ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພະເຍຊູສະເດັດໃນຖານະກະສັດ

ພະເຍຊູສະເດັດໃນຖານະກະສັດ

ບົດ 97

ພະ​ເຍຊູ​ສະເດັດ​ໃນ​ຖານະ​ກະສັດ

ບໍ່​ດົນ​ຫຼັງ​ຈາກ​ປິ່ນປົວ​ຄົນ​ຂໍ​ທານ​ຕາ​ບອດ​ສອງ​ຄົນ​ນັ້ນ​ແລ້ວ ພະ​ເຍຊູ​ກໍ່​ມາ​ເຖິງ​ຫມູ່​ບ້ານ​ນ້ອຍໆແຫ່ງ​ນຶ່ງ​ໃກ້​ເຢຣຶຊາເລມ. ພະອົງ​ບອກ​ສາວົກ​ສອງ​ຄົນ​ວ່າ: ‘ຈົ່ງ​ເຂົ້າ​ໄປ​ໃນ​ຫມູ່​ບ້ານ​ແລະ​ເຈົ້າ​ຈະ​ພົບ​ລູກ​ລາ​ຕົວ​ນຶ່ງ. ຈົ່ງ​ແກ້​ແລ້ວ​ຈູງ​ມາ​ຫາ​ເຮົາ.’

ເມື່ອ​ຈູງ​ລາ​ມາ​ໃຫ້​ພະອົງ​ແລ້ວ ພະອົງ​ຂຶ້ນ​ນັ່ງ​ເທິງ​ຫຼັງ​ລາ​ຕົວ​ນີ້​ໄປ​ເຢຣຶຊາເລມ​ຊຶ່ງ​ຢູ່​ບໍ່​ໄກ. ເມື່ອ​ພະອົງ​ມາ​ໃກ້​ເມືອງ​ແລ້ວ ຝູງ​ຊົນ​ກຸ່ມ​ໃຫຍ່​ອອກ​ມາ​ຕ້ອນຮັບ​ພະອົງ. ຄົນ​ສ່ວນ​ຫຼາຍ​ຖອດ​ເສື້ອ​ຊັ້ນ​ນອກ​ອອກ​ແລ້ວ​ປູ​ຕາມ​ທາງ. ບາງ​ຄົນ​ກໍ່​ຕັດ​ງ່າ​ຕານ​ປູ​ຖະໜົນ ແລ້ວ​ໂຫ່​ຮ້ອງ​ວ່າ: ‘ຂໍ​ພະເຈົ້າ​ຊົງ​ອວຍ​ພອນ​ໃຫ້​ກະສັດ​ຜູ້​ມາ​ໃນ​ນາມ​ຂອງ​ພະ​ເຢໂຫວາ​ເຖີດ!’

ດົນ​ມາ​ແລ້ວ​ໃນ​ຍິດສະລາເອນ ກະສັດ​ອົງ​ໃໝ່​ຈະ​ຕ້ອງ​ຂີ່​ເທິງ​ຕົວ​ລູກ​ລາ​ເຂົ້າ​ໄປ​ເຢຣຶຊາເລມ​ເພື່ອ​ສະແດງ​ຕົວ​ຕໍ່​ຜູ້​ຄົນ. ພະ​ເຍຊູ​ພວມ​ເຮັດ​ຢ່າງ​ນັ້ນ. ແລະ​ຜູ້​ຄົນ​ສະແດງ​ວ່າ​ເຂົາ​ຕ້ອງການ​ໃຫ້​ພະ​ເຍຊູ​ເປັນ​ກະສັດ​ຂອງ​ຕົນ. ແຕ່​ບໍ່​ແມ່ນ​ໝົດ​ທຸກ​ຄົນ​ຕ້ອງການ​ພະອົງ. ເຮົາ​ຮູ້​ໄດ້​ກໍ່​ໂດຍ​ເຫດການ​ຊຶ່ງ​ເກີດ​ຂຶ້ນ​ເມື່ອ​ພະ​ເຍຊູ​ໄປ​ຍັງ​ວິຫານ.

ນະ ວິຫານ​ພະ​ເຍຊູ​ປິ່ນປົວ​ຄົນ​ຕາ​ບອດ​ແລະ​ຄົນ​ງ່ອຍ​ໃຫ້​ຫາຍ​ດີ. ເມື່ອ​ພວກ​ເດັກ​ນ້ອຍ​ແລ​ເຫັນ​ເຫດການ​ເຫຼົ່າ​ນີ້ ເຂົາ​ຈຶ່ງ​ພາ​ກັນ​ໂຫ່​ຮ້ອງ​ສັນລະເສີນ​ພະ​ເຍຊູ. ແຕ່​ວ່າ​ທັງ​ນີ້​ເຮັດ​ໃຫ້​ພວກ​ປະໂລຫິດ​ເຄືອງ​ໃຈ ແລະ​ເຂົາ​ຈຶ່ງ​ບອກ​ພະ​ເຍຊູ​ວ່າ: ‘ທ່ານ​ໄດ້​ຍິນ​ຖ້ອຍ​ຄຳ​ທີ່​ພວກ​ເດັກ​ນ້ອຍ​ກ່າວ​ນັ້ນ​ບໍ?’

ພະ​ເຍຊູ​ຕອບ​ວ່າ: ‘ໄດ້​ຍິນ’ ພວກ​ທ່ານ​ບໍ່​ເຄີຍ​ອ່ານ​ໃນ​ຄຳພີ​ຫຼື​ເຖິງ​ຕອນ​ທີ່​ວ່າ: “ພະອົງ​ໄດ້​ຕັ້ງ​ຄວາມ​ສັກເສີນ​ແຫ່ງ​ຕົນ​ໄວ້​ດ້ວຍ​ປາກ​ຂອງ​ພວກ​ເດັກ​ນ້ອຍ” ດັ່ງ​ນັ້ນ​ເດັກ​ນ້ອຍ​ຈຶ່ງ​ຍັງ​ສັນລະເສີນ​ກະສັດ​ຂອງ​ພະເຈົ້າ​ຢູ່​ຕໍ່​ໄປ.

ເຮົາ​ຢາກ​ເປັນ​ຢ່າງ​ເດັກ​ນ້ອຍ​ເຫຼົ່າ​ນັ້ນ​ບໍ່​ແມ່ນ​ບໍ? ບາງ​ຄົນ​ອາດ​ພະຍາຍາມ​ເຮັດ​ໃຫ້​ພວກ​ເຮົາ​ເລີກ​ຈາກ​ການ​ເວົ້າ​ເຖິງ​ລາຊະອານາຈັກ​ຂອງ​ພະເຈົ້າ​ກໍ່​ໄດ້. ແຕ່​ພວກ​ເຮົາ​ກໍ່​ຈະ​ບອກ​ຄົນ​ອື່ນ​ຕໍ່ໆໄປ​ກ່ຽວ​ກັບ​ສິ່ງ​ໜ້າ​ພິດສະຫວົງ​ທີ່​ພະ​ເຍຊູ​ຈະ​ເຮັດ​ເພື່ອ​ຜູ້​ຄົນ.

ເມື່ອ​ພະ​ເຍຊູ​ຢູ່​ເທິງ​ແຜ່ນດິນ​ໂລກ​ນີ້​ຍັງ​ບໍ່​ເຖິງ​ເວລາ​ກຳນົດ​ທີ່​ພະອົງ​ຈະ​ເລີ່ມ​ປົກຄອງ​ເປັນ​ກະສັດ. ເວລາ​ກຳນົດ​ນັ້ນ​ຈະ​ມາ​ເຖິງ​ເມື່ອ​ໃດ? ສາວົກ​ຂອງ​ພະ​ເຍຊູ​ຢາກ​ຈະ​ຮູ້. ເຮົາ​ຈະ​ອ່ານ​ກ່ຽວ​ກັບ​ເລື່ອງ​ນີ້​ຕໍ່​ໄປ.

ມັດທາຍ 21:​1-17: ໂຍຮັນ 12:​12-16.