ່​ທີ່​ວິຫານ​ສົນທະນາ​ກັນ​ກັບ​ພວກ​ຄູ​ສອນ​ທີ່​ນັ້ນ. ສິບ​ແປດ​ປີ​ຕໍ່​ມາ​ພະອົງ​ໄດ້​ຮັບ​ບັບເຕມາ ແລະ​ຄັນ​ແລ້ວ​ກໍ່​ເລີ່ມ​ຕົ້ນ​ເຮັດ​ການ​ເທດສະໜາ​ປະກາດ​ເຖິງ​ເລື່ອງ​ລາຊະອານາຈັກ ແລະ​ການ​ສັ່ງ​ສອນ​ຊຶ່ງ​ພະເຈົ້າ​ໄດ້​ສົ່ງ​ພະອົງ​ມາ​ເຮັດ​ເທິງ​ແຜ່ນດິນ​ໂລກ. ເພື່ອ​ຊ່ວຍ​ພະອົງ​ໃນ​ງານ​ນີ້ ພະ​ເຍຊູ​ໄດ້​ເລືອກ​ຊາຍ 12 ຄົນ​ແລະ​ຕັ້ງ​ເຂົາ​ໃຫ້​ເປັນ​ອັກຄະສາວົກ.

ພະ​ເຍຊູ​ໄດ້​ເຮັດ​ການ​ອັດສະຈັນ​ຫຼາຍ​ຢ່າງ​ດ້ວຍ. ພະອົງ​ລ້ຽງ​ອາຫານ​ຄົນ​ຫຼາຍ​ພັນ​ຄົນ​ດ້ວຍ​ປາ​ຕົວ​ນ້ອຍໆບໍ່​ກີ່​ຕົວ​ແລະ​ເຂົ້າຈີ່​ບໍ່​ກີ່​ກ້ອນ​ເທົ່າ​ນັ້ນ. ພະອົງ​ໄດ້​ປິ່ນປົວ​ຄົນ​ເຈັບ​ປ່ວຍ​ໃຫ້​ຫາຍ​ແລະ​ແມ່ນ​ແຕ່​ຄົນ​ຕາຍ​ແລ້ວ​ກໍ່​ໄດ້​ປຸກ​ຂຶ້ນ​ມາ. ໃນ​ທີ່​ສຸດ ເຮົາ​ຈະ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ຫຼາຍ​ສິ່ງ ທີ່​ໄດ້​ເກີດ​ຂຶ້ນ​ກັບ​ພະ​ເຍຊູ​ລະຫວ່າງ​ມື້​ສຸດ​ທ້າຍ​ແຫ່ງ​ຊີວິດ​ຂອງ​ພະອົງ ແລະ​ວິທີ​ທີ່​ພະອົງ​ຖືກ​ປະຫານ​ດ້ວຍ. ພະ​ເຍຊູ​ໄດ້​ເທດສະໜາ​ປະກາດ​ເປັນ​ເວລາ​ປະມານ​ສາມ​ປີ​ເຄິ່ງ ດັ່ງ​ນັ້ນ ພາກ 6 ນີ້​ກ່າວ​ເຖິງ​ປະຫວັດສາດ​ໄລຍະ​ເວລາ​ກວ່າ 34 ປີ​ໜ້ອຍ​ນຶ່ງ.