ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພະເຍຊູປຸກຄົນຕາຍໃຫ້ເປັນຂຶ້ນມາອີກ

ພະເຍຊູປຸກຄົນຕາຍໃຫ້ເປັນຂຶ້ນມາອີກ

ບົດ 92

ພະ​ເຍຊູ​ປຸກ​ຄົນ​ຕາຍ​ໃຫ້​ເປັນ​ຂຶ້ນ​ມາ​ອີກ

ເດັກ​ຍິງ​ທີ່​ເຈົ້າ​ເຫັນ​ຢູ່​ທີ່​ນີ້​ມີ​ອາຍຸ 12 ປີ. ພະ​ເຍຊູ​ພວມ​ຈັບ​ມື​ນາງ​ນ້ອຍ ແລະ​ພໍ່​ແມ່​ຂອງ​ນາງ​ຢືນ​ຢູ່​ໃກ້ໆ. ເຈົ້າ​ຮູ້​ບໍ​ວ່າ​ເປັນ​ຫຍັງ​ພໍ່​ແມ່​ຈຶ່ງ​ມີ​ຄວາມ​ຍິນດີ​ແທ້ໆ? ໃຫ້​ເຮົາ​ຄົ້ນ​ເບິ່ງ​ຕໍ່​ໄປ.

ພໍ່​ຂອງ​ນາງ​ນ້ອຍ​ເປັນ​ຄົນ​ສຳຄັນ​ຊື່​ຢາອິລຶດ. ມື້​ນຶ່ງ​ລູກ​ສາວ​ລົ້ມ​ປ່ວຍ ແລະ​ເຂົ້າ​ນອນ​ເທິງ​ຕຽງ. ແຕ່​ອາການ​ຂອງ​ນາງ​ນ້ອຍ​ບໍ່​ດີ​ຂຶ້ນ. ອາການ​ກໍ່​ຊຸດ​ລົງ​ເລື້ອຍໆ. ຢາອິລຶດ​ແລະ​ເມຍ​ຮູ້ສຶກ​ກັງວົນ​ຫຼາຍ. ເພາະ​ເບິ່ງ​ຄື​ວ່າ​ລູກ​ສາວ​ນ້ອຍ​ພວມ​ຈະ​ຕາຍ​ຢູ່​ແລ້ວ. ນາງ​ເປັນ​ລູກ​ໂທນ​ຂອງ​ເຂົາ. ດັ່ງ​ນັ້ນ​ຢາອິລຶດ​ຈຶ່ງ​ໄປ​ຊອກ​ຫາ​ພະ​ເຍຊູ. ເພາະ​ທ່ານ​ໄດ້​ຍິນ​ກ່ຽວ​ກັບ​ການ​ອັດສະຈັນ​ຕ່າງໆທີ່​ພະ​ເຍຊູ​ພວມ​ເຮັດ.

ເມື່ອ​ຢາອິລຶດ​ພົບ​ພະ​ເຍຊູ ຝູງ​ຊົນ​ມາກ​ມາຍ​ອ້ອມ​ລ້ອມ​ພະອົງ. ແຕ່​ຢາອິລຶດ​ສາມາດ​ແຫວກ​ຝູງ​ຊົນ​ເຂົ້າ​ໄປ​ແລະ​ນ້ອມ​ຕົວ​ລົງ​ທີ່​ຕີນ​ຂອງ​ພະ​ເຍຊູ. ທ່ານ​ທູນ​ວ່າ: ‘ລູກ​ສາວ​ຂອງ​ຂ້າພະເຈົ້າ​ພວມ​ປ່ວຍ​ໜັກ.’ ເຂົາ​ຂໍຮ້ອງ​ວ່າ: ‘ຂໍ​ເຊີນ​ພະອົງ​ສະເດັດ​ໄປ​ປິ່ນປົວ​ນາງ​ໃຫ້​ຫາຍ​ປ່ວຍ​ເຖີດ.’ ພະ​ເຍຊູ​ຮັບ​ປາກ​ວ່າ​ພະອົງ​ຈະ​ໄປ.

ລະຫວ່າງ​ທີ່​ພວກ​ເຂົາ​ເດີນ​ທາງ​ໄປ​ນັ້ນ ຝູງ​ຄົນ​ຊຸກ​ບຽດ​ກັນ​ເພື່ອ​ເຂົ້າ​ໃກ້​ພະອົງ. ພະ​ເຍຊູ​ຢຸດ​ກະທັນຫັນ. ແລະ​ພະອົງ​ຖາມ​ວ່າ: ‘ໃຜ​ໄດ້​ແຕະ​ຕ້ອງ​ເຮົາ?’ ພະ​ເຍຊູ​ຮູ້ສຶກ​ວ່າ​ມີ​ອຳນາດ​ຊ່ານ​ອອກ​ຈາກ​ພະອົງ ສະນັ້ນ​ພະອົງ​ຈຶ່ງ​ຮູ້​ວ່າ​ຕ້ອງ​ມີ​ຄົນ​ໃດ​ຄົນ​ນຶ່ງ​ໄດ້​ແຕະ​ຕ້ອງ​ພະອົງ. ແຕ່​ແມ່ນ​ໃຜ​ລະ? ແມ່ນ​ຍິງ​ຄົນ​ນຶ່ງ​ຜູ້​ປ່ວຍ​ໜັກ​ເປັນ​ເວລາ 12 ປີ​ມາ​ແລ້ວ. ນາງ​ໄດ້​ບາຍ​ແຄມ​ເສື້ອ​ຂອງ​ພະ​ເຍຊູ ແລະ​ກໍ່​ຫາຍ​ພະຍາດ​ທັນທີ!

ເຫດການ​ນີ້​ເຮັດ​ໃຫ້​ຢາອິລຶດ​ຮູ້ສຶກ​ດີ​ຂຶ້ນ ເພາະ​ເຫັນ​ວ່າ​ການ​ທີ່​ພະ​ເຍຊູ​ຈະ​ຮັກສາ​ຜູ້​ໃດ​ໃຫ້​ຫາຍ​ພະຍາດ​ນັ້ນ​ງ່າຍ​ອີ່ຫຼີ. ແຕ່​ຄັນ​ແລ້ວ​ຄົນ​ນຳ​ຂ່າວ​ມາ​ເຖິງ. ເຂົາ​ບອກ​ຢາອິລຶດ​ວ່າ: ‘ຢ່າ​ລົບ​ກວນ​ພະ​ເຍຊູ​ອີກ​ເລີຍ ລູກ​ສາວ​ຂອງ​ທ່ານ​ຕາຍ​ແລ້ວ.’ ພະ​ເຍຊູ​ບັງເອີນ​ໄດ້​ຍິນ​ແລະ​ບອກ​ຢາອິລຶດ​ວ່າ: ‘ຢ່າ​ເປັນ​ທຸກ ລູກ​ສາວ​ຂອງ​ເຈົ້າ​ຈະ​ຫາຍ​ດີ​ປົກກະຕິ’

ເມື່ອ​ມາ​ເຖິງ​ເຮືອນ​ຂອງ​ຢາອິລຶດ ຜູ້​ຄົນ​ຕ່າງ​ກໍ່​ພາ​ກັນ​ຮ້ອງໄຫ້​ດ້ວຍ​ຄວາມ​ໂສກ​ເສົ້າ​ເສຍໃຈ​ໜັກ. ແຕ່​ພະ​ເຍຊູ​ຕັດ​ວ່າ: ‘ຢ່າ​ຊູ່​ຮ້ອງໄຫ້. ເດັກ​ນັ້ນ​ບໍ່​ຕາຍ​ດອກ ແຕ່​ວ່າ​ນອນ​ຫຼັບ​ທໍ່​ນັ້ນ​ເອງ.’ ແຕ່​ພວກ​ເຂົາ​ຫົວຂວັນ​ໃສ່​ພະ​ເຍຊູ ເພາະ​ເຂົາ​ຮູ້​ວ່າ​ເດັກ​ສາວ​ນັ້ນ​ຕາຍ​ແລ້ວ.

ຄັນ​ແລ້ວ​ພະ​ເຍຊູ​ກໍ່​ນຳ​ພໍ່​ແມ່​ຂອງ​ເດັກ​ແລະ​ອັກຄະສາວົກ​ສາມ​ຄົນ​ຂອງ​ພະອົງ​ເຂົ້າ​ໄປ​ໃນ​ຫ້ອງ​ທີ່​ເດັກ​ນັ້ນ​ນອນ​ຢູ່. ພະອົງ​ຈັບ​ມື​ຂອງ​ເດັກ​ຍິງ​ນັ້ນ​ແລະ​ກ່າວ​ວ່າ: ‘ຈົ່ງ​ລຸກ​ຂຶ້ນ​ເຖີດ!’ ແລະ​ເດັກ​ຍິງ​ນັ້ນ​ກໍ່​ກັບ​ມາ​ມີ​ຊີວິດ​ອີກ ຢ່າງ​ທີ່​ເຈົ້າ​ເຫັນ​ທີ່​ນີ້. ແລະ​ເດັກ​ຍິງ​ນັ້ນ​ກໍ່​ລຸກ​ຂຶ້ນ​ແລະ​ຍ່າງ​ໄປ​ມາ! ດ້ວຍ​ເຫດ​ນັ້ນ​ພໍ່​ແມ່​ຂອງ​ເດັກ​ຍິງ​ຈຶ່ງ​ມີ​ຄວາມ​ຍິນດີ​ຫຼາຍ.

ນີ້​ບໍ່​ແມ່ນ​ຄົນ​ທຳອິດ​ທີ່​ພະ​ເຍຊູ​ໄດ້​ປຸກ​ໃຫ້​ເປັນ​ຂຶ້ນ​ຈາກ​ຕາຍ. ຄົນ​ທຳອິດ​ທີ່​ພະ​ຄຳພີ​ກ່າວ​ເຖິງ​ຄື​ລູກ​ຊາຍ​ຂອງ​ຍິງ​ແມ່​ໝ້າຍ​ຄົນ​ນຶ່ງ​ຜູ້​ອາໄສ​ຢູ່​ໃນ​ເມືອງ​ນາອິນ. ຕໍ່​ມາ​ພະ​ເຍຊູ​ປຸກ​ລາຊະໂລ​ຜູ້​ເປັນ​ນ້ອງ​ຊາຍ​ຂອງ​ມາທາ​ແລະ​ມາລີ​ໃຫ້​ຂຶ້ນ​ມາ​ຈາກ​ຕາຍ​ດ້ວຍ. ເມື່ອ​ພະ​ເຍຊູ​ປົກຄອງ​ເປັນ​ກະສັດ​ຂອງ​ພະເຈົ້າ ພະອົງ​ຈະ​ນຳ​ເອົາ​ຄົນ​ທີ່​ຕາຍ​ແລ້ວ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ກັບ​ຄືນ​ສູ່​ຊີວິດ​ອີກ. ເລື່ອງ​ນັ້ນ​ຈະ​ບໍ່​ເຮັດ​ໃຫ້​ເຮົາ​ຊື່ນ​ໃຈ​ຍິນດີ​ບໍ?

ລຶກາ 8:​40-56; 7:​11-17; ໂຍຮັນ 11:​17-44.