ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໂຍຮັນໃຫ້ພະເຍຊູຮັບບັບເຕມາ

ໂຍຮັນໃຫ້ພະເຍຊູຮັບບັບເຕມາ

ບົດ 88

ໂຍຮັນ​ໃຫ້​ພະ​ເຍຊູ​ຮັບ​ບັບເຕມາ

ເບິ່ງ​ນົກ​ເຂົາ​ພວມ​ລົງ​ມາ​ເທິງ​ຫົວ​ຂອງ​ຜູ້​ຊາຍ​ຄົນ​ນີ້. ຜູ້​ຊາຍ​ຄົນ​ນີ້​ຄື​ພະ​ເຍຊູ. ປັດຈຸບັນ​ພະອົງ​ມີ​ອາຍຸ​ປະມານ 30 ປີ. ແລະ​ຜູ້​ຊາຍ​ທີ່​ຢູ່​ກັບ​ພະອົງ​ຄື ໂຍຮັນ. ເຮົາ​ໄດ້​ຮຽນ​ຮູ້​ບາງ​ຢ່າງ​ກ່ຽວ​ກັບ​ເພິ່ນ. ເຈົ້າ​ຈື່​ໄດ້​ບໍ​ຕອນ​ມາລີ​ໄປ​ຢາມ​ເອລີຊາເບດ​ພີ່​ນ້ອງ​ຂອງ​ນາງ ແລະ​ເດັກ​ອ່ອນ​ໃນ​ທ້ອງ​ເອລີຊາເບດ​ດີ້ນ​ດ້ວຍ​ຄວາມ​ຍິນດີ? ເດັກ​ອ່ອນ​ຜູ້​ນັ້ນ​ຄື ໂຍຮັນ. ແຕ່​ຕອນ​ນີ້​ໂຍຮັນ​ກັບ​ພະ​ເຍຊູ​ພວມ​ເຮັດ​ຫຍັງ?

ໂຍຮັນ​ຫາ​ກໍ່​ຈຸ່ມ​ພະ​ເຍຊູ​ລົງ​ໃນ​ນ້ຳ​ທີ່​ແມ່ນ້ຳ​ຢູລະເດນ. ນີ້​ຄື​ວິທີ​ທີ່​ຄົນ​ເຮົາ​ຮັບ​ບັບເຕມາ. ທຳອິດ ຜູ້​ນັ້ນ​ຈະ​ຖືກ​ເອົາ​ຕົວ​ຈຸ່ມ​ຫລຸບ​ລົງ​ໃນ​ນ້ຳ ແລ້ວ​ເອົາ​ຕົວ​ຂຶ້ນ​ມາ​ອີກ. ເພາະ​ໂຍຮັນ​ເຮັດ​ຢ່າງ​ນີ້​ກັບ​ຜູ້​ຄົນ ເພິ່ນ​ຈຶ່ງ​ຖືກ​ເອີ້ນ​ວ່າ​ໂຍຮັນ​ຜູ້​ໃຫ້​ຮັບ​ບັບເຕມາ. ແຕ່​ເປັນ​ຫຍັງ​ໂຍຮັນ​ໃຫ້​ພະ​ເຍຊູ​ຮັບ​ບັບເຕມາ?

ເອົາ​ລະ ໂຍຮັນ​ເຮັດ​ດັ່ງ​ນັ້ນ​ເພາະ​ພະ​ເຍຊູ​ມາ​ຫາ​ໂຍຮັນ​ແລະ​ຂໍ​ຮັບ​ບັບເຕມາ. ໂຍຮັນ​ໃຫ້​ຜູ້​ຄົນ​ທີ່​ຕ້ອງການ​ສະແດງ​ວ່າ​ເຂົາ​ເສຍໃຈ​ເພາະ​ການ​ຊົ່ວ​ຫຼາຍ​ຢ່າງ​ທີ່​ເຂົາ​ໄດ້​ເຮັດ​ມາ​ກ່ອນ​ນັ້ນ​ຮັບ​ບັບເຕມາ. ແຕ່​ພະ​ເຍຊູ​ເຄີຍ​ເຮັດ​ສິ່ງ​ນຶ່ງ​ສິ່ງ​ໃດ​ຊົ່ວ​ທີ່​ຈະ​ຕ້ອງ​ຮູ້ສຶກ​ເສຍໃຈ​ບໍ? ບໍ່ ພະ​ເຍຊູ​ບໍ່​ເຄີຍ​ເຮັດ​ການ​ຊົ່ວ ເພາະ​ພະອົງ​ເປັນ​ບຸດ​ຂອງ​ພະເຈົ້າ​ເອງ​ຊຶ່ງ​ມາ​ຈາກ​ສະຫວັນ. ດັ່ງ​ນັ້ນ​ການ​ທີ່​ພະອົງ​ມາ​ຫາ​ໂຍຮັນ​ຂໍ​ຮັບ​ບັບເຕມາ​ກໍ່​ເພື່ອ​ເຫດຜົນ​ອີກ​ຢ່າງ​ນຶ່ງ. ໃຫ້​ເຮົາ​ເບິ່ງ​ວ່າ​ເຫດຜົນ​ນັ້ນ​ຄື​ອັນ​ໃດ?

ກ່ອນ​ພະ​ເຍຊູ​ມາ​ຫາ​ໂຍຮັນ ພະອົງ​ເປັນ​ຊ່າງ​ໄມ້. ຊ່າງ​ໄມ້​ຄື​ຄົນ​ເຮັດ​ສິ່ງ​ຕ່າງໆດ້ວຍ​ໄມ້ ເຊັ່ນ​ໂຕ໊ະ​ຕັ່ງອີ້​ແລະ​ຕັ່ງ​ມ້າ​ນັ່ງ. ໂຍເຊບ​ຜົວ​ຂອງ​ມາລີ​ເປັນ​ຊ່າງ​ໄມ້ ແລະ​ເຂົາ​ຈຶ່ງ​ໄດ້​ສອນ​ພະ​ເຍຊູ​ໃຫ້​ເປັນ​ຊ່າງ​ໄມ້​ດ້ວຍ. ແຕ່​ພະ​ເຢໂຫວາ​ບໍ່​ໄດ້​ສົ່ງ​ພະ​ບຸດ​ຂອງ​ພະອົງ​ລົງ​ມາ​ແຜ່ນດິນ​ໂລກ​ໃຫ້​ເປັນ​ຊ່າງ​ໄມ້. ພະອົງ​ມີ​ງານ​ພິເສດ​ໃຫ້​ພະ​ເຍຊູ​ເຮັດ​ແລະ​ກໍ່​ເຖິງ​ເວລາ​ທີ່​ພະ​ເຍຊູ​ຈະ​ເລີ່ມ​ເຮັດ​ງານ​ນັ້ນ. ດັ່ງ​ນັ້ນ​ເພື່ອ​ສະແດງ​ວ່າ​ບັດ​ນີ້​ພະອົງ​ພ້ອມ​ທີ່​ຈະ​ເຮັດ​ຕາມ​ນ້ຳ​ພະໄທ​ຂອງ​ພະ​ບິດາ​ຂອງ​ພະອົງ ພະ​ເຍຊູ​ຈຶ່ງ​ມາ​ຫາ​ໂຍຮັນ​ຂໍ​ຮັບ​ບັບເຕມາ. ພະເຈົ້າ​ຊອບ​ໃຈ​ບໍ?

ແນ່ນອນ​ພະອົງ​ຊອບ​ໃຈ ເພາະ​ວ່າ​ຫຼັງ​ຈາກ​ພະ​ເຍຊູ​ຂຶ້ນ​ມາ​ຈາກ​ນ້ຳ ມີ​ສຽງ​ຈາກ​ສະຫວັນ​ກ່າວ​ວ່າ: ‘ພະອົງ​ນີ້​ຄື​ພະ​ບຸດ​ຂອງ​ເຮົາ ເຮົາ​ຊອບ​ໃຈ​ໃນ​ພະອົງ.’ ນອກ​ຈາກ​ນີ້​ທ້ອງຟ້າ​ເບິ່ງ​ຄື​ແຫວກ​ອອກ​ແລະ​ນົກ​ເຂົາ​ຕົວ​ນີ້​ລົງ​ມາ​ຢູ່​ເທິງ​ພະ​ເຍຊູ. ແຕ່​ບໍ່​ແມ່ນ​ນົກ​ເຂົາ​ແທ້ໆ. ພຽງ​ແຕ່​ເບິ່ງ​ຄ້າຍ​ກັບ​ນົກ​ເຂົາ​ເທົ່າ​ນັ້ນ​ເອງ. ແທ້​ຈິງ​ແລ້ວ​ນັ້ນ​ຄື​ພະ​ວິນຍານ​ບໍລິສຸດ​ຂອງ​ພະເຈົ້າ.

ບັດ​ນີ້​ພະ​ເຍຊູ​ມີ​ຫຼາຍ​ສິ່ງ​ທີ່​ຈະ​ຕ້ອງ​ຄຶດ​ເຖິງ ດັ່ງ​ນັ້ນ​ພະອົງ​ຈຶ່ງ​ໄປ​ທີ່​ງຽບ​ດີ​ເປັນ​ເວລາ 40 ວັນ. ຊາຕານ​ໄດ້​ມາ​ຫາ​ພະອົງ​ທີ່​ນັ້ນ. ຊາຕານ​ພະຍາຍາມ​ເຖິງ​ສາມ​ເທື່ອ​ທີ່​ຈະ​ໃຫ້​ພະ​ເຍຊູ​ເຮັດ​ບາງ​ຢ່າງ​ທີ່​ຂັດຂືນ​ກັບ​ກົດໝາຍ​ຂອງ​ພະເຈົ້າ. ແຕ່​ພະ​ເຍຊູ​ບໍ່​ຍອມ​ເຮັດ.

ຫຼັງ​ຈາກ​ນັ້ນ ພະ​ເຍຊູ​ກັບ​ມາ​ແລະ​ພົບ​ຜູ້​ຊາຍ​ບາງ​ຄົນ​ຊຶ່ງ​ເຂົ້າ​ມາ​ເປັນ​ຜູ້​ຕິດ​ຕາມ​ຫຼື​ເປັນ​ສາວົກ​ຂອງ​ພະອົງ​ໃນ​ຮຸ່ນ​ທຳອິດ. ບາງ​ຄົນ​ໃນ​ພວກ​ເຂົາ​ຊື່​ອັນດະເລອາ ເປໂຕ (ເອີ້ນ​ວ່າ​ຊີໂມນ​ດ້ວຍ). ຟີລິບ​ແລະ​ນະທານາເອນ (ເອີ້ນ​ວ່າ​ບາເທເລມີ​ດ້ວຍ) ພະ​ເຍຊູ​ແລະ​ສາວົກ​ໃໝ່​ເຫຼົ່າ​ນີ້​ອອກ​ເດີນ​ທາງ​ໄປ​ແຂວງ​ຄາລິເລ. ໃນ​ຄາລິເລ​ເຂົາ​ພັກ​ຢູ່​ທີ່​ການາ ຊຶ່ງ​ເປັນ​ບ້ານ​ເກີດ​ຂອງ​ນະທານາເອນ. ພະ​ເຍຊູ​ໄປ​ຮ່ວມ​ການ​ລ້ຽງ​ໃຫຍ່​ໃນ​ງານ​ແຕ່ງ​ດອງ​ທີ່​ນັ້ນ ແລະ​ເຮັດ​ການ​ອັດສະຈັນ​ເປັນ​ເທື່ອ​ທຳອິດ. ການ​ອັດສະຈັນ​ອັນ​ໃດ​ເຈົ້າ​ຮູ້​ບໍ? ພະອົງ​ເຮັດ​ໃຫ້​ນ້ຳ​ປ່ຽນ​ເປັນ​ເຫຼົ້າ​ອະງຸ່ນ.

ມັດທາຍ 3:​13-17; 4:​1-11; 13:55; ມາລະໂກ 6:3; ໂຍຮັນ 1:​29-51; 2:​1-12.