ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພະເຍຊູຖືກປະຫານ

ພະເຍຊູຖືກປະຫານ

ບົດ 101

ພະ​ເຍຊູ​ຖືກ​ປະຫານ

ເບິ່ງ​ສິ່ງ​ທີ່​ຮ້າຍກາດ​ຊຶ່ງ​ພວມ​ເກີດ​ຂຶ້ນ​ທີ່​ນີ້​ເດີ! ພະ​ເຍຊູ​ພວມ​ຖືກ​ປະຫານ. ເຂົາ​ເອົາ​ພະອົງ​ຕອກ​ກັບ​ຫຼັກ. ເອົາ​ຕະປູ​ຕອກ​ລົງ​ທີ່​ມື​ແລະ​ຕີນ​ຂອງ​ພະອົງ. ເຫດ​ໃດ​ທີ່​ຜູ້​ໃດ​ຜູ້​ນຶ່ງ​ຢາກ​ເຮັດ​ຢ່າງ​ນີ້​ກັບ​ພະ​ເຍຊູ?

ທັງ​ນີ້​ກໍ່​ເພາະ​ວ່າ​ມີ​ບາງ​ຄົນ​ຊັງ​ພະ​ເຍຊູ. ຄົນ​ພວກ​ນີ້​ແມ່ນ​ໃຜ​ເຈົ້າ​ຮູ້​ບໍ? ຜູ້​ນຶ່ງ​ໃນ​ພວກ​ເຂົາ​ຄື​ຊາຕານ​ພະຍາມານ​ທູດ​ສະຫວັນ​ຊົ່ວ​ຮ້າຍ​ນັ້ນ. ພະຍາມານ​ເປັນ​ຜູ້​ນັ້ນ​ທີ່​ສາມາດ​ເຮັດ​ໃຫ້​ອາດາມ​ແລະ​ເອວາ​ບໍ່​ເຊື່ອ​ຟັງ​ພະ​ເຢໂຫວາ. ແລະ​ຊາຕານ​ເປັນ​ຜູ້​ນັ້ນ​ທີ່​ກໍ່​ໃຫ້​ພວກ​ສັດຕູ​ຂອງ​ພະ​ເຍຊູ​ເຮັດ​ອາດຊະຍາກຳ​ອັນ​ຮ້າຍກາດ​ແນວ​ນີ້.

ສັດຕູ​ຂອງ​ພະອົງ​ເຮັດ​ສິ່ງ​ຊົ່ວ​ຊ້າ​ຫຼາຍ​ຢ່າງ​ຕໍ່​ພະ​ເຍຊູ​ແມ່ນ​ແຕ່​ກ່ອນ​ທີ່​ພະອົງ​ຖືກ​ຕອກ​ກັບ​ຫຼັກ. ຈື່​ໄດ້​ບໍ​ຕອນ​ທີ່​ພວກ​ເຂົາ​ເຂົ້າ​ມາ​ໃນ​ສວນ​ເຄດເຊມາເນ​ແລະ​ຈັບ​ກຸມ​ເອົາ​ພະອົງ​ໄປ? ສັດຕູ​ເຫຼົ່າ​ນັ້ນ​ແມ່ນ​ໃຜ? ແມ່ນ​ແລ້ວ ເຂົາ​ເປັນ​ພວກ​ຫົວໜ້າ​ສາສະໜາ. ເອົາ​ລະ ໃຫ້​ເຮົາ​ເບິ່ງ​ວ່າ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ຕໍ່​ໄປ.

ເມື່ອ​ບັນດາ​ຫົວໜ້າ​ສາສະໜາ​ຈັບ​ພະ​ເຍຊູ​ໄປ​ແລ້ວ ພວກ​ອັກຄະສາວົກ​ຂອງ​ພະອົງ​ຕ່າງ​ກໍ່​ແລ່ນ​ໜີ​ກັນ ຖິ້ມ​ພະອົງ​ໄວ້​ແຕ່​ລຳພັງ​ກັບ​ພວກ​ສັດຕູ. ເຫດ​ວ່າ​ພວກ​ເຂົາ​ຢ້ານ. ແຕ່​ອັກຄະສາວົກ​ເປໂຕ​ແລະ​ໂຍຮັນ​ບໍ່​ໄດ້​ໄປ​ໄກ​ໜັກ. ເຂົາ​ຕິດ​ຕາມ​ໄປ​ເບິ່ງ​ວ່າ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ພະ​ເຍຊູ.

ພວກ​ປະໂລຫິດ​ນຳ​ພະ​ເຍຊູ​ໄປ​ຫາ​ອັນນາ​ຜູ້​ສູງ​ອາຍຸ ຊຶ່ງ​ເຄີຍ​ເປັນ​ປະໂລຫິດ​ຜູ້​ໃຫຍ່​ມາ​ກ່ອນ. ຝູງ​ຊົນ​ຢູ່​ທີ່​ນີ້​ບໍ່​ດົນ. ຕໍ່​ຈາກ​ນັ້ນ​ເຂົາ​ນຳ​ພະ​ເຍຊູ​ໄປ​ທີ່​ເຮືອນ​ກາອີເຟ​ຜູ້​ເປັນ​ປະໂລຫິດ​ຜູ້​ໃຫຍ່​ໃນ​ເວລາ​ນີ້. ພວກ​ຫົວໜ້າ​ສາສະໜາ​ຫຼາຍ​ຄົນ​ມາ​ຊຸມນຸມ​ກັນ​ທີ່​ເຮືອນ​ທ່ານ.

ມີ​ການ​ພິຈາລະນາ​ຄະ​ດີ​ໃນ​ເຮືອນ​ຂອງ​ກາອີເຟ​ນີ້​ເອງ. ບາງ​ຄົນ​ຖືກ​ນຳ​ຕົວ​ເຂົ້າ​ມາ​ໃຫ້​ເວົ້າ​ຄວາມ​ບໍ່​ຈິງ​ກ່ຽວ​ກັບ​ພະ​ເຍຊູ. ຫົວໜ້າ​ສາສະໜາ​ທັງ​ໝົດ​ບອກ​ວ່າ: ‘ພະ​ເຍຊູ​ຄວນ​ຈະ​ຖືກ​ປະຫານ.’ ແລ້ວ​ເຂົາ​ກໍ່​ຖົ່ມ​ນ້ຳ​ລາຍ​ໃສ່​ໜ້າ​ພະອົງ ແລະ​ທຸບ​ຕີ​ພະອົງ​ດ້ວຍ​ກຳ​ປັ້ນ​ຂອງ​ເຂົາ.

ລະຫວ່າງ​ທີ່​ເຫດການ​ເຫຼົ່າ​ນີ້​ພວມ​ດຳເນີນ​ຢູ່ ເປໂຕ​ຢູ່​ຂ້າງ​ນອກ​ໃນ​ລານ​ເຮືອນ. ຄ່ຳ​ຄືນ​ນັ້ນ​ອາກາດ​ໜາວ ຜູ້​ຄົນ​ກໍ່​ດັງ​ໄຟ​ຂຶ້ນ. ຂະນະ​ທີ່​ເຂົາ​ຝິງ​ໄຟ​ກັນ​ຢູ່​ຮອບໆ ສາວ​ໃຊ້​ຄົນ​ນຶ່ງ​ແນມ​ເບິ່ງ​ເປໂຕ​ແລ້ວ​ກ່າວ​ວ່າ: ‘ຊາຍ​ຄົນ​ນີ້​ເຄີຍ​ຢູ່​ກັບ​ພະ​ເຍຊູ​ດ້ວຍ.’

ເປໂຕ​ຕອບ​ວ່າ: ‘ບໍ່ ຂ້ອຍ​ບໍ່​ເຄີຍ!’

ຜູ້​ຄົນ​ກ່າວ​ກັບ​ເປໂຕ​ເຖິງ​ສາມ​ເທື່ອ​ວ່າ​ທ່ານ​ເຄີຍ​ຢູ່​ນຳ​ພະ​ເຍຊູ. ແຕ່​ລະ​ເທື່ອ​ເປໂຕ​ບອກ​ວ່າ​ບໍ່​ຈິງ. ເທື່ອ​ທີ​ສາມ​ທີ່​ເປໂຕ​ເວົ້າ​ດັ່ງ​ນີ້ ພະ​ເຍຊູ​ຫັນ​ໄປ​ເບິ່ງ​ເຂົາ. ເປໂຕ​ຮູ້ສຶກ​ເສຍໃຈ​ຢ່າງ​ຍິ່ງ​ທີ່​ໄດ້​ເວົ້າ​ຄຳ​ຕົວະ​ຢ່າງ​ນີ້ ເຂົາ​ຈຶ່ງ​ອອກ​ໄປ​ຂ້າງ​ນອກ​ແລ້ວ​ຮ້ອງໄຫ້​ເປັນ​ທຸກ​ໃຈ​ຫຼາຍ.

ຕອນ​ເຊົ້າ​ຂອງ​ວັນ​ສຸກ​ຂະນະ​ດວງ​ອາທິດ​ເລີ່ມ​ຂຶ້ນ ພວກ​ປະໂລຫິດ​ນຳ​ເອົາ​ພະ​ເຍຊູ​ໄປ​ທີ່​ແຊນເຮດດຣິນ ຄື​ຫໍ​ປະຊຸມ​ໃຫຍ່​ຂອງ​ເຂົາ. ນະ ທີ່​ນີ້​ພວກ​ເຂົາ​ພິຈາລະນາ​ກັນ​ວ່າ​ຈະ​ເຮັດ​ຢ່າງ​ໃດ​ກັບ​ພະ​ເຍຊູ. ເຂົາ​ຄຸມ​ຕົວ​ພະອົງ​ໄປ​ຫາ​ປົນເຊພີລາດ ຜູ້​ປົກຄອງ​ແຂວງ​ຢູດາ.

ພວກ​ປະໂລຫິດ​ບອກ​ພີລາດ​ວ່າ: ‘ຊາຍ​ຜູ້​ນີ້​ເປັນ​ຄົນ​ຊົ່ວ​ຮ້າຍ ເຂົາ​ຄວນ​ຖືກ​ປະຫານ.’ ຫຼັງ​ຈາກ​ໄດ້​ສອບ​ຖາມ​ພະ​ເຍຊູ​ແລ້ວ ພີລາດ​ກ່າວ​ວ່າ: ‘ເຮົາ​ບໍ່​ເຫັນ​ຄົນ​ຜູ້​ນີ້​ເຮັດ​ຜິດ​ປະການ​ໃດ.’ ຈາກ​ນັ້ນ​ພີລາດ​ສົ່ງ​ພະ​ເຍຊູ​ໄປ​ຫາ​ເຫໂລດ​ອັນຕິປາ. ເຫໂລດ​ເປັນ​ຜູ້​ປົກຄອງ​ແຂວງ​ຄາລິເລ ແຕ່​ທ່ານ​ອາໄສ​ຢູ່​ເຢຣຶຊາເລມ. ເຫໂລດ​ກໍ່​ຄື​ກັນ​ບໍ່​ເຫັນ​ວ່າ​ພະ​ເຍຊູ​ເຮັດ​ສິ່ງ​ໃດ​ຜິດ ຈຶ່ງ​ສົ່ງ​ພະ​ເຍຊູ​ກັບ​ຄືນ​ໄປ​ຫາ​ພີລາດ.

ພີລາດ​ຕ້ອງການ​ຈະ​ປ່ອຍ​ພະ​ເຍຊູ​ໄປ. ແຕ່​ພວກ​ສັດຕູ​ຂອງ​ພະ​ເຍຊູ​ຕ້ອງການ​ໃຫ້​ປ່ອຍ​ນັກ​ໂທດ​ອີກ​ຄົນ​ນຶ່ງ​ແທນ. ຊາຍ​ຄົນ​ນີ້​ຄື​ບາລັບບາດ​ນັກ​ປຸ້ນ​ຜູ້​ຮ້າຍ. ຕອນ​ນີ້​ເປັນ​ເວລາ​ເກືອບ​ທ່ຽງ​ມື້​ຂະນະ​ທີ່​ພີລາດ​ນຳ​ເອົາ​ພະ​ເຍຊູ​ອອກ​ມາ​ຂ້າງ​ນອກ. ທ່ານ​ບອກ​ຜູ້​ຄົນ​ວ່າ: ‘ເບິ່ງ​ເຖີດ! ກະສັດ​ຂອງ​ພວກ​ທ່ານ!’ ແຕ່​ພວກ​ຫົວໜ້າ​ປະໂລຫິດ​ຮ້ອງ​ສຽງ​ດັງ​ວ່າ: ‘ຈົ່ງ​ເອົາ​ເຂົາ​ໄປ​ເສຍ! ຂ້າ​ເຂົາ! ຂ້າ​ເຂົາ!’ ສະນັ້ນ​ພີລາດ​ຈຶ່ງ​ໄດ້​ປ່ອຍ​ບາລັບບາດ​ແລ້ວ​ເອົາ​ພະ​ເຍຊູ​ໄປ​ປະຫານ​ຊີວິດ.

ພະ​ເຍຊູ​ຖືກ​ຕອກ​ໃສ່​ຫຼັກ​ຕອນ​ບ່າຍ​ຂອງ​ວັນ​ສຸກ. ເຂົາ​ໄດ້​ເອົາ​ຜູ້​ຮ້າຍ​ສອງ​ຄົນ​ໄປ​ປະຫານ​ທີ່​ຫຼັກ​ທໍລະມານ​ຄົນ​ລະ​ຂ້າງ​ຂອງ​ພະ​ເຍຊູ​ດ້ວຍ. ແຕ່​ເຈົ້າ​ຈະ​ບໍ່​ເຫັນ​ເຂົາ​ໃນ​ຮູບ​ນີ້. ບໍ່​ດົນ​ກ່ອນ​ພະ​ເຍຊູ​ຈະ​ສິ້ນ​ພະຊົນ ຜູ້​ຮ້າຍ​ຄົນ​ນຶ່ງ​ທູນ​ພະອົງ​ວ່າ: ‘ຂໍ​ລະນຶກ​ເຖິງ​ຂ້າພະເຈົ້າ​ເມື່ອ​ພະອົງ​ສະເດັດ​ເຂົ້າ​ໄປ​ໃນ​ລາຊະອານາຈັກ​ຂອງ​ພະອົງ​ເຖີດ.’ ແລະ​ພະ​ເຍຊູ​ຕອບ​ວ່າ: ‘ເຮົາ​ສັນຍາ​ກັບ​ເຈົ້າ​ວ່າ​ເຈົ້າ​ຈະ​ຢູ່​ກັບ​ເຮົາ​ໃນ​ອຸດທະຍານ.’

ນັ້ນ​ເປັນ​ຄຳ​ສັນຍາ​ທີ່​ໜ້າ​ຊື່ນ​ໃຈ​ບໍ່​ແມ່ນ​ບໍ? ເຈົ້າ​ຮູ້​ບໍ​ວ່າ​ອຸດທະຍານ​ອັນ​ໃດ​ກັນ​ທີ່​ພະ​ເຍຊູ​ເວົ້າ​ເຖິງ? ທຳອິດ​ພະເຈົ້າ​ສ້າງ​ອຸດທະຍານ​ໄວ້​ໃຫ້​ຢູ່​ທີ່​ໃດ? ຖືກ​ແລ້ວ ທີ່​ແຜ່ນດິນ​ໂລກ. ແລະ​ເມື່ອ​ພະ​ເຍຊູ​ປົກຄອງ​ເປັນ​ກະສັດ​ໃນ​ສະຫວັນ​ນັ້ນ ພະອົງ​ຈະ​ນຳ​ເອົາ​ຊາຍ​ຄົນ​ນີ້​ກັບ​ຄືນ​ສູ່​ຊີວິດ​ອີກ​ເພື່ອ​ຈະ​ໄດ້​ຮັບ​ຄວາມ​ຊື່ນ​ບານ​ກັບ​ຊີວິດ​ໃນ​ອຸດທະຍານ​ໃໝ່​ເທິງ​ແຜ່ນດິນ​ໂລກ​ນີ້. ເລື່ອງ​ນີ້​ສາມາດ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ເບີກບານ​ໄດ້​ບໍ່​ແມ່ນ​ບໍ?

ມັດທາຍ 26:​57-75; 27:​1-50; ລຶກາ 22:54-71; 23:​1-49; ໂຍຮັນ 18:​12-40; 19:​1-30.