ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ການຂ້າມແມ່ນ້ຳຢູລະເດນ

ການຂ້າມແມ່ນ້ຳຢູລະເດນ

ບົດ 45

ການ​ຂ້າມ​ແມ່ນ້ຳ​ຢູລະເດນ

ເບິ່ງ! ຊົນ​ຍິດສະລາເອນ​ພວມ​ຂ້າມ​ແມ່ນ້ຳ​ຢູລະເດນ​ແດ່! ແຕ່​ນ້ຳ​ຫາຍ​ໄປ​ໃສ​ໝົດ? ເພາະ​ວ່າ​ໃນ​ລະດູ​ນີ້​ມີ​ຝົນ​ຕົກ​ຫຼາຍ ພຽງ​ແຕ່​ສອງ​ສາມ​ນາທີ​ເທົ່າ​ນັ້ນ​ກ່ອນ​ໜ້າ​ນີ້​ແມ່ນ້ຳ​ຍັງ​ເຕັມ​ຝັ່ງ​ຢູ່. ແຕ່​ບັດ​ນີ້​ນ້ຳ​ຫາຍ​ໄປ​ໝົດ! ແລະ​ຊົນ​ຍິດສະລາເອນ​ພວມ​ຍ່າງ​ຂ້າມ​ໄປ​ເທິງ​ດິນ​ແຫ້ງ ແບບ​ດຽວ​ກັນ​ກັບ​ທີ່​ເຄີຍ​ເກີດ​ຂຶ້ນ​ເມື່ອ​ຂ້າມ​ນ້ຳ​ທະເລ​ແດງ! ນ້ຳ​ທັງ​ໝົດ​ນີ້​ຫາຍ​ໄປ​ໃສ? ໃຫ້​ເຮົາ​ເບິ່ງ​ຕໍ່​ໄປ.

ເມື່ອ​ເຖິງ​ເວລາ​ທີ່​ຊົນ​ຍິດສະລາເອນ​ຈະ​ຂ້າມ​ແມ່ນ້ຳ​ຢູລະເດນ ພະ​ເຢໂຫວາ​ໃຫ້​ໂຢຊວຍ​ບອກ​ກັບ​ຜູ້​ຄົນ​ດັ່ງ​ນີ້​ວ່າ: ‘ພວກ​ປະໂລຫິດ​ຈະ​ຫາມ​ຫີບ​ແຫ່ງ​ຄຳ​ສັນຍາ​ໄປ​ກ່ອນ​ໜ້າ​ພວກ​ເຮົາ. ເມື່ອ​ເຂົາ​ເອົາ​ຕີນ​ຂອງ​ເຂົາ​ກ້າວ​ລົງ​ໃນ​ແມ່ນ້ຳ​ຢູລະເດນ ແລ້ວ​ນ້ຳ​ກໍ່​ຈະ​ຢຸດ​ໄຫຼ.’

ພວກ​ປະໂລຫິດ​ຈຶ່ງ​ຍົກ​ຫີບ​ແຫ່ງ​ຄຳ​ສັນຍາ​ຫາມ​ໄປ​ກ່ອນ​ໜ້າ​ຜູ້​ຄົນ. ເມື່ອ​ເຂົາ​ມາ​ເຖິງ​ແມ່ນ້ຳ​ຢູລະເດນ​ພວກ​ປະໂລຫິດ​ກໍ່​ກ້າວ​ລົງ​ໄປ​ໃນ​ນ້ຳ. ເວລາ​ນັ້ນ​ນ້ຳ​ໄຫຼ​ແຮງ​ແລະ​ເລິກ​ຫຼາຍ. ແຕ່​ທັນທີ​ທັນໃດ​ທີ່​ຕີນ​ຂອງ​ເຂົາ​ແຕະ​ຕ້ອງ​ນ້ຳ ນ້ຳ​ກໍ່​ຄ່ອຍໆຢຸດ​ໄຫຼ! ນີ້​ເປັນ​ການ​ອັດສະຈັນ​ແທ້ໆ! ພະ​ເຢໂຫວາ​ໄດ້​ກັ້ນ​ນ້ຳ​ບໍ່​ໃຫ້​ໄຫຼ​ມາ. ສະນັ້ນ​ໃນ​ບໍ່​ດົນ​ແມ່ນ້ຳ​ບໍ່​ມີ​ນ້ຳ​ເຫຼືອ​ຢູ່​ອີກ​ເລີຍ!

ພວກ​ປະໂລຫິດ​ຜູ້​ທີ່​ຫາມ​ຫີບ​ແຫ່ງ​ຄຳ​ສັນຍາ​ກໍ່​ຍ່າງ​ອອກ​ໄປ​ຢືນ​ຢູ່​ກາງ​ແມ່ນ້ຳ​ທີ່​ແຫ້ງ​ແລ້ວ. ເຈົ້າ​ເຫັນ​ເຂົາ​ໃນ​ຮູບ​ນີ້​ບໍ? ຂະນະ​ທີ່​ເຂົາ​ຢືນ​ຢູ່​ນະ​ທີ່​ນັ້ນ ຊົນ​ຍິດສະລາເອນ​ທັງ​ໝົດ​ກໍ່​ຍ່າງ​ຂ້າມ​ແມ່ນ້ຳ​ຢູລະເດນ​ໄປ​ເທິງ​ດິນ​ແຫ້ງ!

ເມື່ອ​ທຸກ​ຄົນ​ຂ້າມ​ໄປ​ແລ້ວ ພະ​ເຢໂຫວາ​ໃຫ້​ໂຢຊວຍ​ບອກ​ຜູ້​ຊາຍ​ທີ່​ແຂງແຮງ 12 ຄົນ​ວ່າ: ‘ຈົ່ງ​ເຂົ້າ​ໄປ​ໃນ​ແມ່ນ້ຳ​ບ່ອນ​ທີ່​ພວກ​ປະໂລຫິດ​ຢືນ​ຫາມ​ຫີບ​ແຫ່ງ​ຄຳ​ສັນຍາ​ຢູ່. ຈົ່ງ​ເກັບ​ເອົາ​ຫີນ 12 ກ້ອນ​ແລ້ວ​ເອົາ​ມາ​ກອງ​ຂຶ້ນ​ໄວ້​ນະ​ທີ່​ພວກ​ເຈົ້າ​ທັງ​ຫຼາຍ​ຈະ​ຢຸດ​ພັກ​ຄ່ຳ​ຄືນ​ນີ້. ແລ້ວ​ໃນ​ອະນາຄົດ​ເມື່ອ​ລູກ​ຫຼານ​ຂອງ​ເຈົ້າ​ຖາມ​ວ່າ​ຫີນ​ເຫຼົ່າ​ນີ້​ໝາຍ​ເຖິງ​ອັນ​ໃດ ເຈົ້າ​ຈະ​ບອກ​ເຂົາ​ວ່າ​ຂະນະ​ທີ່​ຫາມ​ຫີບ​ແຫ່ງ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ຂ້າມ​ແມ່ນ້ຳ​ຢູລະເດນ​ໄປ​ນັ້ນ​ນ້ຳ​ກໍ່​ຢຸດ​ໄຫຼ. ກ້ອນ​ຫີນ​ເຫຼົ່າ​ນີ້​ຈະ​ເຮັດ​ໃຫ້​ເຈົ້າ​ລະລຶກ​ເຖິງ​ການ​ອັດສະຈັນ​ນີ້!’ ໂຢຊວຍ​ໄດ້​ເອົາ​ຫີນ 12 ກ້ອນ​ກອງ​ວາງ​ໄວ້​ບ່ອນ​ທີ່​ພວກ​ປະໂລຫິດ​ເຄີຍ​ຢືນ​ທີ່​ກາງ​ແມ່ນ້ຳ​ນັ້ນ​ດ້ວຍ.

ໃນ​ທີ່​ສຸດ​ໂຢຊວຍ​ບອກ​ພວກ​ປະໂລຫິດ​ທີ່​ຫາມ​ຫີບ​ແຫ່ງ​ຄຳ​ສັນຍາ​ວ່າ: ‘ຈົ່ງ​ຂຶ້ນ​ມາ​ຈາກ​ແມ່ນ້ຳ​ຢູລະເດນ.’ ແລະ​ໃນ​ທັນໃດ​ທີ່​ພວກ​ເຂົາ​ຂຶ້ນ​ມາ ແມ່ນ້ຳ​ກໍ່​ເລີ່ມ​ໄຫຼ​ກັບ​ມາ​ອີກ​ຄື​ເດີມ.

ໂຢຊວຍ 3:​1-17; 4:​1-18.