ພະເຍຊູປິ່ນປົວຄົນປ່ວຍໃຫ້ຫາຍດີ
ບົດ 96
ພະເຍຊູປິ່ນປົວຄົນປ່ວຍໃຫ້ຫາຍດີ
ຂະນະທີ່ພະເຍຊູເດີນທາງທົ່ວປະເທດ ພະອົງປິ່ນປົວຄົນເຈັບປ່ວຍໃຫ້ຫາຍດີ. ຂ່າວເລື່ອງການອັດສະຈັນກໍ່ລືໄປເຖິງຫມູ່ບ້ານແລະເມືອງທີ່ຢູ່ຮອບໆນັ້ນ. ດັ່ງນັ້ນຜູ້ຄົນໄດ້ພາຄົນພິການ ຕາບອດ ຫູໜວກແລະຄົນທີ່ມີພະຍາດອື່ນໆອີກມາກຫຼາຍມາຫາພະອົງ. ແລະພະອົງກໍ່ປິ່ນປົວເຂົາໃຫ້ຫາຍດີໝົດທຸກຄົນ.
ສາມປີກວ່າລ່ວງໄປ ຕັ້ງແຕ່ໂຍຮັນໃຫ້ພະເຍຊູຮັບບັບເຕມາ. ແລະພະເຍຊູບອກພວກອັກຄະສາວົກຂອງພະອົງວ່າອີກບໍ່ດົນພະອົງຈະຂຶ້ນໄປເຢຣຶຊາເລມ ເປັນທີ່ພະອົງຈະຖືກຂ້າແລ້ວກໍ່ຈະກັບເປັນຂຶ້ນຈາກຕາຍ. ກ່ອນໜ້ານັ້ນພະເຍຊູຍັງປິ່ນປົວຄົນປ່ວຍໃຫ້ຫາຍດີຕໍ່ໄປ.
ມື້ນຶ່ງພະເຍຊູພວມສັ່ງສອນໃນວັນຊະບາໂຕ. ວັນຊະບາໂຕເປັນມື້ຢຸດພັກສຳລັບຄົນຍິວ. ຜູ້ຍິງທີ່ເຈົ້າເຫັນທີ່ນີ້ເຄີຍປ່ວຍໜັກ. ນາງເປັນໂລຄາພະຍາດຫຼັງກົ່ງຍືດຕົວບໍ່ໄດ້ເປັນເວລາ 18 ປີ. ພະເຍຊູວາງມືຂອງພະອົງເທິງນາງ ແລ້ວນາງກໍ່ເລີ່ມຍືດຕົວຂຶ້ນຢືນຊື່ໄດ້. ນາງຫາຍດີແລ້ວ!
ເຫດນີ້ເຮັດໃຫ້ຫົວໜ້າສາສະໜາຄຽດເຄືອງ. ຄົນນຶ່ງໃນພວກເຂົາຮ້ອງສຽງດັງອອກໄປຫາຝູງຊົນວ່າ: ‘ມີຢູ່ຫົກມື້ທີ່ເຮົາຄວນເຮັດງານ ມື້ເຫຼົ່ານັ້ນຈົ່ງມາໃຫ້ປິ່ນປົວໂລຄາພະຍາດເຖີດ ບໍ່ແມ່ນໃນວັນຊະບາໂຕ!’
ແຕ່ພະເຍຊູຕອບວ່າ: ‘ໂອ້ຄົນໃຈໂຫດ. ມີຜູ້ໃດໃນພວກທ່ານບໍ່ແກ້ລາແຫ່ງຕົນອອກຈູງໄປກິນນ້ຳໃນວັນຊະບາໂຕ. ຍິງຜູ້ໜ້າສົງສານນີ້ປ່ວຍເປັນເວລາ 18 ປີ ບໍ່ຄວນຫຼືທີ່ຈະໄດ້ຮັບການປິ່ນປົວໃຫ້ຫາຍດີໃນວັນຊະບາໂຕ?’ ຄຳຕອບຂອງພະເຍຊູເຮັດໃຫ້ຄົນໃຈໂຫດເຫຼົ່ານີ້ອັບອາຍ.
ຕໍ່ມາພະເຍຊູແລະພວກອັກຄະສາວົກຂອງພະອົງເດີນທາງຈະໄປເຢຣຶຊາເລມ. ເມື່ອຍັງຢູ່ນອກເມືອງເຢລິໂກພໍດີ ຄົນຂໍທານຕາບອດສອງຄົນໄດ້ຍິນວ່າພະເຍຊູພວມເດີນຜ່ານໄປ. ເຂົາຈຶ່ງຮ້ອງດ້ວຍສຽງດັງວ່າ: ‘ພະເຍຊູເຈົ້າຂ້າ ຂໍຊ່ວຍພວກຂ້າພະເຈົ້າເຖີດ!’
ພະເຍຊູຈຶ່ງເອີ້ນເຂົາມາແລະຖາມວ່າ: ‘ເຈົ້າຕ້ອງການໃຫ້ເຮົາເຮັດສິ່ງໃດສຳລັບຫມູ່ເຈົ້າ?’ ເຂົາທູນວ່າ: ‘ພະອົງເຈົ້າຂ້າ ຂໍໂຜດໃຫ້ຕາຂອງຫມູ່ຂ້າພະເຈົ້າເປີດເຖີດ.’ ພະເຍຊູຈຶ່ງແຕະຕ້ອງຕາເຂົາ ແລະທັນໃດນັ້ນເຂົາກໍ່ເຫັນໄດ້! ເຈົ້າຮູ້ບໍວ່າເປັນຫຍັງພະເຍຊູຈຶ່ງເຮັດການອັດສະຈັນອັນໜ້າພິດສະຫວົງທັງໝົດເຫຼົ່ານີ້? ເພາະພະອົງຮັກຜູ້ຄົນແລະຢາກໃຫ້ພວກເຂົາມີຄວາມເຊື່ອໃນພະອົງ. ແລະສະນັ້ນເຮົາຈຶ່ງໝັ້ນໃຈໄດ້ວ່າເມື່ອພະອົງປົກຄອງເປັນກະສັດບໍ່ມີຜູ້ໃດເທິງແຜ່ນດິນໂລກຈະເຈັບປ່ວຍອີກ.
ມັດທາຍ 15:30, 31; ລຶກາ 13:10-17; ມັດທາຍ 20:29-34.