ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຂະໂມຍຄົນນຶ່ງໃນຍິດສະລາເອນ

ຂະໂມຍຄົນນຶ່ງໃນຍິດສະລາເອນ

ບົດ 47

ຂະໂມຍ​ຄົນ​ນຶ່ງ​ໃນ​ຍິດສະລາເອນ

ເບິ່ງ​ຊາຍ​ຄົນ​ນີ້​ພວມ​ຝັງ​ຂອງ​ອັນ​ໃດ​ໃນ​ເຕັນ​ຂອງ​ຕົນ! ມີ​ເສື້ອ​ຄຸມ​ງາມ​ຕົວ​ນຶ່ງ ຄຳ​ແທ່ງ​ນຶ່ງ​ແລະ​ເງິນ​ສອງ​ສາມ​ແຜ່ນ. ເຂົາ​ໄດ້​ເອົາ​ຂອງ​ເຫຼົ່າ​ນີ້​ມາ​ຈາກ​ເມືອງ​ເຢລິໂກ. ແຕ່​ວ່າ​ເຂົາ​ຄວນ​ເຮັດ​ຢ່າງ​ໃດ​ກັບ​ສິ່ງ​ຂອງ​ຕ່າງໆໃນ​ເມືອງ? ເຈົ້າ​ຈື່​ໄດ້​ບໍ?

ຂອງ​ເຫຼົ່າ​ນີ້​ຄວນ​ທຳລາຍ​ເສຍ ສ່ວນ​ຄຳ​ແລະ​ເງິນ​ກໍ່​ຄວນ​ເອົາ​ໄປ​ໄວ້​ໃນ​ຄັງ​ແຫ່ງ​ຈຳ​ໜັກ​ອາໄສ​ຂອງ​ພະ​ເຢໂຫວາ. ພວກ​ນີ້​ບໍ່​ໄດ້​ເຊື່ອ​ຟັງ​ພະເຈົ້າ. ເຂົາ​ໄດ້​ລັກ​ເອົາ​ສິ່ງ​ຂອງ​ທີ່​ເປັນ​ຂອງ​ພະເຈົ້າ. ຊາຍ​ຄົນ​ນັ້ນ​ຊື່​ອາການ ແລະ​ຄົນ​ທີ່​ຢູ່​ນຳ​ເຂົາ​ກໍ່​ຄື​ສະມາຊິກ​ຄອບຄົວ​ຂອງ​ເຂົາ. ໃຫ້​ເຮົາ​ເບິ່ງ​ວ່າ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ.

ຫຼັງ​ຈາກ​ອາການ​ລັກ​ສິ່ງ​ຂອງ​ເຫຼົ່າ​ນີ້ ໂຢຊວຍ​ສົ່ງ​ຜູ້​ຊາຍ​ບາງ​ຄົນ​ອອກ​ໄປ​ຕໍ່​ສູ້​ເມືອງ​ອາອີ. ແຕ່​ພວກ​ເຂົາ​ເສຍ​ໄຊ​ໃນ​ການ​ສູ້​ຮົບ. ບາງ​ຄົນ​ກໍ່​ຖືກ​ຂ້າ ແລະ​ສ່ວນ​ທີ່​ເຫຼືອ​ນັ້ນ​ກໍ່​ແລ່ນ​ໜີ ໂຢຊວຍ​ຮູ້ສຶກ​ເສົ້າໃຈ​ຫຼາຍ. ເຂົາ​ຈຶ່ງ​ຫມູບ​ໜ້າ​ລົງ​ເຖິງ​ດິນ​ແລະ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ວ່າ: ‘ເຫດ​ສັນ​ໃດ​ພະອົງ​ໄດ້​ໃຫ້​ເຫດການ​ເຊັ່ນ​ນີ້​ເກີດ​ຂຶ້ນ​ແກ່​ພວກ​ຂ້າພະເຈົ້າ?’

ພະ​ເຢໂຫວາ​ຕອບ​ວ່າ: ‘ຈົ່ງ​ລຸກ​ຂຶ້ນ! ຊົນ​ຍິດສະລາເອນ​ໄດ້​ເຮັດ​ບາບ. ເຂົາ​ໄດ້​ເອົາ​ສິ່ງ​ຂອງ​ບາງ​ຢ່າງ​ໄວ້​ຊຶ່ງ​ເຂົາ​ຄວນ​ທຳລາຍ​ເສຍ ຫຼື​ນຳ​ມາ​ໄວ້​ທີ່​ຈຳ​ໜັກ​ອາໄສ​ຂອງ​ພະ​ເຢໂຫວາ. ເຂົາ​ໄດ້​ຂະໂມຍ​ເອົາ​ເສື້ອ​ຄຸມ​ງາມ​ຕົວ​ນຶ່ງ​ເຊື່ອງ​ໄວ້. ເຮົາ​ຈະ​ບໍ່​ອວຍ​ພອນ​ເຈົ້າ​ຈົນ​ກວ່າ​ເຈົ້າ​ຈະ​ທຳລາຍ​ສິ່ງ​ຂອງ​ນັ້ນ ແລະ​ຜູ້​ທີ່​ຂະໂມຍ​ເອົາ​ສິ່ງ​ຂອງ​ນັ້ນ.’ ພະ​ເຢໂຫວາ​ຕັດ​ວ່າ ພະອົງ​ຈະ​ຊີ້​ໃຫ້​ໂຢຊວຍ​ເຫັນ​ວ່າ​ຄົນ​ຊົ່ວ​ນີ້​ຄື​ຜູ້​ໃດ.

ດັ່ງ​ນັ້ນ​ໂຢຊວຍ​ຈຶ່ງ​ທ້ອນ​ໂຮມ​ປະຊາຊົນ​ໃຫ້​ມາ​ຊຸມນຸມ​ກັນ ແລະ​ພະ​ເຢໂຫວາ​ກໍ່​ຄັດ​ເອົາ​ຕົວ​ອາການ​ຄົນ​ຊົ່ວ​ນັ້ນ. ອາການ​ສາລະພາບ​ວ່າ: ‘ຂ້າພະເຈົ້າ​ໄດ້​ເຮັດ​ບາບ​ແລ້ວ. ຂ້າພະເຈົ້າ​ເຫັນ​ເສື້ອ​ຄຸມ​ອັນ​ງາມ​ຕົວ​ນຶ່ງ ແລະ​ແທ່ງ​ຄຳ​ແລະ​ແຜ່ນ​ເງິນ​ດ້ວຍ. ຂ້າພະເຈົ້າ​ຢາກ​ໄດ້​ສິ່ງ​ຂອງ​ນັ້ນ​ຫຼາຍ​ທີ່​ສຸດ​ຈຶ່ງ​ໄດ້​ເອົາ. ທ່ານ​ຈະ​ພົບ​ຂອງ​ເຫຼົ່າ​ນັ້ນ​ຝັງ​ຢູ່​ໃນ​ເຕັນ​ຂອງ​ຂ້າພະເຈົ້າ.’

ເມື່ອ​ໄດ້​ພົບ​ສິ່ງ​ຂອງ​ເຫຼົ່າ​ນີ້​ແລະ​ນຳ​ມາ​ໃຫ້​ໂຢຊວຍ ເຂົາ​ກ່າວ​ແກ່​ອາການ​ວ່າ: ‘ເຫດ​ໃດ​ເຈົ້າ​ໄດ້​ນຳ​ເອົາ​ຄວາມ​ລຳບາກ​ມາ​ໃຫ້​ພວກ​ເຮົາ? ບັດ​ນີ້​ພະ​ເຢໂຫວາ​ຈະ​ນຳ​ເອົາ​ຄວາມ​ລຳບາກ​ມາ​ໃຫ້​ແກ່​ເຈົ້າ!’ ແລ້ວ​ຄົນ​ທັງ​ປວງ​ເອົາ​ກ້ອນ​ຫີນ​ຄວ່າງ​ໃສ່​ອາການ​ແລະ​ຄອບຄົວ​ຂອງ​ເຂົາ​ຈົນ​ຕາຍ. ເລື່ອງ​ນັ້ນ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ບໍ່​ຄວນ​ຍັກຍອກ​ສິ່ງ​ຂອງ​ທີ່​ບໍ່​ແມ່ນ​ຂອງ​ເຮົາ.

ຕໍ່​ມາ​ຊົນ​ຍິດສະລາເອນ​ອອກ​ໄປ​ຕໍ່​ສູ້​ກັບ​ຊາວ​ຊົນ​ເມືອງ​ອາອີ​ອີກ. ເທື່ອ​ນີ້​ພະ​ເຢໂຫວາ​ຊ່ວຍ​ຜູ້​ຄົນ​ຂອງ​ພະອົງ ແລະ​ພວກ​ເຂົາ​ກໍ່​ໄດ້​ຊະນະ​ໃນ​ການ​ສູ້​ຮົບ​ນັ້ນ.

ໂຢຊວຍ 7:​1-26; 8:​1-29.