ວິທີທີ່ພະເຍຊູສັ່ງສອນ
ບົດ 95
ວິທີທີ່ພະເຍຊູສັ່ງສອນ
ມື້ນຶ່ງພະເຍຊູບອກຊາຍຄົນນຶ່ງວ່າເຂົາຄວນຮັກເພື່ອນບ້ານຂອງຕົນ. ຊາຍຄົນນັ້ນທູນຖາມພະອົງວ່າ: ‘ແມ່ນໃຜເປັນເພື່ອນບ້ານຂອງຂ້າພະເຈົ້າ?’ ເອົາລະ ພະເຍຊູຊາບສິ່ງທີ່ຊາຍຄົນນີ້ພວມຄິດ ເຂົາຄິດວ່າເພື່ອນບ້ານຄືຄົນທີ່ມີສາສະໜາແລະເຊື້ອຊາດແບບດຽວກັນກັບເຂົາເອງທໍ່ນັ້ນ. ດັ່ງນັ້ນໃຫ້ເຮົາເບິ່ງວ່າພະເຍຊູຈະບອກຫຍັງໃຫ້ເຂົາຟັງ.
ບາງຄັ້ງພະເຍຊູສັ່ງສອນໂດຍວິທີເລົ່າເລື່ອງ. ນີ້ແຫຼະຄືສິ່ງທີ່ພະອົງເຮັດໃນຂະນະນີ້. ພະອົງເລົ່າເລື່ອງກ່ຽວກັບຊາວຍິວຜູ້ນຶ່ງແລະຊາວສະມາລີຜູ້ນຶ່ງ. ເຮົາໄດ້ຮຽນຮູ້ແລ້ວວ່າຊາວຍິວສ່ວນຫຼາຍບໍ່ມັກຊາວສະມາລີ. ເອົາລະ ເລື່ອງທີ່ພະເຍຊູເລົ່າຄືດັ່ງນີ້:
ມື້ນຶ່ງຊາວຍິວຄົນນຶ່ງພວມເດີນທາງຕາມແຄມພູເຂົາລົງໄປຍັງເມືອງເຢລິໂກ. ແຕ່ຖືກພວກນັກປຸ້ນປຸ້ນເຂົາ. ນັກປຸ້ນເຫຼົ່ານີ້ໄດ້ຍາດຊີງເອົາເງິນໄປແລະໄດ້ທຸບຕີເຂົາຈົນເກືອບຈະຕາຍ.
ຕໍ່ມາປະໂລຫິດຊາວຍິວຜູ້ນຶ່ງຍ່າງມາຕາມທາງນັ້ນ. ເຂົາແລເຫັນຊາຍທີ່ຖືກຕີນັ້ນ. ເຈົ້າຮູ້ບໍວ່າເຂົາໄດ້ເຮັດແນວໃດ? ເຂົາຂ້າມຖະໜົນໄປອີກຂ້າງນຶ່ງແລະເດີນຕໍ່ໄປ. ຄັນແລ້ວກໍ່ມີນັກເຄັ່ງສາສະໜາອີກຜູ້ນຶ່ງເດີນຕາມມາ. ເຂົາເປັນຊາວເລວີຄົນນຶ່ງ. ເຂົາໄດ້ຢຸດຫຼືບໍ? ບໍ່ເລີຍ ເຂົາບໍ່ໄດ້ຢຸດຊ່ວຍຊາຍຄົນທີ່ຖືກທຸບຕີນັ້ນຄືກັນ. ເຈົ້າຈະເບິ່ງເຫັນປະໂລຫິດແລະຊາວເລວີນັ້ນໄດ້ແຕ່ໄກຂະນະທີ່ພວມເດີນໄປນັ້ນ.
ແຕ່ເບິ່ງທີ່ນີ້ມີໃຜຜູ້ນຶ່ງຢູ່ກັບຊາຍທີ່ຖືກຕີ. ເພິ່ນຄືຊາວສະມາລີ. ແລະເພິ່ນພວມຊ່ວຍເຫຼືອຊາວຍິວຜູ້ນີ້. ເພິ່ນເອົາຢາໃສ່ແຜໃຫ້. ຫຼັງຈາກນັ້ນ ເພິ່ນພາຊາວຍິວໄປສະຖານທີ່ຊຶ່ງເຂົາຈະພັກຜ່ອນຢູ່ໄດ້ຈົນຫາຍດີ.
ຫຼັງຈາກເລົ່າເລື່ອງຈົບແລ້ວ ພະເຍຊູຕັດແກ່ຊາຍຜູ້ຊຶ່ງຖາມພະອົງນັ້ນວ່າ: ‘ທ່ານຄິດວ່າໃນສາມຄົນນັ້ນຄົນໃດໄດ້ປະຕິບັດເໝືອນເປັນເພື່ອນບ້ານຂອງຊາຍຜູ້ຖືກຕີ? ປະໂລຫິດ ຄົນເລວີຫຼືຊາວສະມາລີ?’
ຊາຍຄົນນັ້ນຕອບວ່າ: ‘ຊາຍຊາວສະມາລີ. ເຂົາໄດ້ສະແດງຄວາມເມດຕາແກ່ຊາຍຜູ້ຖືກທຸບຕີ.’
ພະເຍຊູຕັດວ່າ: ‘ທ່ານເວົ້າຖືກ. ດັ່ງນັ້ນຈົ່ງໄປເຮັດກັບຄົນອື່ນໆຢ່າງດຽວກັນທີ່ເພິ່ນໄດ້ເຮັດນີ້ເຖີດ.’
ເຈົ້າມັກວິທີທີ່ພະເຍຊູສັ່ງສອນບໍ? ເຮົາສາມາດຮຽນຮູ້ສິ່ງສຳຄັນຫຼາຍໆຢ່າງໄດ້ຖ້າເຮົາຮັບຟັງສິ່ງທີ່ພະເຍຊູບອກໄວ້ໃນຄຳພີໄບເບິນ ແມ່ນບໍ?