ກຳແພງເມືອງເຢລິໂກ
ບົດ 46
ກຳແພງເມືອງເຢລິໂກ
ແມ່ນຫຍັງເຮັດໃຫ້ກຳແພງເມືອງເຢລິໂກພັງລົງມາ? ເບິ່ງແລ້ວຄືກັບວ່າຖືກລູກລະເບີດໃຫຍ່. ແຕ່ວ່າໃນສະໄໝນັ້ນເຂົາຍັງບໍ່ທັນມີລູກລະເບີດ ແມ່ນແຕ່ປືນກໍ່ຍັງບໍ່ມີ. ນີ້ຄືການອັດສະຈັນຂອງພະເຢໂຫວາອີກຢ່າງນຶ່ງ! ໃຫ້ເຮົາຮຽນຮູ້ຕໍ່ໄປວ່າເຫດການນັ້ນເກີດຂຶ້ນຢ່າງໃດ?
ຈົ່ງຟັງຂໍ້ຄວາມທີ່ພະເຢໂຫວາຕັດແກ່ໂຢຊວຍ: ‘ໃຫ້ເຈົ້າແລະພວກນັກເລວເສິກຂອງເຈົ້າເດີນກະບວນຮອບເມືອງ. ຈົ່ງເດີນກະບວນຮອບເມືອງນັ້ນຮອບນຶ່ງແຕ່ລະມື້ສຳລັບຫົກມື້. ຈົ່ງຫາມຫີບແຫ່ງຄຳສັນຍາໄປນຳເຈົ້າ. ໃຫ້ປະໂລຫິດເຈັດຄົນຍ່າງໄປກ່ອນໜ້າແລະເປົ່າແກເຂົາແກະຂອງຕົນ.’
‘ໃນມື້ທີເຈັດເຈົ້າຈະຕ້ອງເດີນກະບວນຮອບເມືອງເຈັດ ຮອບ. ຄັນແລ້ວຈົ່ງເປົ່າແກເຂົາແກະດ້ວຍສຽງອັນຍາວ ແລະໃຫ້ທຸກຄົນໂຫ່ຮ້ອງຂຶ້ນດ້ວຍສຽງດັງໆ. ແລະກຳແພງເມືອງກໍ່ຈະພັງລົງຮາບແນ່ນອນ.’
ໂຢຊວຍແລະຜູ້ຄົນເຮັດຕາມທີ່ພະເຢໂຫວາຕັດໄວ້. ຂະນະທີ່ພວກເຂົາເດີນກະບວນໄປນັ້ນທຸກຄົນງຽບ. ບໍ່ມີໃຜເວົ້າແມ່ນວ່າຄຳດຽວ. ສິ່ງທີ່ໄດ້ຍິນກໍ່ຄືສຽງແກເຂົາແກະແລະສຽງບາດຕີນທີ່ພວມຍ່າງ. ພວກສັດຕູແຫ່ງຜູ້ຄົນຂອງພະເຈົ້າໃນເມືອງເຢລິໂກຄົງຢ້ານອີ່ຫຼີ. ເຈົ້າເຫັນເຊືອກສີແດງທີ່ແຂວນລົງຈາກປ່ອງຢ້ຽມບໍ? ປ່ອງຢ້ຽມນັ້ນເປັນຂອງຜູ້ໃດ? ແນ່ແລ້ວ ລາຫາບໄດ້ເຮັດຕາມທີ່ຜູ້ສອດແນມສອງຄົນໄດ້ບອກໃຫ້ນາງເຮັດ. ຄອບຄົວທັງໝົດຂອງນາງຢູ່ຂ້າງໃນເຝົ້າເບິ່ງເຫດການດ້ວຍກັນກັບນາງ.
ໃນທີ່ສຸດ ໃນມື້ທີເຈັດ ຫຼັງຈາກເດີນກະບວນຮອບເມືອງເຈັດຮອບແລ້ວ ສຽງແກເຂົາແກະກໍ່ດັງຂຶ້ນ ພວກນັກເລວເສິກໂຫ່ຮ້ອງຂຶ້ນ ແລະກຳແພງເມືອງກໍ່ພັງທະລາຍລົງ. ແລ້ວໂຢຊວຍສັ່ງວ່າ: ‘ຈົ່ງຂ້າທຸກຄົນໃນເມືອງແລະຈູດເມືອງນັ້ນ. ຈົ່ງຈູດໝົດທຸກໆສິ່ງ. ເກັບສະເພາະເງິນ ທອງຄຳ ທອງແດງແລະເຫຼັກໄວ້ ແລະເອົາສິ່ງເຫຼົ່ານີ້ມອບໃຫ້ແກ່ຄັງແຫ່ງຈຳໜັກອາໄສຂອງພະເຢໂຫວາ.’
ໂຢຊວຍກ່າວແກ່ຄົນສອດແນມສອງຄົນວ່າ: ‘ຈົ່ງເຂົ້າໄປໃນເຮືອນຂອງລາຫາບ ແລະພານາງແລະທຸກຄົນໃນຄອບຄົວຂອງນາງອອກມາ.’ ລາຫາບແລະຄອບຄົວຂອງນາງໄດ້ຮັບການຊ່ວຍຊີວິດໃຫ້ລອດ ຕາມທີ່ຄົນສອດແນມສອງຄົນໄດ້ສັນຍາໄວ້ກັບນາງ.