ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເທິງພູເຂົາກົກໝາກກອກ

ເທິງພູເຂົາກົກໝາກກອກ

ບົດ 98

ເທິງ​ພູເຂົາ​ກົກ​ໝາກ​ກອກ

ນີ້​ຄື​ພະ​ເຍຊູ​ຢູ່​ເທິງ​ພູເຂົາ​ກົກ​ໝາກ​ກອກ. ຊາຍ​ສີ່​ຄົນ​ທີ່​ຢູ່​ກັບ​ພະອົງ​ແມ່ນ​ພວກ​ອັກຄະສາວົກ​ຂອງ​ພະອົງ. ມີ​ອັນດະເລອາ​ກັບ​ເປໂຕ​ສອງ​ອ້າຍ​ນ້ອງ ແລະ​ຍາໂກໂບ​ກັບ​ໂຍຮັນ​ສອງ​ອ້າຍ​ນ້ອງ​ດ້ວຍ. ທາງ​ພຸ້ນ​ເຈົ້າ​ຄົງ​ເຫັນ​ວິຫານ​ຂອງ​ພະເຈົ້າ​ໃນ​ເມືອງ​ເຢຣຶຊາເລມ.

ເປັນ​ເວລາ​ສອງ​ມື້​ມາ​ແລ້ວ​ຕັ້ງ​ແຕ່​ພະ​ເຍຊູ​ຂີ່​ລູກ​ລາ​ສະເດັດ​ເຂົ້າ​ໄປ​ເຢຣຶຊາເລມ. ມື້​ນີ້​ເປັນ​ວັນ​ອັງຄານ. ຕອນ​ເຊົ້າ​ພະ​ເຍຊູ​ຢູ່​ທີ່​ວິຫານ. ທີ່​ນັ້ນ​ພວກ​ປະໂລຫິດ​ພະຍາຍາມ​ຈະ​ຈັບ​ພະ​ເຍຊູ​ເພື່ອ​ເອົາ​ໄປ​ຂ້າ. ແຕ່​ພວກ​ເຂົາ​ບໍ່​ກ້າ​ເພາະ​ຜູ້​ຄົນ​ມັກ​ພະ​ເຍຊູ.

ພະ​ເຍຊູ​ເອີ້ນ​ພວກ​ຫົວໜ້າ​ສາສະໜາ​ເຫຼົ່າ​ນີ້​ວ່າ: ‘ເຈົ້າ​ພວກ​ຊາດ​ງູ​ຮ້າຍ​ແລະ​ເຜົ່າ​ພັນ​ງູ​ຮ້າຍ!’ ຄັນ​ແລ້ວ​ພະ​ເຍຊູ​ຕັດ​ວ່າ ພະເຈົ້າ​ຈະ​ລົງໂທດ​ເຂົາ​ເພາະ​ສິ່ງ​ຊົ່ວ​ຮ້າຍ​ທັງ​ຫຼາຍ​ຊຶ່ງ​ເຂົາ​ໄດ້​ເຮັດ. ຫຼັງ​ຈາກ​ນັ້ນ​ພະ​ເຍຊູ​ສະເດັດ​ຂຶ້ນ​ພູເຂົາ​ກົກ​ໝາກ​ກອກ ຄັນ​ແລ້ວ​ອັກຄະສາວົກ​ສີ່​ຄົນ​ເຫຼົ່າ​ນີ້​ເລີ່ມ​ຕົ້ນ​ຖາມ​ພະອົງ. ເຈົ້າ​ຮູ້​ບໍ​ວ່າ​ພວກ​ເຂົາ​ພວມ​ຖາມ​ພະ​ເຍຊູ​ເຖິງ​ເລື່ອງ​ໃດ?

ພວກ​ອັກຄະສາວົກ​ພວມ​ຖາມ​ກ່ຽວ​ກັບ​ສິ່ງ​ຕ່າງໆທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ. ເຂົາ​ຮູ້​ວ່າ​ພະ​ເຍຊູ​ຈະ​ທຳລາຍ​ຄວາມ​ຊົ່ວ​ຊ້າ​ທັງ​ໝົດ​ເທິງ​ແຜ່ນດິນ​ໂລກ. ແຕ່​ເຂົາ​ຢາກ​ຈະ​ຮູ້​ວ່າ​ເຫດການ​ນີ້​ຈະ​ເກີດ​ຂຶ້ນ​ເມື່ອ​ໃດ? ພະ​ເຍຊູ​ຈະ​ສະເດັດ​ກັບ​ມາ​ອີກ​ເພື່ອ​ປົກຄອງ​ໃນ​ຖານະ​ເປັນ​ກະສັດ​ເມື່ອ​ໃດ?

ພະ​ເຍຊູ​ຊາບ​ວ່າ​ພວກ​ສາວົກ​ຂອງ​ພະອົງ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ​ນີ້​ຈະ​ບໍ່​ສາມາດ​ເຫັນ​ພະອົງ​ໄດ້​ເມື່ອ​ພະອົງ​ສະເດັດ​ມາ​ອີກ. ທັງ​ນີ້​ກໍ່​ເພາະ​ວ່າ​ພະອົງ​ຈະ​ຢູ່​ໃນ​ສະຫວັນ ແລະ​ເຂົາ​ຈະ​ບໍ່​ສາມາດ​ເຫັນ​ພະອົງ​ທີ່​ນັ້ນ​ໄດ້. ດັ່ງ​ນັ້ນ​ພະ​ເຍຊູ​ບອກ​ພວກ​ອັກຄະສາວົກ​ເຖິງ​ບາງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ເທິງ​ແຜ່ນດິນ​ໂລກ​ເມື່ອ​ພະອົງ​ຈະ​ປົກຄອງ​ເປັນ​ກະສັດ​ທາງ​ພາກ​ສະຫວັນ. ສິ່ງ​ເຫຼົ່າ​ນີ້​ມີ​ຫຍັງ​ແດ່?

ພະ​ເຍຊູ​ບອກ​ວ່າ​ຈະ​ມີ​ສົງຄາມ​ໃຫຍ່ ຜູ້​ຄົນ​ຫຼາຍໆຄົນ​ຈະ​ເຈັບ​ປ່ວຍ ແລະ​ຫິວ​ອາຫານ ອາດຊະຍາກຳ​ຈະ​ຮ້າຍແຮງ​ຍິ່ງ​ນັກ ແລະ​ຈະ​ເກີດ​ແຜ່ນດິນ​ໄຫວ​ໃຫຍ່. ພະ​ເຍຊູ​ບອກ​ດ້ວຍ​ວ່າ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ໄດ້​ຮັບ​ການ​ປະກາດ​ໄປ​ທຸກ​ແຫ່ງ​ເທິງ​ແຜ່ນດິນ​ໂລກ. ເຮົາ​ໄດ້​ເຫັນ​ສິ່ງ​ເຫຼົ່າ​ນີ້​ເກີດ​ຂຶ້ນ​ໃນ​ສະໄໝ​ຂອງ​ເຮົາ​ບໍ? ແມ່ນ​ແລ້ວ! ແລະ​ດັ່ງ​ນັ້ນ​ເຮົາ​ສາມາດ​ແນ່​ໃຈ​ໄດ້​ທີ່​ວ່າ​ຂະນະ​ນີ້​ພະ​ເຍຊູ​ພວມ​ປົກຄອງ​ໃນ​ສະຫວັນ. ໃນ​ບໍ່​ຊ້າ​ພະອົງ​ຈະ​ເຮັດ​ໃຫ້​ຄວາມ​ຊົ່ວ​ຮ້າຍ​ທັງ​ໝົດ​ເທິງ​ແຜ່ນດິນ​ໂລກ​ສິ້ນ​ສຸດ​ລົງ.

ມັດທາຍ 21:46; 23:​1-39; 24:​1-14; ມາລະໂກ 13:​3-10.