ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຍຊູຜູ້ຫນຸ່ມນ້ອຍໃນວິຫານ

ເຍຊູຜູ້ຫນຸ່ມນ້ອຍໃນວິຫານ

ບົດ 87

ເຍຊູ​ຜູ້​ຫນຸ່ມ​ນ້ອຍ​ໃນ​ວິຫານ

ເບິ່ງ​ເດັກ​ຊາຍ​ທີ່​ພວມ​ເວົ້າ​ກັບ​ຄົນ​ຜູ້​ສູງ​ອາຍຸ​ເຫຼົ່າ​ນີ້. ຄົນ​ເຫຼົ່າ​ນັ້ນ​ຄື​ຄູ​ສອນ​ນະ​ວິຫານ​ຂອງ​ພະເຈົ້າ​ທີ່​ເຢຣຶຊາເລມ. ແລະ​ເດັກ​ຊາຍ​ຄົນ​ນີ້​ຄື​ພະ​ເຍຊູ. ພະອົງ​ເຕີບໂຕ​ໃຫຍ່​ຂຶ້ນ​ບໍ່​ນ້ອຍ. ຕອນ​ນີ້​ພະອົງ​ມີ​ອາຍຸ 12 ປີ.

ພວກ​ຄູ​ປະຫຼາດ​ໃຈ​ຫຼາຍ​ທີ່​ພະ​ເຍຊູ​ຮູ້​ຫຼວງ​ຫຼາຍ​ກ່ຽວ​ກັບ​ພະເຈົ້າ​ແລະ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ຄຳພີ. ແຕ່​ເປັນ​ຫຍັງ​ໂຍເຊບ​ແລະ​ມາລີ​ບໍ່​ຢູ່​ທີ່​ນີ້​ດ້ວຍ? ພວກ​ເຂົາ​ຢູ່​ໃສ? ໃຫ້​ເຮົາ​ຄົ້ນ​ເບິ່ງ.

ທຸກໆປີ​ໂຍເຊບ​ພາ​ຄອບຄົວ​ຂອງ​ຕົນ​ໄປ​ເຢຣຶຊາເລມ​ເພື່ອ​ງານ​ສະຫຼອງ​ພິເສດ​ທີ່​ຮຽກ​ວ່າ​ປັດສະຄາ. ການ​ເດີນ​ທາງ​ຈາກ​ນາຊາເລດ​ໄປ​ເຢຣຶຊາເລມ​ນັບ​ວ່າ​ໄກ​ແທ້. ບໍ່​ມີ​ຜູ້​ໃດ​ມີ​ລົດ​ໂອ​ໂຕ ແລະ​ລົດ​ໄຟ​ກໍ່​ບໍ່​ມີ. ໃນ​ສະໄໝ​ນັ້ນ​ພວກ​ເຂົາ​ບໍ່​ທັນ​ມີ​ຍານ​ພາຫະນະ​ແບບ​ນີ້. ຄົນ​ສ່ວນ​ຫຼາຍ​ຕ້ອງ​ຍ່າງ​ໄປ ແລະ​ຕ້ອງ​ໃຊ້​ເວລາ​ເດີນ​ທາງ​ປະມານ​ສາມ​ມື້.

ໃນ​ຕອນ​ນີ້​ໂຍເຊບ​ມີ​ຄອບຄົວ​ໃຫຍ່. ສະນັ້ນ​ມີ​ພວກ​ນ້ອງໆຂອງ​ພະ​ເຍຊູ​ທັງ​ຊາຍ​ແລະ​ຍິງ​ທີ່​ຕ້ອງ​ດູ​ແລ. ເອົາ​ລະ ປີ​ນີ້​ໂຍເຊບ​ແລະ​ມາລີ​ໄດ້​ອອກ​ເດີນ​ທາງ​ໄກ​ເມືອ​ບ້ານ​ນາຊາເລດ​ພ້ອມ​ກັບ​ລູກໆ. ເຂົາ​ທັງ​ສອງ​ຄິດ​ວ່າ​ພະ​ເຍຊູ ເດີນ​ທາງ​ຮ່ວມ​ກັບ​ຄົນ​ອື່ນໆ. ແຕ່​ເມື່ອ​ຢຸດ​ພັກ​ແລງ​ວັນ​ນັ້ນ ເຂົາ​ບໍ່​ເຫັນ​ພະ​ເຍຊູ. ເຂົາ​ຊອກ​ຫາ​ພະອົງ​ໃນ​ຫມູ່​ຍາດ​ພີ່​ນ້ອງ​ແລະ​ເພື່ອນ​ຝູງ ແຕ່​ພະອົງ​ບໍ່​ຢູ່​ກັບ​ພວກ​ເຂົາ! ເຂົາ​ຈຶ່ງ​ກັບ​ໄປ​ຊອກ​ຫາ​ພະອົງ​ທີ່​ເຢຣຶຊາເລມ.

ໃນ​ທີ່​ສຸດ​ເຂົາ​ພົບ​ພະ​ເຍຊູ​ຢູ່​ກັບ​ພວກ​ຄູ​ທີ່​ນີ້. ພະອົງ​ຟັງ​ພວກ​ເຂົາ​ແລະ​ຖາມ​ຄຳຖາມ​ຕ່າງໆ. ແລະ​ຄົນ​ທັງ​ປວງ​ປະຫຼາດ​ໃຈ​ໃນ​ຄວາມ​ສະຫຼາດ​ຂອງ​ພະ​ເຍຊູ. ແຕ່​ມາລີ​ເວົ້າ​ວ່າ: ‘ລູກ​ເອີຍ ເປັນ​ຫຍັງ​ລູກ​ຈຶ່ງ​ເຮັດ​ກັບ​ເຮົາ​ຢ່າງ​ນີ້? ພໍ່​ແມ່​ອຸກ​ໃຈ​ຫຼາຍ​ເພາະ​ພະຍາຍາມ​ຊອກ​ຫາ​ເຈົ້າ.’

ພະ​ເຍຊູ​ຕອບ​ວ່າ: ‘ພໍ່​ແມ່​ຈະ​ຕ້ອງ​ຊອກ​ຫາ​ລູກ​ເຮັດ​ຫຍັງ? ພໍ່​ແມ່​ບໍ່​ຮູ້​ຫຼື​ວ່າ ລູກ​ຈະ​ຕ້ອງ​ຢູ່​ໃນ​ລາຊະສຳນັກ​ຂອງ​ພະ​ບິດາ?’

ຖືກ​ແລ້ວ ພະ​ເຍຊູ​ຍິນດີ​ຈະ​ຢູ່​ໃນ​ບ່ອນ​ໃດ​ຊຶ່ງ​ພະອົງ​ສາມາດ​ຮຽນ​ຮູ້​ເຖິງ​ພະເຈົ້າ​ໄດ້. ເຮົາ​ຄວນ​ຮູ້ສຶກ​ຢ່າງ​ນັ້ນ​ດ້ວຍ​ບໍ່​ແມ່ນ​ບໍ? ຢູ່​ບ້ານ​ນາຊາເລດ ພະ​ເຍຊູ​ຈະ​ໄປ​ຮ່ວມ​ປະຊຸມ​ເພື່ອ​ການ​ນະມັດສະການ​ທຸກ​ອາທິດ. ເພາະ​ພະອົງ​ເອົາໃຈໃສ່​ຟັງ​ສະເໝີ ພະອົງ​ຮຽນ​ຮູ້​ຫຼາຍ​ສິ່ງ​ຈາກ​ຄຳພີ. ຂໍ​ໃຫ້​ເຮົາ​ເປັນ​ເໝືອນ​ພະ​ເຍຊູ​ແລະ​ປະຕິບັດ​ຕາມ​ຕົວຢ່າງ​ຂອງ​ພະອົງ.

ລຶກາ 2:​41-52; ມັດທາຍ 13:​53-56.