ໃນຫ້ອງຊັ້ນເທິງ
ບົດ 99
ໃນຫ້ອງຊັ້ນເທິງ
ຕໍ່ມາອີກສອງມື້ ເປັນຄ່ຳຄືນວັນພະຫັດ. ພະເຍຊູແລະພວກອັກຄະສາວົກ 12 ຄົນໄດ້ມາທີ່ຫ້ອງໃຫຍ່ຊັ້ນເທິງເພື່ອກິນອາຫານປັດສະຄາ. ຊາຍທີ່ເຈົ້າເຫັນພວມຍ່າງອອກໄປນັ້ນຄືຢູດາອີດສະກາລີໂອດ. ເຂົາພວມອອກໄປບອກພວກປະໂລຫິດເຖິງວິທີທີ່ຈະຈັບພະເຍຊູໄດ້.
ມື້ກ່ອນນັ້ນ ຢູດາໄປຫາພວກເຂົາແລະຖາມວ່າ: ‘ຖ້າຂ້ອຍຊ່ວຍຈັບພະເຍຊູທ່ານຈະເອົາສິ່ງໃດໃຫ້ຂ້ອຍ?’ ເຂົາບອກວ່າ: ‘ເງິນສາມສິບແຜ່ນ.’ ດັ່ງນັ້ນຂະນະນີ້ຢູດາພວມອອກໄປພົບຄົນເຫຼົ່ານັ້ນເພື່ອຈະນຳເຂົາໄປເຖິງພະເຍຊູ. ນັ້ນເປັນສິ່ງທີ່ຮ້າຍກາດທີ່ສຸດບໍ່ແມ່ນບໍ?
ການກິນອາຫານປັດສະຄາສຳເລັດແລ້ວ. ແຕ່ຂະນະນີ້ພະເຍຊູເລີ່ມກິນອາຫານຄາບພິເສດອີກແນວນຶ່ງ. ພະອົງຍື່ນເຂົ້າຈີ່ໃຫ້ພວກສາວົກແລ້ວຕັດວ່າ: ‘ຈົ່ງຮັບເອົາກິນເຖີດ ເພາະນີ້ໝາຍເຖິງກາຍຂອງເຮົາຊຶ່ງຈະໃຫ້ເພື່ອທ່ານ.’ ແລ້ວພະອົງຍື່ນຈອກເຫຼົ້າອະງຸ່ນໃຫ້ເຂົາແລະຕັດວ່າ: ‘ຈົ່ງດື່ມເຖີດ ເພາະນີ້ໝາຍເຖິງເລືອດຂອງເຮົາ ຊຶ່ງຈະຕ້ອງຖືກເທອອກເພື່ອທ່ານ.’ ພະຄຳພີເອີ້ນອາຫານຄາບນີ້ວ່າ: ‘ອາຫານຕອນແລງຂອງອົງພະຜູ້ເປັນເຈົ້າ.’
ຊົນຍິດສະລາເອນໄດ້ກິນປັດສະຄານີ້ເພື່ອເຕືອນໃຫ້ພວກເຂົາລຳລຶກເຖິງເມື່ອທູດສະຫວັນຂອງພະເຈົ້າ ‘ຜ່ານຂ້າມ’ ເຮືອນຂອງເຂົາໃນປະເທດອີຢີບ ແຕ່ໄດ້ຂ້າລູກຫົວປີໃນເຮືອນແຫ່ງຊາວອີຢີບ. ແຕ່ຂະນະນີ້ພະເຍຊູຢາກໃຫ້ພວກສາວົກຂອງພະອົງລຳລຶກເຖິງພະອົງ ແລະເຖິງວິທີທີ່ພະອົງສະລະຊີວິດເພື່ອເຂົາ. ດ້ວຍປະການສັນນີ້ພະອົງຈຶ່ງບອກພວກເຂົາໃຫ້ສະຫຼອງອາຫານຄາບພິເສດນີ້ທຸກປີ.
ຫຼັງຈາກການກິນອາຫານແລງຂອງອົງພະຜູ້ເປັນເຈົ້າແລ້ວ ພະເຍຊູບອກພວກອັກຄະສາວົກຂອງພະອົງໃຫ້ມີໃຈກ້າຫານແລະເຂັ້ມແຂງໃນຄວາມເຊື່ອ. ໃນທີ່ສຸດ ເຂົາຮ້ອງເພງສັນລະເສີນພະເຈົ້າແລະແລ້ວອອກໄປ. ເວລານີ້ເດິກຫຼາຍແລ້ວ ຄົງເລີຍທ່ຽງຄືນແລ້ວ. ໃຫ້ເຮົາເບິ່ງວ່າພວກເຂົາໄປໃສ.
ມັດທາຍ 26:14-30; ລຶກາ 22:1-39; ໂຍຮັນ ບົດ 13 ເຖິງ 17; 1 ໂກລິນໂທ 11:20.