ກະໂຈມສຳລັບການນະມັດສະການ
ບົດ 37
ກະໂຈມສຳລັບການນະມັດສະການ
ເຈົ້າຮູ້ບໍວ່າສິ່ງກໍ່ສ້າງນີ້ຄືຫຍັງ? ຄືກະໂຈມພິເສດສຳລັບການນະມັດສະການພະເຢໂຫວາ. ເອີ້ນອີກວ່າຈຳໜັກອາໄສ. ປະຊາຊົນໄດ້ສ້າງກະໂຈມນີ້ສຳເລັດພາຍຫຼັງທີ່ອອກຈາກອີຢີບນຶ່ງປີ. ເຈົ້າຮູ້ບໍວ່າການສ້າງກະໂຈມຫຼືຈຳໜັກອາໄສນີ້ເປັນຄວາມຄິດຂອງຜູ້ໃດ?
ເປັນຄວາມຄິດຂອງພະເຢໂຫວາ. ຂະນະໂມເຊຢູ່ເທິງພູເຂົາຊີນາອີ ພະເຢໂຫວາຕັດກັບໂມເຊເຖິງວິທີສ້າງກະໂຈມນີ້. ພະອົງບອກໃຫ້ສ້າງກະໂຈມນີ້ແບບທີ່ຈະມ້າງສ່ວນຕ່າງໆອອກໄດ້ງ່າຍ. ໂດຍວິທີນີ້ຈຶ່ງຈະຂົນເອົາສ່ວນຕ່າງໆໄປຍັງທີ່ອື່ນ ແລ້ວກໍ່ເອົາມາປະກອບເຂົ້າກັນອີກໄດ້. ດັ່ງນັ້ນເມື່ອຊົນຍິດສະລາເອນຍ້າຍຈາກທີ່ນຶ່ງໄປຍັງອີກທີ່ນຶ່ງໃນປ່າທຸລະກັນດານ ເຂົາໄດ້ຂົນກະໂຈມນີ້ໄປນຳ.
ຫາກເຈົ້າຈະເບິ່ງເຂົ້າໄປໃນຫ້ອງຊຶ່ງຢູ່ຕອນທ້າຍຂອງກະໂຈມ ເຈົ້າຈະເຫັນຫີບໜ່ວຍນຶ່ງ. ຫີບໜ່ວຍນີ້ເອີ້ນວ່າຫີບແຫ່ງຄຳສັນຍາ. ຫີບໜ່ວຍນີ້ມີຮູບທູດສະຫວັນສອງອົງຫຼືຮູບຄະຣູບິມສ້າງດ້ວຍຄຳ ຕັ້ງຢູ່ເທິງປາຍຫີບຂ້າງລະຮູບ. ພະເຈົ້າຈາລຶກພະບັນຍັດສິບປະການເທິງແຜ່ນຫີນສອງແຜ່ນອີກເທື່ອນຶ່ງ ເພາະວ່າສອງແຜ່ນທຳອິດນັ້ນໂມເຊເຮັດໃຫ້ແຕກ. ແລະແຜ່ນຫີນເຫຼົ່ານີ້ເກັບໄວ້ໃນຫີບແຫ່ງຄຳສັນຍາ. ໂຖທີ່ມີມານາກໍ່ເກັບໄວ້ໃນຫີບດ້ວຍ. ເຈົ້າຈື່ໄດ້ບໍມານາຄືຫຍັງ?
ອາໂລນອ້າຍຂອງໂມເຊເປັນຜູ້ທີ່ພະເຢໂຫວາເລືອກໃຫ້ເປັນມະຫາປະໂລຫິດ. ເຂົານຳປະຊາຊົນໃນການນະມັດສະການພະເຢໂຫວາ. ແລະພວກລູກຊາຍຂອງເຂົາກໍ່ເປັນປະໂລຫິດດ້ວຍ.
ບັດນີ້ຈົ່ງເບິ່ງໄປທີ່ຫ້ອງໃຫຍ່ກວ່າໃນກະໂຈມ. ຫ້ອງນີ້ໃຫຍ່ກວ່າຫ້ອງນ້ອຍຕັ້ງສອງເທົ່າ. ເຈົ້າເຫັນຫີບນ້ອຍທີ່ມີຄວັນພຸ່ງຂຶ້ນບໍ? ນີ້ຄືແທ່ນບູຊາອັນເປັນທີ່ຊຶ່ງປະໂລຫິດເຜົາເຄື່ອງຫອມ. ແລ້ວກໍ່ມີຕະກຽງຕັ້ງຊຶ່ງມີໂຄມໄຟເຈັດດວງ. ແລະສິ່ງທີສາມໃນຫ້ອງນັ້ນກໍ່ຄືໂຕ໊ະໜ່ວຍນຶ່ງ. ມີເຂົ້າຈີ່ 12 ກ້ອນໄວ້ເທິງໂຕ໊ະນັ້ນ.
ທີ່ລານໜ້າຈຳໜັກອາໄສມີຊາມຫຼືອ່າງໃຫຍ່ທີ່ມີນ້ຳເຕັມໃບນຶ່ງ. ພວກປະໂລຫິດໃຊ້ສຳລັບຊຳລະລ້າງ. ຍັງມີແທ່ນບູຊາໃຫຍ່ອີກດ້ວຍ. ນະທີ່ນີ້ສັດທີ່ຂ້າແລ້ວເອົາມາເຜົາເປັນເຄື່ອງບູຊາຖວາຍແດ່ພະເຢໂຫວາ. ຈຳໜັກອາໄສຫຼືກະໂຈມຕັ້ງຢູ່ກົງກາງຄ້າຍທີ່ພັກ ແລະຊົນຍິດສະລາເອນອາໄສຢູ່ໃນເຕັນຂອງຕົນອ້ອມຮອບຈຳໜັກຫຼັງນີ້.
ອຸປະຍົກໜີ 25:8-40; 26:1-37; 27:1-8; 28:1; 30:1-10, 17-21; 34:1, 2; ເຫບເລິ 9:1-5.