ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ການລອດພົ້ນຈາກອີຢີບຈົນເຖິງກະສັດອົງທຳອິດຂອງຊາດຍິດສະລາເອນ

ການລອດພົ້ນຈາກອີຢີບຈົນເຖິງກະສັດອົງທຳອິດຂອງຊາດຍິດສະລາເອນ

ພາກ 3

ການ​ລອດ​ພົ້ນ​ຈາກ​ອີຢີບ​ຈົນ​ເຖິງ​ກະສັດ​ອົງ​ທຳອິດ​ຂອງ​ຊາດ​ຍິດສະລາເອນ

ໂມເຊ​ໄດ້​ນຳ​ຊົນ​ຍິດສະລາເອນ​ອອກ​ຈາກ​ສະພາບ​ເປັນ​ທາດ​ໃນ​ອີຢີບ​ໄປ​ເຖິງ​ພູເຂົາ​ຊີນາອີ ທີ່​ຊຶ່ງ​ພະເຈົ້າ​ປະທານ​ກົດໝາຍ​ຂອງ​ພະອົງ​ໃຫ້​ພວກ​ເຂົາ. ຫຼັງ​ຈາກ​ນັ້ນ​ໂມເຊ​ໄດ້​ສົ່ງ​ຜູ້​ຊາຍ 12 ຄົນ ໃຫ້​ໄປ​ສອດແນມ​ເບິ່ງ​ແຜ່ນດິນ​ການາອານ. ແຕ່ 10 ຄົນ​ໃນ​ພວກ​ເຂົາ​ກັບ​ມາ​ພ້ອມ​ກັບ​ຂ່າວ​ບໍ່​ດີ. ພວກ​ເຂົາ​ເຮັດ​ໃຫ້​ປະຊາຊົນ​ຢາກ​ກັບ​ໄປ​ຍັງ​ອີຢີບ. ເພາະ​ການ​ຂາດ​ຄວາມ​ເຊື່ອ​ຂອງ​ເຂົາ ພະເຈົ້າ​ຈຶ່ງ​ລົງໂທດ​ຊົນ​ຍິດສະລາເອນ​ໂດຍ​ໃຫ້​ເຂົາ​ເດີນ​ເລາະ​ລຽບ​ໄປ​ມາ​ໃນ​ປ່າ​ເປັນ​ເວລາ 40 ປີ.

ໃນ​ທີ່​ສຸດ ໂຢຊວຍ​ຖືກ​ເລືອກ​ໃຫ້​ນຳ​ຊົນ​ຍິດສະລາເອນ​ເຂົ້າ​ໄປ​ແຜ່ນດິນ​ການາອານ. ເພື່ອ​ຊ່ວຍ​ເຂົາ​ຍຶດ​ເອົາ​ແຜ່ນດິນ​ນັ້ນ ພະ​ເຢໂຫວາ​ໄດ້​ບັນດານ​ໃຫ້​ເກີດ​ການ​ອັດສະຈັນ​ຕ່າງໆຂຶ້ນ. ພະອົງ​ໄດ້​ກະທຳ​ໃຫ້​ແມ່ນ້ຳ​ຢູລະເດນ​ຢຸດ​ໄຫຼ ເຮັດ​ໃຫ້​ກຳແພງ​ເມືອງ​ເຢລິໂກ​ພັງ​ທະລາຍ​ລົງ​ແລະ​ໄດ້​ເຮັດ​ໃຫ້​ດວງ​ອາທິດ​ຢຸດ​ຢູ່​ກັບ​ທີ່​ເປັນ​ເວລາ​ນຶ່ງ​ມື້. ພາຍ​ຫຼັງ 6 ປີ​ແຜ່ນດິນ​ນັ້ນ​ກໍ່​ຖືກ​ຍຶດ​ເອົາ​ຈາກ​ຊົນຊາດ​ການາອານ.

ເລີ່ມ​ຕົ້ນ​ກັບ​ໂຢຊວຍ ມີ​ການ​ປົກຄອງ​ຊົນ​ຍິດສະລາເອນ​ເປັນ​ເວລາ 356 ປີ​ໂດຍ​ທາງ​ຜູ້​ພິພາກສາ. ເຮົາ​ຈະ​ຮຽນ​ຮູ້​ກ່ຽວ​ກັບ​ພວກ​ເຂົາ​ຫຼາຍ​ຄົນ ຮ່ວມ​ທັງ​ບາຣາກ ເຄເດໂອນ ເຢບເທ ຊາມຊອນ​ແລະ​ຊາເມິອນ. ເຮົາ​ຈະ​ໄດ້​ອ່ານ​ກ່ຽວ​ກັບ​ພວກ​ຜູ້​ຍິງ​ເຊັ່ນ ລາຫາບ ເດໂບລາ ຢາເອນ ລຶດ ນາໂອມີ​ແລະ​ເດລີລາ​ດ້ວຍ. ປະຫວັດສາດ​ໃນ​ພາກ​ສາມ​ນີ້​ຮ່ວມ​ທັງ​ໝົດ 396 ປີ.