ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄົນພວກນຶ່ງອາໄສດາວນຳທາງ

ຄົນພວກນຶ່ງອາໄສດາວນຳທາງ

ບົດ 86

ຄົນ​ພວກ​ນຶ່ງ​ອາໄສ​ດາວ​ນຳ​ທາງ

ເຈົ້າ​ເຫັນ​ດາວ​ສຸກ​ໃສ​ທີ່​ຊາຍ​ຄົນ​ນຶ່ງ​ພວມ​ຊີ້​ມື​ໃຫ້​ເບິ່ງ​ນັ້ນ​ບໍ? ເມື່ອ​ພວກ​ເຂົາ​ອອກ​ຈາກ​ເຢຣຶຊາເລມ ດາວ​ໄດ້​ປາກົດ​ຂຶ້ນ. ຄົນ​ເຫຼົ່າ​ນີ້​ມາ​ຈາກ​ທິດ​ຕາເວັນ​ອອກ ເປັນ​ພວກ​ທີ່​ສຶກສາ​ເລື່ອງ​ດວງ​ດາວ. ເຂົາ​ເຊື່ອ​ວ່າ​ດວງ​ດາວ​ໃໝ່​ນີ້​ພວມ​ນຳ​ເຂົາ​ໄປ​ຫາ​ຄົນ​ສຳຄັນ​ຜູ້​ນຶ່ງ.

ຕອນ​ທີ່​ເຂົາ​ມາ​ເຖິງ​ເຢຣຶຊາເລມ ເຂົາ​ຖາມ​ວ່າ: ‘ກຸມານ​ຜູ້​ທີ່​ຈະ​ເປັນ​ກະສັດ​ຂອງ​ພວກ​ຍິວ​ນັ້ນ​ຢູ່​ໃສ?’ “ພວກ​ຍິວ” ເປັນ​ອີກ​ຊື່​ນຶ່ງ​ຂອງ​ພວກ​ຍິດສະລາເອນ. ຄົນ​ເຫຼົ່າ​ນັ້ນ​ກ່າວ​ວ່າ: ‘ທຳອິດ​ເຮົາ​ໄດ້​ເຫັນ​ດາວ​ຂອງ​ກຸມານ​ນັ້ນ​ຂະນະ​ທີ່​ເຮົາ​ຢູ່​ທິດ​ຕາເວັນ​ອອກ ແລະ​ພວກ​ເຮົາ​ມາ​ເພື່ອ​ນະມັດສະການ​ພະອົງ.’

ເມື່ອ​ເຫໂລດ​ຜູ້​ເປັນ​ກະສັດ​ທີ່​ນະຄອນ​ເຢຣຶຊາເລມ​ໄດ້​ຍິນ​ເລື່ອງ​ນີ້​ທ່ານ​ກໍ່​ວຸ່ນວາຍ​ໃຈ. ທ່ານ​ບໍ່​ຢາກ​ໃຫ້​ກະສັດ​ອົງ​ອື່ນ​ມາ​ຍຶດ​ເອົາ​ຕຳແໜ່ງ​ຂອງ​ທ່ານ. ດັ່ງ​ນັ້ນ​ເຫໂລດ​ຈຶ່ງ​ເອີ້ນ​ພວກ​ປະໂລຫິດ​ໃຫຍ່​ມາ​ແລະ​ຖາມ​ວ່າ: ‘ກະສັດ​ທີ່​ມີ​ຄຳ​ສັນຍາ​ໄວ້​ນັ້ນ​ຈະ​ມາ​ປະສູດ​ທີ່​ໃດ?’ ພວກ​ເຂົາ​ຕອບ​ວ່າ: ‘ຄຳພີ​ໄບເບິນ​ບອກ​ວ່າ​ທີ່​ບ້ານ​ເບດເລເຫມ.’

ສະນັ້ນ​ເຫໂລດ​ຈຶ່ງ​ໄດ້​ຮຽກ​ພວກ​ຄົນ​ທີ່​ມາ​ຈາກ​ຕາເວັນ​ອອກ ແລະ​ສັ່ງ​ວ່າ: ‘ຈົ່ງ​ໄປ​ສືບ​ຫາ​ກຸມານ​ນັ້ນ. ເມື່ອ​ພົບ​ທ່ານ​ແລ້ວ ຈົ່ງ​ມາ​ແຈ້ງ​ໃຫ້​ເຮົາ​ຊາບ. ເຮົາ​ຢາກ​ຈະ​ໄປ​ນະມັດສະການ​ທ່ານ​ດ້ວຍ.’ ແຕ່​ແທ້​ຈິງ​ແລ້ວ ເຫໂລດ​ຢາກ​ຈະ​ພົບ​ກຸມານ​ນັ້ນ​ເພື່ອ​ຂ້າ​ທ່ານ​ເສຍ!

ຄັນ​ແລ້ວ​ດາວ​ກໍ່​ນຳ​ຄົນ​ເຫຼົ່າ​ນັ້ນ​ເຖິງ​ເບດເລເຫມ​ແລະ​ຢຸດ​ເທິງ​ບ່ອນ​ກຸມານ​ຢູ່. ເມື່ອ​ເຂົ້າ​ໃນ​ເຮືອນ​ກໍ່​ພົບ​ມາລີ​ແລະ​ພະ​ເຍຊູ. ເຂົາ​ເອົາ​ຂອງ​ກຳນັນ​ມາ​ຖວາຍ​ພະ​ເຍຊູ. ແຕ່​ຕໍ່​ມາ​ພະ​ເຢໂຫວາ​ເຕືອນ​ຄົນ​ພວກ​ນີ້​ໃນ​ຄວາມ​ຝັນ ຫ້າມ​ບໍ່​ໃຫ້​ກັບ​ໄປ​ຫາ​ເຫໂລດ. ດັ່ງ​ນັ້ນ​ພວກ​ເຂົາ​ຈຶ່ງ​ເມືອ​ປະເທດ​ຂອງ​ຕົນ​ຕາມ​ທາງ​ເສັ້ນ​ອື່ນ.

ເມື່ອ​ເຫໂລດ​ຮູ້​ວ່າ​ຄົນ​ພວກ​ນັ້ນ​ທີ່​ມາ​ຈາກ​ທິດ​ຕາເວັນ​ອອກ​ໄດ້​ເດີນ​ທາງ​ເມືອ​ບ້ານ​ແລ້ວ​ທ່ານ​ກໍ່​ໂກດ​ຫຼາຍ. ດັ່ງ​ນັ້ນ​ທ່ານ​ຈຶ່ງ​ສັ່ງ​ໃຫ້​ເອົາ​ຜູ້​ຊາຍ​ທັງ​ໝົດ​ໃນ​ເບດເລເຫມ​ທີ່​ມີ​ອາຍຸ​ສອງ​ປີ​ແລະ​ຕ່ຳ​ກວ່າ​ໄປ​ຂ້າ. ແຕ່​ພະ​ເຢໂຫວາ​ເຕືອນ​ໂຍເຊບ​ໄວ້​ກ່ອນ​ໃນ​ຄວາມ​ຝັນ ໂຍເຊບ​ກັບ​ຄອບຄົວ​ອອກ​ເດີນ​ທາງ​ໄປ​ອີຢີບ. ພາຍ​ຫຼັງ​ເມື່ອ​ໂຍເຊບ​ຮູ້​ວ່າ​ເຫໂລດ​ສິ້ນ​ຊີວິດ​ແລ້ວ ເຂົາ​ຈຶ່ງ​ພາ​ມາລີ​ແລະ​ພະ​ເຍຊູ​ກັບ​ເມືອ​ບ້ານ​ທີ່​ເມືອງ​ນາຊາເລດ. ພະ​ເຍຊູ​ເຕີບໂຕ​ຂຶ້ນ​ທີ່​ນັ້ນ.

ເຈົ້າ​ຄິດ​ວ່າ​ໃຜ​ເຮັດ​ໃຫ້​ດາວ​ດວງ​ໃໝ່​ນັ້ນ​ສ່ອງ​ແສງ? ຈົ່ງ​ຈື່​ໄວ້​ວ່າ ທຳອິດ​ນັ້ນ​ຄົນ​ພວກ​ນີ້​ໄປ​ເຢຣຶຊາເລມ​ຫຼັງ​ຈາກ​ແລ​ເຫັນ​ດາວ. ພະຍາມານ​ຊາຕານ​ຕ້ອງການ​ຈະ​ຂ້າ​ພະ​ບຸດ​ຂອງ​ພະເຈົ້າ ແລະ​ມັນ​ຮູ້​ວ່າ​ກະສັດ​ເຫໂລດ​ແຫ່ງ​ເຢຣຶຊາເລມ​ຄົງ​ຈະ​ພະຍາຍາມ​ຂ້າ​ພະອົງ. ດັ່ງ​ນັ້ນ​ຊາຕານ​ຕ້ອງ​ເປັນ​ຜູ້​ທີ່​ໄດ້​ເຮັດ​ໃຫ້​ດາວ​ດວງ​ນັ້ນ​ສ່ອງ​ແສງ.

ມັດທາຍ 2:​1-23; ມີເກ 5:⁠2.