ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພະເຍຊູຂະນະຢູ່ໃນສວນ

ພະເຍຊູຂະນະຢູ່ໃນສວນ

ບົດ 100

ພະ​ເຍຊູ​ຂະນະ​ຢູ່​ໃນ​ສວນ

ພາຍ​ຫຼັງ​ອອກ​ໄປ​ຈາກ​ຫ້ອງ​ເບື້ອງ​ເທິງ ພະ​ເຍຊູ​ແລະ​ອັກຄະສາວົກ​ຂອງ​ພະອົງ​ກໍ່​ອອກ​ໄປ​ຍັງ​ສວນ​ເຄດເຊມາເນ. ພວກ​ເຂົາ​ເຄີຍ​ມາ​ທີ່​ນີ້​ຫຼາຍ​ເທື່ອ. ຂະນະ​ນີ້​ພະ​ເຍຊູ​ບອກ​ໃຫ້​ເຂົາ​ເຝົ້າ​ລະວັງ​ຢູ່​ແລະ​ໃຫ້​ອະທິດຖານ. ແລ້ວ​ພະອົງ​ກໍ່​ຍ່າງ​ອອກ​ໄປ​ຫ່າງ​ໜ້ອຍ​ນຶ່ງ​ຊົບ​ໜ້າ​ລົງ​ທີ່​ພື້ນ​ດິນ​ອະທິດຖານ.

ຕໍ່​ມາ​ພະ​ເຍຊູ​ກັບ​ມາ​ບ່ອນ​ທີ່​ພວກ​ອັກຄະສາວົກ​ຂອງ​ພະອົງ​ຢູ່. ເຈົ້າ​ຄິດ​ວ່າ​ເຂົາ​ພວມ​ເຮັດ​ຫຍັງ? ເຂົາ​ນອນ​ຫຼັບ! ພະ​ເຍຊູ​ບອກ​ເຂົາ​ຕັ້ງ​ສາມ​ເທື່ອ​ທີ່​ວ່າ​ເຂົາ​ຄວນ​ຄອຍ​ລະວັງ ແຕ່​ລະ​ເທື່ອ​ທີ່​ພະອົງ​ກັບ​ມາ​ພະອົງ​ເຫັນ​ເຂົາ​ນອນ​ຫຼັບ. ເມື່ອ​ກັບ​ມາ​ເທື່ອ​ສຸດ​ທ້າຍ​ພະ​ເຍຊູ​ຕັດ​ວ່າ: ‘ພວກ​ທ່ານ​ນອນ​ຫຼັບ​ໄດ້​ຢ່າງ​ໃດ​ໃນ​ເວລາ​ເຊັ່ນ​ນີ້? ເວລາ​ຊຶ່ງ​ເຮົາ​ຈະ​ຖືກ​ມອບ​ໄວ້​ໃນ​ມື​ສັດຕູ​ມາ​ເຖິງ​ແລ້ວ.’

ໃນ​ຂະນະ​ນັ້ນ​ເອງ​ກໍ່​ໄດ້​ຍິນ​ສຽງ​ຂອງ​ຝູງ​ຊົນ​ເປັນ​ອັນ​ມາກ. ເບິ່ງ​ເນີ! ຄົນ​ເຫຼົ່າ​ນັ້ນ​ຖື​ດາບ​ຖື​ຕະບອງ​ມາ! ແລະ​ບາງ​ຄົນ​ຖື​ໂຄມ​ໄຟ​ເພື່ອ​ໃຫ້​ແສງ​ສະຫວ່າງ​ແກ່​ເຂົາ. ເມື່ອ​ເຂົ້າ​ມາ​ໃກ້ ມີ​ຄົນ​ນຶ່ງ​ກ້າວ​ອອກ​ຈາກ​ຝູງ​ຊົນ​ແລະ​ຍ່າງ​ຊື່​ມາ​ຫາ​ພະ​ເຍຊູ. ເຂົາ​ຈູບ​ພະອົງ​ດັ່ງ​ທີ່​ເຈົ້າ​ເຫັນ​ທີ່​ນີ້. ຊາຍ​ຜູ້​ນັ້ນ​ຄື​ຢູດາ​ອີດສະກາລີໂອດ! ເປັນ​ຫຍັງ​ເຂົາ​ຈຶ່ງ​ຈູບ​ພະ​ເຍຊູ?

ພະ​ເຍຊູ​ຖາມ​ວ່າ: ‘ຢູດາ ເຈົ້າ​ທໍລະຍົດ​ເຮົາ​ດ້ວຍ​ການ​ຈູບ​ຫຼື?’ ແມ່ນ​ແລ້ວ ການ​ຈູບ​ເປັນ​ສັນຍານ​ໃຫ້​ພວກ​ທີ່​ມາ​ກັບ​ຢູດາ​ຮູ້​ວ່າ​ນີ້​ແມ່ນ​ພະ​ເຍຊູ​ຜູ້​ທີ່​ເຂົາ​ຕ້ອງການ. ດັ່ງ​ນັ້ນ​ພວກ​ສັດຕູ​ຂອງ​ພະ​ເຍຊູ​ຈຶ່ງ​ກ້າວ​ເຂົ້າ​ມາ​ຈັບ​ພະອົງ. ແຕ່​ເປໂຕ​ບໍ່​ຍອມ​ໃຫ້​ເຂົາ​ຈັບ​ພະ​ເຍຊູ​ໂດຍ​ບໍ່​ໄດ້​ຕໍ່​ສູ້. ເປໂຕ​ຈຶ່ງ​ຊັກ​ດາບ​ທີ່​ມີ​ຢູ່​ນັ້ນ​ອອກ​ມາ​ຟັນ​ຊາຍ​ຜູ້​ທີ່​ຢູ່​ໃກ້​ຕົນ. ດາບ​ຫວິດ​ຫົວ​ຊາຍ​ຄົນ​ນັ້ນ​ໄປ​ຖືກ​ຫູ​ເບື້ອງ​ຂວາ​ຂອງ​ເຂົາ​ຂາດ. ແຕ່​ພະ​ເຍຊູ​ບາຍ​ຫູ​ຂອງ​ຊາຍ​ຄົນ​ນັ້ນ​ແລະ​ເຮັດ​ໃຫ້​ຫາຍ​ດີ.

ພະ​ເຍຊູ​ບອກ​ເປໂຕ​ວ່າ: ‘ຈົ່ງ​ເອົາ​ດາບ​ໃສ່​ຝັກ​ໄວ້​ເຖີດ ເຈົ້າ​ຄິດ​ວ່າ​ເຮົາ​ຈະ​ຂໍ​ພະ​ບິດາ​ຂອງ​ເຮົາ​ໃຫ້​ສົ່ງ​ທູດ​ສະຫວັນ​ຫຼາຍ​ພັນ​ອົງ​ມາ​ຊ່ວຍ​ເຮົາ​ບໍ່​ໄດ້​ຫຼື?’ ແມ່ນ​ແລ້ວ ພະອົງ​ຈະ​ເຮັດ​ໄດ້! ແຕ່​ພະ​ເຍຊູ​ບໍ່​ໄດ້​ຂໍ​ພະເຈົ້າ​ໃຫ້​ສົ່ງ​ທູດ​ສະຫວັນ​ອົງ​ໃດ​ເລີຍ ເພາະ​ພະອົງ​ຊາບ​ວ່າ​ເວລາ​ນັ້ນ​ມາ​ເຖິງ​ແລ້ວ​ທີ່​ເຫຼົ່າ​ສັດຕູ​ຂອງ​ພະອົງ​ຈະ​ມາ​ເອົາ​ພະອົງ​ໄປ. ສະນັ້ນ​ພະອົງ​ຈຶ່ງ​ຍອມ​ໃຫ້​ເຂົາ​ພາ​ພະອົງ​ໄປ. ໃຫ້​ເຮົາ​ເບິ່ງ​ວ່າ​ບັດ​ນີ້​ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ພະ​ເຍຊູ.

ມັດທາຍ 26:​36-56; ລຶກາ 22:​39-53; ໂຍຮັນ 18:​1-12.